ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ບໍ່ແມ່ນປະເທດດຽວ ທີ່ເສີມຂະຫຍາຍຄວາມແຂງແກ່ນ ຢູ່ເກາະດອນນ້ອຍທັງຫຼາຍ ໃນທະເລຈີນໃຕ້


ໃນພາບຖ່າຍເມື່ອວັນຈັນ ທີ 11 ພຶດສະພາ 2015, ຮູບຖ່າຍທາງອາກາດ ໂດຍຜ່ານປ່ອງຢ້ຽມຂອງເຮືອບິນທະຫານ ສະແດງໃຫ້ເຫັນການຖົມເກາະຖົມດອນທີ່ມີຢູ່ຕໍ່ເນື່ອງໃນເຂດ ເກາະມິສຊີຟ ໃນໝູ່ເກາະສແປຣັດລີ ໃນທະເລຈີນໃຕ້.
ໃນພາບຖ່າຍເມື່ອວັນຈັນ ທີ 11 ພຶດສະພາ 2015, ຮູບຖ່າຍທາງອາກາດ ໂດຍຜ່ານປ່ອງຢ້ຽມຂອງເຮືອບິນທະຫານ ສະແດງໃຫ້ເຫັນການຖົມເກາະຖົມດອນທີ່ມີຢູ່ຕໍ່ເນື່ອງໃນເຂດ ເກາະມິສຊີຟ ໃນໝູ່ເກາະສແປຣັດລີ ໃນທະເລຈີນໃຕ້.

ຫວຽດນາມ ໄດ້ນຳເອົາອຸປະກອນດ້ານທະຫານໄປຕິດຕັ້ງໃສ່ໝູ່ເກາະທີ່ຕົນຄວບຄຸມຢູ່ໃນທະເລຈີນໃຕ້ນັ້ນ ໃນໄລຍະສອງປີທີ່ຜ່ານມາ ອັນເປັນສິ່ງທີ່ບັນດານັກຊ່ຽວຊານບາງຄົນຢູ່ໃນພາກພື້ນ ກ່າວວ່າ ເປັນເຈດຕະນາ ທີ່ຈະສະກັດກັ້ນການໂຈມຕີໃດໆຈາກຈີນ ຊຶ່ງເປັນປະເທດທີ່ຄອບງຳ ໃນການຂັດແຍ້ງ ກ່ຽວກັບເສັ້ນ ທາງເດີນເຮືອນັ້ນ.

ລັດຖະບານໃນຮາໂນ່ຍ ຊຶ່ງເປັນນຶ່ງໃນຫົກປະເທດທີ່ອ້າງເອົາກຳມະສິດທັງໝົດ ຫຼືສ່ວນໃດສ່ວນນຶ່ງຂອງແຫລ່ງຊັບພະຍາກອນທີ່ອຸດົມສົມບູນຢູ່ໃນທະເລຈີນໃຕ້ນັ້ນ ໄດ້ເສີມສ້າງພວກຂຸມຫລົບໄພ ຫຼືບັງເກີ້ ລະບົບປ້ອງກັນແລະສື່ສານຢູ່ຕາມແຄມຝັ່ງທະເລ ອີງຕາມລາຍງານ ໂດຍໂຄງການລິເລີ້ມ ເພື່ອຄວາມໂປ່ງໃສໃນການເດີນເຮືອຂອງເອເຊຍ ພາຍໃຕ້ສູນກາງເພື່ອຍຸດທະສາດ ແລະການສຶກລະຫວ່າງປະເທດ ທີ່ມີຫ້ອງການຕັ້ງຢູ່ ວໍຊິງຕັນ ດີຊີ.

“ຂ້າພະເຈົ້າຄິດວ່າ ຫວຽດນາມຕ້ອງການໃຫ້ໝັ້ນໃຈວ່າ ຕົນຈະມີຄວາມອາດສາມາດບາງຢ່າງທີ່ຈະໂຈມຕີຮອບສອງໄດ້ ສະນັ້ນເພື່ອຄວາມໝັ້ນໃຈທີ່ວ່ານີ້ ຫວຽດນາມຕ້ອງມີຢ່າງໜ້ອຍ ລະບົບລູກສອນໄຟຈຳນວນນຶ່ງ ຢູ່ຕາມເກາະຕ່າງໆທີ່ສາມາດຍິງໄປເຖິງຖານທັບຕ່າງໆຂອງຈີນ” ນັ້ນແມ່ນຄຳເວົ້າ ຂອງທ່ານເກຣກກໍຣີ ໂພລິງ ຜູ້ອຳນວຍການຂອງໂຄງການລິເລີ້ມ ທີ່ໄດ້ກ່າວໄປ.

ບຣູນາຍ ຈີນ ມາເລເຊຍ ຟີລິບປິນ ໄຕ້ຫວັນ ແລະຫວຽດນາມ ຕ່າງກໍອ້າງເອົາກຳມະສິດທັງໝົດ ຫຼືສ່ວນໃດສ່ວນນຶ່ງ ຂອງທະເລທີ່ຍາວຢຽດຈາກຮົງກົງ ໄປເຖິງເກາະບໍນຽວ. ເສັ້ນທາງທະເລ ໃນພື້ນທີ່ 3 ລ້ານ 5 ແສນກິໂລແມັດມົນທົນ ແມ່ນເປັນແຫລ່ງຫາປາທີ່ມີຄ່າ ເປັນເສັ້ນທາງການຂົນສົ່ງ ແລະແຫລ່ງສະສົມສຳຮອງຂອງພະລັງຊາກພືດແລະສັດໃຕ້ທະເລ. ແຕ່ລະປະເທດກໍເຂົ້າຄວບຄຸມບາງເກາະດອນ ຢູ່ໃນໝູ່ເກາະສແປຣັດລີ ບ່ອນທີ່ຫວຽດນາມກໍໄດ້ສ້າງຕັ້ງຄ້າຍ
ຂອງຕົນຂຶ້ນ.

ຈີນໄດ້ອ້າງເອົາກຳມະສິດ 90 ເປີເຊັນຂອງທະເລດັ່ງກ່າວ ບົນພື້ນຖານ ຊຶ່ງຕົນກ່າວວ່າ ມີປະຫວັດສາດໃນການນຳໃຊ້ທີ່ໄດ້ຖືກບັນທຶກໄວ້. ລັດຖະບານປັກກິ່ງ ທີ່ໄດ້ຮັບການໜຸນຫຼັງ ໂດຍກຳລັງທະຫານ ທີ່ແຂງແກ່ນທີ່ສຸດອັນດັບສາມຂອງໂລກ ໄດ້ນຳໜ້າໝູ່ ໃນບັນຫາຂັດແຍ້ງ ປະມານນຶ່ງທົດສະຫວັດຜ່ານມາ ໂດຍການຖົມເກາະນ້ອຍທັງຫຼາຍຂຶ້ນ ແລະຕັ້ງອຸປະກອນທະຫານໃສ່ບາງເກາະທຽມ. ການຝຶກຊ້ອມຂອງກອງທັບເຮືອຈີນ ແລະການແລ່ນຜ່ານໂດຍກຳປັ່ນຕ່າງໆໃນເຂດທີ່ປະເທດຕ່າງໆອ້າງເອົາກຳມະສິດ ໄດ້ກະຕຸ້ນໃຫ້ສະຫະລັດສົ່ງກຳປັ່ນລົບໄປຍັງເຂດດັ່ງກ່າວ.

ອ່ານຂ່າວນີ້ຕື່ມ ເປັັນພາສາອັງກິດ

XS
SM
MD
LG