ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ກໍ​ລະ​ນີໂຄວິດ​ເພີ້ມ​ຂຶ້ນ​ ຢູ່​ປະ​ເທດ​ຈີນ ​ບໍ່​ແມ່ນເນື່ອງມາ​ຈາກ​ ການ​ຍົ​ກ​ເລີກ​ຂໍ້​ຈຳ​ກັດ ​ອີງ​ຕາມ​​ຜູ້​ອຳ​ນວຍ​ການ​ອົງ​ການ WHO


ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ ທ່ານ ທ່ານເຕ​ໂດ​ຣ​ສ ອັດ​ດາ​ນອມ ເກ​ເບ​ຣ​ເຢ​ເສິດ ຟັງ​ຫົວ​ໜ້າ ສຸກ​ເສີນ WHO ທ່ານ​ໄມ​ຄ໌ ຣາຍ​ຢານ ຢູ່ກອງ​ປະ​ຊຸ​ມອົງານ​ສະ​ຫະ​ປະ​ຊາ​ຊາດ
ຫົວ​ໜ້າ​ອົງ​ການ​ອະ​ນາ​ໄມ​ໂລກ ທ່ານ ທ່ານເຕ​ໂດ​ຣ​ສ ອັດ​ດາ​ນອມ ເກ​ເບ​ຣ​ເຢ​ເສິດ ຟັງ​ຫົວ​ໜ້າ ສຸກ​ເສີນ WHO ທ່ານ​ໄມ​ຄ໌ ຣາຍ​ຢານ ຢູ່ກອງ​ປະ​ຊຸ​ມອົງານ​ສະ​ຫະ​ປະ​ຊາ​ຊາດ

ກາ​ນລະ​ບາດ​ຂອງຄວິດ-19 ໄດ້​ລະ​ເບີດ​ຂຶ້ນ​ໃນປະ​ເທດ​ຈີນ ກ່ອນ​ການ​ຕັດ​ສິນ​ໃຈ​ຂອງລັດຖະ​ບານ ຢຸດ​ເຊົາ​ນະ​ໂຍ​ບາຍ​ທີ່​ເຄັ່ງ​ຄັດ “ສູນ​ໂຄວິດ” ຂອງ​ຕົນ ​ອີງ​ຕາມຄຳ​ເວົ້າ​ຜູ້​ອຳ​ນວຍການຄົນ​ນຶ່ງ​ຂອງ​ອົງກາ​ນ​ອະ​ນາ​ໄມ​ໂລກ (WHO) ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້ ​ເຮັດ​ໃຫ້ການ​ສະ​ເໜີ​ແນະ​ທີ່​ວ່າ ການ​ປ່ຽນ​ຢ່າງກະ​ທັນ​ຫັນ ໄດ້​ເປັນເຫດ​ໃຫ້​ມີ​ກໍ​ລະ​ນີຕິດ​ເຊື້ອ​ເພີ້ມ​ຂຶ້ນ.

ການ​ໃຫ້​ຄວາມ​ເຫັນ​ໂດຍຜູ້​ອຳ​ນວຍ​ການ​ຮັບ​ມື​ກັບ​ເຫດ​ສຸກ​ເສີນ​ຂອງ​ອົ​ງ​ການ​ອະ​ນາ​ໄມ​ໂລກ ທ່ານ​ໄມ​ຄ໌ ຣາຍ​ຢານ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ທ່ານໄດ້ເຕືອນເຖິງ​ຄວາມຈຳ​ເປັນ​ເພື່ອ​ໃຫ້​ມີ​ການ​ສັກ​ຢາວັກ​ຊີນຢູ່​ໃນປະ​ເທດ​ທີ່​ມີ​ເສດ​ຖະ​ກິດໃຫຍ່​ອັນ​ດັບ 2 ຂອງ​ໂລກ.

ໃນ​ການ​ຖະ​ແຫຼງຕໍ່​ສື່​ມວນ​ຊົນ ທ່ານ​ໄດ້​ກ່າວ​ວ່າ​ ເຊື້ອໄວ​ຣັ​ສ​ໄດ້​ແຜ່​ລາມ “ຢ່າງ​ວ່ອງໄວ” ​ຢູ່​ໃນ​ປ​ະ​ເທດ ມາເປັນ​ເວ​ລາ​ນານ​ ກ່ອນ​ການ​ຍົກ​ເລີ​ກ​ຂໍ້​ຈຳ​ກັດ​ຕ່າງໆ.

​ທ່ານ​ກ່າວ​ວ່າ “ມີ​ລາຍ​ງານ​ຢູ່​ໃນ​ຂະ​ນະ​ນີ້​ວ່າ ​ຈີນ​ໄດ້​ຍົກ​ເລີກ​ຂໍ້ຈຳ​ກັດ ແລະ​ໃນ​ທັນ​ໃດ ​ພະ​ຍາດກໍ​ບໍ່​ສາ​ມາດ​ຄວ​ບ​ຄຸມ​ໄດ້.”

“​ພະ​ຍາດ​ໄດ້​ແຜ່​ລາມ​ຢ່າງ​ຮ້າຍ​ແຮງ ເພາະ​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າມາດ​ຕະ​ການ​ຄວບ​ຄຸມ​ໃນ​ໂຕຂອງມັນເອງ​ ບໍ່​ໄດ້​ຢຸດ​ຢັ້ງ​ພະ​ຍາດ​ໄດ້. ​ແລະ​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ​ຈີນ ໄດ້​ຕັດ​ສິນ​ໃຈທາງ​ດ້ານ​ຍຸດ​ທະ​ສາດ​ ທີ່​ບໍ່​ແມ່ນ​ທາງ​ເລືອກ​ທີ່​ດີ​ທີ່​ສຸດ​ອີກ​ແລ້ວ.”

​ຄວາມ​ທ້າ​ທາຍສຳ​ລັບ​ຈີນທີ່​ຈະ​ທຳ​ການ​ຄວບ​ຄຸມເຊື້ອໄວ​ຣັ​ສໄດ້​ນັ້ນ ​ກໍ​ແມ່ນການຄ້ຳປະ​ກັນໃຫ້​ມີ​ຜູ້​ຄົນ​ໃນຈຳ​ນວນ​ຄົນ​ພຽງ​ພໍ ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ ນັ້ນ​ຄື​ຄຳ​ເວົ້າທີ່​ທ່ານ​ໄດ້​ກ່າວ.

​ຄວາມ​ຕື່ນ​ເຕັ້ນດີ​ໃຈໃນ​ປະ​ເທດ​ຈີນທີ່​ໄດ້​ເກີດ​ຈາກກ​ານ​ປ່ຽນ​ແປງນະ​ໂຍ​ບາຍ​ໂດຍ ອະ​ນຸ​ຍາດ​ໃຫ້​ຜູ້​ຄົນ​ຢູ່​ກັບ​ເຊື້ອ​ໄວ​ຣັ​ສໄດ້​ຫາຍ​ໄປ​ຢ່າງ​ໄວ ທ່າມ​ກາງ​ການ​ເພີ້ມ​ຂຶ້ນຂອງ​ຄ​ວາມ​ເປັນ​ຫ່ວງລະ​ບາດ ເພາະ​ວ່າ​ປະ​ຊາ​ຊົນ​ຂາດ “​ການ​ຕ້ານ​ທານ” ແລະ​ໄດ້​ຮັບອັດ​ຕາ​ການ​ສັກ​ຢາ​ຕ່ຳໃນ​ໝູ່​ພວກ​ຜູ້​ເຖົ້າ.

ການ​ໜ້າ​ການ​ລາຍ​ງານ ຫົວ​ໜ້າ​ອົງ​ການ WHO ທ່ານເຕ​ໂດ​ຣ​ສ ອັດ​ດາ​ນອມ ເກ​ເບ​ຣ​ເຢ​ເສິດ ກ່າວ​ວ່າ ທ່ານ​ “ມີ​ຄວາມ​ຫວັງທີ່​ສຸດ” ທີ່​ການ​ແຜ່​ລະ​ບາດ​ໄດ້​ເຮັດ​ໃຫ້​ຄົນ​ເສຍ​ຊີ​ວິດເຖິງ 6 ລ້ານ 6 ແສນ​ຄົນ ນັບ​ແຕ່​ໄດ້ປາ​ກົດ​ໂຕ​ຂຶ້ນ​ມາ ​ຢູ່​ໃນ​ເມືອງວູ​ຫານ ປະ​ເທດ​ຈີນ ​ເມື່ອ​ສາມ​ປີ​ກ່ອນ ​ບໍ່ໄດ້​ຖືກ​ພິ​ຈາ​ລະ​ນາ​ຕໍ່​ໄປ​ອີກວ່າ​ເປັນ​ໄພສຸກ​ເສີນ​ຢູ່​ໃນ​ທົ່ວ​ໂລກ ພາຍໃນ​ປີ​ໜ້າ​ນີ້.

“​ມັນ​ເປັນ​ສິ່ງ​ຍາກ​ທີ່​ສຸດ ​ທີ່​ກ່າວ​ເຖິງ​ສາມ​ປີ​ເຂົ້າ​ສູ່​ການ​ແຜ່​ລະ​ບາດ ທີ່​ຍັງ​ມີ​ຊ່ອງ​ຫວ່າງທີ່ຄວາມ​ສຳ​ຄັນ” ​ທີ່​ທ່ານ​ຣາຍ​ອັນ ໄດ້​ກ່າວ​ໂດຍໃຫ້​ຂໍ້​ສັງ​ເກ​ດ​ວ່າ​ມີ​ຫລາຍ​ໆ​ປະ​ເທດ​ໄດ້​ລົບ​ລ້າງຍຸດທະ​ສ​າດ​ການກວດ ແລະ​ສັງ​ເກດ​ການຊຶ່ງມີ​ຄວາມ​ສຳ​ຄັນ​ຕໍ່​ກາ​ນ​ຕິດ​ຕາມ​ຫາເຊື້ອໄວ​ຣັ​ສນັ້ນ.

ທ່ານ​ກ່າວ​ວ່າ “ພວກ​ເຮົາຕ້ອງ​ລະ​ມັດ​ລະ​ວັງ​ແທ້ໆ."

COVID-19 infections were exploding in China well before the government's decision to abandon its strict "zero-COVID" policy, a World Health Organization director said on Wednesday, quashing suggestions that the sudden reversal caused a spike in cases.

The comments by the WHO's emergencies director Mike Ryan came as he warned of the need to ramp up vaccinations in the world's No. 2 economy.

Speaking at a briefing with media, he said the virus was spreading "intensively" in the nation long before the lifting of restrictions.

"There's a narrative at the moment that China lifted the restrictions and all of a sudden the disease is out of control," he said.

"The disease was spreading intensively because I believe the control measures in themselves were not stopping the disease. And I believe China decided strategically that was not the best option anymore."

The challenge for China in getting the virus under control is ensuring an adequate number of people are vaccinated, he said.

The elation in China that met the changes in policy allowing people to live with the virus has quickly faded amid mounting concerns about surging infections because the population lacks "herd immunity" and has low vaccination rates among the elderly.

Earlier in the briefing, WHO chief Tedros Adhanom Ghebreyesus said he was “hopeful” that the pandemic, which has killed more than 6.6 million people since it emerged in Wuhan, China three years ago, will no longer be considered a global emergency sometime next year.

"It’s a very hard thing to say three years into a pandemic that there are still significant gaps," said Ryan noting that many countries have dismantled their testing and surveillance strategies which are critical for tracing the virus.

"We have to be really careful," he said.

XS
SM
MD
LG