ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບົດບາດຂອງຈີນ ໃນການລະບາດ ຂອງໄວຣັສໂຄໂຣນາ ກາຍເປັນເລື້ອງ ສຳຄັນ ໃນການເລືອກຕັ້ງ ຂອງສະຫະລັດ


China's Role in Coronavirus Pandemic Becoming Key U.S. Election Issue
please wait

No media source currently available

0:00 0:03:20 0:00

ເຊີນຊົມວີດີໂອ ກ່ຽວກັບລາຍງານນີ້ ເປັນພາສາອັງກິດ

ຂໍ້ກ່າວຫາທີ່ວ່າ ຈີນ ລາຍງານຂ່າວ ຢ່າງບໍ່ເຕັມສ່ວນ ແລະໃຫ້ຂ່າວທີ່ບໍ່ຖືກຕ້ອງ ກ່ຽວກັບການລະບາດຂອງໄວຣັສໂຄໂຣນາ ທີ່ໄດ້ກຳເນີດຂຶ້ນ ຢູ່ໃນເມືອງວູຮານຂອງຈີນ ນັ້ນ ໄດ້ກາຍມາເປັນຫົວຂໍ້ທີ່ຮ້ອນແຮງ ໃນການເລື້ອງຕັ້ງປະທານາທິບໍດີຂອງສະຫະລັດ ໃນປີນີ້. ນັກຂ່າວວີໂອເອ ບຣາຍແອນ ແພດເດັນ ລາຍງານມາວ່າ ທັງປະທານາທິບໍດີ ດໍໂນລ ທຣຳ ແລະຄູ່ແຂ່ງຂອງທ່ານຈາກພັກເດໂມແຄຣັດ ທ່ານໂຈ ໄບເດັນ ໄດ້ເລີ້ມຕົ້ນການໂຄສະນາຫາສຽງ ດ້ວຍກ່າວຫາກັນແລະກັນຕ່າງໆນາໆ ວ່າ ອ່ອນແອໃນເລື້ອງການຮັບມືກັບໂຣກລະບາດຂອງຈີນນັ້ນ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທີມງານການເລືອກຕັ້ງ ເພື່ອແຂ່ງຂັນເອົາຕຳແໜ່ງຄືນອີກ ຂອງປະທານາທິບໍດີ ທຣຳ ເມື່ອມໍ່ໆມານີ້ ໄດ້ເປີດເຜີຍໂຄສະນາອັນນຶ່ງ ທີ່ຢ້ອນຫວນຄືນໄປເຖິງຫົວຂໍ້ຕ່າງໆຂອງການໂຄສະນາຫາສຽງໃນປີ 2016 ພຸ້ນ ທີ່ໄດ້ກ່າວໂຈມຕີ ຈີນ ແລະກ່າວຫາຄູ່ແຂ່ງຂອງທ່ານຈາກພັກເດໂມແຄຣັດ ແຕ່ໃນຄັ້ງນີ້ ແມ່ນອະດີດຮອງປທານາທິບໍດີ ໂຈ ໄບເດັນ ກ່ຽວກັບການສໍ້ລາດບັງຫຼວງ.

ທ່ານແມັດຕ໌ ໂກຣສແມນ ສາດສະດາຈານດ້ານລັດຖະສາດ ທີ່ມະຫາວິທະຍາ ໄລ ລັດມິຊິແກັນ ໃຫ້ຄຳເຫັນຜ່ານທາງສະໄກ້ ວ່າ “ຖ້າວ່າມັນໄດ້ຜົນໃນຄັ້ງທີ່ຜ່ານມາ ພວກເຂົາເຈົ້າ ອາດຈະໝັ້ນໃຈວ່າ ມັນອາດມີໂອກາດທີ່ຈະໄດ້ຜົນອີກເທື່ອນຶ່ງ ໃນຄັ້ງນີ້.”

ທ່ານ ທຣຳ ໄດ້ຊະນະການເລືອກຕັ້ງປະທານາທິບໍດີ ໃນປີ 2016 ສ່ວນນຶ່ງກໍເປັນຍ້ອນການຖິ້ມໂທດໃສ່ຈີນ ສຳລັບການສູນເສຍວຽກງານການຜະລິດສິນຄ້າຂອງສະຫະລັດ ແລະໄດ້ບັນຍາຍໃຫ້ເຫັນວ່າ ທ່ານນາງຮີລລາຣີ ຄລິນຕັນ ຊຶ່ງໃນເວລານັ້ນ ຖືກສະເໜີຊື່ໃຫ້ຕາງໜ້າພັກເດໂມແຄຣັດ ມີສ່ວນພົວພັນກັບພວກບໍລິສັດທີ່ຫວັງຜົນປະໂຫຍດ ຢ່າງສໍ້ໂກງ.

ເປົ້າໝາຍໂຄສະນາໂດຍວີດີໂອຂອງທ່ານທຣຳ ແນໃສ່ທ່ານໄບເດັນ ເຖິງຄວາມແຕກຕ່່າງໃນການຕັດສິນໃຈຂອງປະທານາທິບໍດີ ທີ່ໄດ້ງົດການເດີນທາງເຂົ້າມາຈາກຈີນ ເພື່ອປ້ອງກັນການແຜ່ລະບາດຂອງໄວຣັສໂຄໂຣນາ. ແຕ່ໂຄສະນາອັນນີ້ ຍັງໄດ້ໃຊ້ຖະແຫລງການຂອງທ່ານໄບເດັນ ແບບຜິດຈາກເນື້ອໄນ ເພື່ອສະ ແດງໃຫ້ເຫັນວ່າ ທ່ານໄບເດນ ອ່ອນແອຕໍ່ຈີນ. ແລະມັນຍັງກ່າວຫາທ່ານໄບເດັນ ວ່າ ເປັນອັນຕະລາຍທາງດ້ານການເງິນ ບົນພື້ນຖານຂອງຂໍ້ກ່າວຫາທີ່ຂາດຫຼັກຖານ ທີ່ວ່າ ທ່ານຮັນເຕີ້ ໄບເດັນ ລູກຊາຍຂອງທ່ານ “ໄດ້ລົງນາມໃນຂໍ້ຕົກລົງມູນຄ່ານຶ່ງຕື້ໂດລາ” ກັບບໍລິສັດລັດວິສາຫະກິດຂອງຈີນ.

ກ່ອນໜ້າການລະບາດລະດັບໂລກຂອງໄວຣັສໂຄໂຣນາ ທ່ານທຣຳ ໄດ້ກ່າວອ້າງເຖິງເສດຖະກິດ ທີ່ຂະຫຍາຍຕົວຢ່າງແຂງຂັນ ໃນລະຫວ່າງການດຳລົງຕຳແໜ່ງຂອງທ່ານ ອັນເປັນເລື້ອງທີ່ສຳຄັນ ໃນການໂຄສະນາຫາສຽງ.

ດຽວນີ້ ທຸລະກິດຫຼາຍແຫ່ງໄດ້ປິດລົງຢ່າງແຜ່ຫຼາຍ ມາດຕະການທີ່ໄດ້ວາງອອກເພື່ອເຮັດໃຫ້ການແຜ່ລະບາດຊ້າລົງນັ້ນ ສົ່ງຜົນໃຫ້ຊາວອາເມຣິກັນຫຼາຍລ້ານຄົນຫວ່າງງານ.

ການຢັ່ງຫາງສຽງສະແດງໃຫ້ເຫັນວ່າ ການໃຫ້ຄະແນນຄ່ານິຍົມຊົມຊອບຕໍ່ປະ ທານາທິບໍດີ ໄດ້ຕົກຕ່ຳລົງຍ້ອນສິ່ງທີ່ຊາວອາເມຣິກັນໂດຍສ່ວນໃຫຍ່ ເຫັນວ່າ ເປັນການຮັບມືກັບວິກິດການດ້ານສາທາລະນະສຸກ ແລະເສດຖະກິດ ຢ່າງບໍ່ສອດຄ້ອງຂອງທ່ານນັ້ນ.

ທ່ານທຣຳ ແລະບັນດາສະມາຊິກລັດຖະສະພາສັງກັດພັກຣີພັບບລີກັນ ຢືນຢັດວ່າ ຈີນ ຄວນປະເຊີນກັບຜົນສະທ້ອນທີ່ຕິດຕາມມາ ສຳລັບການປິດບັງຄວາມຮ້າຍກາດໃນວິກິດການດ້ານສາທາລະນະສຸກຂອງໄວຣັສໂຄວິດ-19 ແລະການແຜ່ກະຈາຍຂໍ້ມູນທີ່ບິດເບືອນຄວາມຈິງ ທີ່ວ່າ ໄວຣັສນີ້ ແມ່ນມາຈາກສະຫະລັດ.

ແຕ່ພວກຕ້ອງຕິທ່ານທຣຳ ມອງເຫັນຂໍ້ຄວາມດັ່ງກ່າວນີ້ ເປັນຄວາມພະຍາຍາມທີ່ຈະຫັນຄວາມຜິດໄປຈາກການຮັບມືກັບໂຣກລະບາດທີ່ຫລ້າຊ້າຂອງສະຫະລັດ ຊຶ່ງໄດ້ເອົາຊີວິດຊາວອາເມຣິກັນ ຫຼາຍກວ່າ 42,000 ຄົນແລ້ວ

ທ່ານໂຣເບີດ ແດລີ ນັກວິເຄາະກ່ຽວກັບຈີນ ຢູ່ທີ່ສູນກາງວີລສັນ (Wilson Center) ກ່າວ ຜ່ານທາງສະໄກ້ ວ່າ “ການຕິຊົມຄະນະລັດຖະບານທ່ານທຣຳ ໝາຍຄວາມວ່າ ຈີນນັ້ນ ໄດ້ມີຄວາມໂປ່ງໃສຢ່າງສິ້ນເຊີງ ແລະສະຫະລັດຄວນມີແຜນຍຸດທະສາດໃນການຮັບມືກັບວິກິດການຂອງຕົນໄດ້ຢ່າງສົມບູນ. ແລະພວກເຮົາຮູ້ດີວ່າ ຄວາມຈິງບໍ່ເປັນເຊັ່ນນັ້ນ.”

ໃນຂະນະທີ່ການກ່າວຫາທ່ານໄບເດັນ ໃນການສໍ້ໂກງເລື້ອງຜົນປະໂຫຍດດ້ານການເງິນ ບັນດານັກວິຈານ ກ່າວວ່າ ທ່ານທຣຳ ແລະຄອບຄົວຂອງທ່ານ ກໍມີຄວາມໂປ່ງໃສຕ່ຳກວ່າ ກ່ຽວກັບການຕົກລົງທັງຫຼາຍໃນດ້ານທຸລະກິດໃນທົ່ວໂລກຂອງພວກເຂົາເຈົ້າ ໂດຍໃຫ້ຂໍ້ສັງເກດວ່າ ທ່ານປະທານາທິບໍດີ ຍັງບໍ່ທັນໄດ້ເປີດເຜີຍການແຈ້ງລາຍຮັບເສຍພາສີໃດໆເທື່ອ.

ແຕ່ການໂຕ້ແຍ້ງຂອງທ່ານທຣຳ ກໍແມ່ນວ່າ ຊັບສິນສ່ວນຕົວຂອງທ່ານນັ້ນ ແທ້ຈິງແລ້ວ ປົດປ່ອຍທ່ານຈາກການແຊກແຊງຈາກພາຍນ້ອງນັ້ນ ຍັງສືບຕໍ່ເປັນສຽງສະທ້ອນດຽວກັນກັບພວກສະໜັບສະໜູນທ່ານຫຼາຍໆຄົນ.

ທ່ານໂກຣສແມນ ກ່າວຜ່ານທາງສະໄກ້ ວ່າ “ອັນນັ້ນ ເປັນຍຸດທະສາດທີ່ນິຍົມ ນຳກັນໂດຍສ່ວນຫຼາຍ ທີ່ຈະເວົ້າໄດ້ວ່າ ໂດຍທົ່ວໄປແລ້ວ ທ່ານຮູ້ດີວ່າ ‘ພວກເຂົາເຈົ້າທັງໝົດສໍ້ໂກງ, ແລະວ່າ ຂ້ອຍເອງກໍສໍ້ໂກງ, ແຕ່ຂ້າພະເຈົ້າ ຈະສໍ້ໂກງໃນນາມຂອງເຈົ້າ.”

ຄະນະໂຄສະນາຫາສຽງຂອງທ່ານໄບເດັນ ໄດ້ຕ້ອບໂຕ້ຄືນດ້ວຍໂຄສະນາຂອງຕົນເອງ. ມັນໄດ້ກ່າວຫາທ່ານທຣຳ ທີ່ບໍ່ຫົວຊານຳບົດລາຍງານຂອງອົງການສືບລັບໃນຕອນຕົ້ນ ທີ່ເຕືອນເຖິງໄພຂົ່ມຂູ່ຂອງໄວຣັສໂຄໂຣນາ ແລະການກ່າວຍົກຍ້ອງປະທານປະເທດຈີນ ທ່ານສີ ຈິ້ນຜິງ ທ່າມກາງວິກິດການຂອງໄວຣັສດັ່ງກ່າວ ເພື່ອທີ່ຈະຮັກສາໄວ້ ຂໍ້ຕົກລົງການຄ້າ ທີ່ໄດ້ລົງນາມໄປເມື່ອບໍ່ດົນມານີ້ ລະຫວ່າງ ສະຫະລັດ ແລະ ຈີນ.

ທັງສອງການໂຄສະນາ ໄດ້ເພີ້ມການຕ້ອງຕິປັກກິ່ງຫຼາຍຂຶ້ນ ຊຶ່ງສະທ້ອນເຖິງຄວາມໂມໂຫຂອງມະຫາຊົນໃນສະຫະລັດຕໍ່ຈີນ ທີ່ວ່າເປັນຕົ້ນກຳເນີດຂອງເຊື້ອໄວຣັສອັນຕະລາຍຮ້າຍແຮງ ທີ່ໄດ້ຕິດແປດຫຼາຍລ້ານຄົນ ສົ່ງຜົນໃຫ້ເສດຖະກິດໂດຍສ່ວນໃຫຍ່ຂອງໂລກ ຕ້ອງໄດ້ປິດລົງ.

China’s alleged under-reporting and misinformation about the coronavirus outbreak that originated in the Chinese city of Wuhan is becoming a heated topic in the U.S. presidential election. VOA’s Brian Padden reports that both President Donald Trump and his Democratic rival, Joe Biden, have launched dueling campaign ads accusing each other of being soft on China’s handling of the pandemic.

President Trump’s reelection team recently released an ad revisiting themes from his 2016 campaign – attacking China and accusing his Democratic rival, this time former Vice President Joe Biden, of corruption.

(Matt Grossmann, Political Science Professor, Michigan State University)

“If that worked last time, they may be betting that it has a chance to work again this time.”

Trump won the 2016 presidential election in part by blaming China for the loss of U.S. manufacturing jobs and characterizing then-Democratic nominee Hillary Clinton as corruptly tied to corporate interests.

The Trump campaign ad targeting Biden contrasts the president’s decision to cut off travel from China to prevent the spread of the coronavirus, with his rival’s opposition to the travel ban. But the ad also uses out-of-context statements from Biden to portray him as soft on China. And it accuses him of being financially compromised based on unproven allegations that his son, Hunter Biden, “inked a billion dollar deal” with a Chinese state-run business.

Before the coronavirus pandemic, Trump had been touting strong economic growth during his presidency as a key campaign issue.

Now widespread business closures imposed to slow the outbreak have left millions of Americans out of work.

Polls show the president’s approval rating falling over what a majority of Americans see as his inconsistent handling of the public health and economic crises.

Trump and congressional Republicans insist China should face consequences for masking the severity of the COVID-19 health crisis and spreading disinformation that the virus came from the U.S.

But Trump’s critics see this messaging as an attempt to shift blame away from the slow U.S. response to the pandemic, which has claimed more than 42,000 American lives.

(Robert Daly, China Analyst, Wilson Center)

“The critique of the Trump administration implies that had China been perfectly transparent, the United States would have been perfectly strategic in its response. And we know that not to be true.”

While accusing Biden of corrupt financial interests, critics say Trump and his family are less than transparent about their own business dealings around the world, noting the president has yet to release any tax returns.

But Trump’s argument that his personal wealth actually frees him from outside influence continues to resonate with many of his supporters.

(Matt Grossmann, Political Science Professor, Michigan State University)

“That's a fairly common populous strategy, is to say, you know, ‘they are all corrupt, that I was too, but I'm going to be corrupt on your behalf, basically.’”

The Biden campaign has countered with its own ad. It accuses Trump of ignoring early intelligence reports warning of the coronavirus threat and of praising Chinese President Xi Jinping in the midst of the crisis to preserve a recently-inked trade deal between the U.S. and China.

Both campaigns are increasingly critical of Beijing, reflecting growing public anger in the U.S. at China as the origin for the deadly virus that is infecting millions, causing much of the world economy to shut down.

XS
SM
MD
LG