ປະທານປະເທດ ຈີນ ທ່ນ ສີ ຈິ່ນຜິງ ຈະເດີນທາງໄປຢ້ຽມຢາມ ຣັດເຊຍ ໃນປີ 2025, ອົງການຂ່າວ RIA ທີ່ດຳເນີນງານໂດຍລັດຖະບານ ຣັດເຊຍ ໄດ້ຢ້ຳຄຳເວົ້າຂອງເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ປັກກິ່ງ ໃນຕອນເຊົ້າວັນສຸກມື້ນີ້.
ເອກອັກຄະລັດຖະທູດ ອີກໍ ມໍກູລອຟ ກ່າວຕໍ່ອົງການຂ່າວ RIA ວ່າ “ໃນຖານະກິດຈະກຳສອງຝ່າຍຢ່າງເປັນຮູບປະທຳນັ້ນ, ຂ້າພະເຈົ້າສາມາດເວົ້າໄດ້ວ່າ ມີການຈັດທຳແຜນງານທີ່ເໝາະສົມຢ່າງຈິງຈັງ.”
ທ່ານເວົ້າວ່າ “ສິ່ງທີ່ສາມາດເວົ້າໄດ້ທີ່ບໍ່ແມ່ນຄວາມລັບ, ໃນແງ່ຂອງບູລິມະສິດສູງສຸດນັ້ນ, ກໍແມ່ນວ່າ ປະທານຂອງສາທາລະນະລັດ ປະຊາຊົນ ຈີນ ແມ່ນຄາດວ່າຈະຢູ່ໃນ ຣັດເຊຍ ປີໜ້າ.”
ຢູ່ກອງປະຊຸມຖະແຫຼງຂ່າວປົກກະຕິ, ກະຊວງການຕ່າງປະເທດຂອງ ຈີນ ບໍ່ໄດ້ຢືນຢັນການຢ້ຽມຢາມດັ່ງກ່າວ, ແຕ່ໄດ້ເວົ້າຢ້ຳວ່າ ສອງປະເທດທີ່ວ່ານັ້ນຍັງຮັກສາການຕິດຕໍ່ທີ່ໃກ້ຊິດໃນທຸກລະດັບໄວ້ຢູ່.
ປະທານາທິບໍດີ ຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ຢ້ຽມຢາມ ຈີນ ໃນປີ 2022, ໂດຍປະກາດການເປັນຄູ່ຮ່ວມ “ທີ່ບໍ່ມີຂີດຈຳກັດ” ບໍ່ເທົ່າໃດວັນ ກ່ອນທີ່ທ່ານໄດ້ສົ່ງທະຫານຫຼາຍສິບພັນຄົນເຂົ້າໄປໃນ ຢູເຄຣນ. ທ່ານໄດ້ໄປຢ້ຽມຢາມຈີນອີກຄັ້ງໃນເດືອນພຶດສະພາທີ່ຜ່ານມາ, ຫຼັງຈາກການເລືອກຕັ້ງເອົາຕຳແໜ່ງຄືນດ້ວຍໄຊຊະນະຢ່າງຖ້ວມລົ້ນ, ເພື່ອຕ້ອນຮັບສາຍພົວພັນ “ຍຸກສະໄໝໃໝ່” ທີ່ເພັ່ງເລັງໃສ່ການຄັດຄ້ານຕໍ່ນະໂຍບາຍ ສະຫະລັດ.
ທ່ານ ສີ ຖືກຕ້ອນຮັບໃນວັງ ເຄຣັມລິນ ດັ່ງກັບ “ເພື່ອນສະໜິດ” ໃນປີ 2023 ຫຼັງຈາກທ່ານໄດ້ຮັບການດຳລົງຕຳແໜ່ງສະໄໝທີສາມແບບບໍ່ເຄີຍມີມາກ່ອນ.
ທ່ານ ມໍກູລອຟ ຍັງໄດ້ກ່າວຕໍ່ອົງການຂ່າວ RIA ວ່າ ຈີນ, ເຊິ່ງໄດ້ຍົກເວັ້ນການກ່າວປະນາມສົງຄາມ 34 ເດືອນຂອງ ຣັດເຊຍ ໃນ ຢູເຄຣນ, ເຂົ້າໃຈເຖິງພື້ນຖານສຳລັບຄວາມຂັດແຍ້ງ “ຫຼາຍເທົ່າທີ່ເຂົາເຈົ້າລຸກຂຶ້ນຕໍ່ສູ້ກັບສິ່ງທ້າທາຍຫຼາຍຢ່າງທີ່ຄືກັນ. ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າໄດ້ຂະຫຍາຍຄວາມກົດດັນຕໍ່ ຈີນ ໃນພາກພື້ນເອເຊຍ-ປາຊີຟິກ.”
ທ່ານ ກ່າວວ່າ ອົງການ NATO, ແມ່ນ “ກຳລັງຄິດແຜນການຕ່າງໆເພື່ອເຄື່ອນຍ້າຍພື້ນຖານໂຄງລ່າງດ້ານທະຫານຂອງເຂົາເຈົ້າເຂົ້າໄປໃນພາກພື້ນ.
ທ່ານເວົ້າວ່າ ຣັດເຊຍ ແລະ ຈີນ ໄດ້ຕອບໂຕ້ຕໍ່ນະໂຍບາຍຂອງ ສະຫະລັດ ຮ່ວມກັນ.
ອ່ານຂ່າວນີ້ເປັນພາສາອັງກິດ
China's President Xi Jinping will visit Russia in 2025, Russia's state-run RIA news agency quoted Moscow's ambassador to Beijing as saying early on Friday.
"As for concrete bilateral events, I can say that the appropriate plans are actively being drawn up," Ambassador Igor Morgulov told RIA.
"What can be said that is no secret, in terms of priority, is that the chairman of the People's Republic of China is expected in Russia next year."
At a regular press conference, China's foreign ministry did not confirm the visit, but reiterated that the two countries maintained close contacts at all levels.
Russian President Vladimir Putin visited China in February 2022, proclaiming a "no limits" partnership days before he sent tens of thousands of troops into Ukraine. He was in Beijing again last May, after his re-election by a landslide, welcoming a "new era" of relations focusing on opposition to U.S. policy.
Xi was received in the Kremlin as a "dear friend" in 2023 after he obtained an unprecedented third term in office.
Morgulov also told RIA that China, which has refrained from condemning Russia's 34-month-old war in Ukraine, understood the basis for the conflict "in as much as they are coming up against many of the same challenges -- the U.S. and its allies are boosting pressure on China in the Asia-Pacific region".
NATO, he said, is "devising plans to move its military infrastructure" into the region.
Russia and China had to respond to U.S. policy jointly, he said.
"In the international arena, it is up to our countries to respond further with a 'dual counter-action' to the 'dual deterrence' which the West is trying to pursue with regard to Russia and China," RIA quoted him as saying.
China, working with Brazil, has put forward a peace plan to end the Ukraine war, calling for a freezing of battle lines and taking into account the security interests of both sides.
ຟໍຣັມສະແດງຄວາມຄິດເຫັນ