ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນເຕືອນ ສຫລ ເຖິງອະທິປະໄຕ ຂອງຕົນ ໃນທະເລຈີນໃຕ້


ໂຄສົກກະຊວງການຕ່າງປະເທດ ທ່ານນາງ Hua Chunying ກ່າວ ໃນກອງປະຊຸມຖະແຫລວງຂ່າວ ຢູ່ທີ່ກະຊວງການ ຕ່າງປະເທດ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 6 ມັງກອນ 2016.
ໂຄສົກກະຊວງການຕ່າງປະເທດ ທ່ານນາງ Hua Chunying ກ່າວ ໃນກອງປະຊຸມຖະແຫລວງຂ່າວ ຢູ່ທີ່ກະຊວງການ ຕ່າງປະເທດ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 6 ມັງກອນ 2016.

ຈີນ​ໄດ້​ເຕືອນ​ສະຫະລັດວ່າ ຕົນ​ຈະ​ບໍ່​ຍອມ​ຖອຍ ຈາກ​ການ​ອ້າງ​ກຳມະສິດ​ທີ່​ວ່າ ຕົນ
​ຄວບ​ຄຸມ​ທະ​ເລ​ຈີນ​ໃຕ້​ ທີ່​ມີ​ການ​ຂັດ​ແຍ້​ງກັນນັ້ນ.

ທ່ານ​ນາງ Hua Chunying ​ໂຄສົກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ຕໍ່​ພວກ​ນັກຂ່າວ
ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ຢູ່​ນະຄອນຫຼວງປັກ​ກິ່ງໃນ​ວັນ​ອັງຄານ​ວານ​ນີ້ວ່າ “ຈີນ​ມີ​ອະທິປະ​ໄຕ​ ທີ່​ໂຕ້​ແຍ້​ງບໍ່​ໄດ້ ​ເໜືອ​ໝູ່​ເກາະ ​ໝູ່​ດອນ​ຕ່າງໆ​ ໃນ​ທະ​ເລ​ຈີນ​ໃຕ້ ​ແລະ​
ເຂດ​ນ່ານນ້ຳ ​ທີ່ຢູ່​ໃກ້​ຄຽງ.” ​
ແລະ​ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ສະຫະລັດ ​ບໍ່​ແມ່ນ​ພັກ​ຝ່າຍ​
ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້.”

ເຂດແດນຂອງການອ້າງກຳມະສິດ ໃນທະເລຈີນໃຕ້ ໂດຍບັນດາປະເທດໃນຂົງເຂດ
ເຂດແດນຂອງການອ້າງກຳມະສິດ ໃນທະເລຈີນໃຕ້ ໂດຍບັນດາປະເທດໃນຂົງເຂດ

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ນາງ ມີ​ຂຶ້ນ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່ການ​ໃຫ້​ຄວາມ
​ເຫັນ​ໂດຍ​ໂຄສົກ​ຂອງ​ທຳນຽບຂາວ ທ່ານ Sean Spicer ​ໃນ​ມື້ວັນ​ຈັນ​ຜ່ານ​ມານີ້ວ່າ “ສະຫະລັດ​ຈະ​ປົກ​ປ້ອງ​ດິນ​ແດນ​ຂອງ​ນາໆ​ຊາດ” ຮວມທັງ​ໃນເຂດ​ທະ​ເລ​ຈີນ​ໃຕ້.
ນອກ​ນັ້ນ ທ່ານ Spicer ຍັງ​ກ່າວ​ວ່າ ສະຫະລັດ​ ຈະ​ຂັດຂວາງ​ບໍ່​ໃຫ້​ຈີນ ​ເຂົ້າ​ຄວບ
​ຄຸມ​ໝູ່​ເກາະ ​ໝູ່​ດອນ​ຕ່າງໆ ​ໃນ​ເຂດ​ທະ​ເລ​ດັ່ງກ່າວ.

ຜູ້​ທີ່​ປະທານາທິບໍດີ Donal Trump ສະ​ເໜີ​ຊື່​ແຕ່ງຕັ້ງ​ໃຫ້​ເປັນ​ລັດ​ຖະມົນຕີ​ການ
ຕ່າງປະ​ເທດທ່ານ Rex Tillerson ກ່າວ​ໃນ​ສັບປະດາ​ແລ້ວນີ້ວ່າ ການ​ເຂົ້າ​ເຖິງ
ໝູ່​ເກາະ​ໝູ່​ດອນ​ເຫຼົ່ານີ້ຂອງຈີນອາດ​ຈະ​ຖືກ​ສະກັດ​ກັ້ນ ຊຶ່ງ​ໄດ້​ພາ​ໃຫ້​ມີ​ຄວາມ​ເປັນ ​
ໄປ​ໄດ້ ​ໃນ​ການ​ປະ​ເຊີນ​ໜ້າ​ກັນ​ ທາງ​ທະຫານ.

ການ​ສ້າງ​ເກາະດອນ​ທຽມ​ຂຶ້ນ​ໃນ​ທະ​ເລ​ຈີນ​ໃຕ້ຂອງ​ຈີນ ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ
ໃນ​ບໍລິ​ເວນ​ດັ່ງກ່າວ. ບັນດາ​ປະ​ເທດ​ທີ່ຢູ່​ໃນ​ຂົງ​ເຂດ​ມີ​ຄວາມ​ຢ້ານ​ກົວ​ວ່າ​ຈີນ ຊຶ່ງ​ໄດ້
​ສ້າງເດີ່ນ​ບິນ ​ແລະ​ນຳ​ເອົາ​ອາວຸດໄປ​ຕິດຕັ້ງ ຢູ່​ຕາມ​ເກາະ​ດອນ​ທຽມ​ເຫລົ່າ ນັ້ນ ຈະ​ຂະຫຍາຍ​ຄວາມ​ສາມາດ​ທາງ​ດ້ານ​ທະຫານ​ຂອງ​ຕົນ ​ແລະ​ອາດ​ເປັນ​ໄປ ໄດ້ ​ທີ່​ຈະ
​ຈຳກັດ​ການ​ເດີນ​ເຮືອ.

ຈີນ​ໄດ້​ອ້າງ​ເອົາ​ກຳມະ​ສິດ​ເກືອບ​ທັງ​ໝົດ​ໃນ​ທະ​ເລ​ຈີນ​ໃຕ້ ​ໃນ​ຂະນະ​ທີ່​ໄຕ້​ຫວັນ
ມາ​ເລເຊຍ ຫວຽດນາມ ຟີ​ລິບ​ປິນ ​ແລະ​ບຣູນາຍ ໄດ້​ອ້າງ​ເອົາ​ກຳມະສິດ​ໃນ​ບໍລິ ເວນ
​ທີ່​ເປັນ​ເສັ້ນທາງ​ເດີນ​ເຮືອ​ຍຸດ​ທະ​ສາດ​ ແລະ​ ບ່ອນ​ຫາ​ປາ ​ທີ່​ອຸດົມສົມບູນ​ ພ້ອມທັງ
​ບໍ່​ນ້ຳມັນ ​ແລະ ​ແກັສທຳ​ມະ​ຊາດ​ສຳຮອງ​ນຳ​ດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG