ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຕັດ​ສິນ​ລົງ​ໂທດ ​ປະ​ຫານ​ຊີ​ວິດ​ ຜູ້​ຊາຍ​ກາ​ນາ​ດາ ຄົນ​ນຶ່ງ ໃນ​ຂໍ້​ຫາ​ວ່າ ຄ້າ​ຢາ​ເສບ​ຕິດ


ພາບ​ໂດຍ​ລວມ​ຂອງ​ສານປະ​ຊາ​ຊົນຂອງ​ເມືອງດາຍ​ລຽນ ທີ່​ທຳ​ການ​ໄຕ່​ສວນ​ຄືນ​ຕໍ່​ຄະ​ດີ​ຂອງ​ທ້າວ ໂຣ​ເບີດ ລອຍ​ດ໌ ສ​ແຄ​ລ​ເລນ​ເບີກ, ຊາວກາ​ນາ​ດາ ໃນ​ວັນ​ທີ 14 ມັງ​ກອນ, 2019
ພາບ​ໂດຍ​ລວມ​ຂອງ​ສານປະ​ຊາ​ຊົນຂອງ​ເມືອງດາຍ​ລຽນ ທີ່​ທຳ​ການ​ໄຕ່​ສວນ​ຄືນ​ຕໍ່​ຄະ​ດີ​ຂອງ​ທ້າວ ໂຣ​ເບີດ ລອຍ​ດ໌ ສ​ແຄ​ລ​ເລນ​ເບີກ, ຊາວກາ​ນາ​ດາ ໃນ​ວັນ​ທີ 14 ມັງ​ກອນ, 2019

ສານ​ຂອ​ງ​ຈີນ​ແຫ່ງ​ນຶ່ງ ໄດ້​ຕັດ​ສິນ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ຜູ້​ຊາຍ​ກາ​ນາ​ດາ ຄົນ​ນຶ່ງ ໃນ​ຂໍ້​ຫາ​ວ່າ ຄ້າ​ຢາ​ເສບ​ຕິດ ຊຶ່ງ​ໄດ້​ພາ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີກາ​ນາ​ດາ ທ່ານຈັ​ສ​ຕິນ ທ​ຣູ​ໂດ (Justin Trudeau) ກ່າວ​ຫາ​ຈີນ​ວ່າໃຊ້​ການ​ລົງ​ໂທດປະ​ຫານ​ຊີ​ວິດ​ແບບພາ​ລະ​ການ.

ສານ​ຂອ​ງ​ຈີນຢູ່​ເມືອງດາຍ​ລຽນ (Dailian) ທີ່​ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ ໄດ້​ທຳ​ການ​ໄຕ່​ສວນ​ຄືນ​ ຕໍ່​ຄະ​ດີ​ຂອງ​ທ້າວ ໂຣ​ເບີດ ລອຍ​ດ໌ ສ​ແຄ​ລ​ເລນ​ເບີກ (Robert Lloyd Schellenberg) ທີ່​ທຳ​ອິດ​ຖືກ​ຕັດ​ສິນ​ໃຫ້​ຖືກ​ຈຳ​ຄຸກ​ເປັນ​ເວ​ລາ 15 ປີ ຍ້ອນ​ທຳການ​ຄ້າຢາ​ເສບ​ຕິດນັ້ນ. ສານ​ດັ່ງ​ກ່າວ​ໄດ້​ຕັດ​ສິນ​ໃນ​ວັນ​ຈັນ​ວານ ນີ້ ຢູ່ໃນ​ການໄຕ່​ສວນ​ຄະ​ດີຄືນ ​ທີ່​ດຳ​ເນີນ​ໄປເປັນ​ເວ​ລາ​ນຶ່ງວັນວ່າ ​ຄຳ​ຕັດ​ສິນ​ໂທດ​ທຳ​ອິດ​ແມ່ນ​ເບົາ​ໂພດແລະ​ກໍ​ໄດ້​ຕັດ​ສິນລົງ​ໂທດ​ປະ​ຫານ​ຊີ​ວິດຕໍ່​ທ້າວສ​ແຄ​ລ​ເລນ​ເບີກ (Schellenberg).

ສານນັ້ນ​ໄດ້​ກ່າວ​ຫາ​ລາວ​ວ່າ ມີ​ການ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ຄົນ​ອື່ນໆ ເພື່ອ​ທຳ​ການ​ລັກ​ລອບ​ເອົ​າ​ຢາ​ບ້າ 200 ກິ​ໂລ ​ຈາກ​ຈີນໄປ​ຍັງ​ອ​ອສ​ເຕ​ຣ​ເລຍ ໃນ​ປີ 2014.

ທ່ານ ທ​ຣູ​ໂດ (Trudeau) ກ່າວ​ຕໍ່​ພວກ​ນັກ​ຂ່າວໃນ​ວັນ​ຈັນ​ວານນີ້ ຢູ່​ເມືອງອອຕ​ຕາ​ວາ (Ottawa) ວ່າ "ມັນເປັນ​ເລື້ອງ​ທີ່​ໜ້າ​ເປັນ​ຫ່ວງ​ສຳ​ລັບ​ພວກ​ເຮົາໃນ​ນາມ​ວ່າ​ເປັນ​ລັດ​ຖະ​ບານ​ຂອງ​ປະ​ເທດ​ນຶ່ງ ຫລາຍ​ທີ່​ສຸດ​ເລີຍ, ​ມັນ​ຄວນ​ເປັນເລື້ອງ​ທີ່​ໜ້າ​ເປັນ​ຫ່ວງ ​ຕໍ່ປະ​ເທດ​ເພື່ອນ​ມິດສາ​ກົນ ແລະ​ພັນທະ​ມິດ​ຂອງ​ພວກ​ເຮົາ​ທັງ​ໝົດຄື​ກັນວ່າ ຈີນ​ເລືອກ​ທີ່​ຈະ​ເລີ້ມ​ຕົ້ນນຳ​ເອົາ​ການ​ລົງ​ໂທດ​ປະ​ຫານ​ຊີ​ວິດມາ​ໃຊ້ ໂດຍ​ພາ​ລະ​ການ."

ຄຳ​ຕັດ​ສິນ​ດັ່ງ​ກ່າວເບິ່ງ​ຊົງ​ວ່າ ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ ​ລະ​ຫວ່າງ​ສອງ​ປະ​ເທດ ທີ່​ສູງ​ຢູ່​ແລ້ວພາຍຫລັງ​ມີ​ການ​ຈັບ​ກຸມ​ຜູ້​ບໍ​ລິ​ຫານ​ລະ​ດັບ​ສູງ​ຊາວ​ຈີນ ຢູ່​ໃນ​ກາ​ນາ​ດາ ແລະ​ການ​ຄຸມ​ຂັງ​ຊາວ​ກາ​ນາ​ດາ​ສອງ​ຄົນ​ໃນ​ຂໍ້​ຫາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ ໃນເວ​ລາ​ຕໍ່​ມານັ້ນ ເພີ້ມ​ທະ​ວີ​ຂຶ້ນ​ອີກ.

ທ່ານ​ນາງ ເມັງ ຫວານ​ຊູ້ (Meng Wanzhou) ຫົວ​ໜ້າ​ບໍ​ລິ​ຫານ​ຝ່າຍ​ການ​ເງິນ​ຂອງບໍ​ລິ​ສັດ​ຮ​ວາ​ເວີຍ (Huawei) ຖືກ​ຈັບ​ກຸມ​ໃນ​ເມືອງ​ແວນ​ຄູ​ເວີ (Vancouver) ໃນ​ວັນ​ທີ 1 ທັນ​ວາຜ່ານ​ມາ ໂດຍ​ເປັນ​ການ​ຈັບ​ກຸມ​ແທນ​ສະ​ຫະ​ລັດເພື່ອຫາ​ທາງ​ຂໍ​ຮ້ອງ​ໃຫ້​ມີ​ການສົ່ງ​ຕົວ​ທ່ານ​ນາງ​ມາ​ໃຫ້ ​ໃນ​ຂໍ້​ຫາ​ທີ່​ເວົ້າວ່າ ທ່ານ​ນາງ ລະ​ເມີດ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດຕໍ່​ອີ​ຣ່ານ.

ຈີນ​ໄດ້​ປະ​ນາມ​ການ​ຈັບ​ກຸມ​ດັ່ງ​ກ່າວ ແລະ​ເຕືອນ​ໃຫ້​ວ່າ​ ຈະ​ມີ​ຜົນ​ຕາມ​ມາທີ່ບໍ່​ໄດ້​ບອກ​ໃຫ້​ຮູ້​ລະ​ອຽດວ່າ​ແມ່ນ​ຫຍັງ.

ປັກ​ກິ່ງບໍ່​ໄດ້​ເຊື່ອມ​ໂຍງ​ການຈັບ​ກຸມ​ຊາວ​ກາ​ນາ​ດາ​ສອງ​ຄົນ ໃສ່​ກັບ​ການ​ກັກ​ຂັງ​ທ່ານ​ນາງ ເມັງ​ ແຕ່​ວ່າ ພວກ​ນັກ​ການ​ທູດ​ຊາວ​ຕາ​ເວັນ​ຕົກ​ເວົ້າ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ປາ​ກົດ​ວ່າ ເປັນ​ການ​ແກ້​ແຄ້ນຄືນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG