ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ທີ່​ຍັງ​ຢຶດ​ຖືໃນ​ຍຸດ​ທະ​ສາດ ສູນ​ກໍ​ລະ​ນີໂຄວິດ ກຽມ​ຮັບ​ມື​ກັບ​​ສາຍ​ພັນ​ໃໝ່ໂອ​ໄມ​ຄ​ຣອນ


​ພວກ​ຄົນ​ງານ ໃນ​ຊຸດ​ປ້ອງ​ກັນ ຢືນ​ຢູ່​ທາງ​ເຂົ້າເຂດ​ບ້ານ​ພັກ​ມະ​ຫາ​ວິ​ທະ​ຍາ​ໄລ ຫຼັງ​ຈາກ​ມີ​ການ​ລັອກ​ດາວ ລຸນ​ຫຼັງ​ທີ່​ມີ​ການ​ລະ​ບາດ ຂອງ​ໂຄວິດ-19 ທີ່​ເມືອງ​ສີ​ອານ ໃນ​ແຂວງ​ຊານ​ສີ ປະ​ເທດ​ຈີນ ເມື່ອ​ວັນ​ທີ 20 ທັນ​ວາ 2021. (China Daily via Reuters)
​ພວກ​ຄົນ​ງານ ໃນ​ຊຸດ​ປ້ອງ​ກັນ ຢືນ​ຢູ່​ທາງ​ເຂົ້າເຂດ​ບ້ານ​ພັກ​ມະ​ຫາ​ວິ​ທະ​ຍາ​ໄລ ຫຼັງ​ຈາກ​ມີ​ການ​ລັອກ​ດາວ ລຸນ​ຫຼັງ​ທີ່​ມີ​ການ​ລະ​ບາດ ຂອງ​ໂຄວິດ-19 ທີ່​ເມືອງ​ສີ​ອານ ໃນ​ແຂວງ​ຊານ​ສີ ປະ​ເທດ​ຈີນ ເມື່ອ​ວັນ​ທີ 20 ທັນ​ວາ 2021. (China Daily via Reuters)

ສອງປີກ້າວເຂົ້າ​ມາແລ້ວ ໃນການລະບາດຂອງໂຄວິດ-19 ປະເທດທັງຫຼາຍ ຕ່າງກໍຫາວິທີທາງ ທີ່ຈະຢູ່ຮ່ວມກັບເຊື້ອໄວຣັສດັ່ງກ່າວ ໂດຍບໍ່ຕ້ອງໄດ້ປິດລະບົບເສດ ຖະກິດຂອງພວກເຂົາອີກເທື່ອນຶ່ງ ສະຫະລັດກໍໄດ້ເປີດຊາຍແດນຂອງຕົນຄືນໃໝ່ໃນເດືອນພະຈິກຜ່ານມາ. ອັງກິດໄດ້ຜ່ອນຄາຍຂໍ້ກຳນົດໃນການກວດຫາເຊື້ອໄວ ຣັສ ແລະການກັກຕົວສຳລັບພວກຄົນທີ່ໄດ້ສັກຢາວັກຊີນ ເມື່ອເດີນທາງເຂົ້າມາໃນປະເທດ.

ແມ່ນແຕ່ພວກປະເທດທີ່ໃນຄັ້ງນຶ່ງໄດ້ມີມາດຕະການຄວບຄຸມໄວຣັສໂຄວິດ-19 ຢ່າງເຂັ້ມງວດ ເຊັ່ນ ປະເທດອອສເຕຣເລຍ ນິວຊີແລນ ແລະສິງກະໂປ ຕ່າງ ກໍໄດ້ຍົກ​ເລີກເປົ້າໝາຍ ຂອງສູນກໍລະນີ ທີ່ພວກເຂົາໄດ້ຕັ້ງເອົາໄວ້. ແທນທີ່ວ່າ ປະເທດສ່ວນໃຫຍ່ກຳລັງພະຍາຍາມປ້ອງກັນລະບົບການຮັກສາສຸຂະພາບຂອງພວກເຂົາບໍ່ໃຫ້ກາຍເປັນຈຸດທີ່ຈະເບິ່ງແຍງຄົນປ່ວຍເກີນຄວາມສາມາດເຖິງຂັ້ນແຕກຫັກ ໃນຂະນະທີ່ອະນຸຍາດໃຫ້ພົນລະເມືອງຂອງພວກເຂົາດຳລົງຊີວິດແບບເຄິ່ງປົກກະຕິ. ແຕ່ກໍມີປະເທດນຶ່ງທີ່ແຕກຕ່າງໝູ່ຄື ຈີນ.

ຈີນແມ່ນປະເທດສຸດທ້າຍທີ່ຍັງຢຶດຖືເອົານະໂຍບາຍບໍ່ໃຫ້ມີກໍລະນີຕິດເຊື້ອໄວຣັສເລີຍຢ່າງເຂັ້ມງວດ. ຕະຫຼອດໄລຍະສອງປີຜ່ານມາ ທາງການຈີນກ່າວວ່າ ພວກເຂົາສາມາດຄວບຄຸມ ການລະບາດຂອງພະຍາດໂຄວິດ-19 ໄດ້ຫຼາຍກວ່າ 30 ຄັ້ງ ລວມທັງຄັ້ງນຶ່ງທີ່ເກີດຈາກໄວຣັສສາຍພັນໃໝ່ແດລຕາ ທີ່ແຜ່ລະບາດໄວຂຶ້ນກວ່າເກົ່າ. ມາດຕະການຮັກສາສຸຂະພາບທີ່ເຂັ້ມງວດທັງຫຼາຍນັ້ນ ຊ່ອຍປ້ອງກັນການຕິດເຊື້ອໄວຣັສໄວ້ໄດ້ ທີ່ລວມມີການກວດຫາເຊື້ອໄວຣັສໃຫ້ແກ່ມະຫາຊົນ ການປິດບ້ານປິດເມືອງໃນທັນທີ ແລະການກັກຕົວຢ່າງກວ້າງຂວາງ.

ການລະບາດຢູ່ໃນແຂວງເຊຈຽງ (Zhejiang) ຂອງຈີນ ເມື່ອບໍ່ດົນມານີ້ ຊຶ່ງເປັນເຂດອຸດສາຫະ ກຳທີ່ສຳຄັນ ແລະເປັນສູນກາງຂອງການສົ່ງອອກ ຢູ່ແຄມຝັ່ງທາງກ້ຳຕາເວັນອອກຂອງປະເທດນັ້ນ, ເຮັດໃຫ້ປະຊາຊົນຫຼາຍກວ່າເຄິ່ງລ້ານຕ້ອງຖືກກັກຕົວ, ໂຮງງານຫຼາຍຮ້ອຍແຫ່ງໄດ້ຖືກປິດ ແລະຖ້ຽວບິນອອກໄປຈາກເມືອງເອກຫາງ​ໂຈ (Hangzhou) ຂອງແຂວງດັ່ງກ່າວ ສ່ວນໃຫຍ່ ແມ່ນໄດ້ຖືກຍົກ ເລີກ. ໃນເດືອນພະຈິກຜ່ານມາ ນະຄອນຊຽງໄຮ້ ໄດ້ປິດສວນສະນຸກ Disneyland, ຫ້າມບຸກຄົນໃດໆຢູ່ພາຍໃນແຂວງບໍ່ໃຫ້ອອກໄປ ໃນຂະນະທີ່ພວກເຈົ້າໜ້າທີ່ປະຕິບັດການກວດເຊື້ອໄວຣັສໂຄວິດ-19 ຫຼາຍກວ່າ 100,000 ຄົນ ຫຼັງຈາກທີ່ໄດ້ກວດພົບເປັນບວກພຽງກໍລະນີດຽວເທົ່ານັ້ນ.

ໂດຍການເກີດຂຶ້ນຂອງເຊື້ອໄວຣັສຫຼາຍຊະນິດທີ່ແຜ່ລະບາດໄດ້ໄວຂຶ້ນກວ່າເກົ່ານັ້ນ ເຊັ່ນວ່າ ແດລຕາ ແລະສາຍພັນໃໝ່ໂອໄມຄຣອນ ຂອງໄວຣັສໂຄໂຣນາ ປັກກິ່ງ ປາກົດວ່າ ເພີ້ມຄວາມພະຍາຍາມຂອງຕົນຂຶ້ນສອງເທົ່າ ໃນການຄວບຄຸມການລະບາດທີ່ເກີດຂຶ້ນເປັນບາງຄັ້ງບາງຄາວ.

ທ່ານລໍເຣນສ໌ ກອສຕິນ ອາຈານດ້ານກົດໝາຍສຸຂະພາບຂອງໂລກ ຢູ່ທີ່ມະຫາ ວິທະຍາໄລຈອຣ໌​ຈທາວໃນວໍຊິງຕັນ ແລະເປັນຜູ້ອຳນວຍການສູນກາງການຮ່ວມມືກ່ຽວກັບກົດໝາຍແຫ່ງຊາດແລະສຸຂະພາບຂອງໂລກຂອງອົງການອະນາໄມໂລກ ໄດ້ກ່າວຕໍ່ວີໂອເອ ວ່າ “ເຈົ້າຕ້ອງໃຫ້ການຍອມຮັບແກ່ຈີນສຳລັບການຄວບຄຸມພະຍາດໂຄວິດ ໃຫ້ຢູ່ໃນລະດັບຕ່ຳ ເປັນເວລາສອງປີ ແຕ່ດຽວນີ້ ຂ້າພະເຈົ້າ ຄຶດວ່າ ພວກເຮົາໄດ້ຜ່ານຈຸດບ່ອນທີ່ພວກເຮົາສາມາດຄາດໝາຍວ່າ ເປັນການປ້ອງກັນກໍລະນີທັງຫຼາຍ ເພາະວ່າ ມັນງ່າຍແທ້ໆເລີຍທີ່ຈະແຜ່ລະບາດ ແລະໃນທີ່ສຸດ ຈີນ ກໍຈະຕ້ອງໄດ້ເປີດປະເທດ ຕໍ່ຄົນທົ່ວໂລກ.”

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG