ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຮຽກຮ້ອງ​ໃຫ້ ສະຫະລັດ ປ່ອຍຊັບສິນ​ ທີ່​ຖືກ​ກັກ​ຂອງ ອັຟການິສຖານ ແລະ ຍົກ​ເລ​ີກການລົງໂທດ


ລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຢີ້ ​ທີ່ກອງປະຊຸ່ມຄັ້ງທີສອງ ຂອງບັນດາລັດຖະມົນຕີຕ່າງປະເທດ ເພື່ອນບ້ານອັຟການິສຖານ ໃນເຕຫະຣານ ​ປະ​ເທດອີ​ຣ່ານ ວັນທີ 27 ຕຸລາ 2021.
ລັດຖະມົນຕີຕ່າງປະເທດຈີນ ທ່ານຫວັງ ຢີ້ ​ທີ່ກອງປະຊຸ່ມຄັ້ງທີສອງ ຂອງບັນດາລັດຖະມົນຕີຕ່າງປະເທດ ເພື່ອນບ້ານອັຟການິສຖານ ໃນເຕຫະຣານ ​ປະ​ເທດອີ​ຣ່ານ ວັນທີ 27 ຕຸລາ 2021.

ລັດຖະມົນຕີຕ່າງປະເທດຈີນ ທ່ານ ຫວັງ ຢີ້ ໄດ້ກ່າວໃນວັນຈັນວານນີ້ວ່າ ປະເທດຂອງທ່ານກຳລັງເຮັດວຽກຮ່ວມກັບບັນດາປະເທດເພື່ອນບ້ານຂອງ ອັຟການິສຖານ ເພື່ອຊ່ວຍເລັ່ງລັດ​ຈັດສົ່ງການຊ່ວຍເຫຼືອ​ດ້ານມະນຸດສະທຳ ​ໄປ​ໃຫ້ ອັຟການິສຖານ ແລະຮຽກຮ້ອງໃຫ້ ສະຫະລັດ ປ່ອຍເງິນສຳ​ຮອງຕ່າງປະເທດທີ່​ເກັບຮັກສາໄວ້ນັ້ນ ໂດຍປາດ ສະຈາກການຊັກຊ້າອີກຕໍ່ໄປ.

“ອັຟການິສຖານ ກຳລັງຢູ່ໃນໄລ​ຍະຂ້າມຜ່ານທີ່ສຳ​ຄັນຈາກຄວາມວຸ້ນວາຍໄປສູ່ຄວາມເປັນລະບຽບຮຽບຮ້ອຍ” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ ຫວັງ ໄດ້ກ່າວຕໍ່ກອງປະຊຸ່ມນັກຂ່າວທີ່ ປັກກິ່ງ. ທ່ານໄດ້ກ່າວເຖິງການ​ເຂົ້າຍຶດອຳນາດຂອງ​ກຸ່ມຕາລິບານ ໃນເດືອນສິງຫາທີ່ຜ່ານມາ ຫຼາຍມື້ກ່ອນໜ້າການຖອນກຳລັງຕ່າງປະເທດ​ພາຍໃຕ້​ການ​ນຳ​ພາ​ຂອງສະຫະລັດ​ ທີ່​ສັບ​ສົນ​ວຸ້ນ​ວາຍ ຈາກປະເທດ​ທີ່​ປະ​ສົບ​ກັບ​ໄພ​ສົງ​ຄາມ​ທີ່​ຍືດ​ເຍື້ອ​ມາເກືອບ 20 ປີ.

ຫົວໜ້າ​ນັກການທູດຈີນກ່າວວ່າ “ສະຫະລັດ​ ໄດ້ຍ່າງໜີ​ໄປ​ແບບບໍ່ມີຄວາມຮັບຜິດຊອບປ່ອຍໃຫ້ປະຊາຊົນ
ອັຟການິສຖານ ຕົກຢູ່ໃນວິກິດການມະນຸດສະທຳທີ່ຮ້າຍແຮງ ແລະ ສ້າງບັນ​ຫາທ້າທາຍ​ທາງ​ດ້ານຄວາມປອດໄພຢ່າງໃຫຍ່ຫຼວງຕໍ່​ສະ​ຖຽນ​ລະ​ພາບຢູ່ໃນຂົງເຂດ.

ທ່ານ​ ຫວັງ ກ່າວວ່າ “ພວກເຮົາ​ຂໍຮຽກຮ້ອງໃຫ້ປ່ອຍ​ຊັບ​ສິນຂອງ ອັຟການິສຖານ ທີ່​ຖືກກັກໄວ້ໃນ ສະຫະລັດ ນັ້ນໂດຍທັນທີ ແລະ ການລົງໂທດພຽງຝ່າຍດຽວຕໍ່​ການສົ່ງຊັບ​ສິນຄືນ​ທີ່ເປັນຂອງປະຊາຊົນ ອັຟການິສຖານ ໂດຍ​ປາ​ສະ​ຈາກ​ເງື່ອນ​ໄຂ​ໃດໆ.” ​ທ່ານ​ກ່າວ​ຕື່ມ​ວ່າ ນີ້ຈະຊ່ວຍໃຫ້ຊາວ ອັຟການິສຖານ ຜ່ານພົ້ນລະດູໜາວ ແລະ ຕ້ອນ​ຮັບລະດູບານໃໝ່ຈະມາເຖິງນີ້.

Chinese Foreign Minister Wang Yi said Monday his country is working with other neighbors of Afghanistan to help speed up the delivery of humanitarian aid to Afghans and urged the United States to release Afghan foreign cash reserves without any further delay.

“Afghanistan is in a critical transition from chaos to order,” Wang told a news conference in Beijing. He referred to the Taliban’s seizure of power last August, days before the chaotic withdrawal of U.S.-led foreign troops from the war-ravaged country after almost 20 years.

“The United States walked away irresponsibly from Afghanistan, leaving the Afghan people in a serious humanitarian crisis and creating enormous security challenges to regional stability,” the chief Chinese diplomat said.

“We call on the immediate lifting of the freeze on Afghanistan’s assets in the U.S. and various unilateral sanctions to unconditionally return assets that belong to the Afghan people,” Wang said. This would help Afghans get through the winter and embrace the coming of spring, he added.

XS
SM
MD
LG