ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ຈີນ ຮຽກຮ້ອງໃຫ້ ປາກິສຖານ ແລະ ອີຣ່ານ ຈົ່ງຫຼີກລ່ຽງການເພີ້ມຄວາມຮຸນແຮງຂຶ້ນ


ປະຊາຊົນຢູ່ໃນທ້ອງຖິ່ນ ຊີ້ໃຫ້ເບິ່ງພູຢູ່ທີ່ບໍລິເວນ ໂຄ-ອີ-ຊາບ ໃນແຂວງບາລູຈິສຕານ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽ=ໃຕ້ຂອງປາກິສຖານ ບ່ອນທີ່ອີຣ່ານປະຕິບັດການໂຈມຕີທາງອາກາດ, ວັນທີ 18 ມັງກອນ 2024.
ປະຊາຊົນຢູ່ໃນທ້ອງຖິ່ນ ຊີ້ໃຫ້ເບິ່ງພູຢູ່ທີ່ບໍລິເວນ ໂຄ-ອີ-ຊາບ ໃນແຂວງບາລູຈິສຕານ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽ=ໃຕ້ຂອງປາກິສຖານ ບ່ອນທີ່ອີຣ່ານປະຕິບັດການໂຈມຕີທາງອາກາດ, ວັນທີ 18 ມັງກອນ 2024.

ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ປາ​ກີ​ສະຖານ ​ແລະອີ​ຣ່ານ ​ໄດ້​ກ້າວ​ເຖິງຈຸດ​ຮ້ອນ​ແຮງທີ່ສຸດ ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ ເຊິ່ງກັນແລະກັນຂ້າມ​ຊາຍ​ແດນທີ່ມີ​ຮ່ວມກັນ​ຂອງພວກ​ເຂົາ​ເຈົ້າ, ສົ່ງຜົນ​ເຮັດ​ໃຫ້​ພົນລະ​ເຮືອນ​ເສຍ​ຊີວິດຫຼາຍຄົນ ​ແລະ ​ເຮັດ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ວ່າ​ ຈະ​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນຕື່ມ. ສະຖານະ​ການ​ດັ່ງກ່າວ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ ສະຫະລັດ ​ແລະ ​ຈີນ, ເຊິ່ງທັງສອງ​ປະເທດ ໄດ້ຮຽກຮ້ອງ​ບໍ່​ໃຫ້​ເພີ້ມ​ຄວາມ​ຮຸນ​ແຮງຂຶ້ນຕື່ມ​ອີກ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ປາ​ກິ​ສຖານ​ຢູ່​ແຂວງສິສຕານ ​ແລະ ບາລູຈິສຕານຂອງ​ ອີຣ່ານ ໃນວັນພະຫັດວານນີ້ ​ໄດ້​ສັງຫານປະຊາຊົນ​ຫລາຍ​ຄົນ, ​ໃນ​ນັ້ນ​ມີ​ເດັກນ້ອຍ 4 ຄົນ ​ແລະ​ແມ່ຍິງອີກ 3 ຄົນ.

ປາ​ກິ​ສຖານ​ໃຫ້​ເຫດຜົນ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ ແມ່ນ​ແນເປົ້າໝາຍ​ໃສ່ "ບ່ອນ​ລີ້​ໄພ​ທີ່ນໍາໃຊ້ໂດຍ​ອົງ​ກໍ່​ການ​ຮ້າຍ" ຢູ່​ໃນ​ອີຣ່ານ, ເຊິ່ງ​ເປັນ​ການກ່າວ​ອ້າງ ​ທີ່ຖືກປະຕິເສດຢ່າງແຂງຂັນ​ໂດຍລັດຖະບານເຕຫະຣ່ານ.

ການ​ໂຈມ​ຕີດັ່ງກ່າວ​ ມີ​ຂຶ້ນ​ສອງ​ມື້​ລຸນຫລັງອີ​ຣ່ານ​ ຖິ້ມ​ລະ​ເບີດ​ໃສ່​ເປົ້າ​ໝາຍ ​ຢູ່​ບໍລິເວນ​ຊາຍ​ແດນ​ ໃນ​ເຂດປາ​ກິ​ສ​ຖານ, ສົ່ງຜົນ​ເຮັດ​ໃຫ້​ເດັກ​ນ້ອຍ​ສອງ​ຄົນ​ເສຍ​ຊີ​ວິດ ​ໃນເຫດ​ການ​ໂຈມ​ຕີ​ທີ່​ພວກເຂົາ​ກ່າວ​ວ່າ ​ເປັນການໂຈມຕີທີ່ແນເປົ້າໝາຍ​ໃສ່​ກຸ່ມ "ກໍ່​ການ​ຮ້າຍ" ຊຸນນີ.

ສອງ​ຝ່າຍ​ ພາກັນປະຕິ​ເສດ​ຢ່າງດຸເດືອດຕໍ່​ການ​ລະ​ເມີດ​ກົດໝາຍ​ສາກົນ ​ແລະ ​ແຕ່​ລະ​ຝ່າຍກໍ​ກ່າວ​ຫາ​ອີກ​ຝ່າຍ​ວ່າ ​ລະ​ເມີດ​ຕໍ່ອະທິປະ​ໄຕ​ຂອງຜືນ​ແຜ່ນດິນຕົນ. ໃນວັນພຸດແລ້ວນີ້, ປາ​ກິ​ສ​ຖານ​ ໄດ້​ຮຽກໃຫ້​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ຕົນ​ທີ່ປະ​ຈໍາການຢູ່ໃນ ​ອີ​ຣ່ານ​ ກັບຄືນປະເທດ​.

Tensions between Pakistan and Iran have reached a boiling point following reciprocal airstrikes across their shared border, leaving civilians dead and raising fears of further escalation. The situation has drawn the attention of the United States and China, with both calling for no further escalation in violence.

On Thursday, Pakistani airstrikes in Iran’s Sistan and Baluchistan provinces killed several people, including four children and three women, Iranian officials said.

Pakistan justified the airstrikes as targeting "hideouts used by terrorist organizations" in Iran, a claim strongly rejected by Tehran.

The strikes took place two days after Iran bombed targets on Pakistan’s side of the border, killing two children in an attack it said was aimed at a Sunni "terrorist" group.

Both sides vehemently deny violating international law and each accused the other of breaching its territorial sovereignty. Pakistan recalled its ambassador to Iran on Wednesday.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG