ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຄ້າ ຈີນ ກັບ ສະ​ຫະ​ລັດ ຕົກ​ຕ່ຳ​ ໃນ​ເດືອນ​ສິງ​ຫາ


ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ໂຮງ​ງານ​ຈັກ​ດູດ​ຝຸ່ນ​ແຫ່ງ​ນຶ່ງ ໃນ​ເມືອງ ມັດ​ຊຸ​ເຕັກ, ແຂວງ ເສິນ​ເຈີ້ນ, ຈີນ. 9 ສິງ​ຫາ, 2019.
ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ໂຮງ​ງານ​ຈັກ​ດູດ​ຝຸ່ນ​ແຫ່ງ​ນຶ່ງ ໃນ​ເມືອງ ມັດ​ຊຸ​ເຕັກ, ແຂວງ ເສິນ​ເຈີ້ນ, ຈີນ. 9 ສິງ​ຫາ, 2019.

ການ​ຄ້າ​ຂອງ ຈີນ ກັບ ສະ​ຫະ​ລັດ ແມ່ນ​ກຳ​ລັງ​ຕົກ​ຕ່ຳ​ລົງ​ຢ່າງວ່ອງ​ໄວ ໃນ​ຂະ​ນະ​ທີ່​ທັງ​
ສອງຝ່າຍກຽມພ້ອມສຳລັບການເຈລະຈາເພີ່ມເຕີມ ໂດຍບໍ່ມີສັນຍານຂອງຄວາມກ້າວ
ໜ້າທີ່ຈະນຳໄປສູ່ການສິ້ນສຸດ ສົງຄາມພາສີທີ່ຮ້າຍແຮງຂຶ້ນເລື້ອຍໆນີ້ ເຊິ່ງໄດ້ສົ່ງຜົນ
ກະທົບຕໍ່ການເຕີບໂຕຂອງເສດຖະກິດໂລກ.

ການ​ນຳ​ເຂົ້າ​ສິນ​ຄ້າ ສະ​ຫະ​ລັດ ໄດ້​ຕົກ​ລົງ 22 ເປີ​ເຊັນ​ໃນ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ​ຈາກ​
ນຶ່ງປີກ່ອນໜ້ານີ້ເປັນ ສິບພັນສາມຮ້ອຍລ້ານໂດລາ ລຸນຫຼັງການເພີ່ມພາສີ ຈີນ ແລະ
ສັ່ງໃຫ້ບໍລິສັດທັງຫຼາຍຍົກເລີກການສັ່ງຊື້ຕ່າງໆ, ເຊິ່ງຂໍ້ມູນພາສີໄດ້ສະແດງໃຫ້ເຫັນໃນ
ວັນອາທິດວານນີ້.

ການ​ສົ່ງ​ອອກ​ສິນ​ຄ້າ​ສູ່ ສະ​ຫະ​ລັດ, ເຊິ່ງ​ແມ່ນ​ຕະຫຼາດ​ທີ່​ໃຫຍ່​ທີ່​ສຸດ​ຂອງ ຈີນ ນັ້ນ, ໄດ້
ຫຼຸດລົງ 16 ເປີເຊັນ ເປັນ ສີ່ສິບສີ່ພັນສີ່ຮ້ອຍລ້ານໂດລາ ພາຍໃຕ້ການກົດດັນຈາກ
ການລົງໂທດເກັບພາສີໂດຍປະທານາທິບໍດີ ດໍໂນລ ທຣຳ ໃນການຕໍ່ສູ້ ກ່ຽວກັບ ການ
ຄ້າເກີນດຸນ ແລະ ຈຸດປະສົງດ້ານເທັກໂນໂລຈີ.

ປັກ​ກິ່ງ ໄດ້​ຄັດ​ຄ້ານ​ການ​ກົດ​ດັນ​ຂອງ ສະ​ຫະ​ລັດ ເພື່ອ​ປ​ະ​ຕິ​ເສດ​ແຜນ​ການ​ສ້າງ​ຜູ້​ແຂ່ງ​
ຂັນທົ່ວໂລກໃນດ້ານຫຸ່ນຍົນ ແລະ ອຸດສາຫະກຳອື່ນໆທີ່ນຳໜ້າໂດຍລັດຖະບານ. ສະ
ຫະລັດ, ຢູໂຣບ, ຍີ່ປຸ່ນ ແລະ ຄູ່ຮ່ວມການຄ້າອື່ນໆໄດ້ກ່າວວ່າ ແຜນການດັ່ງກ່າວນັ້ນ
ໄດ້ລະເມີດຄຳໝັ້ນສັນຍາການເປີດຕະຫຼາດຂອງ ຈີນ ແລະ ອີງໃສ່ການລັກ ຫຼື ກົດດັນ
ບໍລິສັດຕ່າງໆໃຫ້ມອບເທັກໂນໂລຈີໃຫ້.

ການ​ເພີ່ມ​ພາ​ສີ​ຂອງ ສະ​ຫະ​ລັດ ແລະ ຈີນ ໃສ່​ສິນ​ຄ້າ​ນຳ​ເຂົ້າ​ຂອງ​ກັນ​ແລະ​ກັນ​ມູນ​ຄ່າ
ຫຼາຍພັນລ້ານໂດລາ ໄດ້ລົບກວນການຄ້າຂາຍສິນຄ້າຕ່າງໆຈາກເມັດໝາກຖົ່ວເຫຼືອງ
ຫາອຸປະກອນການແພດ ແລະ ສົ່ງຜົນກະທົບຕໍ່ຜູ້ຄ້າຂາຍຈາກທັງສອງຝ່າຍ.

ບັນ​ດາ​ຜູ້​ສົ່ງ​ອອກ​ຂອງ ຈີນ ຍັງ​ໄດ້​ປະ​ເຊີນ​ກັບ​ການ​ກົດ​ດັນ​ຈາກຄວາມ​ຕ້ອງ​ການ​ຂອງ​
ຜູ້ບໍລິໂພກທົ່ວໂລກທີ່ໜ້ອຍລົງ ໃນເວລາທີ່ ປັກກິ່ງ ໄດ້ບອກເຂົາເຈົ້າໃຫ້ຊອກຫາຕະ
ຫຼາດໃໝ່ເພື່ອທົດແທນ ສະຫະລັດ.

ການ​ຄ້າ​ເກີນ​ດຸນ​ທີ່​ມີ​ຄວາມ​ລະ​ອຽດ​ອ່ອນ​ທາງ​ການ​ເມືອງ​ຂອງ ຈີນ ກັບ ສະ​ຫະ​ລັດ ໄດ້
ຖືກຈຳກັດເປັນ ສາມສິບເອັດພັນສາມຮ້ອຍລ້ານໂດລາ ໃນເດືອນສິງຫາທີ່ຜ່ານມາ
ຈາກ ຊາວເຈັດຕື້ໂດລາໃນນຶ່ງປີກ່ອນໜ້ານັ້ນ.

ການ​ສົ່ງ​ອອກ​ທົ່ວ​ໂລກ​ຂອງ ຈີນ ໄດ້ຫຼຸດ​ລົງ 3 ເປີ​ເຊັນ ເປັນ ສອງ​ຮ້ອຍ​ສິບ​ສີ່​ພັນ ແປດ​
ຮ້ອຍລ້ານໂດລາ, ໃນຂະນະທີ່ການນຳເຂົ້າໄດ້ເພີ່ມຂຶ້ນ 1.7 ເປີເຊັນ ເປັນ ນຶ່ງຮ້ອຍ
ແປດສິບພັນລ້ານໂດລາ. ສຳລັບແປດເດືອນທຳອິດຂອງປີ 2019 ນັ້ນ, ການສົ່ງອອກ
ໄດ້ຂາດໄປ 1 ເປີເຊັນຈາກນຶ່ງປີກ່ອນໜ້ານີ້ ແລະ ການນຳເຂົ້າກໍໄດ້ຫຼຸດລົງ 5.6 ເປີ
ເຊັນ.

ການ​ຄ້າ​ເກີນ​ດຸນ​ທົ່ວ​ໂລກ​ຂອງ ຈີນ ໄດ້​ເພີ່ມ​ຂຶ້ນ 25 ເປີ​ເຊັນ​ຈາກ​ນຶ່ງ​ປີ​ກ່ອນ​ໜ້ານີ້​ເປັນ
ສາມສິບສີ່ພັນ ແປດຮ້ອຍລ້ານໂດລາ. ການສົ່ງອອກໄປສະຫະພາບ ຢູໂຣບ ໄດ້ເພີ່ມ
ຂຶ້ນ 3 ເປີເຊັນຈາກນຶ່ງປີກ່ອນໜ້ານີ້ ເປັນ ສາມສິບພັນສາມຮ້ອຍລ້ານໂດລາ.

ບັນ​ດາ​ນັກ​ເຈ​ລະ​ຈາ ສະ​ຫະ​ລັດ ແລະ ຈີນ ແມ່ນ​ກຳ​ລັງ​ກະ​ກຽມ​ສຳ​ລັບ​ການ​ເຈ​ລະ​ຈາ​
ໃນເດືອນຕຸລານີ້, ເຊິ່ງຊ້າກວ່າແຜນການທີ່ໄດ້ວາງໄວ້ກ່ອນໜ້ານີ້, ແຕ່ບໍ່ມີຝ່າຍໃດ
ໄດ້ໃຫ້ສັນຍານໃນການສະເໜີຂໍ້ຍິນຍອມ ທີ່ອາດສິ້ນສຸດການຢຸດຊະງັກນີ້ ຕະຫຼອດ
ເຖິງວິທີທີ່ຈະບັງຄັບໃຊ້ຂໍ້ຕົກລົງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG