ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄຽງຄູ່ກັບອິດທິພົນທາງເສດຖະກິດ ການຮຽນ-ການສອນພາສາຈີນ ກໍກໍາລັງແຜ່ຫລາຍ ຢູ່ໃນລາວ


ສະຖາບັນຂົງຈື້ ທີ່ສະໜັບສະໜຸນໂດຍລັດຖະບານຈີນ ແລະສ້າງຕັ້ງຂຶ້ນ ໃນລາວ ມາໄດ້ 12 ປີກວ່າ ກໍເປັນສ່ວນນຶ່ງ ຂອງມະຫາວິທະຍາໄລແຫ່ງຊາດ ລາວ.
ສະຖາບັນຂົງຈື້ ທີ່ສະໜັບສະໜຸນໂດຍລັດຖະບານຈີນ ແລະສ້າງຕັ້ງຂຶ້ນ ໃນລາວ ມາໄດ້ 12 ປີກວ່າ ກໍເປັນສ່ວນນຶ່ງ ຂອງມະຫາວິທະຍາໄລແຫ່ງຊາດ ລາວ.

ນອກຈາກເປັນຜູ້ມີອິດທິພົນສູງຕໍ່ເສດຖະກິດແລ້ວ ຈີນຍັງໄດ້ມີອິດ​ທິພົນດ້ານພາສາ ແລະວັດທະນະທໍາເພີ້ມຂຶ້ນນັບມື້ອີກດ້ວຍ ຊຶ່ງເຫັນໄດ້ຈາກການ ທີ່ວິຊາພາສາຈີນ ໄດ້ດຶງດູດເອົານັກຮຽນນັກສຶກສາຫລາຍກວ່າພັນຄົນໃນແຕ່ລະ ປີເຂົ້າໄປຮຽນ. ໄຊ​ຈະ​ເລີນ​ສຸກ ​ມີ​ລາຍ​ງານ​ເລື້ອງນີ້ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຈາກຈຳນວນຜູ້ສະໝັກເຂົ້າຮຽນໃນມະຫາວິທະຍາໄລແຫ່ງຊາດ ຫຼາຍກວ່າ 10 ພັນຄົນນັ້ນ ເຫັນວ່າ ສາຂາທີ່ມີຜູ້ສະໝັກຫຼາຍທີ່ສຸດກໍຄື ພາສາຈີນ ຊຶ່ງມີຫລາຍ ກວ່າ 1,560 ຄົນ, ສ່ວນວິຊາພາສາອັງກິດແມ່ນ 801 ຄົນ. ພ້ອມກັນນັ້ນ ສະຖາບັນຂົງຈື້ ຊຶ່ງເປັນສະະຖາບັນ ທີ່ໄດ້ຮັບການສະໜັບສະໜຸນສ່ວນນຶ່ງ ຈາກລັດຖະບານຈີນນັ້ນ ກໍນັບມື້ນັບຂະຫຍາຍຕົວອອກ ແລະໄດ້ເປັນສ່ວນນຶ່ງຂອງມະຫາວິທະຍາໄລແຫ່ງຊາດ ມາໄດ້ 10 ກວ່າປີແລ້ວ. ສ່ວນນັກສຶກສາລາວ ທີ່ໄປຮຽນຢູ່ຈີນ ກໍມີຈໍານວນຫລາຍພັນຄົນ, ອີງຕາມແຫລ່ງຂ່າວໃນທ້ອງຖິ່ນ. ສະພາບການນີ້ ສະແດງໃຫ້ເຫັນວ່າ ຄຽງຄູ່ກັບການເປັນຜູ້ລົງທຶນຫລາຍທີ່ສຸດ ກໍຄື ຫລາຍກວ່າ 16 ພັນລ້ານໂດລາ ແລ້ວນັ້ນ ຈີນຍັງເປັນຜູ້ມີອິດທິພົນດ້ານພາສາ ແລະວັດທະນະທໍາ ໃນປະເທດນີ້ອີກດ້ວຍ. ທັງນີ້ ອາດເປັນຍ້ອນສັງຄົມ ກໍ່ຄືຄົນລຸ້ນໃໝ່ ເລີ່ມສັງເກດທ່າແຮງຂອງຕະຫຼາດແຮງງານຕາມສະພາບຄວາມເປັນຈິງ ຊຶ່ງບາງຄົນ ກໍບອກວ່າ ການທີ່ຮູ້ພາສາຈີນ ແມ່ນຊ່ວຍໃຫ້ການຊອກຫາວຽກເຮັດງານທໍາໄດ້ງ່າຍຂຶ້ນ ດັ່ງນັກສຶກສາຄົນນຶ່ງ ທີ່ຮຽນຈົບປະລິນຍາຕີ ຈາກປະເທດຈີນ ເມື່ອມໍ່ໆມານີ້ ເວົ້າວ່າ: (ນັກສຶກສາຮຽນຈົບຈາກຈີນໃໝ່)

“ດຽວນີ້ເຮົາຢູ່ລາວນີ້ແຫລະ ເຮົາຢູ່ບໍລິສັດໂຕທາງລົດໄຟນີ້ແຫລະ ຈ້າວຊິວ່າຮຽນມາມັນກະດີຢ່າງນຶ່ງ ໂດຍສະເພາະຢູ່ຫັ້ນ ກະໄດ້ພາສາຈີນກັບມາຊັ້ນນະ ມັນກະຊອກເພາະວ່າຢູ່ລາວກະຈີນມາລົງທຶນຫລາຍຊອກວຽກກະສື່ສານກັນມັນກະຊອກງ່າຍ”.

ແຕ່ແນວໃດກໍຕາມ ບໍ່ເໝືອນກັນກັບການຮຽນພາສາອັງກິດ ທີ່ຖືກນໍາໃຊ້ຢູ່ໃນສໍາ ນັກງານສາກົນທີ່ກວ້າງຂວາງກວ່າ ການທີ່ນັກສຶກສາຜູ້ນຶ່ງ ທີ່ຮູ້ແຕ່ພາສາຈີນເທົ່າ ນັ້ນ ອາດຈະບໍ່ຊ່ວຍໃຫ້ນັກສຶກສາຮຽນຈົບໃໝ່ ມີໂອກາດທີ່ໄດ້ວຽກເຮັດງານທໍາ ຫລາຍ ດັ່ງທີ່ນັກທຸລະກິດທ່ານນຶ່ງ ເວົ້າແບບບໍ່ມີຄວາມໝັ້ນໃຈວ່າ ການຮູ້ພາສາຈີນ ຈະຊ່ວຍໃຫ້ນັກຮຽນໄດ້ວຽກງານດີ ຊຶ່ງທ່ານເວົ້າວ່າ: (ນັກທຸລະກິດ)

“ຄືບໍ່ມີອີ່ຫຍັງດອກ ຈັກແຫລະເມືອໜ້າມັນອາດຈະດີຂຶ້ນໄດ້ແບບໃດ ແຕ່ວ່າຄືສູ່ມື້ນີ້ ອັນທີນຶ່ງຈີນເຂົາເຄັ່ງຄັດ ເລື້ອງຈຸໄປຮຽນຕໍ່ອີ່ຫຍັງກະຢ່າ ມັນເລື້ອງໂຄວິດ ກວດເຄັ່ງຄັດຫລາຍອີ່ຫຍັງກະຢ່າ ບາງຄົນມັນກະເທີນຮຽນອອນໄລນ໌ ບາງຄົນກະປະໄປເລີຍຕໍ່ບໍ່ໄດ້ ກະຢຸດໄປເລີຍໆນີ້ນະ. ຫລາຍຢ່າງສັບສົນຊ່ວງຫວ່າງນຶ່ງໜີ້ໄດ່ ອັນທີສອງມາເວົ້າງ່າຍໆຈຸໃດໄປຮຽນຈີນມາເວົ້າແລ້ວກະຕ້ອງມີເປົ້າໝາຍເຮັດວຽກນໍາຈີນຫັ້ນແຫລະ ຈີນມັນສ້າງມັນຮັບແນ່ ບາດນີ້ພວກບໍລິສັດເຂື່ອນໄຟ ຟ້າທີ່ເປັນຂອງຈີນ ເຂົາກະຈະມີທຶນຂອງພວກບໍລິສັດໄຟຟ້າລາວຈະມີທຶນເປັນຜູ້ໃຫ້ທຶນໄປຮຽນ ຮຽນກະແມ່ນພວກຄູ່ພາດເນີເປັນຄົນໃຫ້ ຄ້າຍໆມີເງື່ອນໄຂ ແຕ່ວ່າໂດຍລວມແລ້ວ ຈຸໄປຮຽນຢູ່ເມືອງຈີນ ຈະໄປທຶນສ່ວນຕົວກະຢ່າສຸດທ້າຍກັບມາລາວກະມີແຕ່ເຮັດວຽກນໍາຈີນທໍ່ນັ້ນແຫລະ ມັນບໍ່ມີໃຜຮັບນະ ນອກຈາກທຸລະກິດສ່ວນຕົວກະແລ້ວແຕ່ດອກ”.

ນອກນັ້ນ ສະຖາບັນຂົງຈື້ ທີ່ສະໜັບສະໜຸນໂດຍລັດຖະບານຈີນ ແລະສ້າງຕັ້ງຂຶ້ນ ໃນລາວ ມາໄດ້ 12 ປີກວ່າ ກໍເປັນສ່ວນນຶ່ງ ຂອງມະຫາວິທະຍາໄລແຫ່ງຊາດ ເພື່ອເຜີຍແຜ່ວັດທະະນະທໍາ ແລະພາສາຈີນ ຊຶ່ງບາງຄົນເຫັນວ່າ ມັນເປັນການເພີ້ມການຊຸກຍູ້ອິດທິພົນຄອບງໍາປະເທດ ທີ່ຮັບເອົາສະຖາບັນນີ້ເຂົ້າໄປຕັ້ງ. ອີງຕາມ​ຈີນ​ແລ້ວ, ສະ​ຖາ​ບັນ​ຂົງຈື້​ຂອງ​ຕົນ ​ແມ່ນ "ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ" ລະ​ຫວ່າງ​ຕົນ​ກັບ​ໂລກ. ແຕ່​ຕໍ່​ບັນດາ​ນັກວິຈານ ອົງການ​ທີ່​ບໍລິຫານ​ໂດຍ​ລັດຖະບານ - ທີ່​ສະ​ເໜີ​ໂຄງການ​ພາສາ ​ແລະວັດທະນະທຳ​ຢູ່​ຕ່າງປະ​ເທດ ​ແມ່ນ​ວິທີ​ທາງ​ໃຫ້​ປັກ​ກິ່ງ​ ເຜີຍ​ແຜ່​ການ​ໂຄສະນາ ​ເຜີຍ​ແຜ່​ພາຍ​ໃຕ້​ການ​ສອນ, ​ແຊກ​ແຊງ​ການ​ປາກ​ເວົ້າ​ຢ່າງ​ເສລີ​ໃນ​ວິທະຍາ​ເຂດ ​ແລະ​ແມ່ນ​ແຕ່​ຈະ​ສອດ​ແນມ​ນັກ​ສຶກສາ. ເມື່ອມໍ່ໆມານີ້ ມະຫາວິທະຍາໄລທົ່ວໂລກ ທີ່ພົບບັນຫາສັບສົນໄດ້ປິດໂຄງການທີ່ດໍາເນີນການໂດຍສະຖາບັນຂົງຈື້ ດັ່ງ​ໃນ​ອອສເຕຣເລຍ ທີ່ການ​ສືບ​ສວນ​ຍັງ​ດຳ​ເນີນ​ໄປ​ເພື່ອເບິ່ງວ່າ ​ຂໍ້​ຕົກລົງ​ລະຫວ່າງ​ມະຫາວິທະຍາ​ໄລ ​ແລະ​ສະ​ຖາ​ບັນ ​ໄດ້​ຝ່າຝືນ​ກົດໝາຍ​ຕ້ານ​ການ​ແຊກ​ແຊງ​ຂອງ​ຕ່າງປະ​ເທດ, ອີງຕາມໜັງສືພິມກາດຽນ ຊຶ່ງເປັນອົງການຂ່າວຂອງອັງກິດທີ່ມີຊື່ສຽງໂດ່ງດັງແຫ່ງນຶ່ງ ທີ່ພິມເຜີຍແຜ່ເມື່ອມໍ່ໆມານີ້.

ສະຫລຸບແລ້ວການທີ່ຈີນ ເປັນປະເທດທີີມີນັກລົງທຶນລາຍໃຫຍ່ອັນດັບນຶ່ງຂອງ ລາວ ກໍໄດ້ພະຍາຍາມເຜີຍແຜ່ອິດທິພົນ ທາງດ້ານພາສາ ແລະວັດທະນະທໍາ ໄປພ້ອມໆກັນ ຊຶ່ງໄດ້ກາຍມາເປັນການເສີມຂະຫຍາຍ ການພົວພັນດ້ານການທູດຂອງຈີນ ເພີ້ມຂຶ້ນອີກດ້ວຍ.

XS
SM
MD
LG