ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍ​ພົວ​ພັນ​ຂອງ ຈີນ ກັບ ໄຕ້​ຫວັນ ຕົກ​ຕ່ຳ ໃນ​ຂະ​ນະ​ທີ່ ຜູ້​ນຳ​ ຖືກ​ເລືອກ ​ດຳ​ລົງ​ຕຳ​ແໜ່ງ​ອີກ​ຄັ້ງໃນ ໄຕ້​ຫວັນ


ຜູ້​ສະ​ໜັບ​ສະ​ໜູນ ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່ານ​ນາງ ສາຍ ອິງ ເຫວິນ ຮ້ອງ​ເຊຍ ສຳ​ລັບ​ໄຊ​ຊະ​ນະ​ຂອງ​ທ່ານ​ນາງ ໃນ​ນະ​ຄອນຫຼວງ ໄທ​ເປ. 11 ມັງ​ກອນ, 2020.
ຜູ້​ສະ​ໜັບ​ສະ​ໜູນ ປະ​ທາ​ນາ​ທິ​ບໍ​ດີ ໄຕ້​ຫວັນ ທ່ານ​ນາງ ສາຍ ອິງ ເຫວິນ ຮ້ອງ​ເຊຍ ສຳ​ລັບ​ໄຊ​ຊະ​ນະ​ຂອງ​ທ່ານ​ນາງ ໃນ​ນະ​ຄອນຫຼວງ ໄທ​ເປ. 11 ມັງ​ກອນ, 2020.

ສາຍ​ພົວ​ພັນ​ທີ່​ດຸ​ເດືອດ​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ​ລະ​ຫວ່າງ ໄຕ້​ຫວັນ ກັບ ຈີນ ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ອີກ​ຄັ້ງ​ນຶ່ງ ຫຼັງ​ຈາກ​ຜູ້​ທີ່​ມີ​ຄວາມ​ລະ​ແວງ ກ່ຽວ​ກັບ ປັກ​ກິ່ງ ໄດ້​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄືນ ແລະ ພັກຂອງ​ທ່ານ​ນາງ​ກໍ​ໄດ້​ຮັບ​ສຽງ​ສ່ວນຫຼາຍ​ໃນ​ສະ​ພາ​ນິ​ຕິ​ບັນ​ຍັດ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ແຕ່​ບັນ​ດາ​ນັກ​ວິ​ເຄາະ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ນະ​ຄອນຫຼວງ ໄທ​ເປ ເວົ້າ​ວ່າ ການ​ຕົກ​ຕ່ຳ​ຄັ້ງ​ນີ້​ຈະ​ບໍ່​ເລິກ​ຄື​ກັບ​ບ່ອນ​ອື່ນໆ.

ນຶ່ງວັນ​ລັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ສາຍ ອິງ ເຫວິນ ໄດ້​ຊະ​ນະຄະ​ແນນ​ສຽງຫຼາ​ຍ ກວ່າ ແປດລ້ານ​ນຶ່ງ​ແສນຄະ​ແນນ​ ແລະ ສຽງ​ສ່ວນຫຼາຍ 57 ເປີ​ເຊັນ​ນັ້ນ, ອົງ​ການ​ຂ່າວ​ທາງ​ການ​ຂອງ ຈີນ, ຊິນ​ຫົວ, ກໍໄດ້​ເອີ້ນ​ຜົນ​ທີ່​ອອກ​ມາ​ນັ້ນ​ດັ່ງ​ກັບ “ຄວາມ​ກ້າວ​ໜ້າ​ທີ່​ຈະ​ສ້າງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ ​ຕໍ່​ປະ​ຊາ​ຊົນ​ຜູ້​ທີ່​ມີ​ຄວາມ​ຫວັງ​ເພື່ອ​ສັນ​ຕິ​ພາບ” ແລະ ການ​ໃຊ້ເວົ້າ​ໂຈມ​ຕີ​ໃສ່​ຜູ້​ນຳ​ທີ່​ຖືກ​ເລືອກ​ດຳ​ລົງ​ຕຳ​ແໜ່ງ​ຄືນ​ນັ້ນ.

ບົດ​ສະ​ແດງ​ຂໍ້​ຄິດ​ເຫັນ​ໄດ້​ກ່າວ ໂດຍ​ອ້າງ​ເຖິງ​ພັກ​ຫົວ​ກ້າວ​ໜ້າ​ປະ​ຊາ​ທິ​ປະ​ໄຕ​ທີ່​ກຳ​ລັງ​ປົກ​ເກາະນັ້ນ​ວ່າ “ທ່ານ​ນາງ ສາຍ ແລະ ພັກ​ຫົວ​ກ້າວ​ໜ້າ​ປະ​ຊາ​ທິ​ປະ​ໄຕ ໄດ້​ໃຊ້​ກົນລະ​ຍຸດ​ທີ່​ສົກ​ກະ​ປົກ​ເຊັ່ນ​ການ​ສໍ້​ໂກງ, ການ​ກົດ​ຂີ່ ແລະ ການ​ຂົ່ມ​ຂູ່​ເພື່ອ​ໃຫ້​ໄດ້​ຄະ​ແນນ​ສຽງ, ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຫັນ​ແກ່​ຕົວ, ຄວາມ​ໂລບ​ມາກ​ໂລ​ພາ ແລະ ຄວາມ​ໂຫດ​ຮ້າຍ​ຂອງ​ເຂົາ​ເຈົ້າ​ຢ່າງ​ເຕັມ​ທີ່.”

ການ​ໃຊ້​ຄຳ​ເວົ້າ​ດັ່ງ​ກ່າວນີ້ ໄດ້​ໃຫ້ຄວາມ​ສົນ​ໃຈ​ຢ້ອນ​ກັບ​ໄປ​ຫາ​ການ​ໃຊ້​ຄຳ​ເວົ້າ​ທີ່​ຮຸນ​ແຮງທີ່ ຈີນ ໄດ້​ໃຊ້ຫຼັງ​ຈາກ​ທ່ານ​ນາງ ສາຍ ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ຄັ້ງ​ທຳ​ອິດ​ຂອງ​ເພິ່ນ​ໃນ​ປີ 2016. ຈີນ ​ໄດ້ອ້າງ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ​ໃນ ໄຕ້​ຫວັນ ແຕ່​ທ່ານນ​າງ ສາຍ ໄດ້​ປະ​ຕິ​ເສດ​ເງື່ອນ​ໄຂ​ຂອງ​ລັດ​ຖະ​ບານ ປັກ​ກິ່ງ ສຳ​ລັບ​ການ​ເຈ​ລະ​ຈາ​ທີ່​ທັງ​ສອງ​ຝ່າຍ​ ຢູ່​ພາຍ​ໃຕ້​ທຸງ​ຊາດ​ອັນ​ນຶ່ງ​ດຽວ​ກັນ. ທັງ​ສອງ​ຝ່າຍ​ນັ້ນ​ໄດ້​ປົກ​ຄອງ​ຕົນ​ເອງ​ຕ່າງ​ຫາກ​ນັບ​ຕັ້ງ​ແຕ່​ຊຸມ​ປີ 1940 ເປັນ​ຕົ້ນ​ມາ.

ຈີນ ໄດ້​ທຳ​ການ​ຕິດ​ຕາມ ໄຕ້​ຫວັນ ​ຈາກ​ປີ 2016 ຮອດ​ປີ 2019, ດ້ວຍ​ກາ​ນ​ຂັບ​ເຮືອ​ບິນ​ຮົບ​ຜ່ານ​ໃກ້​ກັບ​ເກາະ​ດັ່ງ​ກ່າວ, ຕັດ​ການ​ທ່ອງ​ທ່ຽວ​ໃນ ໄຕ້​ຫວັນ ລົງ ແລະ ຮຽກ​ຮ້ອງ​ໃຫ້​ 7 ປະ​ເທດ​ຍົກ​ເລີກ​ການ​ຮັບ​ຮູ້​ລັດ​ຖະ​ບານ ໄທ​ເປ.

ທ່ານ​ນາງ ສາຍ ຄາດ​ວ່າ​ຈະ​ໄດ້​ຮັບ​ການ​ກົດ​ດັນ​ຈາກ​ ຈີນ ເພີ່ມ​ຂຶ້ນ​ໃນ​ການ​ກ່າວ​ຄຳ​ປາ​ໄສ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ ແຕ່​ໄດ້​ກ່າວ​ວ່າ ທ່ານ​ນາງ​ຈະ​ພະ​ຍາ​ຍາມບໍ່​ເຮັດ​ໃຫ້​ມັນ​ຮຸນ​ແຮງ.

ທ່ານ​ນາງ ສາຍ​ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ການ​ກົດ​ດັນ​ຈາກ ຈີນ ຈະ​ຄົງ​ມີ​ຢູ່​ຕໍ່​ໄປ ແລະ ອາດ​ໜັກ​ຍິ່ງ​ຂຶ້ນກວ່າ​ເກົ່າ.” ທ່ານ​ນາງ​ໄດ້​ກ່າວ​ວ່າ, ໃນ​ການ​ປະ​ເຊີນ​ກັບ​ໄພ​ຂົ່ມ​ຂູ່​ຂອງ ຈີນ ນັ້ນ, “ພວກ​ເຮົາ​ຈະ​ຍຶດ​ຕິດ​ກັບ​ນະ​ໂຍ​ບາຍບໍ່​ຍຸ​ແຍ່, ບໍ່​ສ້າງ​ຄວາມ​ສ່ຽງໃຫ້ຫຼາຍ​ທີ່​ສຸດ ເພື່ອ​ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ລະ​ຫວ່າງ​ສອງ​ຝ່າຍ.”

ນັກ​ວິ​ຊາ​ການ​ບາງ​ຄົນ​ເຊື່ອ​ວ່າ ຈີນ ຄາດ​ວ່າ​ຈະ​ມີ​ສາຍ​ພົວ​ພັນ​ທີ່​ງຽບ​ສະ​ຫງົບ​ກັບ ໄຕ້​ຫວັນ ເພາະ​ວ່າ ທ່ານ​ນາງ ສາຍ ບໍ່​ຕ້ອງ​ການ​ທີ່​ຈະ​ເບັ່ງ​ກ້າມ​ໃສ່​ ປັກ​ກິ່ງ ອີກ​ຕໍ່​ໄປ. ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ນາງ ສາຍ ໄດ້​ເພັ່ງ​ເລັງ​ໃສ່​ຄວາມ​ສົນ​ໃຈ​ຂອງ​ຜູ້​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ເປົ້າ​ໝາຍ​ຂອງ ຈີນ ທີ່​ຈະ​ປົກ​ຄອງ ໄຕ້​ຫວັນ ໃນ​ວິ​ທີ​ທີ່​ເຂົາ​ເຈົ້າປົກ​ຄອງ ຮົງ​ກົງ ໃນ​ເວ​ລານີ້, ເປັນ​ແຜນ​ການທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ປະ​ທ້ວງ​ໃນ​ເກາະ​ທີ່​ເປັນ​ອະ​ດີດ​ຫົວ​ເມືອງ​ຂຶ້ນ​ຂອງ ອັງ​ກິດ ນັບ​ຕັ້ງ​ແຕ່​ເດືອນ​ມິ​ຖຸ​ນາ ເປັນ​ຕົ້ນ​ມານັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG