ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ແລະ ນິກາຣາກົວ ໄດ້ສ້າງສາຍພົວພັນຄືນໃໝ່ ໂດຍບໍ່ໄດ້ສົນໃຈຕໍ່ ສະຫະລັດ ແລະໄຕ້ຫວັນ


ແຟ້ມຮູບ-ປະທານາທິບໍດີຂອງ ນິກາຣາກົວ ທ່ານເດນຽວ ອໍເຕກາ ແລະຮອງປະທານາທິບໍດີ ທ່ານໂຣຊາຣິໂອ ມູຣີລໂລ (Rosario Murillo) ສະແດງທ່າທາງອອກມາ ໃນລະຫວ່າງການເດີນສວນສະໜາມທີ່ເອີ້ນວ່າ 'ພວກເຮົາຍ່າງເພື່ອສັນຕິພາບ ແລະຊິວິດ, ຄວາມຍຸຕິທໍາ.' ໃນນະຄອນຫຼວງ ມານາກົວ, ປະເທດນິກາຣາກົວ, ວັນທີ 5 ກັນຍາ 2021.
ແຟ້ມຮູບ-ປະທານາທິບໍດີຂອງ ນິກາຣາກົວ ທ່ານເດນຽວ ອໍເຕກາ ແລະຮອງປະທານາທິບໍດີ ທ່ານໂຣຊາຣິໂອ ມູຣີລໂລ (Rosario Murillo) ສະແດງທ່າທາງອອກມາ ໃນລະຫວ່າງການເດີນສວນສະໜາມທີ່ເອີ້ນວ່າ 'ພວກເຮົາຍ່າງເພື່ອສັນຕິພາບ ແລະຊິວິດ, ຄວາມຍຸຕິທໍາ.' ໃນນະຄອນຫຼວງ ມານາກົວ, ປະເທດນິກາຣາກົວ, ວັນທີ 5 ກັນຍາ 2021.

ໃນວັນພະຫັດ ທີ່ 9 ຂອງມື້ວານນີ້, ນິກາຣາກົວ ໄດ້ຕັດຂາດຄວາມສໍາພັນທາງການທູດກັບໄຕ້ຫວັນທີ່ມີມາຍາວນານ, ໂດຍປ່ຽນຄວາມຈົງຮັກພັກດີໄປຫາປັກກິ່ງ ເພື່ອຮັບຮອງຕາມຫຼັກການ “ຈີນດຽວ” ຂອງພັກຄອມມູນິສຈີນ ແລະຫຼຸດຈໍານວນພັນທະມິດນານາຊາດຂອງໄຕ້ຫວັນລົງ, ອີງຕາມອົງການຂ່າວຣອຍເຕີ.

“ໃນວັນນີ້ ລັດຖະບານຂອງສາທາລະນະນິກາຣາກົວ ໄດ້ຕັດຂາດຄວາມສໍາພັນທາງການທູດກັບໄຕ້ຫວັນ ແລະສິ້ນສຸດການຕິດຕໍ່ຕ່າງໆ ຫຼືຄວາມສໍາພັນຢ່າງເປັນທາງການ,” ລັດຖະມົນຕີການຕ່າງປະເທດ ໄດ້ກ່າວຢູ່ໃນຖະແຫຼງການ ທີ່ເຜີຍແຜ່ອອກມາເປັນພາສາສະເປນ ແລະອັງກິດ.

“ສາທາລະນະລັດ ປະຊາຊົນຈີນ ເປັນປະເທດດຽວທີ່ຖືກຕ້ອງຕາມກົດໝາຍພຽງແຫ່ງດຽວທີ່ເປັນຕົວແທນຂອງຈີນທັງໝົດ, ແລະໄຕ້ຫວັນກໍເປັນສ່ວນນຶ່ງຂອງດິນແດນ ຈີນ ທີ່ບໍ່ສາມາດແບ່ງແຍກໄດ້,” ອີງຕາມການກ່າວຢູ່ໃນຖະແຫຼງການນັ້ນ.

ສື່ທາງການຂອງຈີນກ່າວວ່າ ຕົວແທນລັດຖະບານຈາກ ຈີນ ແລະ ນິກາຣາກົວ ຈະຈັດການເຈລະຈາໃນມື້ວັນສຸກນີ້ ໃນເມືອງ ທຽນຈິນ (Tianjin) ເຊິ່ງຢູ່ທາງພາກເໜືອຂອງຈີນ.

ໄຕ້ຫວັນໄດ້ຕອບຄືນຢ່າງໄວວາ, ໂດຍເນັ້ນໜັກວ່າ “ມັນຄືຄວາມເຈັບປວດ ແລະຄວາມເສຍໃຈ” ຕໍ່ການຕັດສິນໃຈດັ່ງກ່າວ, ແລະກ່າວວ່າ ປະທານາທິບໍດີຂອງປະເທດໃນອາເມຣິກາກາງ ທ່ານເດນຽວ ອໍເຕກາ (Daniel Ortega), ໄດ້ເມີນເສີຍຕໍ່ຄວາມສໍາພັນລະຫວ່າງໄຕ້ຫວັນ ແລະນິກາຣາກົວ.

ແຕ່ລັດຖະບານຂອງໄຕ້ຫວັນກໍໄດ້ສະແດງການຕໍ່ຕ້ານອອກມາເຊັ່ນກັນ.

“ໃນຖານະທີ່ເປັນສະມາຊິກຂອງປາຄົມນານາຊາດ, ໄຕ້ຫວັນມີສິດທີ່ຈະແລກປ່ຽນ ແລະພັດທະນາຄວາມສໍາພັນທາງການທູດກັບບັນດາປະເທດຕ່າງໆ,” ລັດຖະມົນຕີການຕ່າງປະເທດຂອງໄຕ້ຫວັນໄດ້ກ່າວໄປ.

ໄຕ້ຫວັນ ຈະຍັງຄົງສົ່ງເສີມ “ທາງການທູດທີ່ໄດ້ຜົນ” ຕໍ່ໄປ ເພື່ອຂະຫຍາຍພື້ນທີ່ລະຫວ່າງປະເທດ ແລະມຸ່ງໝັ້ນທີ່ຈະບັນລຸ “ສະຖານະພາບທາງສາກົນທີ່ເໝາະສົມ” ຂອງໄຕ້ຫວັນ.
ຈີນເວົ້າວ່າ ໄຕ້ຫວັນ ເປັນສ່ວນນຶ່ງໃນແຂວງຂອງຕົນທີ່ບໍ່ມີສິດທາງລັດຖະບານ ແລະໄດ້ເພີ້ມຄວາມກົດດັນ ເພື່ອເອົາຊະນະບັນດາພັນທະມິດທີ່ເຫຼືອຢູ່ຂອງໄຕ້ຫວັນໃຫ້ຫ່າງອອກໄປ, ໂດຍສະເພາະຢ່າງຍິ່ງໃນອາເມຣິກາກາງ ແລະໃນເຂດຄາຣິບບຽນ ເຊິ່ງ ແອລຊາລວາດໍ ແລະ ສາທາລະນະລັດ ໂດມີນີກັນ ແມ່ນຫັນໄປຫາປັກກິ່ງໃນປີ 2018 ແລະ ປານາມາ ແມ່ນນຶ່ງປີກ່ອນໜ້ານັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG