ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກລັດຖະມົນຕີຈີນ ​​ເລີ້ມ​ຕົ້ນ​ ​ການຢ້ຽມຢາມ ພາກພື້ນອາ​ຟຣິກາ ຢູ່ອີທີໂອເປຍ (ວີດີໂອ)


ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ສົນທະນາຫາລື ກັບ ທ່ານ Hailemariam Desalegn ຄູ່​ຕຳ​ແໜ່​ງອີ​ທີ​ໂອ​ເປຍ​ຂອງ​ທ່ານ.
ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ສົນທະນາຫາລື ກັບ ທ່ານ Hailemariam Desalegn ຄູ່​ຕຳ​ແໜ່​ງອີ​ທີ​ໂອ​ເປຍ​ຂອງ​ທ່ານ.
ນາຍົກລັດຖະມົນຕີຈີນ ທ່ານ ຫລີ ​ເກ​ຈຽງ ເລີ້ມ​ຕົ້ນ​ການ​ຢ້ຽມຢາມ
4 ປະ​ເທດອາ​ຟຣິກາ ທີ່​ນະຄອນຫລວງ Addis Ababa ບ່ອນ​ທີ່​
ທ່ານ​ໄດ້ ສົນທະນາ​ຫາລື​ກັບ ທ່ານ Hailemariam Desalegn
ຄູ່​ຕຳ​ແໜ່​ງອີ​ທີ​ໂອ​ເປຍ​ຂອງ​ທ່ານ.

ໃນ​ຂະນະ​ທີ່ຢູ່​ອີ​ທີ​ໂອ​ເປຍ​ນັ້ນ ນາຍົກລັດຖະມົນຕີຈີນ ຍັງ​ໄປ​
ຢ້ຽມຢາມ ສຳນັກ​ງານ​ໃຫຍ່​ ຂອງອົງການ​ສະຫະພາບ​ອາ​ຟຣິກາ Africa Union ຫລື AU ​
ແລະ​ຈະ​ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ​ຄວາມ​ໝາ​ຍໝັ້ນ​ຂອງ​ປັກ​ກິ່ງ ທີ່​ຈະ​ເສີມ​ສ້າງ​ການ​ ເປັນ​
ພາຄີ​ດ້ານ​ຍຸ​ທະ​ສາດ ລະຫວ່າງ​ຈີນ​ກັບ​ອາຟຣິກາ ​ໃຫ້ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ຫລັງ​ຈາກ​ ການ​ສົນທະນາ​ຫາລື​ກັນ ຜູ້ນຳທັງສອງ​ຕ່າງ​ກໍ​ກ່າວ​ວ່າ ຈະ​ຕ້ອງມີ​ການ​
ດຳ​ເນີນ​ຄວາມ​ພະຍາຍາມ ​ເພື່ອ​ສ້າງສາ​ຍພົວພັນ​ ສອງ​ຝ່າຍ​ໃຫ້​ເຂ້​ມ​ແຂງ​ຂຶ້ນ​ໄປ​ອີກ
ຊຶ່ງ ນາຍົກລັດຖະມົນຕີ ອີ​ທີ​ໂອ​ເປຍ ​ກ່າວ​ວ່າ:

“ຄວາມ​ສຳພັນ​ຂອງ​ພວກ​ເຮົາ​ແມ່ນ​ຄວາມ​ສຳພັນ​ທາງ​ຍຸ​ທະ​ສາດ ​ແລະ​ກໍ​ບໍ່​ແມ່ນ​
ສຳ​ຫລັບ​ປີ​ນຶ່ງ​ປີ​ດຽວ ຫລື​ວ່າ​ສອງ​ປີ ສາມ​ປີ​ເທົ່າ​ນັ້ນ. ມັນ​ແມ່ນ​ສາຍ​ພົວພັນ​ທາງ​
ຍຸ​ທະ​ສາດ ທີ່​ເຕີບໃຫຍ່​ຂະຫຍາຍ​ໂຕ​ຂຶ້ນໄປ​ເລື້ອຍໆ ​ແຂງ​ແຮງ​ຂຶ້ນ​ໄປໃນ​ແຕ່​ລະ​
ມື້ ​ແລະ​ພວກ​ເຮົາ​ ກໍ​ຢາກ​ຈະ​ຫລໍ່ລ້ຽງ​ ແລະ ​ເສີມ​ຂະຫຍາຍ​ ສາຍ​ພົວພັນ​ອັນ​ນີ້
ລະຫວ່າງ​ປະ​ເທດ​ເຮົາ​ ທັງ​ສອງ ​ໃຫ້​ຂະຫຍາຍ​ກ້ວາງ​ອອກ​ໄປ​ເລື້ອຍໆ.”


ຈາກອີ​ທີ​ໂອ​ເປຍ ນາຍົກລັດຖະມົນຕີຈີນ ທ່ານ ຫລີ ​ເກ​ຈຽງ ຈະເດີນທາງຕໍ່​ໄປຍັງ ​ໄນ​ຈີເຣຍ
ອັງ​ໂກລາ ​ແລະ ​ເຄັນ​ຢາ ​ໃນ​ການ​ຢ້ຽມຢາມອາ​ຟຣິກາ ​ເປັນ​ເວລາ​ນຶ່ງ​ອາທິດ ຂອງ​ທ່ານ​ຄັ້ງນີ້.
CHINA AFRICA VOSOT
please wait
Embed

No media source currently available

0:00 0:00:43 0:00


Chinese Premier Li Keqiang started his four-country African tour in Addis Ababa where he held talks with his Ethiopian counterpart.

While in Ethiopia, the Chinese premier will visit the African Union headquarters to deliver a speech on Beijing's commitment to deepening the China-Africa strategic partnership.

After their talks, both leaders said efforts must be made to further strengthen bilateral relations.

Hailemariam Desalegn, Prime Minister of Ethiopia:

"Our relationship is a strategic relationship and it is not only for one year or two years or some years only. It is a strategic relationship. It is growing from time to time, strengthening from day to day and we want to nurture and expand this relationship between our two countries."

Mr. Li will also visit Nigeria, Angola and Kenya on his week-long trip.
XS
SM
MD
LG