ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຖືກຮຽກຮ້ອງໃຫ້ປ່ອຍ ບັນດິດຊາວອອສເຕຣເລຍ ຫຼັງຈາກທີ່ໄດ້ຖືກຄຸມຂັງ ໄລຍະ 5 ປີ


ແຟ້ມພາບ - ນັກຂຽນທ່ານຢາງ ຮັງຈຸນ ເຫັນໄດ້ໃນພາບຖ່າຍນີ້ ທີ່ບໍ່ໄດ້ລະບຸວັນເວລາ. (Radio Free Asia)
ແຟ້ມພາບ - ນັກຂຽນທ່ານຢາງ ຮັງຈຸນ ເຫັນໄດ້ໃນພາບຖ່າຍນີ້ ທີ່ບໍ່ໄດ້ລະບຸວັນເວລາ. (Radio Free Asia)

ລັດຖະມົນຕີການຕ່າງປະເທດຂອງອອສເຕຣເລຍ ທ່ານນາງເພັນນີ ວອງ ໃນວັນສຸກຜ່ານມານີ້ ໄດ້ຮຽກຮ້ອງຕໍ່ຈີນ ໃຫ້ປ່ອຍຕົວນັກຂຽນຊາວອອສເຕຣເລຍ ທ່ານຢາງ ຮັງຈຸນ ທີ່ໄດ້ຖືກຄຸມຂັງ. ວັນດັ່ງກ່າວເປັນຂີດໝາຍ ຄົບ ຮອບຫ້າປີ ໃນການຖືກຄຸມຂັງຂອງນັກຂຽນ ແລະເປັນນັກເຄື່ີອນໄຫວເພື່ອປະ ຊາທິປະໄຕ ຢູ່ໃນປັກກິ່ງ ໃນຖານຖືກສົງໄສວ່າສອດແນມ. ທ່ານຢາງ ໄດ້ຖືກຂັງຄຸກໃນລະຫວ່າງການເດີນທາງຢ້ຽມຢາມຈີນ ແລະໄດ້ຖືກຕັ້ງຂໍ້ຫາການຈາລະກຳ ແລະ ທະນາຍຄວາມຂອງທ່ານ ໄດ້ຖືກຄຸມຕົວໃນເດືອນພຶດສະພາ 2021. ຟີລ ເມີເສີ ມີລາຍງານຈາກນະຄອນຊິດນີ ຊຶ່ງໄຊຈະເລີນສຸກ ມີລາຍລະອຽດມາສະເໜີທ່ານ.

ສະມາຊິກສະພາສູງ ທ່ານນາງເພັນນີ ວອງ ແລະເປັນລັດຖະມົນຕີຮັບຜິດຊອບການຕ່າງປະເທດຂອງອອສເຕຣເລຍ ໄດ້ກ່າວໃນຖະແຫລງການເມື່ອວັນສຸກ ວ່າ “ລັດຖະບານຂອງອອສເຕຣເລຍ ຍັງຄົງມີຄວາມເປັນຫ່ວງຢ່າງເລິກເຊິ່ງໂດຍການລ່າຊ້າທີ່ມີຢູ່ຕໍ່ເນື່ອງໃນຄະດີຂອງທ່ານຢາງ ຮາງຈຸນ.” ທ່ານນາງວອງ ໄດ້ຮຽກຮ້ອງຕໍ່ຈີນ ໃຫ້ຢຶດຖືຕໍ່ “ມາດຕະຖານຂັ້ນພື້ນຖານຂອງຍຸຕິທຳ ແລະຂັ້ນຕອນຂອງຄວາມເປັນທຳ.” ທ່ານນາງວອງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະ “ສືບຕໍ່ເຄື່ອນໄຫວສຳລັບຜົນປະໂຫຍດຂອງທ່ານຢາງ ແລະຊີວິດການເປັນຢູ່ໃນລະດັບທີ່ສູງທີ່ສຸດ.”

ທ່ານຢາງ ໄດ້ຖືກຈັບກຸມຢູ່ໃນແຂວງກວງຊູ້ ໃນປີ 2019 ໃນຊ່ວງເວລາທີ່ຄວາມສຳພັນດ້ານການທູດລະຫວ່າງອອສເຕຣເລຍ ແລະຈີນ ໄດ້ຊຸດໂຊມລົງຢ່າງວ່ອງ ໄວ. ຍັງຕິດຕາມມາດ້ວຍການບໍ່ລົງລອຍກັນ ແລະການຂາດຄວາມເຊື່ອໝັ້ນຍ້ອນບັນຫາຕ່າງໆທາງດ້ານການຄ້າ ແລະພູມສາດດ້ານການເມືອງ, ລວມທັງເລື້ອງທະເລຈີນໃຕ້, ສະຖານະໃນອະນາຄົດຂອງໄຕ້ຫວັນ ແລະຕົ້ນກຳເນີດຂອງພະຍາດໂຄວິດ-19. ບັນດານັກວິເຄາະເຊື່ອວ່າ ຄວາມເຄັ່ງຕຶງທັງຫຼາຍເຫຼົ່ານັ້ນ ປາກົດວ່າ ຜ່ອນຄ່າຍລົງ ແຕ່ຫຼັງຈາກຫ້າປີຜ່ານໄປ ທ່ານຢາງ ກໍຍັງຖືກຄຸມຂັງຢູ່ໃນປັກກິ່ງຢູ່.

ພົນລະເມືອງອອສເຕຣເລຍທີ່ເກີດຢູ່ໃນຈີນທ່ານນີ້ ໄດ້ຖືກດຳເນີນຄະດີໃນຂໍ້ກ່າວຫາສອດແນມ ໃນເດືອນພຶດສະພາ ປີ 2021 ແຕ່ການຕັດສິນຄະດີແມ່ນຍັງບໍ່ທັນໄດ້ຖືກນຳອອກມາເປີດເຜີຍເທື່ອ.

ທ່ານຝັງ ຈົງອີ ອາຈານດ້ານການສຶກສາກກ່ຽວກັບຈີນ ຢູ່ມະຫາວິທະຍາໄລ ເທັກໂນໂລຈີ ທີ່ນະຄອນຊິດນີ ແລະເປັນເພື່ອນຂອງທ່ານຢາງ ໄດ້ກ່າວຕໍ່ບໍລິສັດກະຈາຍສຽງຂອງອອສເຕຣເລຍ ໃນວັນສຸກຜ່ານມານີ້ ວ່າ ທ່ານຢາງ ແມ່ນຖືກປະຕິບັດຕໍ່ຢ່າງບໍ່ເປັນທຳໂດຍຈີນ.

ທ່ານຝັງ ເວົ້າວ່າ “ມັນເປັນຄະດີສ້າງເລື້ອງທີ່ບໍ່ມີຄວາມຈິິງຕໍ່ທ່ານຢາງ ທີ່ເຮັດໃຫ້ອາລົມເສຍແທ້ໆເລີຍ. ມັນເປັນການປະຫັດປະຫານທາງດ້ານການເມືອງເຮັດໃຫ້ໃຈຮ້າຍແທ້ໆເລີຍ. ທ່ານບໍ່ໄດ້ກະທຳອາຊະຍາກຳໃດໆ ອີງຕາມມາດຕະຖານສາກົນ ແລະໃນແງ່ຂອງກົດໝາຍ.”

ໃນເດືອນຕຸລາ ຈີນໄດ້ປ່ອຍຕົວນັກຂ່າວຊາວອອສເຕຣເລຍ ທ່ານນາງ ເສິງ ເລ ຜູ້ທີ່ໄດ້ຖືກຄຸມຂັງເປັນເວລາຫຼາຍກວ່າສາມປີ. ທ່ານນາງໄດ້ຖືກກ່າວຫາວ່າ “ສະໜອງຄວາມລັບຂອງປະເທດໄປໃຫ້ຕ່າງປະເທດ” ຊຶ່ງເປັນການກ່າວຫາທີ່ທ່ານນາງໄດ້ປະຕິເສດ.

ບັນດາເຈົ້າໜ້າທີ່ຂອງອອສເຕຣເລຍ ກ່າວວ່າ ທ່ານນາງໄດ້ຖືກປ່ອຍເປັນອິດສະຫຼະ ຫຼັງຈາກຂັ້ນຕອນທາງດ້ານກົດໝາຍຕໍ່ທ່ານນາງ ໄດ້ສິ້ນສຸກລົງ. ບັນດານັກການທູດຂອງອອສເຕຣເລຍ ຖືກບອກໂດຍບັນດາເຈົ້າໜ້າທີ່ຂອງຈີນ ວ່າ ຄະດີຂອງທ່ານນາງເສິງ ໄດ້ສິ້ນສຸດລົງແລ້ວ. ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆອື່ນອີກ.

ລັດຖະບານທີ່ອຽງຊ້າຍຂອງອອສເຕຣເລຍ ໄດ້ເຂົ້າມາກຳອຳນາດໃນເດືອນພຶດສະພາ 2022 ແລະໄດ້ຫາທາງເພື່ອເຮັດໃຫ້ຄວາມສຳພັນກັບຈີນ ມີສະຖຽນລະພາບ ໃນຂະນະດຽວກັນ ເນັ້ນຢ້ຳວ່າ ກໍຈະມີບາງສິ່ງບາງຢ່າງຂອງຄວາມບໍ່ລົງລອຍກັນ. ນາຍົກລັດຖະມົນຕີ ແອນໂທນີ ອາລບານິສ ໄດ້ເດີນທາງໄປຢ້ຽມຢາມປັກກິ່ງຢ່າງເປັນທາງການ ໃນເດືອນພະຈິກ ໂດຍບອກບັນດານັກຂ່າວທີ່ເດີນທາງໄປນຳ ວ່າ ທ່ານໄດ້ຍົກເອົາຄະດີຂອງທ່ານຢາງຂຶ້ນມາ.

ຈີນ ເມື່ອ​ສະ​ເລ່ຍ​ແລ້ວ ຄິດເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ.

Australian Foreign Affairs Minister Penny Wong on Friday called on China to release detained Australian writer Yang Hengjun. The day marked the fifth anniversary of the author and democracy activist's detention in Beijing on suspicion of spying. Yang was imprisoned during a visit to China and charged with espionage. His trial was held in May 2021.

Wong said in a statement that the "Australian government remains deeply troubled by the ongoing delays" in Yang’s case. Wong has called on China to adhere to "basic standards of justice [and] procedural fairness." Wong has promised to "continue to advocate for Yang's interests and wellbeing at the highest levels."

Yang was arrested in Guangzhou in 2019, at a time that diplomatic relations between Australia and China were rapidly deteriorating. There followed years of disagreement and distrust over various geopolitical and trade issues, including the South China Sea, the future status of Taiwan and the origins of COVID-19. Analysts believe that those tensions appear to be easing, but after five years Yang remains in detention in Beijing.

The Chinese-born Australian citizen went on trial accused of spying in May 2021, but a verdict has not yet been made public.

Feng Chongyi, a professor of China studies at the University of Technology, Sydney, and friend of Yang, told the Australian Broadcasting Corp. Friday that Yang is being unfairly treated by China.

"It is an outrageous fabricated case against Yang,” he said. “It is an outrageous political persecution. He did not commit any crime according to international norms and legal terms."

In October, China released Australian journalist Cheng Lei, who had been in detention for more than three years. She was accused of "supplying state secrets overseas," an allegation she denied.

Australian officials say she was freed after legal proceedings against her came to an end. Australian diplomats were told by Chinese officials that Cheng's case had come to an end. No other details were given.

Australia’s left-leaning government came to power in May 2022 and has sought to stabilize relations with China, while stressing that there would be areas of disagreement.

Prime Minister Anthony Albanese made a high-profile visit to Beijing in November, telling journalists on the trip that he had raised Yang’s case.

China is, by far, Australia’s biggest trading partner.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG