ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເຂົ້າຮ່ວມ ການແຂ່ງຂັນ ເພື່ອໄປຂຸດຄົ້ນ ເອົາຊັບພະຍາກອນ ຢູ່ເທິງດວງຈັນ


ຈະຫລວດ Long March-5 Y5 ບັນທຸກເອົາຍານສໍາຫລວດດວງຈັນສາງເອີ 5 ກໍາລັງທະຍານຂຶ້ນສູ່ທ້ອງຟ້າຈາກສູນກາງ ປ່ອຍຍານອະວະກາດ Wenchang ໃນເມືອງ Wenchang, ແຂວງຫາຍໜານຂອງຈີນ ໃນວັນທີ 24 ພະຈິກ, 2020
ຈະຫລວດ Long March-5 Y5 ບັນທຸກເອົາຍານສໍາຫລວດດວງຈັນສາງເອີ 5 ກໍາລັງທະຍານຂຶ້ນສູ່ທ້ອງຟ້າຈາກສູນກາງ ປ່ອຍຍານອະວະກາດ Wenchang ໃນເມືອງ Wenchang, ແຂວງຫາຍໜານຂອງຈີນ ໃນວັນທີ 24 ພະຈິກ, 2020

ໃນອາທິດນີ້ໂຄງການອະວະກາດຂອງຈີນ ໄດ້ສະຫຼອງຜົນສຳເລັດທີ່ສຳຄັນເມື່ອຍານສໍາຫລວດສາງເອີ 5 ( Chang’e 5 ) ທີ່ໄປປະຕິບັດງານນັ້ນໄດ້ລົງຈອດຢູ່ເທິງດວງຈັນຢ່າງປອດໄພ. ການລົງຈອດເທິງດວງຈັນໃນວັນອັງຄານຜ່ານມານີ້ເຮັດໃຫ້ປັກກິ່ງ ໄດ້ກ້າວເຂົ້າໄປໃກ້ ກັບການກາຍເປັນປະເທດທີ 3 ໃນໂລກ ທີ່ໄປເອົາຕົວຢ່າງທາງທໍລະນີສາດຈາກດວງຈັນ, ແຕ່ສິ່ງທີ່ສຳຄັນກວ່ານັ້ນ ພວກນັກວິເຄາະກ່າວວ່າ ຈີນກຳລັງຮວບຮວມເອົາປະສົບການສຳລັບແຜນການທີ່ມີຄວາມທະເຍີທະຍານຫຼາຍກວ່ານັ້ນອີກ.

ເປົ້າໝາຍຂອງການປະຕິບັດງານນີ້ ແມ່ນເພື່ອສະກັດເອົາຕົວຢ່າງຫີນ 2 ກິໂລກຼາມຈາກເຂດຣໍາເຄີ (Rümker) ຂອງດວງຈັນຊຶ່ງຢູ່ພາກເໜືອຂອງດວງຈັນນັ້ນ ແລະນຳເອົາມັນກັບຄືນມາຫາໂລກ. ຖ້າການປະຕິບັດງານດັ່ງກ່າວປະສົບຜົນສຳ ເລັດ, ຈີນຈະກາຍເປັນຄືສະຫະລັດ ແລະສະຫະພາບໂຊວຽດ ທີ່ເປັນກຸ່ມປະເທດດຽວເທົ່ານັ້ນ ທີ່ໄດ້ເກັບຫີນຕົວຢ່າງ ມາຈາກດວງຈັນ.

ນັກວິເຄາະກ່າວວ່າ ຄວາມສະຫລັບຊັບຊ້ອນຂອງການສຳຫຼວດຂອງຍານສາງເອີ້ 5 ທີ່ບໍ່ມີຄົນຂັບ ສະແດງໃຫ້ເຫັນເຖິງຄວາມກ້າວໜ້າ ທີ່ຍິ່ງໃຫຍ່ ຂອງຄວາມສາ ມາດໃນດ້ານອະວະກາດຂອງຈີນ ແລະຖ້າປະສົບຜົນສຳເລັດມັນຈະຊ່ວຍໃຫ້ປັກກິ່ງເຮັດແຜນການໃນອະນາຄົດໄດ້ ໃນການເອົາຄົນໄປລົງຈອດ ຢູ່ເທິງດວງຈັນ ແລະການກໍ່ສ້າງຖານທັບຢູ່ທີ່ນັ້ນ.

ທ່ານນາມຣາຕາ ກອສວາມີ (Namrata Goswami), ຜູ້ຊ່ຽວຊານດ້ານການປ້ອງກັນປະເທດອິນເດຍ ແລະປັດຈຸບັນ ເປັນນັກຄົ້ນຄວ້ານະໂຍບາຍທາງອະ ວະກາດ ແລະດ້ານພູມສາດການເມືອງທີ່ອາໄສຢູ່ໃນສະຫະລັດ, ກ່າວຕໍ່ວີໂອເອວ່າ ຍານສາງເອີ 5 ຈະເຮັດໃຫ້ຈີນມີຄວາມກ້າວໜ້າ “ໃນດ້ານຄວາມເຂົ້າໃຈຂອງພວກເຂົາເຈົ້າ ກ່ຽວກັບການເດີນທາງ ແລະການຈອດຍານອະວະກາດ, ໂດຍສະເພາະໃນເວລາທີ່ພວກເຂົາເຈົ້າວາງແຜນທີ່ຈະເອົາມະນຸດໄປລົງທີ່ນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG