ບໍ່ພໍເທົ່າໃດອາທິດລຸນຫຼັງປັກກິ່ງ ແລະມະນີລາ ບັນລຸຂໍ້ຕົກເພື່ອຜ່ອນຜັນຄວາມເຄັ່ງຕຶງໃນທະເລຈີນໃຕ້. ຟີລິບປິນໄດ້ກ່າວຫາກໍາປັ່ນຍາມຝັ່ງຂອງຈີນວ່າ ໄດ້ບຸກລຸກຮອບໃໝ່, ຂົ່ມຂູ່ ແລະ “ການຊ້ອມລົບແບບຮຸກຮານ.”
ນັກວິເຄາະກ່າວວ່າ ການເຄື່ອນໄຫວເພື່ອກົດດັນ ຊຶ່ງເພີ້ມສູງຂຶ້ນໃນຊ່ວງບໍ່ພໍເທົ່າໃດມື້ຜ່ານມານີ້ ເປັນສ່ວນນຶ່ງໃນຄວາມພະຍາຍາມຂອງປັກກິ່ງ ທີ່ຈະທົດສອບຄວາມໝັ້ນໝາຍຂອງສະຫະລັດ ທີ່ຈະສະໜັບສະໜູນຟີລິບປິນ.
“ ພວກເຂົາຕ້ອງການເບິ່ງວ່າ ພວກເຂົາສາມາດກົດດັນຟີລິບປິນ ພາຍໃຕ້ການບໍລິຫານຊຸດໃໝ່ໃນສະຫະລັດ ໄດ້ໄກພຽງໃດ” ທ່ານ ຈາ ອຽນ ຊອງ ນັກລັດຖະສາດຈາກມະຫາວິທະຍາໄລແຫ່ງຊາດສິງປະໂປ ກ່າວກັບອົງການຂ່າວວີໂອເອທາງໂທລະສັບ.
ໃນຖະແຫຼງການສະບັບນຶ່ງທີ່ນໍາອອກມາເຜີຍແຜ່ຢູ່ສື່ສັງຄົມອອນໄລນ໌ ເອັກສ໌ ເມື່ອວັນເສົາທີ່ຜ່ານມາ. ກອງທະຫານຍາມຝັ່ງຂອງຟີລິບປິນ ກ່າວວ່າ ກໍາປັ່ນ 2 ລໍາຈາກກົມປະມົງຟີລິປິນ ໄດ້ປະເຊີນໜ້າກັບ “ ການຊ້ອມຮົບຢ່າງດຸເດືອດ” ຈາກກຳປັ່ນປ້ອງກັນຝັ່ງທະເລຈີນ 3 ລໍາ ໃນຂະນະທີ່ກຳລັງມຸ້ງໜ້າໄປຍັງເກາະ ແຊນດີ ເຄ ເພື່ອສໍາຫຼວດວິທະຍາສາດທາງທະເລ ເມື່ອວັນສຸກຜ່ານມາ.
ວິດີໂອນຶ່ງທີ່ນໍາອອກມາເຜີຍແຜ່ໂດຍມະນີລາ, ສະແດງໃຫ້ເຫັນກຳປັ່ນໜ່ວຍຍາມຝັ່ງຂະໜາດໃຫຍ່ຂອງຈີນແລ່ນໄປໃນລະຍະບໍ່ພໍເທົ່າໃດແມັດຈາກກຳປັ່ນຟີລິບປິນລໍານຶ່ງ. ອີກວິດີໂອນຶ່ງສະແດງໃຫ້ເຫັນ ເຮລິຄອປເຕີ້ຂອງຈີນບິນຢູ່ເທິງເຮືອຢາງສອງລໍາ ທີ່ບັນທຸກຈຸເຮືອຟີລິບປິນ.
ທ່ານ ເຈຍ໌ ທາຣຣີເອລາ ໂຄສົກໜ່ວຍຍາມຝັ່ງຟີລິບປິນ ກ່າວວ່າ ກຳປັ່ນຂອງຟີລິບປິນ ໄດ້ຖືກບັງຄັບຫ້າມບໍ່ໃຫ້ສຳຫຼວດວິທະຍາສາດເນື່ອງຈາກ “ ການຄຸກຄາມຢ່າງຕໍ່ເນື່ອງ ແລະການບໍ່ເອົາໃຈໃສ່ໃນຄວາມປອດໄພ” ທີ່ໜ່ວຍຍາມຝັ່ງຈີນສະແດງໃຫ້ເຫັນ.
ເພື່ອຕອບໂຕ້ຂໍ້ກ່າວຫາຂອງມະນີລາ ປັກກິ່ງກ່າວວ່າ ກຳປັ່ນໜ່ວຍຍາມຝັ່ງຂອງຈີນ “ ຂັດຂວາງ” ຄວາມພະຍາຍາມຂອງກຳປັ່ນຟີລິບປິນ 2 ລໍາທີ່ຈະ “ ລົງຈອດ” ທີ່ເກາະ ແຊນດີ ເຄ ຊຶ່ງຈີນຮ້ອງວ່າ ແນວປະກາລັງ “ເທຍຊ່ຽນ.”
“ ກຳປັ່ນພະຍາຍາມລົງຈອດຢ່າງຜິດກົດໝາຍເທິງແນວປະກາລັງ ແລະໄດ້ດຳເນີນການເກັບຕົວຢ່າງດິນຊາຍ. ກຳປັ່ນໜ່ວຍຍາມຝັ່ງຈີນ ໄດ້ຂັດຂວາງເສັ້ນທາງແລ່ນເຮືອຂອງກຳປັ່ນຟີລິບປິນ ໂດຍຖືກຕ້ອງຕາມກົດໝາຍ ແລະໄດ້ເຕືອນໃຫ້ກຳປັ່ນເລົ່ານີ້ ຖອຍອອກໄປ” ຫຼິວ ເຕີຈຸນ ໂຄສົກຂອງໜ່ວຍຍາມຝັ່ງຈີນກ່າວ ໃນຖະແຫຼງການທີ່ເຜີຍແຜ່ເມື່ອວັນສຸກທີ່ຜ່ານມາ..
ຈີນຖືວ່າ ທະເລຈີນໃຕ້ເກືອບທັງໝົດເປັນດິນແດນຂອງຕົນ ແລະກຳລັງມີການຂັດແຍ້ງກັບຫຼາຍປະເທດໃນເອເຊຍຕາເວນອອກສຽງໃຕ້ ທີ່ລວມເຖິງ ຟີລິບປິນ ຊຶ່ງມີການອ້າງເອົາກຳມະສິດຊ້ອນກັນກ່ຽວກັບເສັ້ນທາງຍຸດທະສາດທາງນໍ້າ.
ອ່ານຂ່າວເປັນພາສາອັງກິດ
A little more than a week after Beijing and Manila reached an agreement aimed at easing tensions in the South China Sea, the Philippines has accused Chinese coast guard vessels of fresh incursions, harassment and “aggressive maneuvers.”
Analysts say the pressure campaign, which has stepped up in recent days, is part of Beijing’s attempt to test the United States’ commitment to support the Philippines.
“They want to see how far they can push the Philippines under the new administration in the U.S.,” Ja Ian Chong, a political scientist at the National University of Singapore, told VOA by phone.
In a statement released on social media platform X last Saturday, the Philippine coast guard said two vessels from the Philippine Bureau of Fisheries encountered “aggressive maneuvers” from three Chinese coast guard vessels while heading to Sandy Cay for a marine scientific survey last Friday.
In one video released by Manila, a large Chinese coast guard vessel was seen moving within a few meters of one Philippine vessel. Another video showed a Chinese helicopter hovering above two inflatable boats carrying Philippine crew members.
Philippine coast guard spokesperson Jay Tarriela said the Philippine vessels were forced to suspend the scientific survey due to the “continuous harassment and the disregard for safety” shown by the Chinese coast guard.
In response to Manila’s accusations, Beijing said Chinese coast guard vessels “thwarted” two Philippine vessels’ attempts to “land on” Sandy Cay, which China calls “Tiexian Reef.”
“The vessels attempted to illegally land on the reef and conduct sand sampling. China Coast Guard [CCG] vessels lawfully obstructed the Philippine ships' course and warned them away,” the Chinese coast guard spokesperson Liu Dejun said in a statement released last Friday
China views almost all of the South China Sea as its territory and is engaged in a series of disputes with several Southeast Asian countries, including the Philippines, that have overlapping claims over the strategic waterway.
ຟໍຣັມສະແດງຄວາມຄິດເຫັນ