ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໘ ຕຸລາ ໒໐໒໔

ຈີນ ກ່າວວ່າ ຈະບໍ່ຫຼີກເວັ້ນການນໍາໃຊ້ກໍາລັງຕໍ່ ໄຕ້ຫວັນ


ແຟ້ມຮູບ-ພະນັກງານໜ່ວຍຍາມຝັ່ງຂອງໄຕ້ຫວັນ ເຮັດວຽກຢູ່ນອກຊາຍຝັ່ງຂອງເຂດປົກຄອງຕົນເອງ ນານການ (Nangan), ໃນເກາະມັດຊຸ (Matsu) ວັນທີ 15 ຕຸລາ 2024, ນຶ່ງມື້ ລຸນຫຼັງ ຈີນ ປະຕິບັດການຊ້ອມລົບທາງທະຫານ "Joint Sword-2024B" ຢູ່ອ້ອມຮອບເກາະ ໄຕ້ຫວັນ.
ແຟ້ມຮູບ-ພະນັກງານໜ່ວຍຍາມຝັ່ງຂອງໄຕ້ຫວັນ ເຮັດວຽກຢູ່ນອກຊາຍຝັ່ງຂອງເຂດປົກຄອງຕົນເອງ ນານການ (Nangan), ໃນເກາະມັດຊຸ (Matsu) ວັນທີ 15 ຕຸລາ 2024, ນຶ່ງມື້ ລຸນຫຼັງ ຈີນ ປະຕິບັດການຊ້ອມລົບທາງທະຫານ "Joint Sword-2024B" ຢູ່ອ້ອມຮອບເກາະ ໄຕ້ຫວັນ.

ຈີນ ​ຈະບໍ່​ປະ​ຖິ້ມ​ການນໍາ​ໃຊ້​ກຳລັງ​ຕໍ່ ​ໄຕ້​ຫວັນ, ລັດຖະບານ ປັກກິ່ງ ກ່າວໃນ ວັນພຸດມື້ນີ້ ລຸນຫຼັງການ​ຊ້ອມ​ລົບອີກ​ຄັ້ງ ແລະ​ການ​ຢ້ຽມຢາມ​ຂອງ​ປະທານ​ປະ​ເທດ​ຈີນ ທ່ານ ສີ ຈິ່ນຜິງ ​ຢູ່​ບ່ອນ​ເກີດ​ເຫດການ​ເສຍໄຊທີ່ມີຊື່ສຽງຂອງກອງ​ກຳລັງ​ຂອງ ​ໄຕ້​ຫວັນ.

ຈີນ ຊຶ່ງຖືວ່າ ໄຕ້ຫວັນ ທີ່ປົກຄອງແບບປະຊາທິປະໄຕ ເປັນດິນແດນຂອງຕົນ ນັ້ນ ໄດ້ທຳການຊ້ອມລົບຂະໜາດໃຫຍ່ເປັນເວລານຶ່ງມື້ອ້ອມຮອບເກາະດັ່ງກ່າວ ໃນວັນຈັນແລ້ວນີ້ ໂດຍກ່າວວ່າ ເປັນການເຕືອນເຖິງ “ການກະທຳແບ່ງແຍກ ດິນແດນ” ພາຍຫຼັງຄຳປາໄສຂອງປະທານາທິບໍດີໄຕ້ຫວັນ ທ່ານ ລາຍ ຊິງ-ເຕ (Lai Ching-te) ໃນອາທິດແລ້ວນີ້.

ທ່ານ ເຊິນ ບິນຫົວ (Chen Binhua) ​ໂຄສົກ​ສໍານັກງານສໍາລັບກິດຈະການ​ໄຕ້​ຫວັນ​ຂອງ​ຈີນ ກ່າວ​ຕໍ່​ກອງ​ປະ​ຊຸມ​ລາຍ​ງານປົກ​ກະ​ຕິ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ “ພວກ​ເຮົາ​ເຕັມ​ໃຈພະຍາຍາມເພື່ອ​ຄວາມ​ຫວັງ​ຂອງ​ການ​ເຕົ້າ​ໂຮມ​ກັນ​ໂດຍ​ສັນຕິ​ ດ້ວຍ​ຄວາມ​ຈິງ​ໃຈ​ທີ່​ສຸດ ​ແລະດ້ວຍ​ຄວາມ​ພະຍາຍາມ​ທີ່​ສຸດ.”

ທ່ານ​ກ່າວຕື່ມ​ວ່າ “ແຕ່​ພວກ​ເຮົາ​ຈະ​ບໍ່​ໃຫ້​ຄຳ​ໝັ້ນກັບ​ຕົນ​ເອງ ​ທີ່​ຈະ​ປະ​ຖິ້ມ​ການ​ໃຊ້​ກຳ​ລັງ.”

ແນວໃດກໍຕາມ, ທ່ານ ເຊິນ ກ່າວ​ວ່າ ​ແມ່ນ​ແນ​ໃສ່​ການ​ແຊກ​ແຊງ​ຂອງ “ກອງກຳລັງ​ພາຍ​ນອກ” ​ແລະ​ພວກ​ແບ່ງ​ແຍກ​ດິນ​ແດນ​ໄຕ້​ຫວັນ​ຈຳນວນ​ໜ້ອຍ ເທົ່ານັ້ນ, ບໍ່​ແມ່ນ​ປະຊາຊົນ​ສ່ວນ​ໃຫຍ່​ຂອງ​ໄຕ້​ຫວັນ. ໄຕ້​ຫວັນ ​ມີ​ການ​ພົວ​ພັນ​ທີ່​ບໍ່​ເປັນ​ທາງ​ການ​ກັບ ​ສະ​ຫະ​ລັດ, ເຊິ່ງເປັນຜູ້​ສະ​ໜອງ​ອາ​ວຸດ​ ແລະເປັນ​ພັນ​ທະ​ມິດ​ທີ່ສໍາຄັນຂອງ​ຕົນ.

ທ່ານ​ກ່າວອີກ​ວ່າ “ບໍ່​ວ່າໄຕ້​ຫວັນ​ຈະ​ມີ​ທະຫານ​ຫຼາຍ​ປານ​ໃດ ​ຫຼື ​ມີ​ອາວຸດ​ຫຼາຍ​ພຽງ​ໃດ, ​ແລະ​ບໍ່​ວ່າກອງ​ກຳລັງ​ພາຍ​ນອກ​ຈະ​ເຂົ້າ​ແຊກ​ແຊງ ​ຫຼື ​ບໍ່, ຖ້າ​ ໄຕ້​ຫວັນ ​ກ້າທີ່ຈະພົບກັບຄວາມ​ສ່ຽງ, ມັນກໍ​ຈະ​ນຳ​ໄປ​ສູ່​ການ​ທຳລາຍຕົນເອງ.”

“ການ​ກະທຳ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງພວກເຮົາ ຈະ​ບໍ່​ຢຸດ​ໃນຊ່ວງໄລຍະນີ້.”

ສື່​ມວນ​ຊົນ​ແຫ່ງ​ລັດຖະບານ​ຈີນ​ລາຍ​ງານ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ປະທານ​ປະ​ເທດ​ຈີນ ທ່ານ​ ສີ​ ຈິ່ນ​ຜິ​ງ ໄດ້​ເດີນທາງ​ໄປ​ຮອດ​ເກາະ ດົງຊານ (Dongshan) ​ແຂວງ ຟູຈຽນ ຂອງ​ຈີນ ນຶ່ງມື້ກ່ອນໜ້ານັ້ນ, ​ເຊິ່ງເປັນເກາະທີ່​ຕັ້ງ​ຢູ່ໃກ້ກັບ ​ໄຕ້​ຫວັນ ແລະເປັນສະຖານທີ່ທີ່ ຈິນ ສາມາດຕ້ານຄວາມພະຍາຍາມໃນການຮຸກຮານ ຂອງທະຫານ ໄຕ້ຫວັນ ໄດ້​ໃນ​ປີ 1953.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG