ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຸ້ມບ້ານໃໝ່ຂອງຈີນ ຕັ້ງຂຶ້ນ ຢູ່ເຂດຊາຍແດນ ເທິງພູຫິມະໄລ ໄດ້ສ້າງຄວາມເປັນຫ່ວງໃຫ້ແກ່ອິນເດຍ


ແຜນທີ່ສະແດງໃຫ້ເຫັນເຂດຊາຍແດນ ທີ່ມີບັນຫາໂຕ້ແຍ້ງກັນລະຫວ່າງຈີນແລະອິນເດຍ.
ແຜນທີ່ສະແດງໃຫ້ເຫັນເຂດຊາຍແດນ ທີ່ມີບັນຫາໂຕ້ແຍ້ງກັນລະຫວ່າງຈີນແລະອິນເດຍ.

ການຊຸກຍູ້ຂອງຈີນເພື່ອໃຫ້ພົນລະເຮືອນຂອງຕົນເຂົ້າໄປຕັ້ງຖິ່ນຖານຢູ່ຕາມເຂດຊາຍແດນ ໃນຂົງເຂດພູຫິມະໄລທີ່ຖົກຖຽງກັນຢູ່ນັ້ນ ໄດ້ກໍ່ໃຫ້ເກີດຄວາມກັງວົນໃໝ່ທີ່ໃຫຍ່ຫຼວງສຳລັບອິນເດຍ ດັ່ງທີ່ບັນດານັກວິເຄາະຢູ່ໃນອິນເດຍ ກ່າວໄປ ຊຶ່ງມັນເປັນຍຸດທະສາດຂອງປັກກິ່ງທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ການອ້າງເອົາກຳມະສິດ ແບບດຽວກັນກັບຢູ່ໃນທະເລຈີນໃຕ້.

ສັນຍານທຸງແດງຄັ້ງຫຼ້າສຸດ ທີ່ໄດ້ຍົກຂຶ້ນໃຫ້ເຫັນໂດຍຄຸ້ມບ້ານໃໝ່ສ້າງຕັ້ງຂຶ້ນໂດຍຈີນຢູ່ໃນພື້ນທີ່ທີ່ເປັນບັນຫາຂັດແຍ້ງກັນລະຫວ່າງທັງສອງປະເທດຢູ່ຕາມຊາຍແດນໃນລັດອາຣູນາຈາລ ປຣະເດສ ທາງພາກຕາເວັນອອກສຽງເໜືອຂອງອິນເດຍ.

ການກໍ່ສ້າງຄຸ້ມບ້ານດັ່ງກ່າວຢູ່ໃນເຂດແດນທີ່ຍັງຖືກອ້າງກຳມະສິດໂດຍອິນເດຍ ແມ່ນເປັນຍຸດທະສາດເພື່ອເນັ້ນຢ້ຳການອ້າງກຳມະສິດຂອງຈີນຕໍ່ພື້ນທີ່ດັ່ງກ່າວດ້ວຍການປັບປ່ຽນສະພາບຄວາມເປັນຈິງຢູ່ທາງພາກພື້ນດິນ ອີງຕາມການກ່າວຂອງບັນດານັກວິເຄາະ.

“ຄຸ້ມບ້ານຕ່າງໆຢູ່ຊາຍແດນແມ່ນຊາວຫິມະໄລທີ່ທຽບເທົ່າກັບການສ້າງຕັ້ງເກາະທຽມຂອງຈີນໃນທະເລຈີນໃຕ້ ແລະຢ່າໃຫ້ພວກເຮົາລືມໄປວ່າ ຢູ່ໃນທະເລຈີນໃຕ້ນັ້ນ ຈີນໄດ້ແຕ້ມແຜນທີ່ພູມິສາດໃໝ່ໂດຍບໍ່ໄດ້ຍິງປືນລູກດຽວເລີຍ” ນັ້ນແມ່ນຄຳເວົ້າຂອງທ່ານບຣາມາ ແຈລລານີ (Brahma Chellaney) ອາຈານດ້ານການສຶກສາຄົ້ນຄວ້າຍຸດທະສາດຢູ່ທີ່ສູນກາງເພື່ອຄົ້ນຄວ້ານະໂຍບາຍຂອງນິວເດລີ ທີ່ໄດ້ກ່າວໄປ.

ທ່ານກ່າວຕື່ມວ່າ “ປັກກິ່ງໄດ້ທຳການຂະຫຍາຍເຂດແດນໂດຍບໍ່ໃຊ້ກຳລັງໂດຍກົງ ແຕ່ໂດຍຜ່ານການເຮັດສົງຄາມແບບຫຼາຍດ້ານ ແລະປະສົມປະສານກັນ. ຜົນສຳເລັດອັນນັ້ນ ແມ່ນຢູ່ໃນທະເລຈີນໃຕ້ ໄດ້ເຮັດໃຫ້ຈີນເກັ່ງກ້າຂຶ້ນແລະມັນໄດ້ເອົາແຜນເກມອັນນັ້ນ ມາໃຊ້ຕໍ່ດິນແດນໃນເຂດຊາຍແດນຂອງຫິມະໄລ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG