ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂຄງການສ້າງເຂື່ອນຂອງ​ຈີນ ໃສ່​ແມ່​ນ້ຳ​ຂອງ ກາຍ​ເປັນ ​ບັນ​ຫາຖົກ​ຖຽງກັນ ຫຼາຍ​ຂຶ້ນນັບ​ມື້ (ວີ​ດີ​ໂອ ພາສາລາວ/ອັງກິດ)


China Mekong Dam Project Generates Growing Controversy
please wait

No media source currently available

0:00 0:02:49 0:00
ລິງໂດຍກົງ
ຈີນ ເປັນປະເທດທີ່ມີເຂື່ອນ ຫລາຍທີ່ສຸດໃນໂລກ ແຕ່ແຜນການ
ຂອງຈີນທີ່ຈະກໍ່ສ້າງເຂື່ອນໃສ່ແມ່ນ້ຳຂອງ ຊຶ່ງເປັນແມ່ນ້ຳທີ່ໄຫລ
ຜ່ານຫຼາຍໆປະເທດນັ້ນໄດ້ກາຍເປັນບັນຫາຖົກຖຽງກັນຫຼາຍຂຶ້ນ
ນັບມື້. ໃນປີ 2011 ລັດຖະບານມຽນມາ ໄດ້ຍຸດຕິການກໍ່ສ້າງ
ເຂື່ອນ Myitsone ຊຶ່ງເປັນໂຄງການຮ່ວມລະຫວ່າງມຽນມາກັບ
ຈີນນັ້ນຫລັງຈາກໄດ້ມີການປະທ້ວງຢູ່ໃນມຽນມາ. ພວກນັກຊ່ຽວ
ຊານຢູ່ໃນສະຫະລັດຄິດວ່າຖ້າຈີນຫາກມີຄວາມໂປ່ງໃສເພີ້ມຂຶ້ນ
ກໍອາດຈະສາມາດ ທີ່ຈະຊ່ອຍຫລຸດຜ່ອນ ບັນຫາຂັດແຍ້ງ /ລົງໄດ້.
ໄພສານ ຈະນຳເອົາລາຍງານ ຂອງຜູ້ສື່ຂ່າວວີໂອເອ Liyuan Lu
ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:


ຈີນ ບໍ່ພຽງແຕ່ເປັນຜູ້ກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ທີ່ໃຫຍ່ທີ່ສຸດໃນໂລກ ຄືເຂື່ອນສາມ
ໜ້າຜາ ເທົ່ານັ້ນ ແຕ່ຍັງເປັນປະເທດ ທີ່ມີເຂື່ອນຫຼາຍທີ່ສຸດໃນໂລກ ນຳອີກ. ນອກຈາກ
ກໍ່ສ້າງເຂື່ອນ ຢູ່ພາຍໃນປະເທດແລ້ວ ພວກນັກທຸລະກິດຈີນຍັງເປັນຜູ້ກໍ່ສ້າງເຂື່ອນລາຍ
ໃຫຍ່ທີ່ສຸດໃນໂລກ ອີກດ້ວຍ.

ອີງຕາມໂຕເລກ ຈາກອົງການແມ່ນ້ຳກົນຫລື International Rivers ແລ້ວທະນາຄານແລະ
ບັນດາບໍລິສັດຂອງຈີນຍັງໄດ້ຊ່ວຍກໍ່ສ້າງເຂື່ອນຈຳນວນຫລາຍຮ້ອຍແຫ່ງຢູ່ໃນຫຼາຍ 10 ປະ
ເທດໂດຍສະເພາະຢູ່ໃນອາຟຣິກາແລະເອເຊຍຕາເວັນອອກສຽງໃຕ້.

ທ່ານ Richard Cronin ຜູ້ອຳນວຍການຝ່າຍໂຄງການເອເຊຍຕາເວັນອອກສຽງໃຕ້ຂອງສູນ
ກາງ Stimson ທີ່ວໍຊິງຕັນເປັນນັກຊ່ຽວຊານໃນດ້ານການຄົ້ນຄວ້າເລື້ອງເຂື່ອນໄຟຟ້າພະລັງ
ນ້ຳຢູ່ໃນແມ່ນ້ຳຂອງ ທີ່ໄຫລຜ່ານຫຼາຍປະເທດນັ້ນ.

ທ່ານ Cronin ເວົ້າວ່າ “ບັນດາບໍລິສັດຈີນ ແມ່ນພົວພັນກັບ 4 ຫຼືອາດຈະແມ່ນ 5 ກໍໄດ້
ໃນ ໂຄງການສ້າງເຂື່ອນ ໃສ່ແມ່ນ້ຳຂອງ 11 ເຂື່ອນ ຕະຫລອດທັງ ການສ້າງເຂື່ອນ ຈຳນວນຫລວງຫລາຍໃສ່ສາຂາຂອງແມ່ນ້ຳຂອງນຳດ້ວຍດັ່ງນັ້ນບົດບາດຂອງຈີນຈຶ່ງ
ແມ່ນພາກສ່ວນທີ່ໃຫຍ່ໃນການພັດທະນາໂຄງລ່າງພື້ນຖານໂດຍສະເພາະຢູ່ໃນລາວ
ແລະກຳປູເຈຍ ແຕ່ນອກນັ້ນແລ້ວກໍຍັງເປັນພາກສ່ວນທີ່ໃຫຍ່ເປັນພິເສດໃນການພັດ ທະນາເຂື່ອນເຫຼົ່ານີ້.”


ແຕ່ແນວໃດກໍຕາມ ວິທີການທີ່ນຳໃຊ້ໃນການກໍ່ສ້າງເຂື່ອນເຫຼົ່ານີ້ ແມ່ນໄດ້ຖືກໂຈມຕີຫຼາຍຂຶ້ນ ເລື້ອຍໆຍ້ອນຜົນກະທົບຂອງໂຄງການຕໍ່ສະພາບແວດລ້ອມແລະສັງຄົມແລະແຜນການຂອງ ຈີນທີ່ຈະສ້າງເຂື່ອນໃສ່ລຳແມ່ນ້ຳຂອງນັ້ນແມ່ນເປັນບັນຫາຖົກຖຽງໂຕ້ແຍ້ງກັນເປັນພິເສດ.

ໂຄງການສ້າງເຂື່ອນໄຊຍະບູລີ
ໂຄງການສ້າງເຂື່ອນໄຊຍະບູລີ


ທ່ານ Darrin Magee ເປັນອາຈານສົມທົບ ທີ່ມະຫາວິທະຍາໄລ
Hobart ແລະ William Smith ສອນວິຊາການສຶກສາ ກ່ຽວກັບ
ສິ່ງແວດລ້ອມ.

ທ່ານ Magee ເວົ້າວ່າ “ຂ້າພະເຈົ້າຄິດວ່າ ເຫດຜົນນຶ່ງທີ່ພາ
ໃຫ້ເກີດບັນຫາໂຕ້ແຍ້ງກໍຍ້ອນການຂາດຂໍ້ມູນທີ່ຈະແຈ້ງຄື
ບໍ່ມີຄວາມເຂົ້າໃຈຢ່າງແຈ້ງຂາວ ກ່ຽວກັບວ່າເຂື່ອນເຫຼົ່ານີ້
ຈະມີຜົນກະທົບແນວໃດ ຕໍ່ການໄຫຼຂອງນ້ຳທີ່ຢູ່ລຸ່ມເຂື່ອນ
ໂດຍພື້ນຖານແລ້ວ ກໍແມ່ນການໄຫລຂອງນ້ຳ ແລະການໄຫລຂອງດິນຕົມ ຫຼືຝຸ່ນ.”


ທ່ານ Richard Cronin ຈາກສູນກາງ Stimson ກ່າວວ່າ ຈີນບໍ່ມີຄວາມໂປ່ງໃສຍ້ອນບໍ່ໄດ້ ເປີດເຜີຍຂໍ້ມູນ ກ່ຽວກັບການໄຫລຂອງນ້ຳຫລືອຸທົກກະວິທະຍາ ຊຶ່ງເປັນຂໍ້ມູນທີ່ປັກກິ່ງຖືວ່າ ເປັນຄວາມລັບຂອງປະເທດ. ແລະທ່ານ Cronin ເວົ້າວ່າ ສິ່ງທີ່ເຮັດໃຫ້ບັນຫານີ້ ສະລັບຊັບ ຊ້ອນຕື່ມຂຶ້ນນັ້ນ ກໍຄືພະແນກການຕ່າງໆຂອງລັດຖະບານ ບໍ່ມີການຮ່ວມມືປະສານງານກັນ ແລະແຕ່ລະເຂື່ອນຕ່າງກໍເປັນໂຄງການອິດສະຫຼະ.

ເຂື່ອນທີ່ຮູ້ກັນດີທີ່ສຸດຂອງຈີນ ໃນເຂດເອເຊຍຕາເວັນອອກສຽງໃຕ້ກໍແມ່ນເຂື່ອນ Myitsone ໃນປະເທດມຽນມາ. ເຂື່ອນດັ່ງກ່າວແມ່ນສ້າງໃສ່ແມ່ນ້ຳອີຣະວະດີ ຊຶ່ງເປັນໂຄງການວິສາວະ ກິດຮ່ວມ ມູນຄ່າ 3 ພັນ 600 ລ້ານໂດລາ ລະຫວ່າງບໍລິສັດໄຟຟ້າ ແລະການລົງທຶນຂອງຈີນ ກັບກະຊວງໄຟຟ້າຂອງມຽນມາແລະບໍລິສັດເອກະຊົນອີກບໍລິສັດນຶ່ງ ແຕ່ປະທານາທິບໍດີມຽນ ມາທ່ານ Thien Sein ໄດ້ສັ່ງໃຫ້ໂຈະໂຄງການດັ່ງກ່າວ ໃນປີ 2011 ຫລັງຈາກໄດ້ມີການປະ ທ້ວງຢູ່ພາຍໃນປະເທດ.

ໃນກອງປະຊຸມຫາລືບັ້ນນຶ່ງ ກ່ຽວກັບໂຄງການສ້າງເຂື່ອນຂອງຈີນນັ້ນ ຍານາງ Sun Yun ຜູ້ ວິໄຈຄົນນຶ່ງຂອງສູນກາງ Stimson ກ່າວວ່າ ໂຄງການສ້າງເຂື່ອນ Myitsone ເປັນໂຕຢ່າງ ທີ່ດີອັນນຶ່ງ ຂອງການກຳນົດນະໂຍບາຍຂອງຈີນໂດຍຜູ້ປະກອບສ່ວນທີ່ມີຜົນປະໂຫຍດຕ່າງ ກັນ.

ຍານາງ Sun Yun ເວົ້າວ່າ “ລັດຖະບານກາງຂອງຈີນທີ່ຢູ່ກຸງປັກກິ່ງ ລັດຖະບານທ້ອງ ຖິ່ນໃນແຂວງຢຸນນານ ແລະກຸ່ມຜົນປະໂຫຍດຄືບໍລິສັດໄຟຟ້າແລະການລົງທຶນຂອງ ຈີນແມ່ນ ມີບູລິມະສິດທີີ່ບໍ່ຄືກັນ.”

ຍານາງ Sun Yun ກ່າວວ່າ ປັກກິ່ງຫວັງວ່າຈະສືບຕໍ່ມີຄວາມສຳພັນທີ່ດີກັບມຽນມາໃນຂະນະ ທີ່ລັດຖະບານແຂວງຢຸນນານ ຕ້ອງການຢາກໃຊ້ໂຄງການນີ້ ເພື່ອກາຍເປັນໝໍ້ໄຟໃນເຂດຕາ ເວັນຕົກສຽງໃຕ້ຂອງຈີນ. ສຳລັບບໍລິສັດໄຟຟ້າແລະການລົງທຶນຂອງຈີນແລ້ວຈຸດປະສົງຕົ້ນຕໍ ຂອງພວກເຂົາເຈົ້າ ກໍແມ່ນກຳໄລ.
XS
SM
MD
LG