ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຕ້ອງການນຳເຂົ້າ ງົວຈາກລາວ ຫຼາຍກວ່າ 5 ແສນໂຕ ໃນແຕ່ລະປີ ທັງຍັງຈະເພີ້ມຂຶ້ນ ຢ່າງຕໍ່ເນື່ອງ


ຟາມງົວແຫ່ງນຶ່ງຢູ່ໃນເຂດຊົນນະບົດຂອງລາວ
ຟາມງົວແຫ່ງນຶ່ງຢູ່ໃນເຂດຊົນນະບົດຂອງລາວ

ຕະຫຼາດໃນປະເທດຈີນ ຕ້ອງການນຳເຂົ້າງົວຈາກລາວຫຼາຍກວ່າ 500,000 ໂຕໃນແຕ່
ລະປີ ທັງຍັງຈະນຳເຂົ້າເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍມີເງື່ອນໄຂວ່າງົວທີ່ລ້ຽງໃນລາວ ຈະ
ຕ້ອງໄດ້ຕາມມາດຕະຖານຂອງຈີນ.

ທ່ານພັນທະພົງ ວົງສຳພັນ ຫົວໜ້າພະແນກລ້ຽງສັດ ກະຊວງກະສິກຳແລະປ່າໄມ້ ຖະ
ແຫລງວ່າ ກະຊວງການຄ້າຂອງຈີນ ໄດ້ສະແດງຄວາມຕ້ອງການທີ່ຈະຊື້ງົວຈາກລາວ
ຫຼາຍກວ່າ 5 ແສນໂຕຕໍ່ປີ ໂດຍເລີ້ມຈາກປີ 2019 ນີ້ ເປັນຕົ້ນໄປ ທັງຍັງຈະເພີ້ມຈຳ
ນວນຫຼາຍຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ຖ້າຫາກວ່າ ການລ້ຽງງົວໃນລາວ ໄດ້ມາດຕະຖານ
ຕາມຄວາມຕ້ອງການຂອງຕະຫຼາດໃນຈີນ ໂດຍທີ່ທາງການຈີນ ຈະຕັ້ງດ່ານກວດແລະ
ຈັດສົ່ງຄະນະຜູ້ຊ່ຽວຊານມາກວດຟາມລ້ຽງງົວໃນລາວ ທີ່ຈະສົ່ງງົວໄປຈີນ ເພາະທີ່ຜ່ານ
ມາ ການສົ່ງງົວລາວໄປຈີນນັ້ນ ເປັນການລັກລອບຢ່າງຜິດກົດໝາຍ ດັ່ງທີ່ທ່ານພັນທະພົງ
ຢືນຢັນວ່າ:

“ການສົ່ງອອກຜ່ານມາຫັ້ນ ຍັງເປັນການລັກລອບຂ້າມຊາຍແດນ ແຕ່ວ່າ ຕໍ່ໄປນີ້ ຈີນ
ເຂົາເຈົ້າມາເຮັດແລ້ວ ເຂດກັກກັນ ເຂົາເຈົ້າຈະຍຸຕິແບບການລັກລອບ ຕໍ່ໄປນີ້ ການ
ສົ່ງອອກຕ້ອງໄດ້ສົ່ງເຂົ້າໄປໃນຊາຍແດນທີ່ເຂົາເຈົ້າເຮັດດ່ານກັກກັນ ໄດ້ມີການກວດ
ວ່າ ທີ່ມາຂອງງົວມາແຕ່ໃສ ໄດ້ຮັບການສັກຢາກັນພະຍາດແລ້ວບໍ່ ມີເຊື້ອພະຍາດ
ຫຍັງ ມີການລ້ຽງແນວໃດ ລັດຖະບານເຮົາ ກໍຕ້ອງໄດ້ໄປຢັ້ງຢືນໃຫ້ອີກວ່າ ຟາມນັ້ນ
ເປັນຟາມທີ່ວ່າ ໄດ້ຮັບມາດຖະຖານຟາມລ້ຽງສັດທີ່ດີແລ້ວບໍ່ ເພືື່ອວ່າ ຢັ້ງຢືນວ່າຟາມ
ນີ້ ເປັນຟາມທີ່ມາດຕະຖານ ເຂົາຈຶ່ງສາມາດສົ່ງອອກສິນຄ້າໄດ້.”

ນອກຈາກນັ້ນ ງົວທີ່ຈະສາມາດສົ່ງໄປຈີນໄດ້ ກໍຍັງຈະຕ້ອງມີນ້ຳໜັກຕັ້ງແຕ່ 350 ກິໂລ
ກຣາມຂຶ້ນໄປ ແລະມີອາຍຸບໍ່ເກີນ 4 ປີ ໂດຍໃນແຕ່ລະປີ ຈີນຕ້ອງການບໍລິໂພກຊີ້ນງົວ
ຫຼາຍກວ່າ 13 ລ້ານໂຕ ຫາກແຕ່ສາມາດຜະລິດເພື່ອຕອບສະໜອງຄວາມຕ້ອງການໄດ້
ພຽງ 7 ລ້ານໂຕ ຈຶ່ງຕ້ອງນຳເຂົ້າຈາກຕ່າງປະເທດຫຼາຍກວ່າ 6 ລ້ານໂຕໃນແຕ່ລະປີ
ສ່ວນໃນປີ 2018 ທີ່ຜ່ານມາ ມີລາຍງານວ່າ ລາວໄດ້ສົ່ງງົວແລະຄວາຍໄປຈີນ 8 ໝື່ນໂຕ
ແລະ 2 ໝື່ນໂຕຕາມລຳດັບ ຊຶ່ງສ່ວນໃຫຍ່ເປັນການລັກລອບຕາມຊາຍແດນຢ່າງຜິດກົດ
ໝາຍ ຈຶ່ງເຮັດໃຫ້ທາງການຈີນໄດ້ເພີ້ມມາດຕະການກວດກາຢ່າງເຂັ້ມງວດໃນເວລານີ້.

ປະຊາຊົນລາວ ສ່ວນຫຼາຍ ຈະລ້ຽງງົວແບບຄອບຄົວ
ປະຊາຊົນລາວ ສ່ວນຫຼາຍ ຈະລ້ຽງງົວແບບຄອບຄົວ

ໃນປັດຈຸບັນນີ້ ທົ່ວປະເທດລາວ ມີຟາມລ້ຽງງົວທີ່ໄດ້ມາດຕະຖານ 284 ແຫ່ງມີງົວ
45,000 ກວ່າໂຕ ແລະຟາມລ້ຽງຄວາຍພຽງແຕ່ 6 ແຫ່ງມີຄວາຍ 7,000 ກວ່າໂຕເທົ່ານັ້ນ
ໂດຍທີ່ມີມາດຕະຖານສູງທີ່ສຸດ ກໍຄືຟາມລ້ຽງງົວຂອງບໍລິສັດຍີ່ປຸ່ນພັດທະນາກະສິກຳ
ຈຳກັດ ທີ່ໄດ້ເລີ້ມຂະຫຍາຍພື້ນທີ່ລ້ຽງງົວຈາກ 150 ເຮັກຕາ ເປັນ 500 ເຮັກຕາ ຢູ່
ເມືອງແປກ ແຂວງຊຽງຂວາງ ສຳລັບຮອງຮັບພໍ່ພັນ-ແມ່ພັນງົວຄຸນນະພາບດີ ຈາກ
ອອສເຕຣເລຍ ໃນນີ້ເປັນແມ່ພັນງົວທີ່ອອກລູກແລ້ວກວ່າ 100 ໂຕ ແລະກຳລັງຖືພາອີກ
ກວ່າ 900 ໂຕ ຊຶ່ງຄາດວ່າ ຈະອອກລູກໃນໄວໆນີ້ ແລະຈະເຮັດໃຫ້ຟາມແຫ່ງນີ້ ມີງົວ
ພັນດີເພີ້ມຂຶ້ນເປັນຫຼາຍກວ່າ 1,600 ໂຕ ຈຶ່ງເຮັດໃຫ້ຕ້ອງຂະຫຍາຍພື້ນທີ່ຮອງຮັບໃຫ້
ເປັນ 5,000 ເຮັກຕາ ໃນເຂດເມືອງແປກ ເມືອງຜາໄຊ ແລະເມືອງພູກູດ ໃນແຂວງ
ຊຽງຂວາງ.

ທັງນີ້ ບໍລິສັດຍີ່ປຸ່ນພັດທະນາກະສິກຳຈຳກັດ ໄດ້ລົງທຶນຄິດເປັນມູນຄ່າລວມ 77 ລ້ານ
ໂດລາ ຊຶ່ງນອກຈາກຈະລ້ຽງງົວເພື່ອແປຮູບເປັນຊີ້ນງົວ ທີ່ມີຄຸນນະພາບລະດັບດຽວກັນ
ກັບຊີ້ນໂກເບໃນຍີ່ປຸ່ນແລ້ວ ກໍຍັງຈະກໍ່ສ້າງໂຮງງານຜະລິດໜົມງົວຄຸນນະພາບສູງ
ເພື່ອສົ່ງອອກໄປຕ່າງປະເທດ ທັງຈະສົ່ງເສີມປະຊາຊົນໃນທ້ອງຖິ່ນ ໃຫ້ລ້ຽງງົວຕອບ
ສະໜອງ ໃຫ້ບໍລິສັດເພີ້ມຂຶ້ນນັບມື້ດ້ວຍ.

ແຕ່ຢ່າງໃດກໍຕາມ ອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ ຫຼື FAO
ສຳນັກງານທີ່ບາງກອກ ປະເທດໄທ ໄດ້ປະເມີນວ່າ ໄພນ້ຳຖ້ວມຄັ້ງໃຫຍ່ທີ່ເກີດຂຶ້ນໃນ
ທົ່ວປະເທດລາວ ນັບແຕ່ກາງເດືອນກໍລະກົດ-ກັນຍາ 2018 ນັ້ນ ໄດ້ເຮັດໃຫ້ເກີດການ
ເສຍຫາຍໃນພາກກະສິກຳໄປຫຼາຍກວ່າ 1,260 ຕື້ກີບ ໂດຍກະເສດຕະກອນລາວສູນ
ເສຍເຂົ້ານາປີໄປ 96,000 ກວ່າເຮັກຕາ ຫຼື 12 ເປີເຊັນຂອງນາປີທີ່ປັກດຳໄດ້ທັງໝົດ
ຊຶ່ງບໍ່ລວມເຖິງເຂົ້າໄຮ່ແລະພື້ນທີີ່ປູກພືດຊະນິດຕ່າງໆທີ່ເສຍຫາຍໄປກວ່າ 15,000
ເຮັກຕາ ພ້ອມດ້ວຍໜອງລ້ຽງປາ 5,387 ແຫ່ງ ງົວ-ຄວາຍ-ໝູ-ແບ້ ຫຼາຍກວ່າ 23,000
ໂຕ ແລະສັດປີກ 70,000 ກວ່າໂຕ ລວມທັງສວນພືດຜັກແລະໝາກໄມ້ທີ່ເສຍຫາຍໄປ
ອີກກວ່າ 5,200 ເຮັກຕາ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ການສົ່ງອອກສິນຄ້າກະສິກຳແລະ
ປະສຸສັດຂອງລາວ ຈົນເຖິງປັດຈຸບັນນີ້.

XS
SM
MD
LG