ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຈີນ​​ຍຸ​ຕິແຜນຂະ​ຫຍາຍ​ເສັ້ນ​ທາງ​ ເດີນ​ເຮືອ ໃນ​ແມ່​ນ້ຳ​ຂອງ ຍ້ອນ​ຄວາມ​ເປັນ​ຫ່ວງ ຂ​ອງ​ປະ​ຊາ​ຊົນ ​ຕໍ່​ການ​ລະ​ເບີດ​ແກ້ງ​ຫີນ


​ການ​ປະ​ທ້ວງ​ຄັດ​ຄ້ານ​ການ​ລະ​ເບີດ​ແກ້ງ​ຫີນ​ໃນ​ແມ່​ນ້ຳ​ຂອງ
​ການ​ປະ​ທ້ວງ​ຄັດ​ຄ້ານ​ການ​ລະ​ເບີດ​ແກ້ງ​ຫີນ​ໃນ​ແມ່​ນ້ຳ​ຂອງ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ໄທ ຢືນ​ຢັນ​ວ່າ ທາງ​ການ​ຈີນ​ໄດ້​ຍຸ​ຕິ​ແຜນ​ການ​ຂະ​ຫຍາຍ​ເສັ້ນ​ທາງ​ເດີນ​ເຮືອໃນ​ແມ່​ນ້ຳ​ຂອງ​ແລ້ວ ເພາະ​ຮັບ​ຮູ້​ເຖິງ​ຄວາມ​ກັງ​ວົນ​ຂອງ​ປະ​ຊາ​ຊົນ​ຕໍ່​ການ​ລະ​ເບີດ​ແກ້ງ​ຫີນ. ຊົງ​ລິດ​ໂພນ​ເງິນ ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ ດອນ ປະ​ມັດ​ທະ​ວິ​ໄນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ໄທ ໃຫ້​ການ​ຢືນ​ຢັນ​ວ່າ ທາງ​ການ​ຈີນ​ໄດ້​ສະ​ແດງ​ທ່າ​ທີ ​ເຫັນ​ດ້ວຍ​ກັບ​ການ​ສະ​ເໜີ​ຂອງ​ທາງ​ການ​ໄທ ກ່ຽວ​ກັບ​ການ​ຂໍ​ໃຫ້​ຢຸດ​ແຜນ​ການ​ຂະ​ຫ​ຍາຍເສັ້ນ​ທາງ​ເດີນ​ເຮືອຂົນ​ສົ່ງ​ສິນ​ຄ້າໃນ​ແມ່​ນ້ຳ​ຂອງ ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ ຈີນ-ພະ​ມ້າ-ລາວ-ໄທ ໃນ​ໂອ​ກາດ​ທີ່ທ່ານ ຫວັງ ອີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນໄດ້​ເດີນ​ທາງ​ມາ​ໄທເມື່ອບໍ່​ນານ​ມານີ້ ໂດຍ​ທາງ​ການ​ຈີນ​ຮັບ​ຮູ້​ເຖິງຄວາມ​ກັງ​ວົນ​ຂອງ​ປະ​ຊາ​ຊົນ​ລາວ-ໄທ-ພະ​ມ້າ ທີ່​ມີ​ຕໍ່​ຜົນ​ກະ​ທົບ ທີ່​ຈະ​ເກີດ​ຈາກ​ການ​ລະ​ເບີດ​ແກ້ງ​ຫີນ ເພື່ອ​ຂະ​ຫຍາຍ​ເສັ້ນ​ທາງ​ເດີນ​ເຮືອ​ໃນ​ແມ່​ນ້ຳ​ຂອງ​ດັ່ງ​ກ່າວ.

​ກ່ອນ​ໜ້ານີ້ ຄະ​ນະ​ລັດ​ຖະ​ບານ​ໄທ ກໍ​ໄດ້​ມີ​ມະ​ຕິ​ຕົ​ກ​ລົງ​ໃຫ້​ການ​ສະ​ໜັບ​ສະ​ໜຸນແຜນ​ການຂະ​ຫຍາຍ​ເສັ້ນ​ທາງ​ເດີນ​ເຮືອ​ໃນ​ແມ່​ນ້ຳ​ຂອງ​ຕາມ​ການ​ສະເໜີ​ຂອງ​ທາງ​ການ​ຈີນ​ແລ້ວ ແຕ່​ວ່າ ພົນ​ເອກປະ​ຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ​ໄທ ກໍ​ໄດ້ໃຫ້​ການ​ຢືນ​ຢັນ​ວ່າ ​ມະຕິ​ຕົກລົງດັ່ງ​ກ່າວ ບໍ່​ແມ່ນ​ການ​ຕົກລົງ​ໃຫ້​ທໍາ​ການລະ​ເບີດ​ ແລະ​ເຄື່ອນ​ຍ້າຍ​ແກ້ງ​ຫີນ​ອອກ​ໄປ​ຈາກ​ເສັ້ນທາງ​ເດີນ​ເຮືອ ​ແຕ່​ຢ່າງ​ໃດ. ຫາກ​ແຕ່​ ເປັນການ​ເຫັນ​ຊອບ​ໃຫ້​ດຳ​ເນີນ​ການ​ສຶກ​ສາ-ສຳ​ຫລວດ ທັງ​ຜົນ​ປະ​ໂຫຍດ ແລະ​ຜົນ​ກະ​ທົບຢ່າງ​ຮອບ​ດ້ານ​ກ່ອນທີ່​ຈະຕັດ​ສິນ​ໃຈ​ໃນຂັ້ນ​ຕໍ່​ໄປ.

ເຖິງ​ແມ່ນ​ວ່າແກ້ງ​ຫີນທີ່ຢູ່​ໃນ​ເຂດ​ແດນ ໃນ​ແມ່​ນໍ້າຂອງລະຫວ່າງ​ລາວ​ກັບ​ໄທ​ນັ້ນ ບໍ່​ແມ່ນ​ເຂດ​ອະທິປະ​ໄຕ​ຂອງ​ໄທກໍ​ຕາມ ຫາກ​ແຕ່​ເປັນ​ເຂດ​ອະທິປະ​ໄຕຂອງລາວ ຕາມ​ທີ່​ໄດ້​ມີ​ການ​ກໍານົດໄວ້​ໃນ​ສົນທິສັນຍາ ລະຫວ່າງ​ສະຫຍາມ​ກັບ​ຝຣັ່ງ ​ໃນອະດີດ ​ແຕ່​ເນື່ອງຈາກ​ວ່າ​ແກ້ງ​ຫີນ​ທີ່​ຈະຕ້ອງ​ທໍາ​ການລະ​ເບີດ​ເພື່ອ​ເຄື່ອນ​ຍ້າຍມັນ​ອອກ​ໄປ​ຈາກ​ເສັ້ນທາງ​ເດີນ​ເຮືອນັ້ນ ຈະ​ສົ່ງ​ຜົນ​ກະທົບແນວ​ໃດຕໍ່ຮ່ອງ​ນ້ຳເລິກ ທີ່​ເປັນ​ເຂດ​ແດນ​ລະຫວ່າງ​ລາວ-​ໄທ​ໃນ​ແມ່​ນໍ້າຂອງນັ້ນ ຍ່ອມ​ເປັນ​ບັນຫາ​ທີ່ຈະ​ກະ​ທົບ​ຕໍ່​ເຂດ​ແດນໃນ​ແມ່​ນ້ຳຂອງ​ລະ​ຫວ່າງ-ໄທ ຢ່າງ​ຫລີກ​ລ້ຽງບໍ່​ໄດ້ ດັ່ງ​ທີ່​ທ່ານ​ນິ​ວັດ ຮ້ອຍ​ແກ້ວ, ແກນ​ນຳ​ເຄືອ​ຂ່າຍ​ປະ​ຊາ​ຊົນ​ໄທ ຮັກ​ແມ່​ນ້ຳ​ຂອງ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ສິ່ງ​ນຶ່ງ​ທີ່​ມັນ​ມີ​ຄວາມ​ຊັດ​ເຈນກໍ​ຄື ກະ​ແສ​ນ້ຳ​ນີ້ ມັນ​ເຣວ​ຂຶ້ນ ເພາະ​ວ່າ ຕະ​ຫລິ່ງ​ມັນ​ພັງ​ມາກ​ຂຶ້ນ ເພາະ​ຄຸນ​ໄປ​ປ່ຽນ​ຣ່ອງ​ນ້ຳ ຊຶ່ງ​ທາງ​ນ້ຳກໍ​ຈະ​ປ່ຽນ ກໍ​ທຳ​ໃຫ້​ເກີດ​ການ​ພັງ​ທະ​ລາຍ​ຂອງ​ຕະ​ຫລິ່ງ​ມາກ​ຂຶ້ນ ແລ້ວ​ກໍ​ສິ່ງ​ສຳ​ຄັນ ກໍ​ຄື ຫລັງ​ຈາກ​ທີ່​ມັນ​ມີ​ການ​ລະ​ເບີດ​ຂ້າງ​ບົນ​ແລ້ວໆ ກໍ​ເກີດ​ຜົນ​ກະ​ທົບ​ຈາກ​ການ​ເດີນ​ເຮືອ ເພີ້ມ​ມາກ​ຂຶ້ນ ເຊັ່ນ ຄາບ​ນ້ຳ​ມັນ, ສິ່ງ​ປະ​ຕິ​ກູນ, ເລື່ອງ​ຂະ​ຫຍະ​ມູນ​ຝອຍ ອະ​ໄຣ​ຕ່າງໆ ຜົມ​ຄິດ​ວ່າ ເລື້ອງ​ຄວາມ​ໝັ້ນ​ຄົງ, ເລື້ອງ​ເຂດ​ແດນ​ອະ​ທິ​ປະ​ໄຕ ກໍ​ເປັນ​ເລື້ອງ​ສຳ​ຄັນ. ເພາະ​ສະ​ນັ້ນ ຖ້າ​ຍັງ​ປ່ອຍ​ໃຫ້​ມີ​ການ​ລະ​ເບີດ​ເກາະ​ແກ້ງ, ຂຸດ​ຮ່ອງ​ນ້ຳ​ເນ້ຍ ຜົມ​ວ່າ ​ມີ​ຜົນ​ກະ​ທົບ ຕໍ່​ເຂດ​ແດນ​ອະ​ທິ​ປະ​ໄຕ​ແນ່ນອນ.”

ແກ້ງຄອນ​ຜີ​ຫລົງ​ທີ່​ຢູ່​ຊາຍ​ແດນ​ລະ​ຫວ່າງ​ລາວ-ໄທ ໃນ​ແມ່​ນ້ຳ​ຂອງ
ແກ້ງຄອນ​ຜີ​ຫລົງ​ທີ່​ຢູ່​ຊາຍ​ແດນ​ລະ​ຫວ່າງ​ລາວ-ໄທ ໃນ​ແມ່​ນ້ຳ​ຂອງ

ໂດຍ​ສະ​ເພາະ​ແມ່ນ​ແກ້ງ​ຄອນ​ຜີຫລົງ​ທີ່ຕັ້ງ​ຢູ່ໃນ​ແມ່​ນໍ້າຂອງ ລະຫວ່າງ​ແຂວ​ງບໍ່​ແກ້ວ
​ຂອງ​ລາວ​ ກັບ​ຈັງ​ຫວັດ​ຊຽງ​ຣາຍຂອງ​ໄທ​ນັ້ນ ຍັງ​ເຮັດ​ໃຫ້​ທາງ​ການ​ລາວ-ໄທ ຢ້ານ​ວ່າ
ການ​ລະເບີ​ດ​ແກ່ງ​ດັ່ງກ່າວ​ນີ້ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຮ່ອງນໍ້າ​ເ​ລິກ ​ທີ່​ເປັນ​ເສັ້ນແບ່ງເ​ຂດ​ແດນ
​ໃນແມ່​ນໍ້າຂອງ​ລະຫວ່າງ​ລາວ-​ໄທ ຊຶ່ງ​ຍັງ​ບໍ່​ໄດ້ຕົກລົງ​ປັກ​ປັນ​ເຂດ​ແດນ​ຮ່ວມ​ກັນເທື່ອ. ສ່ວນ​
ເຄືອ​ຂ່າ​ຍອະນຸລັກ​ນັ້ນ​ ກໍ​ຢ້ານ​ວ່າ ຈະ​ສົ່ງ​ຜົນກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ສັດ​ນໍ້າ
​ແລະ​ປະຊາຊົນລາວ-​ໄທ​ ຢ່າງ​ກວ້າງຂວາງອີກ​ດ້ວຍ.

ການ​ເດີນ​ເຮືອໃນ​ແມ່​ນໍ້າຂອງເປັນ​ການ​ຕົກ​ລົງ​ຮ່ວມ​ກັນ ລະ​ຫວ່າງ ລັດ​ຖະ​ບານ​ຈີນ-ພະ​ມ້າ-ລາວ -ໄທ ທີ່​ມີການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ກັນ ໃນ​ວັນ​ທີ 20 ເມ​ສາ 2000 ແລະ​ໄດ້​ດຳ​ເນີນ​ກາ​ນ​ລະ​ເບີດ​ແກ້ງ​ຫີນ 20 ແຫ່ງ ໃນ​ຊ່ວງ​ປີ 2000-2003 ຈາກ​ເມືອງ​ຊຽງ​ຮຸ່ງ ມາ​ເຖິງ​ເຂດ​ສາມ​ຫລ່ຽມ​ຄຳ ທີ່​ເປັນ​ເຂດ​ແດນ​ໃນ​ແມ່​ນໍ້​າ​ຂອງ ລະ​ຫວ່າງ ພະ​ມ້າ-ລາວ-ໄທ ແລະ​ໄດ້​ເລີ້ມ​ການ​ເດີນ​ເຮືອ​ຂົນ​ສົ່ງ​ສິນ​ຄ້າ ແລະ​ໂດຍ​ສານ​ຈາກ​ຈີນ ມາ​ຍັງ​ເຂດ​ສາມ​ຫລ່ຽມ​ຄຳ​ນັບ​ຈາກ​ປີ 2003 ເປັນ​ຕົ້ນ​ມາ.

ທັງ​ນີ້ ​ເປັນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ທ່າ​ເຮືອ 14 ແຫ່ງ​ດ້ວຍ​ກັນ ຊຶ່ງແບ່ງເປັນ 4 ​ແຫ່ງ​ໃນ​ຈີນ, 6 ​ແຫ່ງ​ໃນ​ລາວ, 2 ​ແຫ່ງ​ໃນ​ມຽນມາ ​ແລະ 2 ​ແຫ່ງ​ໃນ​ໄທ. ​ແຕ່​ວ່າ ການ​ເດີນ​ເຮືອ ​ກໍ​ຍັງ​ບໍ່​ເຊື່ອມ​ຕໍ່​ໄປ​ເຖິງທ່າ​ເຮືອ​ປາຍທາງ​ທີ່​ຫລວງ​ພະ​ບາງຂອງ​ລາວ​ໄດ້​ເລີ​ຍ ​ເນື່ອງ​ຈາກ​ມີ​ແກ້ງ​ຫີນ​ຂະໜາດ​ໃຫຍ່ທີ່​ຂວາງ​ກັ້ນ​ເສັ້ນທາງເດີນ​ເຮືອ ແລະການ​ເດີນ​ເຮືອຈະ​ສາ​ມາດ​ປະ​ຕິ​ບັດ​ໄດ້ ກໍ​ດ້ວຍການ​ລະ​ເບີດ​ແກ້ງອອກໄປ​ເທົ່າ​ນັ້ນ.

XS
SM
MD
LG