ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ສະເໜີເປັນເຈົ້າພາບ ຈັດການເຈລະຈາ ສັນຕິພາບ ອັຟການິສຖານ


ທີ່ປຶກສາລັດ ແລະ ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວັງ ຢີ້ ຍົກມືໃນຂະນະທີ່ທ່ານ ອອກຈາກກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ. 24 ພະຈິກ, 2020.
ທີ່ປຶກສາລັດ ແລະ ລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ຫວັງ ຢີ້ ຍົກມືໃນຂະນະທີ່ທ່ານ ອອກຈາກກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ. 24 ພະຈິກ, 2020.

ຈີນ ໄດ້ຟື້ນຟູຄວາມພະຍາຍາມທາງການທູດເພື່ອຊ່ວຍອຳນວຍຄວາມສະດວກໃຫ້ສິ້ນສຸດຄວາມຂັດແຍ້ງທີ່ໄດ້ມີການເຈລະຈາກັນໃນ ອັຟການິສຖານ, ໂດຍກ່າວວ່າເຂົາເຈົ້າພ້ອມແລ້ວທີ່ຈະຈັດ ການເຈລະຈາສັນຕິພາບລະຫວ່າງພັກຝ່າຍທີ່ເຮັດສົງຄາມກັນໃນ ອັຟການິສຖານ.

ລັດຖະມົນຕີການຕ່າງປະເທດ ທ່ານ ຫວັງ ຢີ້ ໄດ້ປຶກສາຫາລື ກ່ຽວກັບ ສັນຕິພາບໃນອະນາຄົດ ໃນການລົມໂທລະສັບກັບຄູ່ຮ່ວມຕຳແໜ່ງຂອງທ່ານໃນ ອັຟການິສຖານ, ທ່ານ ໂມຮຳມັດ ຮານີຟ ແອັດມາ ແລະ ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ ຮຳດຸລລາ ໂມຮິບ, ອີງຕາມການກ່າວຂອງເຈົ້າໜ້າທີ່ໃນສອງປະເທດ.

ປັກກິ່ງ ແມ່ນໄດ້ມີຄວາມເປັນຫ່ວງຍິ່ງຂຶ້ນວ່າ ການຖອນກຳລັງທະຫານຂອງ ສະຫະລັດ ແລະ NATO ອອກຈາກ ອັຟການິສຖານ ຈະເຮັດໃຫ້ປະເທດເພື່ອນບ້ານທີ່ຖືກກະທົບໂດຍຄວາມບໍ່ສະ ຫງົບນັ້ນມີຄວາມວຸ້ນວາຍ ແລະ ເປັນສະຖານທີ່ຫລົບລີ້ຂອງພວກຫົວຮຸນແຮງ ອິສລາມ.

ກະຊວງການຕ່າງປະເທດ ຈີນ ໄດ້ບອກທ່ານ ໂມຮິບ ໂດຍກ່າວຢໍ້າເຖິງຄຳເວົ້າຂອງທ່ານ ຫວັງ ວ່າ “ຈີນ ແມ່ນພ້ອມແລ້ວທີ່ຈະອຳນວຍຄວາມສະດວກການເຈລະຈາພາຍໃນ ລະຫວ່າງຫຼາຍຝ່າຍໃນ ອັຟການິສຖານ, ລວມທັງການສ້າງເງື່ອນໄຂທີ່ຈຳເປັນສຳລັບການເຈລະຈາໃນ ຈີນ,”

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ປະກາດໃນເດືອນທີ່ຜ່ານມາວ່າ ມັນເຖິງເວລາແລ້ວທີ່ຈະສິ້ນສຸດ “ສົງຄາມຕະຫຼອດການ” ໃນ ອັຟການິສຖານ ແລະ ໄດ້ສັ່ງໃຫ້ທະຫານ ອາເມຣິກັນ ທີ່ຍັງເຫຼືອຢູ່ 2,500 ຄົນອອກຈາກປະເທດດັ່ງກ່າວພາຍໃນວັນທີ 11 ກັນຍາ, ເລີ່ມຕົ້ນໃນເດືອນພຶດສະພາແລ້ວນີ້.

ບັນດາພັນທະມິດອົງການ NATO ກໍໄດ້ຖອນກຳລັງທະຫານຂອງເຂົາເຈົ້າປະມານ 7,000 ຄົນ ອອກຈາກປະເທດດັ່ງກ່າວເຊັ່ນກັນໂດຍເປັນໄປຕາມການຕັດສິນໃຈຂອງທ່ານ ໄບເດັນ.

ການຖອນກຳລັງທະຫານດັ່ງກ່າວໄດ້ກໍ່ໃຫ້ມີການຕໍ່ສູ້ກັນເພີ່ມຂຶ້ນລະຫວ່າງ ກອງກຳລັງລັດຖະບານ ອັຟກາກິສຖານ ແລະ ພວກກະບົດ ຕາລີບານ ເຖິງແມ່ນຈະມີການຮຽກຮ້ອງໂດຍສາກົນໃຫ້ພັກຝ່າຍທີ່ເຮັດສົງຄາມກັນຫຼຸດຜ່ອນຄວາມຮຸນແຮງ ແລະ ເຈລະຈາຂໍ້ຕົກລົງແບ່ງປັນອຳນາດ ເພື່ອສິ້ນສຸດສົງຄາມທີ່ຍາວນານຂອງປະເທດກໍຕາມ.

ປັກກິ່ງ ຍັງຄົງທຳການຕິດຕໍ່ຢ່າງໃກ້ຊິດກັບກຸ່ມຕາລີບານ ແລະ ລັດຖະບານ ອັຟການິສຖານ.

ພັກຝ່າຍທີ່ເປັນປໍລະປັກໃນ ອັຟການິສຖານ ໄດ້ເປີດການເຈລະຈາສັນຕິພາບໂດຍກົງໃນປະເທດ ກາຕ້າ ເມື່ອເດືອນກັນຍາທີ່ຜ່ານມາ, ເຊິ່ງເປັນຜົນເຮັດໃຫ້ເກີດຂໍ້ຕົກລົງການຖອນກຳລັງທະຫານຂອງ ວໍຊິງຕັນ ກັບ ກຸ່ມຕາລີບານ ທີ່ຖືກເຊັນໃນເດືອນກຸມພາປີ 2020.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG