ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ສະຫະລັດ ແລະຈີນ ເປີດການເຈລະຈາ ດ້ານປ້ອງກັນປະເທດ


ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ທ່ານນາງ Michele Flournoy (ຊ້າຍ) ພົບປະ ກັບນາຍພົນ Ma Xiaotian ຮອງເສນາທິການກອງທັບປົດປ່ອຍປະຊາຊົນຈີນ ທີ່ ນະຄອນຫຼວງປັກກິ່ງ (8 ທັນວາ 2011)

ພວກເຈົ້າໜ້າທີ່ປ້ອງກັນປະເທດຂອງສະຫະລັດແລະຈີນໄດ້ພົບປະກັນທີ່ນະຄອນຫລວງ ປັກກິ່ງເມື່ອວັນພຸດອາທິດຜ່ານມານີ້ ທ່າມກາງຄວາມເຄັ່ງຕຶງ ກ່ຽວກັບຄໍາປະກາດຂອງ ວໍຊິງຕັນ ທີ່ວ່າສະຫະລັດຈະສົ່ງກອງກຳລັງໄປປະຈຳການທີ່ອອສເຕຣເລຍ ແລະສືບຕໍ່ ຂາຍອາວຸດໃຫ້ໃຕ້ຫວັນ

ທ່ານມາ ສຽວ​ຊ່ຽນຮອງ​ເສນາ​ທິການ​ກອງທັບ​ປົດ​ປ່ອຍຂອງປະ​ຊາຊົນຈີນ​ແລະລັດຖະມົນຕີ
ຊ່ອຍວ່າການກະຊວງປ້ອງກັນປະເທດສະຫະລັດ ​ທ່ານນາງ Michele Flournoy ​ເປັນ
ເຈົ້າພາບ​ຮ່ວມ ​ກອງ​ປະຊຸມ​ໃຫ້​ຄໍາ​ປຶກສາຫາລືກ່ຽວກັບການ​ປ້ອງ​ກັນ​ປະ​ເທດປະ​ຈໍາປີທີ່​ນະ
ຄອນຫລວງປັກ​ກິ່ງເມື່ອ​ວັນ​ພຸດ​ອາທິດຜ່ານ​ມາ.

ອົງການ​ຂ່າວ​ຊິນ​ຫົວຂອງທາງການຈີນໄດ້​ອ້າງ​ເອົາ​ຄໍາ​ເວົ້າຂອງ​ທ່ານມາທີ່​ກ່າວວ່າ ຄວາມ​ຈິງ
ແລ້ວ​ກອງ​ປະຊຸມ​ເປັນເວລານຶ່ງ​ມື້​ມີ​ຂຶ້ນຕາມ​ກໍານົດ​ການ​ສະ​ແດງໃຫ້​ເຫັນວ່າ​ ປະ​ເທດ​ທັງ​ສອງ
ມີ​ຄວາມ​ຈິງໃຈ​ຕໍ່​ກັນກ່ຽວ​ກັບ​ການສືບຕໍ່ຮັກສາ​ການ​ແລກປ່ຽນທາງດ້ານ​ທະຫານ​ກັນ​ລະຫວ່າງ
ກັນ​ຕໍ່​ໄປ.

ໃນ​ເດືອນ​ກັນຍາ​ຜ່ານ​ມາ​ນີ້ສະຫະລັດ​ໄດ້ປະກາດ​ຂາຍ​ອາວຸດ​ຍຸດ​ໂທປະກອນໃນ​ມູນ​ຄ່າ​ເກືອບ
ຫົກ​ພັນ​ລ້າ​ນ​ໂດ​ລາໃຫ້ແກ່ໄຕ້ຫວັນ ຊຶ່ງ​ເປັນ​ເກາະ​ທີ່ປົກຄອງ​ແຍກ​ຈາກ​ຈີນທີ່​ຈີນ​ຍັງ​ຖື​ວ່າ​ເປັນ​
ອານາ​ເຂດ​ສ່ວນ​ນຶ່ງ​ຂອງ​ຕົນ​ນັ້ນ.

ໃນ​ການ​ຕອບ​ໂຕ້​ຕໍ່​ການ​ຂາຍ​ອາວຸດ​ດັ່ງກ່າວ​ຄັ້ງ​ຜ່ານ​ມາ​ ປັກ​ກິ່ງໄດ້ໂຈະ​ການ​ແລກປ່ຽນ​ທາງ
ທະຫານກັບ​ວໍ​ຊິງ​ຕັນ.

ທ່ານ James Nolt ຫົວໜ້າຄະນະອາຈານປະຈຳວິທະຍາເຂດໜານ​ຈິ​ງຂອງສະ​ຖາ​ບັນເທັກ
ໂນ​ໂລ​ຈີນິວຢັອກຫລື New York Institute of Technology ກ່າວ​ວ່າ ທ່ານ​ຄິດ​ວ່າວໍ​
ຊິງຕັນມີ​ຄວາມ​ສົນ​ໃຈໃນ ການຈັດ​ຕັ້ງລະ​ບົບ​ການ​ຕິດ​ຕໍ່​ພົວພັນ​ທາງ​ທະຫານ​ຢ່າງ​ເປັນປົກ
ກະຕິຫລາຍ​ຂຶ້ນ.

ທ່ານ Nolt ກ່າວວ່າ “ຂ້າພະ​ເຈົ້າຢາກ​ຈະ​ເວົ້າວ່າ ບາງທີ ສໍາລັບ​ຝ່າຍ​ກອງທັບ​ສະ
ຫະລັດ​ແລ້ວບັນຫາ​ໃຫຍ່​ທີ່​ສຸດ​ກັບ​ຈີນ​ໃນ​ເວລາ​ນີ້ ກໍ​ຄື​ພະຍາຍາມເອົາມາຕະການ
ເສີມ ສ້າງຄວາມໄວ້ເນື້ອເຊື່ອໃຈຕ່າງໆ ຊຶ່ງເປັນວິທີ​ທາງ​ສື່​ສໍາພັນ​ກັນ​ດີ​ຂຶ້ນກວ່າ​
ເກົ່າ​ເພື່ອ​ເຮັດ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ​ ຈະ​ບໍ່​ມີ​ເຫດການ​ໃດ​ນຶ່ງ​ ທີ່​ຈະເປັນບັນຫາຂັດ​
ແຍ້​ງ ທີ່​ຜິດພາດ ຫລື​ຄວາມ​ເຂົ້າ​ໃຈ​ຜິດ​ກັນ ​ກ່ຽວ​ກັບ​ການຝຶກຊ້ອມ​ທາງທະຫານ
ຫລືການຍິງ​ລູກ​ສອນ​ໄຟ ຫລື​ເກີດ​ການ​ປະ​ທະ​ກັນລະຫວ່າງເຮືອ​ລົບໃນ​ທ້ອງທະ​
ເລ​ຫລື​ສິ່ງ​ໃດ​ສິ່ງ​ນຶ່ງ​ໃນ​ທໍານອງ​ນັ້ນ. ຖ້າ​ຫາກ​ວ່າ​ພວກ​ເຂົາ​ເຈົ້າຕົກລົງ​ກັນໄດ້ນັ້ນ​
ກໍ​ໝາຍ​ເຖິງ​ວ່າ​ການ​ເກີດອຸບັດ​ເຫດ​ໃນບັນຫາຂັດແຍ້​ງກັນ​ບາງ​ປະການກັບ​ຈີນ ກໍ​
ເບິ່ງ​ຄື​ວ່າ​ຈະເບົາບາງລົງ”

ທ່ານ James Nolt ກ່າວວ່າ ອີກ​ບັນຫາ​ນຶ່ງ​ທີ່​ສ້າງຄວາມວິຕົກກັງວົນນັ້ນກໍ​ຄືກໍລະນີ​ພິພາດ​ກ່ຽວກັບເລື່ອງເຂດນໍ້າແດນດິນໃນ​ທະ​ເລ​ຈີນ​ໃຕ້. ລັດຖະບານ​ປັກ​ກິ່ງ​ກົດດັນ​ໃຫ້​ມີການແກ້​ໄຂ
ບັນຫາ​ນີ້​ແບບສອງຝ່າຍກັບ 5 ປະ​ເທດ​ທີ່​ອ້າງ​ເອົາ​ກໍາມະສິດ ​ແຕ່​ທ່ານ Nolt ກ່າວວ່າ ເຖິງ
ແມ່ນໂດຍວິທີນັ້ນກໍຕາມກໍຍັງບໍ່ເຫັນມີຄວາມກ້າວໜ້າພໍປານໃດ.

ທ່ານ Nolt ກ່າວວ່າ “ຂ້າພະເຈົ້າຄິດວ່າສາເຫດຕ່າງໆທີ່ສ້າງຄວາມເປັນຫ່ວງຢູ່ໃນ
ສະຫະລັດນັ້ນ ເນຶ່ອງຈາກສະຫະລັດຮູ້ສຶກວ່າ ໂອກາດທີ່ຈະເກີດບັນຫາຂັດແຍ້ງມີ
ເພີ່ມຂື້ນໃນເມື່ອບໍ່ມີການດໍາ​ເນີນ​ການ​ເຈລະຈາ​ກັນແລ​ະຂ້າພະ​ເຈົ້າຄິດ​ວ່າປະ​ເທດ
ອື່ນໆ​ກໍ​ພາກັນ​ຜັກ​ດັນ​ໃຫ້​ຈີນ​ທໍາ​ການ​ເຈລະຈາ​ ​ແລະ​ຈີນ​ກໍ​ບໍ່​ຊົງວ່າມີຄວາມສົນ​ໃຈ​
ປານ​ໃດ ​ເພາະວ່າຈີນ​ສາມາດ​ຢືນຢັນ​ການ​ອ້າງ​ເອົາ​ກໍ​າມະ​ສິດ​ຂອງຕົນ ​ແລະ​ເລິ່ມ
ປົກ​ປ້ອງ​ມັ​ນ​ໄວ້​ ໂດຍ​ທີ່​ບໍ່​ຕ້ອງ​ໃຫ້​ມີ​ການ​ເຈລະຈາ​ກັນ ​ແລະທ້າ​ໃຫ້​ຝ່າຍ​ອື່ນໆ​ເຮັດ
ບາງ​ສິ່ງ​ບາງ​ຢ່າງ​ກ່ຽວ​ກັບ​ເລຶ່ອງນີ້”

ໃນ​ຄໍາ​ປາ​ໃສ​ຕໍ່​ຄະນະ​ກໍາມາທິການກາງທາງທະຫານ ເມື່ອ​ວັນ​ອັງຄານສັບປະດາ​ຜ່ານ​ມາ​ນີ້ປະ
ທານຫູ ຈິນ​ເຖົາ​ໄດ້​ຮຽກຮ້ອງ​ໃຫ້​ກອງທັບ​ເຮືອຈີນກຽມພ້ອມເພື່ອທຳການສູ້​ລົບ​ທາງ​ທະຫານ.

ເມື່ອ​ວັນ​ພຸດ​ຜ່ານ​ມາ​ນີ້ທ່ານຮົງເລ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນໄດ້​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ພວກ
ນັກ​ຂ່າວ​ ທີ່ໄດ້ຊັກຖາມກ່ຽວ​ກັບ​ຄວາມ​ເຫັນ​ຂອງ​ປະທານຫູຈິນເຖົານັ້ນ.

ທ່ານຮົງ​ເລ ​ໄດ້​ກ່າວ​ຊໍ້າ​ວ່າ ສິ່ງ​ທີ່​ກາຍ​ເປັນ​ແນວທາງ​ອັນສອດຄ່ອງ​ຂອງລັດຖະບານ​ປັກ​ກິ່ງ​ນັ້ນ
ກໍ​ຄື​ຈີນ​ສືບຕໍ່ດໍາ​ເນີນ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດຊຶ່ງ​ຢຶດໝັ້ນຢ່າງເຄັ່ງຄັດໃນດ້ານການປ້ອງ​ກັນ
ປະ​ເທດ​ໂດຍບໍ່​ຄິດ​ຈະ​ຮຸກຮານ​ຂົ່ມຂູ່​ປະ​ເທດ​ອື່ນໃດແລະ​ມຸ້ງ​ໝັ້ນໃນການ​ສ້າ​ຄວາມ​ສະຫງົບ​ສຸກ.

ທ່ານຮົງເລ ​ເວົ້າຕື່ມ​ວ່າ ການ​ພັດທະນາໃດໆກໍຕາມ​ຂອງ​ຈີນ​ນັ້ນ ​ແມ່ນ​ຈະ​ນໍາ​ເອົາໂອກາດ​ອັນ
ສໍາຄັນ​ມາສູ່​ໂລກ​ທັງ​ມວນ​ໄດ້.

ເ​ຊື່​ອກັນ​ວ່າ ​ໝູ່​ເກາະໝູ່ດອນຕ່າງໆ​ໃນເຂດທະ​ເລ​ຈີນ​ໃຕ້ ​ແມ່ນ​ຕັ້ງກວມບໍ່​ນໍ້າມັນ​ແລະ​ແກັສທໍາ​
ມະ​ຊາດສຳຮອງໃນປະ​ລິມານ​ມະຫາສານ. ພວກ​ທີ່​ອ້າງ​ເອົາ​ກໍາມະສິດ​ ນອກຈາກ​ຈີນ​ແລ້ວກໍ​ມີ
ບຣູ​ໄນ ມາ​ເລ​ເຊຍ ຟິລິ​ບປິນ ​ໄຕ້​ຫວັນ ​ແລະ​ຫວຽດນາມ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG