ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທຳນຽບຫ້າແຈເວົ້າວ່າ ຄັງອາວຸດນິວເຄລຍຂອງ ຈີນ ຂະຫຍາຍຕົວ ໄວກວ່າທີ່ຄິດໄວ້ກ່ອນໜ້ານີ້


ປະຊາຊົນຖືທຸງຊາດ ຈີນ ໃນຂະນະທີ່ລົດທະຫານທີ່ນຳພາລູກສອນໄຟຂີປະນາວຸດ DF-41ແລ່ນຜ່ານໃນລະຫວ່າງການເດີນສວນສະໜາມໃນນະຄອນຫຼວງ ປັກກິ່ງ, ຈີນ. 1 ຕຸລາ, 2019.
ປະຊາຊົນຖືທຸງຊາດ ຈີນ ໃນຂະນະທີ່ລົດທະຫານທີ່ນຳພາລູກສອນໄຟຂີປະນາວຸດ DF-41ແລ່ນຜ່ານໃນລະຫວ່າງການເດີນສວນສະໜາມໃນນະຄອນຫຼວງ ປັກກິ່ງ, ຈີນ. 1 ຕຸລາ, 2019.

ລາຍງານຂ່າວຂອງ​ທຳ​ນຽບ​ຂາວເຕືອນວ່າ ຄັງອາວຸດນິວເຄລຍຂອງ ຈີນ ກຳ​ລັງຂະຫຍາຍຕົວໃນຈັງຫວະໄວກວ່າທີ່ຄາດຄິດໄວ້ໃນນຶ່ງປີກ່ອນ, ໃນຂະນະທີ່ ເປົ້າໝາຍໃໝ່ໃນການເຮັດໃຫ້ການທະ ຫານຂອງຈີນທັນສະໄໝຂຶ້ນສາມາດ ສະໜອງ “ການປະຕິບັດງານທາງທະຫານທີ່ໜ້າເຊື່ອຖືໄດ້​ຫລາຍຂຶ້ນຢູ່ໃນ ໄຕ້ຫວັນ,” ໃຫ້​ແກ່​ປັກ​ກິ່ງ.

ຄວາມ​ໄວ​ຂອງ​ການ​ຂະຫຍາຍ​ອາວຸດ​ນິວ​ເຄຼຍຂອງ​ຈີນ​ອາດ​ຈະ​ເຮັດ​ໃຫ້​ປັກ​ກິ່ງ​ມີ​ຫົວນິວ​ເຄຼຍຫລາຍ​ເຖິງ 700 ຫົວ​ໃນ​ປີ 2027, ໂດຍ​ທີ່ປັກ​ກິ່ງ​ມີ​ເປົ້າໝາຍຕັ້ງ​ໄວ້​ວ່າຈະ​ມີ​ຫົວ​ນິວ​ເຄຼຍຢ່າງ​ໜ້ອຍ 1.000 ຫົວ​ໃນ​ປີ 2030, ອີງ​ຕາມ​ບົດ​ລາຍ​ງານ​ປະຈຳ​ປີ​ຂອງ​ທຳນຽບຫ້າ​ແຈກ່ຽວ​ກັບ "ອິດ​ທິ​ພົນ​ທາງທະຫານ​ຂອງຈີນ" ​ສົ່ງ​ຫາລັດ​ຖະ​ສະ​ພາ​ທີ່ເຜີຍ​ແຜ່ອອກມາໃນວັນພຸດວານນີ້.

ຈັງຫວະຂະ​ຫຍາຍ​ຕົ​ວ​ດັ່ງກ່າວ​ແມ່ນໄວ​ເກີນ​ກວ່າ​ທີ່ໄດ້​ຄາດ​ຄະ​ເນ​ໄວ້​ຢູ່ໃນ​ບົດ​ລາຍ​ງານ​ປີ 2020 ຂອງ​ທຳ​ນຽບຫ້າ​ແຈ​ທີ່​ກ່າວ​ວ່າ ຄັງ​ອາວຸດ​ນິວ​ເຄຼຍຂອງ​ຈີນ​ມີ​ຫຼາຍ​ກວ່າ 200 ໜ່ວຍ ​ແລະ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນ​ສອງ​ເທົ່າ​ໃນ​ທ້າຍ​ທົດ​ສະ​ວັດນີ້.

ຄັງ​ອາວຸດ​ນິວ​ເຄລຍຂອງ​ສະ​ຫະ​ລັດ​ທີ່​ມີ​ຫົວ​ອາ​ວຸດ​ລົບ​ຢູ່​ປະມານ 3.800 ຫົວທີ່ຢູ່​ໃນ​ສະພາບ​ທີ່​ໃຊ້​ການ​ໄດ້​ນັ້ນ ຍັງ​ຄົງ​ຈະ​ເຮັດ​ໃຫ້​ຄັງ​ອາວຸດ​ຂອງ​ຈີນ​ເບິ່ງແລ້ວແມ່ນ​ຍັງ​ບໍ່​ມີຄວາມ​ເຂັ້ມ​ແຂງພໍ​ເທົ່າ​ໃດ.

ບົດລາຍງານຂອງທຳ​ນຽບ​ຂາວ ແມ່ນອີງໃສ່ຂໍ້ມູນກ່ຽວກັບຄວາມສາມາດທາງ ທະຫານຂອງຈີນທີ່ເກັບກໍາມາຈົນຮອດເດືອນທັນວາ 2020. ມັນບໍ່ລວມເອົາ ຂໍ້ມູນກ່ຽວກັບການທົດລອງອາວຸດທີ່ໄວ​ກວ່າສຽງຂອງຈີນທີ່ໄດ້ດໍາເນີນໄປ ໃນລະດູຮ້ອນຜ່ານມາ, ເຊິ່ງຫົວ​ໜ້າເຈົ້າຫນ້າທີ່ທະຫານຂອງສະຫະ ລັດກ່າວເມື່ອບໍ່ດົນມານີ້ວ່າ "ໄດ້​ຮັບຄວາມສົນໃຈຈາກພວກເຮົາທັງຫມົດ" ນັ້ນແຕ່​ຢ່າງ​ໃດ.

ໃນ​ຂະ​ນະ​ດຽວ​ກັນ, ບົດ​ລາຍ​ງານ​ນີ້ກ່າວ​ວ່າ, ຈີນ​ໄດ້​ເພີ່ມ​ຂີດ​ໝາຍ​ໃໝ່​ໃນ​ການ​ຫັນການ​ທະ​ຫານ​ໃຫ້ທັນ​ສະ​ໄໝ​ໃນ​ປີ 2027 ເພື່ອ​ເລັ່ງ​ພັດ​ທະ​ນາ​ການ​ປະ​ສົມ​ປະ​ສານ​ຂອງ​ກຳ​ລັງ​ປະ​ກອບ​ອາ​ວຸດຂອງ​ຕົນ.

ອີງຕາມ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ອາວຸ​ໂສ​ຄົນ​ນຶ່ງ​ແລ້ວ, ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ກອງທັບ​ຈີນສຳ​ລັບ​ປີ 2027 ຈະ​ຊ່ວຍເຮັດ​ໃຫ້​ກຳ​ລັງ​ທະ​ຫານສ້າງ​ເຄືອ​ຂ່າຍ​ຂີດຄວາມ​ສາມາດ​ຂອງ​ຕົນ​ໄດ້​ດີກ​ວ່າ​ເກົ່າ​ໂດຍຢູ່ໃນ​ທາງ​ທີ່ຈະ​ສາມາດ “ສະກັດ​ກັ້ນ” ຫຼື “ບີບ​ບັງຄັບ” ໃຫ້ໄຕ້​ຫວັນ​ລະຖິ້ມ​ການ​ກ້າວ​ໄປ​ສູ່​ການ​ເປັນ​ເອກະລາດໄດ້ ​ໃນ​ຂະນະ​ທີ່​ເຮັດ​ໃຫ້ມີ​ການ​ຊັກ​ຊ້າ ຫຼື​ຕ້ານ​ການ​ແຊກ​ແຊງ​ຂອງ​ຝ່າຍ​ທີ​ສາມ​ທີ່​ອາດ​ເປັນ​ໄປ​ໄດ້ ຈາກສະຫະລັດ ​ແລະ​ບັນດາ​ພັນທະ​ມິດ​ອື່ນໆຂອງ​ໄຕ້​ຫວັນ​.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ, “ພວກ​ເຮົາ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ແນ່ນອນ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ໃນ​ການພັດ​ທະ​ນາ​ຄວາມ​ສາ​ມາດ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ປີ 2027 ແລະ​ສິ້ງ​ຊອມ​ເບິ່ງ​ຢ່າງ​ໃກ້​ຊິດ” ໂດຍ​ກ່າວ​ອີກວ່າ ເປົ້າ​ໝາຍ​ໃນ​ອະ​ນາ​ຄົດ​ບໍ່​ໄດ້​ເຮັດ​ໃຫ້​ຄວາມ​ກັງ​ວົນ​ຂອງ​ທຳ​ນຽບ​ຫ້າ​ແຈ​ທີ່​ມີ​ຢູ່​ “ໃນ​ປັດ​ຈຸ​ບັນ” ກ່ຽວ​ກັບ​ການ​ລະ​ດົມ​ໃຫ້​ມີ​ການ​ກົດ​ດັນ​ຂອງ​ຈີນ​ຕໍ່​ໄຕ້​ຫວັນນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG