ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໃຫ້ສັນຍາຕໍ່ 'ມິດຕະພາບ, ແລະການຮ່ວມມື' ໃນຂະນະທີ່ກໍາປັ່ນລົບ 2 ລໍາຂອງ ຈີນ ແລ່ນເຂົ້າຈອດຢູ່ທ່າເຮືອ ກໍາປູເຈຍ


ເຈົ້າໜ້າທີ່ທະຫານເຮືອຂອງຈີນ ຢືນລຽນແຖງຢູ່ໜ້າກໍາປັ່ນລົບຂອງພວກເຂົາເຈົ້າ, ທີ່ຈອດທຽບທ່າຢູ່ທ່າກໍາປັ່ນສີຫານຸກວີລ, ກໍາປູເຈຍ, ວັນທີ 19 ພຶດສະພາ 2024. ກໍາປັ່ນລົບສອງລໍາຂອງຈີນ ຈອດທຽບທ່າໃນວັນອາທິດວານນີ້.
ເຈົ້າໜ້າທີ່ທະຫານເຮືອຂອງຈີນ ຢືນລຽນແຖງຢູ່ໜ້າກໍາປັ່ນລົບຂອງພວກເຂົາເຈົ້າ, ທີ່ຈອດທຽບທ່າຢູ່ທ່າກໍາປັ່ນສີຫານຸກວີລ, ກໍາປູເຈຍ, ວັນທີ 19 ພຶດສະພາ 2024. ກໍາປັ່ນລົບສອງລໍາຂອງຈີນ ຈອດທຽບທ່າໃນວັນອາທິດວານນີ້.

ກໍາ​ປັ່ນ​ລົບ​ຂອງ​ຈີນ 2 ລໍາ​ໄດ້​ເຂົ້າ​ຈອດ​ທີ່​ທ່າກໍາປັ່ນ​ການ​ຄ້າ​ໃນ​ກໍາ​ປູ​ເຈຍ​, ເພື່ອ​ກະ​ກຽມ​ສໍາ​ລັບ​ການ​ຊ້ອມ​ລົບ​ຮ່ວມ​ທາງ​ທະ​ເລ​ລະ​ຫວ່າງ​ສອງ​ປະ​ເທດ​, ອີງຕາມລາຍງານຂອງອົງການຂ່າວ AP.

ກຳ​ປັ່ນ​ລົບເຄິ່ງນໍ້າເຄິ່ງບົກ ຈິງກັງຊານ (Jingangshan) ແລະກຳ​ປັ່ນຊ້ອມລົບ ກີຈີກວາງ (Qijiguang) ​ໄດ້​ແລ່ນ​ເຂົ້າ​ທ່າ​ເຮືອ ສີຫານຸກວີລ (Sihanoukville) ​ໃນມື້​ວັນ​ອາທິດ​ວານ​ນີ້ ​ໃນ​ຂະນະ​ທີ່​ຜູ້ເຂົ້າຮ່ວມ​ຊົມ​ໄດ້​ພາກັນໂບກທຸງຊາດ ​ກຳປູ​ເຈຍ ​ແລະ ​ຈີນ ໄປມາ ​ຈາກບໍລິເວນແຄມ​ທ່າເຮືອດັ່ງກ່າວ.

ທ່າເຮືອດັ່ງກ່າວ ຕັ້ງຢູ່ທາງທິດເໜືອຂອງຖານທັບເຮືອ ຣຽມ (Ream), ເຊິ່ງເປັນສະຖານທີ່ ທີ່ຈີນ ໄດ້ສະໜອງທຶນສໍາລັບການເສີມຂະຫຍາຍໂຄງການຂະໜາດໃຫຍ່ ທີ່ໄດ້ຮັບການຕິດຕາມຢ່າງລະມັດລະວັງຈາກ ສະຫະລັດ ແລະບັນດາປະເທດຕ່າງໆ ກ່ຽວກັບຄວາມກັງວົນ ທີ່ວ່າ ຖານທັບແຫ່ງນີ້ ອາດກາຍມາເປັນທ່າເຮືອແນວໜ້າແຫ່ງໃໝ່ຂອງກອງທັບເຮືອ ຈີນ ຢູ່ບໍລິເວນອ່າວຂອງໄທ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

Two Chinese warships have docked at a commercial port in Cambodia, in preparation for joint naval exercises between the two countries. The Jingangshan amphibious warfare ship and the Qijiguang training ship sailed into the Sihanoukville Port on Sunday as onlookers waved Cambodian and Chinese flags from the piers. The port is north of the Ream Naval Base, where China has been funding a broad expansion project that has been carefully watched by the United States and others over concerns it could become a new outpost for the Chinese navy on the Gulf of Thailand.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG