ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສື່ມວນ​ຊົນ ລັດ​ຖະ​ບານ ຈີນ ອາດ​ໄດ້​ພິ​ສູ​ດ ຄວາມ​ຖືກ​ຕ້ອງ ຂ​ອງ​ເອ​ກະ​ສານ​ທີ່​ຮົ່ວ​ໄຫຼອອກ​ມາ ກ່ຽວ​ກັບ ຊາວ ວີ​ເກີ


ຜູ້​ຊາຍ​ຄົນ​ນຶ່ງ​ຖື​ປ້າຍ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຊາວ ວີ​ເກີ ແລະ ການ​ຕໍ່​ສູ້​ເພື່ອ​ສິດ​ທິ​ມະ​ນຸດ​ຂອງ​ເຂົາ​ເຈົ້າ​ໃນ ຮົງ​ກົງ. 22 ທັນ​ວາ, 2019.
ຜູ້​ຊາຍ​ຄົນ​ນຶ່ງ​ຖື​ປ້າຍ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຊາວ ວີ​ເກີ ແລະ ການ​ຕໍ່​ສູ້​ເພື່ອ​ສິດ​ທິ​ມະ​ນຸດ​ຂອງ​ເຂົາ​ເຈົ້າ​ໃນ ຮົງ​ກົງ. 22 ທັນ​ວາ, 2019.

ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປະ​ຕິ​ເສດ​ເອ​ກະ​ສອນ ​ທີ່​ຮົ່ວ​ໄຫຼ​ອອກ​ມາ​ເມື່ອບໍ່​ດົນ​ມານີ້ ເຊິ່ງ​ໄດ້​ໃຫ້​ລາຍ​ລະ​ອຽດ​ທີ່​ກ່າວ​ຫາ​ລະ​ບົບ​ການ​ກັກ​ຂັງ​ຂະ​ໜາດ​ໃຫຍ່​ຂອງ ຈີນ ທີ່​ແນ​ເປົ້າ​ໃສ່​ຊົນ​ກຸ່ມ​ນ້ອຍ ວີ​ເກີ ນັ້ນ, ສື່ມວນ​ຊົນ​ລັດ​ຖະ​ບານ ຈີນ China Daily ໄດ້​ອອກ​ອາ​ກາດ​ວິ​ດີ​ໂອ​ສອງ​ຕອນ​ທີ່​ເບິ່ງ​ຄື​ວ່າ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຂໍ້​ມູນ​ທີ່​ຖືກ​ພົບ​ເຫັນ​ໃນ​ເອ​ກະ​ສານ​ດັ່ງ​ກ່າວ​.

ວີ​ດີ​ໂອ​ນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຊາວ​ ວີ​ເກີ ສາມ​ຄົນ​ຜູ້​ທີ່​ຖືກ​ລາຍ​ງານ​ໃນ​ເອ​ກະ​ສານ​ຮົ່ວ​ໄລ​ດັ່ງ​ກ່າວ​ ແຕ່ຊື່​ຂອງ​ເຂົາ​ເຈົ້າ​ແມ່ນບໍ່​ເຄີຍ​ຖືກ​ປະ​ກາດ​ໃນ​ສື່​ມວນ​ຊົນ​ທີ່​ວ່າ​ນັ້ນ.

ຂໍ້​ມູນ​ທີ່​ຮົ່ວ​ໄຫຼ​ອອກ​ມາ​ຊື່​ວ່າ Karakax List ໄດ້​ບັນ​ຈຸ​ປະ​ຫວັດ​ຂອງ​ຊາວ ວີ​ເກີ 311 ຄົນ, ຈາກ ເມືອງ ຄາ​ຣາ​ແຄັກ​ສ ໃນ​ແຂ​ວງ ຊິນ​ຈຽງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ ຈີນ, ຜູ້​ທີ່​ຖືກ​ກ່າວ​ວ່າ ຖືກ​ສົ່ງ​ໄປ​ສູນ​ດັດ​ສ້າງ.

ເອ​ກະ​ສານ​ດັ່ງ​ກ່າວ, ໄດ້​ຖືກ​ສົ່ງ​ໄປ​ໃຫ້​ບັນ​ດາ​ນັກ​ຄົ້ນ​ຄວ້າ​ຈີນກຸ່ມ​ນຶ່ງ ​ໂດຍ​ແຫຼ່ງ​ຂ່າວ​ຕ່າງໆ​ໃນ​ແຂວງ ຊິນ​ຈຽງ, ທີ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ ໄດ້​ຈັບ​ກຸມ​ປະ​ຊາ​ຊົນ​ສຳ​ລັບ​ການ​ກະ​ທຳ​ເຊັ່ນ ຈົ່ງ​ໜວດ, ໃສ່​ຜ້າ​ກັນ​ໜ້າ ແລະ ຈັດ​ພິ​ທີ​ແຕ່ງ​ງານ​ໃນ​ສາ​ສະ​ໜາ​ອື່ນ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ ໄດ້​ເອີ້ນ​ເອ​ກະ​ສານ​ທີ່​ຮົ່ວ​ໄຫຼ​ອອກ​ມາ​ວ່າ ປັ້ນ​ແຕ່ງ​ຂຶ້ນ​ມາ​ເພື່ອ​ທຳ​ລາຍ​ພາບ​ພົດ​ຂອງ ຈີນ.

ໃນ​ວິ​ດີ​ໂອ​ຕອນ​ນຶ່ງ, ທີ່​ຖືກ​ເຜີຍ​ແຜ່​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ໂດຍ​ອົງ​ການ​ຂ່າວ China Daily ນັ້ນ, ຊາວ ວີ​ເກີ ສາມ​ຄົນ, ຜູ້​ທີ່​ຖືກ​ກ່າວ​ຫາ​ວ່າ​ຢູ່​ໃນເອ​ກະ​ສານ “Karakax List” ນັ້ນ​ໄດ້​ເລົ່າ​ເລື່ອງ​ຂອງ​ເຂົາ​ເຈົ້າ.

ນຶ່ງ​ນັ້ນ​ແມ່ນ​ແມ່​ຍິງ​ອາ​ຍຸ 46 ປີຊື່​ວ່າ ບູ​ລິ​ຕິ​ຈີ ບາ​ລາ​ຕີ, ທີ່​ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​ວິ​ດີ​ໂອ ຂອບ​ໃຈ​ພັກ​ຄອມ​ມູ​ນິ​ສ ຈີນ ສຳ​ລັບ​ການ​ເບິ່ງ​ແຍງ​ລາວ “ໃຫ້​ມີ​ຊີ​ວິ​ດີ,” ໃນ​ຂະ​ດຽວ​ກັນ ໄດ້​ກ່າວ​ເຖິງ​ລາຍ​ລະ​ອຽດ ກ່ຽວ​ກັບ ການ​ກັກ​ຂັງ​ລາວ, ດັ່ງ​ທີ່​ໄດ້​ອະ​ທິ​ບາຍ​ຢູ່​ໃນ​ເອ​ກະ​ສານ Karakax List ວ່າ, “ເປັນ​ການ​ດູ​ຖູກ​ລາວ.” ນາງ​ໄດ້​ກ່າວ​ຢູ່​ໃນ​ວິ​ດີ​ໂອ​ວ່າ, ນີ້​ແມ່ນ​ພຽງ​ຂ່າວ​ລື​ເທົ່າ​ນັ້ນ ແລະ ບັນ​ຫາ​ແມ່ນ​ໄດ້​ມີ​ຂຶ້ນຈາກ​ການບໍ່​ໄດ້​ເຮັດ​ຫຍັງ​ຜິດ. ຊາວ​ວີ​ເກີ ອີກ​ສອງ​ຄົນ, ທ້າວ ອັບ​ດູ​ອາຍ​ໄຮ​ຕີ ຢູ​ຊູ​ປູ ແລະ ທ້າວ ອັບ​ດູ​ໄຊ​ໄມ​ຕີ ອາ​ບູ​ດູ​ເຣ​ເຮ​ແມນ, ກໍ​ໄດ້​ກ່າວ​ຄ້າຍ​ຄື​ກັນ​ໃນ​ວິ​ດີ​ໂອ.

ທ່ານ ເອ​ດ​ຣຽນ ເຊັນ​ສ໌, ນັກ​ວິ​ໄຈ​ອາ​ວຸ​ໂສຢູ່​ພະ​ແນກ​ການ​ສຶກ​ສາ ຈີນ ທີ່​ມູນ​ນິ​ທິ​ລະ​ນຶກ​ເຖິງ​ຜູ້​ເຄາະ​ຮ້າຍ​ຂອງ​ລະ​ບອບ ຄອມ​ມູ​ນິ​ສ ແລະ ເປັນ​ນຶ່ງ​ໃນ​ບັນ​ດາ​ນັກ​ຄົ້ນ​ຄວ້າ​ຄົນ​ສຳ​ຄັນ ຜູ້​ທີ່​ໄດ້​ຮັບ​ເອ​ກະ​ສານ​ນັ້ນ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ລາຍ​ລະ​ອຽດ​ຂອງ​ຊາວ ວີ​ເກີ ສາມ​ຄົນ​ທີ່​ສະ​ແດງ​ໃຫ້​ເຫັນ​ໃນ​ວິ​ດີ​ໂອ​ນັ້ນ​ແມ່ນບໍ່​ເຄີຍ​ຖືກ​ນຳ​ມາ​ເປີດ​ເຜີຍ​ຕໍ່​ສາ​ທ​າ​ລະ​ນະ​ໂດຍ​ລາຍ​ງານ​ຂອງ​ທີມ​ຂອງ​ລາວ. ຂໍ້​ມູນ​ນັ້ນ​ໄດ້​ກໍ່​ໃຫ້​ມີ​ຄວາມ​ຖາມ​ຕາມໆ ກ່ຽວ​ກັບ​ວ່າ ອົງ​ການ​ຂ່າວ China Daily ໄດ້​ຮັບ​ເອ​ກະ​ສານ​ທີີ່​ຮູ້​ຈັກ​ດັ່ງ​ກັບ Karakax List ຈາກ​ລັດ​ຖະ​ບານ ຈີນ ຫຼື​ບໍ່.

ທ່ານ ເຊັນ​ສ໌ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ພວກ​ເຮົາ​ບໍ່​ເຄີຍ​ເປີດ​ເຜີຍ​ເອ​ກະ​ສານ​ຮົ່ວ​ໄຫຼ​ທັງ​ໝົດ. ພ້ອມ​ກັນ​ນັ້ນ ລາຍ​ລະ​ອຽດ​ຂອງ​ນາງ ບູ​ລິ​ຕິ​ຈີ ແມ່ນບໍ່​ໄດ້​ຢູ່​ໃນ​ສື່​ມວນ​ຊົນ​ປະ​ເທດ ຕາ​ເວັນ​ຕົກ ຫຼື ລາຍ​ງານ​ຂອງ​ຂ້າ​ພະ​ເຈົ້າ, ຫຼື ໃນ​ສ່ວນ​ນຶ່ງ​ຂອງ​ເອ​ກະ​ສານ​ທີ່​ພວກ​ເຮົາ​ໄດ້​ເປີດ​ເຜີຍ. ນາງບໍ່​ໄດ້​ກ່າວ​ເຖິງ​ເອ​ກະ​ສານ​ທີ່​ໄດ້​ຮົ່ວ​ໄຫຼ​ອອກ​ມາ ຈົນ​ຮອດ​ແຖວ​ທີ 298 ແລະ 590. ນີ້​ກໍ​ໝາຍ​ຄວາມ​ວ່າ ລັດ​ຖະ​ບານ ຈີນ ມີ​ເອ​ກະ​ສານ​ຄົບ​ຊຸດ, ເຊິ່ງ​ພວກ​ເຮົາ​ຍັງ​ບໍ່​ໄດ້​ທຳ​ການ​ເປີດ​ເຜີຍ​ຕໍ່​ສາ​ທາ​ລະ​ນະ​ເທື່ອ.”

In an effort to refute a recently leaked document that allegedly details China’s massive detention system targeting the minority Uighurs, the Chinese state-owned outlet China Daily is airing two video clips that seemingly support information found in the document.

The videos show three Uighurs who were reportedly in the leaked documents but whose identities were never made available to the media.

The Karakax List contains a record of 311 Uighurs, from Karakax in southwest Xinjiang prefecture, who were allegedly sent to the so-called reeducation camps.

The document, first leaked to a group of China researchers by sources inside Xinjiang, showed that Chinese officials arrested people for acts such as growing a beard, wearing a face veil and getting married in a religious ceremony.

Chinese officials have called the leaked document a fabrication to distort the image of China.

In one of the videos, published last Saturday by China Daily, three Uighurs, who were allegedly on the Karakax List, told their stories.

One of the people, a 46-year-old woman named Bulitiji Balati, is shown in the video thanking the Chinese Communist Party for securing her “a good life,” while at the same time calling details about her detention, as described on the Karakax List, “an insult to me.” She said in the video, “It is just a rumor and trouble made out of nothing.” The other two Uighurs, Abduaihaiti Yusupu and Abudusaimaiti Abudureheman, gave similar accounts in the video.

Adrian Zenz, a senior fellow in China studies at the Victims of Communism Memorial Foundation and one of the key researchers who obtained the document, told VOA that details of the three Uighurs shown in the video were never made public by the report by his team. That information raises questions about whether China Daily got access to the document known as the Karakax List from the Chinese government.

“We have not published the full leaked document. Also, Bulitiji Balati’s details were not in any Western media or my report, nor in a section of the document that we have made public. She is not mentioned in the leaked document until rows 298 and 590. This means that the Chinese state has the full document, which we have not yet made public,” Zenz told VOA.

XS
SM
MD
LG