ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການທູດດ້ານຢາວັກຊີນຂອງຈີນ ແນໃສ່ສາຍສຳພັນທີ່ເລິກເຊິ່ງ ກັບປະເທດໃນພາກກາງແລະຕາເວັນອອກຂອງຢູໂຣບ


China Europe Diplomacy USAGM
please wait

No media source currently available

0:00 0:03:30 0:00

ຊົມວີດີໂອ ລາຍງານນີ້ເປັນພາສາອັງກິດ

ຈີນໃຫ້ຄຳໝັ້ນສັນຍາ ທີ່ຈະສະໜອງຢາວັກຊີນ ຊີໂນແວັກຂອງຕົນ ແກ່ບັນດາປະເທດໃນພາກກາງແລະຕາເວັນອອກຂອງຢູໂຣບ ທີ່ກຳລັງຫາທາງຊອກຊື້ຢາວັກຊີນກັນໂຄວິດ-19 ເພື່ອສັກໃຫ້ແກ່ປະຊາກອນຂອງພວກເຂົາເຈົ້າ. ການປະຕິຍານຂອງປັກກິ່ງນັ້ນ ໄດ້ມີຂຶ້ນຢູ່ທີ່ກອງປະຊຸມສຸດຍອດກັບ 17 ປະເທດໃນພາກກາງແລະຕາເວັນອອກຂອງຢູໂຣບ ເມື່ອຕົ້ນເດືອນນີ້ ໃນສິ່ງທີ່ ບັນດານັກຊ່ຽວຊານເຫັນວ່າ ເປັນສ່ວນນຶ່ງຂອງຄວາມພະຍາຍາມໃນທົ່ວໂລກຂອງປັກກິ່ງທີ່ຈະຂະຫຍາຍອິດທະພົນແລະສ້າງຄວາມຫຼາກຫຼາຍ ໃຫ້ແກ່ຄູ່ການຄ້າຂອງຈີນ. ອາຣດິຕາ ດູແນລລາຣີ ນັກຂ່າວຂອງວີໂອເອ ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການພົວພັນດ້ານການທູດຂອງຈີນກ່ຽວກັບໂຣກລະບາດ ອອກມາຢູ່ໃນຊ່ວງເວລາ ທີ່ບັນດາປະເທດໃນພາກກາງແລະຕາເວັນອອກຂອງຢູໂຣບ ກຳລັງປະເຊີນກັບຄວາມກົດດັນເພີ້ມຂຶ້ນນັບມື້ ຈາກປະຊາກອນຂອງພວກເຂົາເຈົ້າ ເພື່ອໃຫ້ໄດ້ຮັບຢາວັກຊີນຊ່ອຍຊີວິດ.

ແຕ່ການບໍ່ສາມາດຈັດຫາຢາວັກຊີນທີ່ຈຳເປັນນັ້ນ ໄດ້ເປີດຊ່ອງທາງໃຫ້ຈີນ ອີງຕາມກ່າວກ່າວຂອງນັກວິເຄາະ ທ່ານ ເຈ ສຕີບເວັນ ມໍຣີສັນ.

ທ່ານ ເຈ ສຕີບເວັນ ມໍຣີສັນ ຜູ້ອຳນວນການດ້ານນະໂຍບາຍສຸຂະພາບຂອງໂລກ ຫຼື CSIS ກ່າວຜ່ານທາງສໄກ້ປ໌ ວ່າ “ບັນດາປະເທດໃນຢູໂຣບແລະອາເມຣິກາເໜືອ ທີ່ມີອຳນາດຫຼາຍທີ່ສຸດ ກຳລັງຫວງແຫນແຫຼ່ງສະໜອງຢາວັກຊີນຂອງພວກເຂົາເຈົ້າ. ຊາວຈີນແມ່ນກ້າວຂຶ້ນມາແລະຫາຕະຫຼາດ ສຳລັບຢາວັກຊີນຂອງພວກເຂົາຢ່າງຫ້າວຫັນ ແລະນຳໃຊ້ພວກມັນເປັນເຄື່ອງມືໃນດ້ານການທູດ.”

ການແຈກຢາຍຢາວັກຊີນຂອງຈີນແນໃສ່ເພື່ອສ້າງໄມຕີຈິດມິດຕະພາບ ແຕ່ປັກກິ່ງຍັງພະຍາຍາມ ທີ່ຈະສ້າງຄວາມແຕກແຍກລະຫວ່າງຂົງເຂດດັ່ງກ່າວ ແລະບັນດາພັນທະມິດຂອງປະເທດຕາເວັນຕົກ ອີງຕາມການກ່າວຂອງນັກຊ່ຽວຊານ ທ່ານນາງວາລໂບນາ ຊີເນລີ.

ທ່ານນາງວາລໂບນາ ຊີເນລີ ຢູ່ທີ່ສູນກາງຈອຣ໌ຈ ຊີ ມາຣໂຊລ ເພື່ອການສຶກສາຄົ້ນຄວ້າດ້ານຄວາມໝັ້ນຄົງຂອງຢູໂຣບ ກ່າວຜ່ານທາງສໄກ້ປ໌ ວ່າ “ໃນພາກໃຕ້ຂອງຢູໂຣບ, ພາກກາງ, ພາກຕາເວັນອອກຂອງຢູໂຣບ ນັ້ນ ມັນໄດ້ເປັນຄວາມຄິດທີ່ຖືກນຳສະເໜີ ຂອງຄວາມບໍ່ພໍອົກພໍໃຈນຳສະຫະພາບຢູໂຣບແລະວິທີທີ່ສະຫະພາບຢູໂຣບໄດ້ຮັບມືນັ້ນ, ເຈົ້າກໍຮູ້, ກັບການສັກຢາວັກຊີນ ແຕ່ຍັງເປັນວິກິດການທີ່ຄ້າຍຄືກັນ ໃນຄັ້ງກ່ອນ.”

ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ຈີນໄດ້ສະເໜີການລົງທຶນໂດຍກົງ ແລະໃຫ້ທຶນກູ້ຢືມສຳລັບໂຄງການພື້ນຖານໂຄງລ່າງ ທີ່ສຳຄັນທັງຫຼາຍ ຢູ່ໃນພາກກາງ ແລະຕາເວັນອອກຂອງຢູໂຣບແລະໄດ້ໃຫ້ຄຳໝັ້ນສັນຍາໃນດ້ານການຄ້າເພີ້ມຂຶ້ນ. ແຕ່ ເກືອບນຶ່ງທົດສະວັດຕໍ່ມາ ໂຄງການທັງຫຼາຍເຫຼົ່ານີ້ ກໍໄດ້ສ້າງວຽກເຮັດງານທຳພຽງເລັກນ້ອຍ ຫຼືສົ່ງເສີມເສດຖະກິດໃຫ້ແກ່ພວກທຸລະກິດຂອງທ້ອງຖິ່ນ. ດຽວນີ້ ມີຄວາມເປັນຫ່ວງຫຼາຍຂຶ້ນກ່ຽວກັບການດຳເນີນທຸລະກິດຂອງຈີນ ທີ່ບໍ່ເອົາຫົວຊານຳສິດທິແຮງງານແລະການປົກປ້ອງສະພາບແວດລ້ອມ.

ທ່ານນາງຊີເນລີກ່າວຜ່ານທາງສໄກ້ປ໌ ວ່າ “ໃນກໍລະນີໂດຍສ່ວນໃຫຍ່ ທຶນກູ້ຢືມເຫຼົ່າ ນີ້ ທີ່ຈະຕ້ອງຖືກຊຳລະຄືນໃຫ້ຈາກລັດຖະບານຂອງບັນດາປະເທດເຫຼົ່ານີ້. ແລະສັນຍາທັງຫຼາຍທີ່ຂາດຄວາມໂປ່ງໃສບ່ອນທີ່ພວກເຮົາເຫັນວ່າ ພວກບໍລິສັດຂອງຈີນ ເປັນຜູ້ຈັດຕັ້ງປະຕິບັດໂຄງການທັງຫຼາຍ ໃນກໍລະນີໂດຍສ່ວນໃຫຍ່ ເປັນພວກແຮງງານຂອງຈີນ ແລະພວກວັດຖຸດິບຂອງຈີນ.”

ເມື່ອມັນເປັນເລື້ອງຂອງການຄ້າແລ້ວ ທ່ານນາງຊີເນລີ ໃຫ້ຂໍ້ສັງເກດວ່າ ຄວາມບໍ່ດຸ່ນດ່ຽງໃນດ້ານການຄ້າທີ່ເກີນກັນຫຼາຍ ຊຶ່ງພວກບໍລິສັດຂອງຈີນ ແມ່ນໄດ້ຜົນປະ ໂຫຍດເປັນຫຼັກ ແລະທຸລະກິດຂອງທ້ອງຖິ່ນ ໄດ້ເຫັນການສົ່ງອອກໄປຈີນ ຂອງພວກເຂົາເພີ້ມຂຶ້ນພຽງເລັກນ້ອຍ.

ອັນນັ້ນອາດກ່ຽວກັບການປ່ຽນແປງ ໃນຂະນະທີ່ຈີນຊອກຫາຄູ່ນຳເຂົ້າສິນຄ້າໃໝ່ເພື່ອຫລຸດຜ່ອນ ການເພິ່ງພາອາໄສຂອງຕົນ ຕໍ່ການນຳເຂົ້າຂອງສະຫະລັດ ອີງຕາມການກ່າວຂອງທ່ານ ເຈ ສຕີບເວັນ ມໍຣີສັນ.

ທ່ານມໍຣີສັນ ກ່າວຜ່ານທາງສໄກ້ປ໌ ວ່າ “ພວກເຂົາກຳລັງຫັນໄປຈາກການກາງຕໍ່ທີ່ຫຼວງຫຼາຍອັນນັ້ນ. ພວກເຂົາກຳລັງພະຍາຍາມຈະຫລຸດຜ່ອນ ອັນນັ້ນລົງຕື່ມ ແລະພວກເຂົາຕ້ອງການຊອກຫາບ່ອນອື່ນມາທົດແທນ. ເອີ້ ຕໍ່ຈາກນັ້ນ ບາງທີກໍມີການພົວພັນກັນຢ່າງເອົາຈິງເອົາຈັງຢູ່ທີ່ແຫ່ງນີ້ ເມື່ອພວກເຂົາເຂົ້າມາແລະເຈລະຈາກ່ຽວກັບຕະຫຼາດການສົ່ງອອກເຂົ້າໄປຈີນ ຈາກພາກຕາເວັນອອກແລະພາກກາງຂອງຢູໂຣບ.”

ທ່ານມໍຣີສັນ ກ່າວວ່າ ຈີນໄດ້ພະນັນຢ່າງໃຫຍ່ໂດຍການນຳເອົາຢາວັກຊີນຂອງຕົນອອກມາ ກ່ອນທີ່ການດຳເນີນຂັ້ນທົດລອງກັບຢາວັກຊີນອື່ນໆຈະສຳເລັດເສັດສິ້ນລົງຢ່າງລະອຽດຄົບຖ້ວນ. ທ່ານເຕືອນວ່າ ການລົ້ມແຫຼວນັ້ນອາດຈະເປັນຜົນ ທຳລາຍ ແລະບໍ່ພຽງແຕ່ສຳລັບຊື່ສຽງຂອງຈີນເທົ່ານັ້ນ.

ທ່ານມໍຣີສັນ ກ່າວຜ່ານທາງສໄກ້ປ໌ ວ່າ “ອັນນັ້ນອາດທຳລາຍຄວາມເຊື່ອໝັ້ນຂອງມະຫາຊົນ ແລະຄວາມໄວ້ວາງໃຈໃນຢາວັກຊີນທັງຫຼາຍ. ມັນອາດເລີ້ມເຮັດໃຫ້ພວກເຮົາຖອຍຫຼັງ. ໂລກຕ້ອງການໃຫ້ກ້າວໄປໜ້າສູ່ຄວາມສຳເລັດຮ່ວມກັນໃນດ້ານພູມຄຸ້ມກັນໝູ່, ໃນດ້ານການໄດ້ຮັບຄຸ້ມກັນດ້ວຍຢາວັກຊີນທັງຫຼາຍ ທີ່ປອດໄພແລະມີປະສິດທິພາບເຖິງ 75 ຫາ 80 ເປີເຊັນ.”

ໃນຂະນະທີ່ຈີນກຳລັງຊຸກຍູ້ໃຫ້ຂະຫຍາຍອິດທິພົນຂອງຕົນ ບັນດານັກຊ່ຽວຊານເນັ້ນໜັກເຖິງຄວາມຈຳເປັນໃຫ້ມີສ່ວນຮ່ວມຢ່າງອອກໜ້າອອກຕາຈາກມະຫາອຳນາດ ຂອງປະເທດຕາເວັນຕົກ ເພື່ອຮັບປະກັນວ່າ ຈີນບໍ່ເອົາລັດເອົາປຽບໃນຈຸດອ່ອນຕ່າງໆ ຢູ່ພາກກາງແລະຕາເວັນອອກຂອງຢູໂຣບ ເພື່ອໃຫ້ໄດ້ມາຄວາມໄດ້ປຽບຢ່າງບໍ່ເປັນທຳໃນຕະຫຼາດຂອງໂລກ.

ທ່ານນາງຊີເນລີ ກ່າວຜ່ານທາງສໄກ້ປ໌ ວ່າ “ສິ່ງທີ່ສຳຄັນສຸດ ແມ່ນສ້າງພື້ນທີ່ການແຂ່ງຂັນທີ່ເທົ່າທຽມກັນ, ພື້ນທີ່ການແຂ່ງຂັນທີ່ໂປ່ງໃສສຳລັບກົດລະບຽບຂອງເສດຖະກິດໂລກ.”

ໃນຢູໂຣລ ແລະແຫ່ງອື່ນໆ ບ່ອນທີ່ຈີນມີຄວາມທະເຍີທະຍານ ບັນດານັກຊ່ຽວ ຊານ ກ່າວວ່າ ປັກກິ່ງ ຕ້ອງພິສູດໃຫ້ເຫັນວ່າ ຕົນຍິນດີທີ່ຈະຍອມຮັບເອົາຄວາມຮັບຜິດຊອບທັງຫຼາຍຂອງການເປັນມະຫາອຳນາດຂອງໂລກ ໃນການແຂ່ງຂັນດ້ວຍກົດລະບຽບ.

China is promising to provide its Sinovac vaccine to Central and Eastern European countries scrambling to obtain COVID-19 vaccinations for their populations. Beijing’s pledge came at a summit earlier this month with 17 Central and Eastern European nations in what experts see is part of a global effort by Beijing to expand influence and diversify China’s trading partners. VOA’s Ardita Dunellari reports.

China’s pandemic diplomacy comes at a time when Central and Eastern European countries face increasing......pressure from their populations for lifesaving vaccines.

But their inability to procure the necessary doses has given China an opening, says analyst J. Stephen Morrison.

(J. Stephen Morrison, Global Health Policy Director, CSIS )
“The most powerful European and North American countries are hoarding their supplies of vaccines. The Chinese are coming forward and aggressively marketing theirs and using them as diplomatic tools.”

Distributing the Chinese vaccines is aimed at generating goodwill but Beijing is also trying to drive a wedge between the region and its Western allies, says expert, Valbona Zeneli.

(Valbona Zeneli, George C. Marshall European Center for Security Studies) 3 “In southern Europe, in Central, Eastern Europe, it's been this idea of pushing the dissatisfaction with the European Union and the way that the European Union has handled, you know, vaccination but also previous, similar crises.”

Since 2012, China has offered direct investments and loans for major infrastructure projects in central and eastern Europe and promised increased trade. But almost a decade later, these projects have produced few jobs or economic boosts for local businesses. Now there are growing concerns over Chinese business practices that ignore labor rights and environment protections.

(Valbona Zeneli, George C. Marshall European Center for Security Studies)
“In most of cases, these are loans that will be paid back from the governments of these countries. And, non-transparent contracts where we see Chinese companies implementing the projects, in most of the cases, Chinese labor force and Chinese raw materials.”

When it comes to trade, Zeneli notes a deepening trade imbalance, in which Chinese companies are the main beneficiaries, and local business have seen little increase in their exports to China.

That may be about to change, as China looks for new import partners to reduce its dependence on U.S. imports, says J. Stephen Morrison.

(J. Stephen Morrison, Global Health Policy Director, CSIS )
“They're turning away from that deep interdependence. They're trying to lower that and they want to find replacement. Well, maybe then there's a more serious engagement here, when they come and talk about export markets into China from Eastern and Central Europe.”

Morrison says that China took a major gamble by rolling out its vaccines before completing the rigorous full trials conducted with other vaccines. Failure, he warns, could be detrimental, and not just for China’s reputation.

(J. Stephen Morrison, Global Health Policy Director, CSIS )
“That could destroy the public trust and confidence in vaccines. It could begin to set us back. The world needs to move forward towards a common achievement of herd immunity, of getting to 75 or 80 percent of coverage with safe and effective vaccines.”

As China pushes to expand its influence, experts stress the need for a more assertive engagement from Western powers, to ensure that China is not taking advantage of weaknesses in Central and Eastern Europe to gain an unfair advantage in the global marketplace.

XS
SM
MD
LG