ຮົວເຫວີຍ ບໍລິສັດເທັກໂນໂລຈີຍັກໃຫຍ່ຂອງຈີນ ໄດ້ຟ້ອງລັດຖະບານສະຫະລັດ ໂດຍ
ຖົກຖຽງວ່າ ກົດໝາຍຂອງລັດຖະສະພາທີ່ໄດ້ຮັບຜ່ານເມື່ອປີກາຍນີ້ທີ່ຈຳກັດການເຮັດ
ທຸລະກິດຂອງຕົນ ຢູ່ໃນສະຫະລັດນັ້ນ ແມ່ນ “ຂັດຕໍ່ລັດຖະທຳມະນູນ.”
ຄະດີດັ່ງກ່າວ ຊຶ່ງບັນດານັກວິເຄາະ ມອງເຫັນວ່າ ເປັນການເຄື່ອນໄຫວໃນດ້ານປະຊາ
ສຳພັນນັ້ນ ແມ່ນເປັນຄວາມພະຍາຍາມ ທີ່ເພີ້ມຂຶ້ນຄັ້ງຫຼ້າສຸດ ໂດຍ ບໍລິສັດໂທລະຄົມ
ດັ່ງກ່າວ ເພື່ອຕໍ່ສູ້ກັບ ຄວາມເປັນຫ່ວງທາງດ້ານຄວາມໝັ້ນຄົງ ຂອງສະຫະລັດ ທີ່
ບໍລິສັດ ຮົວເຫວີຍ ໂຕ້ຖຽງວ່າ ບໍ່ເປັນທຳ ແລະ ບໍ່ມີມູນຄວາມຈິງ.
ໃນສຳນວນຟ້ອງຂອງຕົນນັ້ນ ບໍລິສັດຮົວເຫວີຍຖົກຖຽງວ່າ ມາດຕາ 889 ຂອງກົດໝາຍ
ວ່າດ້ວຍ ການອະນຸມັດໃນດ້ານການປ້ອງກັນປະເທດ ນັ້ນ ລະເມີດຕໍ່ຫຼັກການດ້ານ ລັດ-
ຖະທຳມະນູນ ວ່າດ້ວຍການແບ່ງແຍກອຳນາດ ແລະ ການໄດ້ຮັບ ການພິຈາລະນາດຳ ເນີນຄະດີໃນສານ. ດ້ວຍການທີ່ບໍລິສັດຖືກຕົກເປັນເປົ້າໝາຍ ແລະຖືກລົງໂທດ ໂດຍ
ປາດສະຈາກ ການດຳເນີນຄະດີ ນັ້ນ ບໍລິສັດນີ້ ຍັງໄດ້ ໂຕ້ແຍ້ງວ່າ ກົດໝາຍດັ່ງກ່າວ
ລະເມີດຕໍ່ວັກນຶ່ງ ຂອງລັດຖະທຳມະນູນ ວ່າດ້ວຍ ການໝາຍຫົວ ບຸກຄົນໃດນຶ່ງ ຫຼື
ບໍລິລັດໃດນຶ່ງ ໂດຍປາດສະຈາກການດຳເນີນ ຄະດີ.
ມາດຕາ 889 ຂອງກົດໝາຍ ຫ້າມບໍ່ໃຫ້ ອົງການຂອງລັດຖະບານກາງ ແລະ ບັນດາ
ພະນັກງານ ສັນຍາຈ້າງຂອງອົງການນັ້ນ ຊື້ອຸປະກອນ ແລະການບໍລິການ ໃດໆ ຈາກ
ບໍລິສັດຮົວເຫວີຍ ພ້ອມດ້ວຍບໍລິສັດໂທລະຄົມຂອງຈີນອີກບໍລິສັດນຶ່ງ ຄື ບໍລິສັດ ZTE.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ລົງນາມໃນກົດໝາຍດັ່ງ ກ່າວ ເພື່ອນຳໄປປະຕິບັດ
ເມື່ອປີກາຍນີ້.
ປະທານວຽນ ຂອງບໍລິສັດຮົວເຫວີຍ ທ່ານ ກົວ ຜິງ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນ
ພະຫັດວານນີ້ ທີ່ນະຄອນ ເສີນເຈີ້ນ ວ່າ “ການຫ້າມນີ້ ບໍ່ພຽງແຕ່ ບໍ່ຖືກ ຕ້ອງຕາມກົດ
ໝາຍ ແລ້ວ ແຕ່ຍັງໄດ້ເຮັດໃຫ້ທັງບໍລິສັດຮົວເຫວີຍ ແລະພວກຜູ້ ບໍລິໂພກຂອງ
ສະຫະລັດ ເສຍຫາຍນຳດ້ວຍ. ມາດຕານີ້ ຍົກເວັ້ນການໄດ້ຮັບການ ພິຈາລະນາ
ດຳເນີນຄະດີຂອງບໍລິສັດຮົວເຫວີຍ ລະເມີດຕໍ່ຫຼັກການຂອງການແບ່ງແຍກອຳນາດ
ທັບມ້າງຂະນົບທຳນຽມດ້ານກົດໝາຍຂອງສະຫະລັດ ແລະ ຂັດກັບລັກການ ຂອງ
ລັດຖະທຳມະນູນ ແທ້ໆເລີຍ.”
ທ່ານກົວ ໄດ້ກ່າວວ່າ ບໍລິສັດຮົວເຫວີຍ ບໍ່ມີທາງເລືອກໃດເລີຍ ມີແຕ່ຈະຕ້ອງ ເອົາມາດ
ຕະການທາງດ້ານກົດໝາຍ ໂດຍເນັ້ນຢ້ຳວ່າ ທັງບັນດາສະມາຊິກສະພາ ຫຼື ລັດຖະບານ
ບໍ່ໄດ້ສະແດງຫຼັກຖານໃດໆໃຫ້ເຫັນ ຈົນເຖິງເວລານີ້ ເພື່ອຢັ້ງຢືນໃນຄວາມເປັນຫ່ວງ
ທັງຫຼາຍນັ້ນ ທີ່ວ່າ ບໍລິສັດນີ້ ເປັນຄວາມກັງວົນດ້ານຄວາມໝັ້ນຄົງ.
ໃນວັນພະຫັດວານນີ້ ຮອງໂຄສົກ ກະຊວງການຕ່າງປະເທດ ສະຫະລັດ ທ່ານ ໂຣເບີດ
ພາລລາດີໂນ ໄດ້ປະຕິເສດ ທີ່ຈະໃຫ້ຄຳເຫັນ ກ່ຽວກັບ ການຟ້ອງຮ້ອງ ທີ່ຢູ່ໃນລະຫວ່າງ
ການດຳເນີນການ ແຕ່ໄດ້ກ່າວວ່າ ລັດຖະບານຕ້ອງເຝົ້າລະມັດລະວັງ ໃນເວລາທີ່
ຕັດສິນໃຈ ຈັດຊື້ອຸປກອນເຄື່ອງຂອງ.