ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນກ່າວວ່າ ໃນເດືອນມິຖຸນາ ມີປະຊາຊົນເສຍຊີວິດ​ຍ້ອນໂຄວິດ-19 ຈຳ​ນວນ 239 ຄົນ ເຊິ່ງເປັນການເພີ້ມຂຶ້ນທີ່ສໍາຄັນ


ແມ່ຍິງທີ່ໃສ່ໜ້າກາກອະນາໄມຄົນນຶ່ງ ຢືນຢູ່ໃກ້ພາບທີ່ສະແດງໃຫ້ເຫັນຜັງເມືອງໃນຊຽງໄຮ, ວັນທີ 6 ກໍລະກົດ 2023. ຈີນ ໄດ້ລາຍງານຜູ້ເສຍຊີວິດ 239 ຄົນ ຈາກພະຍາດ COVID-19 ໃນເດືອນມິຖຸນາ, ເຊິ່ງເປັນເດືອນທີ່ມີການເພີ້ມຂຶ້ນຢ່າງສໍາຄັນ ລຸນຫຼັງທີ່ພວກເຂົາເຈົ້າຍົກເລີກມາດຕະການການກັກໂຕ.
ແມ່ຍິງທີ່ໃສ່ໜ້າກາກອະນາໄມຄົນນຶ່ງ ຢືນຢູ່ໃກ້ພາບທີ່ສະແດງໃຫ້ເຫັນຜັງເມືອງໃນຊຽງໄຮ, ວັນທີ 6 ກໍລະກົດ 2023. ຈີນ ໄດ້ລາຍງານຜູ້ເສຍຊີວິດ 239 ຄົນ ຈາກພະຍາດ COVID-19 ໃນເດືອນມິຖຸນາ, ເຊິ່ງເປັນເດືອນທີ່ມີການເພີ້ມຂຶ້ນຢ່າງສໍາຄັນ ລຸນຫຼັງທີ່ພວກເຂົາເຈົ້າຍົກເລີກມາດຕະການການກັກໂຕ.

ຈີນກ່າວວ່າ ມີປະຊາຊົນເສຍຊີວິດຍ້ອນພະຍາດໂຄວິດ-19 ຈໍານວນ 239 ຄົນ ໃນເດືອນມິຖຸນາແລ້ວນີ້, ​ເຊິ່ງ​ເປັນ​ຮ່ອງ​ຮອຍ​ຂອງການເພີ້ມຂຶ້ນຢ່າງສໍາຄັນ ລຸນຫຼັງທີ່ພວກເຂົາໄດ້ຍົກເລີກມາດຕະການການກັກໂຕສ່ວນໃຫຍ່ນັ້ນ, ອີງຕາມລາຍງານຂອງອົງການຂ່າວ AP.

ປະເທດດັ່ງກ່າວໄດ້ລາຍງານຜູ້ເສຍຊີວິດຈໍານວນ 164 ຄົນໃນເດືອນພຶດສະພາ ແລະບໍ່ໄດ້ມີລາຍງານການເສຍຊີວິດໃດໆໃນຊ່ວງເດືອນເມສາ ແລະເດືອນມີນາ.

ຈີນ ເລີ້ມໃຊ້ມາດຕະການຍຸດທະສາດ “ສູນໂຄວິດ” ໃນຊ່ວງຕົ້ນປີ 2020 ແລະດໍາເນີນການປິດເມືອງ, ການກັກ​ບໍ​ລິ​ເວນ, ການປິດຊາຍແດນ ແລະການບັງຄັບໃຫ້ກວດໂຄວິດ​ຂະ​ໜາດ​ໃຫຍ່ ​ເຊິ່ງ​ໄດ້​ຊ່ວຍໃນການຮັກສາຊີວິດ​ຂອງ​ຜູ້​ຄົນ.

ແຕ່ມາດຕະການດັ່ງກ່າວນີ້ ໄດ້ຮັບການຍົກເລີກທັນທີໃນເດືອນທັນວາ ເນື່ອງຈາກການກະກຽມທີ່ບໍ່ພຽງພໍ ຈຶ່ງສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດສູງເຖິງ 60,000 ຄົນ.

ເຈົ້າໜ້າທີ່ກະຊວງສາທາລະນະສຸກຂອງຈີນ ບໍ່ໄດ້ກ່າວວ່າ ພວກເຂົາ​ເຈົ້າຄາດວ່າການເພີ້ມຂຶ້ນໃນປັນຈຸບັນນີ້ ຈະດໍາເນີນຕໍ່ໄປ ຫຼື ຖ້າພວກເຂົາຈະແນະນໍາໃຊ້ມາດຕະການປ້ອງກັນ ຄືນອີກ ຫຼືບໍ່.

BEIJING (AP) — China says 239 people died from COVID-19 in June in a significant uptick months after it lifted most containment measures. The country had reported 164 deaths in May and none at all in April and March. China started employing a “zero-COVID” containment strategy in early 2020 and credits the strict lockdowns, quarantines, border closures and compulsory mass testing with significantly saving lives. But the measures were lifted suddenly in December with little preparation, leading to a final surge in which 60,000 people died. Chinese health officials didn't say whether they expect the current uptick to continue or if they would recommend for preventative measures to be restored.

XS
SM
MD
LG