ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີ​ໃຕ້ ແລະ​ຈີນ ຈະປັບປຸງ ຄວາມສໍາພັນ ໃຫ້ດີຂຶ້ນ ພາຍຫລັງ​ທີ່​ໂຊ​ລ ຕິດຕັ້ງ ລະບົບ​ຕໍ່ຕ້ານ ລູກສອນໄຟ


ທ່ານ Moon Jae-in, ​ປະທານາທິບໍດີເກົາຫລີ​ໃຕ້ລົມກັບ ທ່ານ Xi Jinping, ປະທານປະເທດຈີນທາງໂທລະສັບ ຢູ່ສໍານັກງານປະທານາທິບໍດີສີຟ້າ ໃນນະຄອນຫລວງ Seoul ຂອງ​ເກົາຫລີ​ໃຕ້ ໃນວັນທີ 11 ພຶດສະພາ, 2017.
ທ່ານ Moon Jae-in, ​ປະທານາທິບໍດີເກົາຫລີ​ໃຕ້ລົມກັບ ທ່ານ Xi Jinping, ປະທານປະເທດຈີນທາງໂທລະສັບ ຢູ່ສໍານັກງານປະທານາທິບໍດີສີຟ້າ ໃນນະຄອນຫລວງ Seoul ຂອງ​ເກົາຫລີ​ໃຕ້ ໃນວັນທີ 11 ພຶດສະພາ, 2017.

ບັນດາ​ຜູ້​ນໍາ​ເກົາຫລີ​ໃຕ້ ແລະ​ຈີນ​ຈະ​ມີ​ການ​ພົບປະ​ຊ້ອງໜ້າກັນ ​ໃນ​ອາທິດໜ້າ ​ເພື່ອ
ຍຸຕິຄວາມ ​ເຄັ່ງ​ຕຶງທາງດ້ານການທູດ ທີ່ດຳເນີນມາເປັນເວລານຶ່ງປີ​ ກ່ຽວກັບ​ການ​ທີ່
ເກົາຫລີ​ໃຕ້ ​ໄດ້​ຕິດຕັ້ງ​ລະບົບ​ຕໍ່ຕ້ານ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ທີ່​ສ້າງ​ຂຶ້ນ​ໂດຍ​ສະຫະລັດ.

ຫ້ອງການ​ປະທານາທິບໍດີເກົາຫລີ​ໃຕ້ ​ໄດ້​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ ​ໃນ​ວັນ​ອັງຄານ​
ມື້ນີ້ ໂດ​ຍ​ໄດ້​ເວົ້າວ່າ ທ່ານ Moon Jae-in ​ແລະ​ທ່ານ​ສີ ຈິ້ນຜິ​ງ ຄູ່ຕໍາ​ແໜ່ງຝ່າຍຈີນ ຈະ
ປະຊຸມກັນ​ຢູ່ນອກ​ກອງ​ປະຊຸມສຸດ​ຍອດ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ຂອງ​ປະ​ເທດ​ໃນ
​ເຂດ​ເອເຊຍແລະ ມະຫາ​ສະໝຸດປາຊີ​ຟິກຫລື APEC ທີ່ຈະ​ຈັດ​ຂຶ້ນ​ຢູ່ຫວຽດນາມ​ໃນ​
ວັນ​ທີ 10 ຫາ 11 ພະຈິກ ທີ່​ຈະ​ມາ​ເຖິງ​ນີ້.

ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມະຫາ​ອໍານາດ​ໃນ​ຂົງ​ເຂດ​ດັ່ງ​ກ່າວ ​ໄດ້​ເຢັນ​ຊາ​ໄປ
ພາຍຫລັງ​ທີ່​ໂຊ​ລ ໄດ້​ຕິດຕັ້ງລະບົບ​ຕໍ່ຕ້ານລູກສອນໄຟ ທີ່ຍິງມາໃນລະດັບສູງ ທີ່ເອີ້ນ
ຫຍໍ້ວ່າ THAAD ນັ້ນ ຢູ່​ໃນ​ບ່ອນ​ທີ່​ເປັນ​ສະໜາມກັອຟ​ເກົ່າ ​ໃນ​ເມືອງ Seongju. ເກົາ
ຫລີ​ໃຕ້​ເວົ້າວ່າ ລະບົບ THAAD ​ແມ່ນ​ຖືກ​ຕິດຕັ້ງ ​ເພື່ອ​ຕ້າ​ນກັບການ​ໂຈມ​ຕີ​ດ້ວຍ​ລູກ​
ສອນ​ໄຟ​ຂີ​ປະ​ນາ​ວຸດຂອງເກົາຫລີເໜືອ ທີ່​ອາດ​ມີ​ຂຶ້ນ ​ແຕ່​ວ່າ​ຈີນ​ຄັດຄ້ານ​ໂດຍ​ເວົ້າວ່າ
ລະບົບດັ່ງກ່າວເຮັດ​ໃຫ້​ຄວາມໝັ້ນຄົງ​ຂອງ​ຕົນ​ຫລຸດ​ລົງ.

ປັກ​ກິ່ງ​ໄດ້​ຕອບໂຕ້​ຄືນ​ຕໍ່ບໍລິສັດເກົາຫລີ​ໃຕ້ ​ຫລາຍໆບໍລິສັດທີ່​ດໍາ​ເນີນ​ທຸລະກິດ​ຢູ່​ໃນ​ຈີນ
​ແລະ ​ຫ້າມ​ກຸ່ມ​ນັກ​ທ່ອງ​ທ່ຽວຈີນທີ່ເປັນ​ກຸ່​ມ​ໃຫຍ່​ ບໍ່​ໃຫ້​ເດີນທາງ​ໄປຍັງເກົາຫລີ​ໃຕ້.

ການ​ພົວພັນ​ສອງຝ່າຍ​ປາກົດ​ວ່າ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ ນັບ​ຕັ້ງ​ແຕ່​ປະທານາທິບໍດີ
ມູນ ​ແລະ ປະທານປະເທດ ​ສີ ພົບ​ກັນ​ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ. ​ເມື່ອ​ມໍ່ໆມານີ້ ທັງ​ສອງ
​ຝ່າຍ ​ໄດ້​ເຫັນ​ດີ​ນໍາ​ກັນ​ທີ່​ຈະຕໍ່ອາຍຸ ການແລກ​ປ່ຽນ​ເງິນ​ຕາລະຫວ່າງກັນ​ອອກ​ໄປຕື່ມ​ອີກ.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ກ່າວຢືນຢັນ​ຢູ່​ໃນ​ຖະ​ແຫລ​ງການ​ສະ​ບັບ
ນຶ່ງ​ ໃນວັນ​ອັງຄານ​ມື້ນີ້ວ່າ ​ຈະ​ມີ​ການ​ພົບ​ປະກັນ​ແບບ​ສອງ​ຝ່າຍ​ ໃນ​ອາທິດໜ້າຢູ່​ຫວຽດນາມ.
ກະຊວງ​ດັ່ງກ່າວ​ເວົ້າວ່າ ຕົນຂໍ​ກ່າວຢໍ້າຄືນ ເຖິງ​ທ່າ​ທີ​ຂອງ​ຕົນ ​ຕໍ່ການ​ຕິດຕັ້ງ ລະບົບລູກ
ສອນໄຟ THAAD ຢູ່​ໃນເກົາຫລີ​ໃຕ້, ​ແຕ່​ກໍ​ເວົ້າວ່າ ຕົນ​ຮັບ​ຮູ້​ທ່າ​ທີ​ຂອງເກົາຫລີ​ໃຕ້ ​ແລະ​ຈະ
​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຢ່າງ​ເໝາະສົມ.


The leaders of South Korea and China will hold face-to-face talks next week, ending a year of diplomatic tensions over South Korea's deployment of a U.S.-built anti-missile system.

South Korea's presidential office issued a statement Tuesday saying Moon Jae-in and his Chinese counterpart Xi Jinping will huddle on the sidelines of the Asia-Pacific Economic Cooperation (APEC) summit taking place in Vietnam on November 10-11.

Relations between the regional superpowers turned frosty after Seoul deployed the U.S. Terminal High Altitude Defense (THAAD) system on the grounds of a former golf course in the southern city of Seongju. South Korea says THAAD is deployed to counter a possible missile strike from North Korea, but China counters that the system diminishes its own security.

Beijing retaliated against several South Korean companies operating in China, and banned large group tours from traveling to South Korea.

(( REST OPT ))

Bilateral relations appear to have improved since President Moon and President Xi met in July. Both sides recently agreed to extend a bilateral currency swap.

China's foreign ministry confirmed next week's bilateral talks in Vietnam in a separate statement Tuesday. The ministry says it has reiterated its opposition to THAAD's deployment in South Korea, but said it took note of Seoul's position, and hopes it will deal with the issue appropriately.

XS
SM
MD
LG