ຫົວໜ້າການເງິນສຳລັບບໍລິສັດຍັກໃຫຍ່ດ້ານໂທລະຄົມ ຫົວເຫວີຍ ເທັກໂນໂລຈີ ມີກຳ
ນົດຈະກັບຄືນໄປຂຶ້ນສານປະເທດ ການາດາ ໃນວັນຈັນມື້ນີ້ ສຳລັບການຟັງຄຳໃຫ້ການ
ກ່ຽວກັບວ່າ ລາວຄວນໄດ້ຮັບການປະກັນຕົວໃນຂະນະທີ່ລໍຖ້າການສົ່ງຕົວມາຍັງ
ສະຫະລັດ ເຊິ່ງອາດເປັນໄປໄດ້ວ່າ ອາດຈະປະເຊີນກັບຂໍ້ກ່າວຫາການສໍ້ໂກງ ຫຼືບໍ່.
ບັນດາໄອຍະການ ການາດາ ປັດຈຸບັນນີ້ ໄດ້ໂຕ້ຖຽງວ່າ ທ່ານນາງ ເມັງ ຫວານຊູ້
(Meng Wanzhou) ຄວນຖືກຄວບຄຸມຕົວໄວ້ ຈົນຮອດມື້ຕັດສິນສົ່ງຕົວ. ທະນາຍ
ຄວາມຂອງລາວເວົ້າວ່າ ລາວຄວນຖືກປ່ອຍ ດ້ວຍການປະກັນຕົວ ຍ້ອນບັນຫາທາງ
ສຸຂະພາບ.
ຈີນ ໄດ້ຮຽກໂຕເອກອັກຄະລັດຖະທູດ ສະຫະລັດ ເຂົ້າພົບໃນ ປັກກິ່ງ ເມື່ອວັນອາທິດ
ວານນີ້ ເພື່ອ “ທຳການປະທ້ວງຢ່າງຮຸນແຮງ” ກ່ຽວກັບ ການຈັບກຸມືທ່ານນາງ ເມັງ,
ໂດຍເອີ້ນວ່າ “ຂີ້ຮ້າຍທີ່ສຸດ” ແລະ ໄດ້ຮຽກຮ້ອງໃຫ້ ສະຫະລັດ ຍົກເລີກການຂໍສົ່ງຕົວ
ນັກໂທດ ເຊິ່ງເຊື່ອມໂຍງໃສ່ກັບການກ່າວຫາທີ່ວ່າ ລາວໄດ້ລະເມີດກົດໝາຍ ສະຫະ
ລັດທີ່ຫ້າມທຳການຄ້າຂາຍກັບປະເທດ ອີຣ່ານ.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ຈີນ ທ່ານ ຫຼີ ຢູເຈັງ (Le Yucheng) ໄດ້
ຮຽກຕົວເອກອັກຄະລັດຖະທູດ ສະຫະລັດ ທ່ານ ເທີຣີ ແບຣນສຕາດ (Terry
Branstad) ນຶ່ງວັນຫຼັງຈາກໄດ້ໂທຫາທູດພິເສດ ການາດາ ເພື່ອປະທ້ວງການຈັບກຸມ
ທ່ານນາງ ເມັງ, ຕາມຄຳຮຽກຮ້ອງຂອງ ສະຫະລັດ ຢູ່ສະໜາມບິນ ແວນຄູເວີ ໃນວັນທີ
1 ທັນວາທີ່ຜ່ານມາ.
ກະຊວງການຕ່າງປະເທດ ຈີນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ທ່ານ ຫຼີ ໄດ້
ບອກທ່ານ ແບຣນສຕາດ ວ່າ, “ການກະທຳຂອງ ສະຫະລັດ ໄດ້ລະເມີດສິດທິທາງ
ກົດໝາຍ ແລະ ຄວາມຖືກຕ້ອງຕາມກົດໝາຍຂອງປະຊາຊົນ ຈີນ, ແລະ ແທ້ຈິງແລ້ວ
ມັນເປັນຕາລັງກຽດຢ່າງແຮງ.”
ປັກກິ່ງ ໄດ້ຮຽກຮ້ອງ ສະຫະລັດ ໃຫ້ “ເອົາມາດຕະການຢ່າງກະທັນຫັນ ເພື່ອແກ້ໄຂ
ການປະຕິບັດທີ່ຜິດໆ, ແລະ ຖອນໃບສັ່ງຈັບຕໍ່ຄົນ ຈີນ ຜູ້ນັ້ນ.”
ທ່ານນາງ ເມັງ, ຖ້າຖືກຕັດສິນວ່າມີຄວາມຜິດໃນ ສະຫະລັດ, ລາວຈະປະເຊີນກັບ
ການຖືກຈັບຂັງຄຸກເຖິງ 30 ປີ, ພ້ອມກັບໄອຍະການ ການາດາ ທີ່ກ່າວຫາໃນການໃຫ້
ປາກຄຳຢູ່ສານເມື່ອວັນສຸກທີ່ຜ່ານມາໃນເມືອງ ແວນຄູເວີ ວ່າ ລາວໄດ້ທຳການສໍ້ໂກງ
ໃນປີ 2013 ໂດຍບອກສະຖາບັນການເງິນວ່າ ບໍລິສັດ ຫົວເຫວີຍ ຂອງ ຈີນ ບໍ່ໄດ້ມີຂໍ້
ຜູກມັດກັບບໍລິສັດ Skycom ທີ່ມີຫ້ອງການຕັ້ງຢູ່ຮົງກົງ, ເຊິ່ງໄດ້ຖືກກ່າວຫາວ່າ ຂາຍ
ສິນຄ້າ ສະຫະລັດ ໃຫ້ ອີຣ່ານ ເຊິ່ງເປັນການລ່ວງລະເມີດມາດຕະການລົງໂທດຂອງ
ສະຫະລັດ ຕໍ່ ລັດຖະບານ ເຕຫະຣ່ານ.