ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ຈີນ ແລະ ອິສຣາແອລ ນໍາໜ້າໃນການຈັບນັກຂ່າວຂັງຄຸກ ບົດລາຍງານກ່າວ


ຈີນ ແລະ ອິສຣາແອລ ນໍາໜ້າໃນການຈັບນັກຂ່າວຂັງຄຸກ ບົດລາຍງານ ກ່າວ

ອີງຕາມບົດລາຍງານສະບັບໃໝ່ລະບຸວ່າ ຈີນ, ອິສຣາແອລ ແລະ ມຽນມາ ເປັນນຶ່ງໃນກຸ່ມຕົ້ນໆກ່ຽວກັບການກັກຂັງບັນດານັກຂ່າວ. ຂໍ້ມູນຈາກຄະນະກໍາມະການປົກປ້ອງນັກຂ່າວພົບວ່າ ໃນທົ່ວໂລກມີນັກຂ່າວຢ່າງໜ້ອຍ 361 ຄົນໄດ້ຖືກກັກຂັງ ເນື່ອງຈາກວຽກງານຂອງພວກເຂົາເຈົ້າ. ຄຣິສຕີນາ ຄາຍເສໂດ ສມິຕ ມີລາຍງານກ່ຽວກັບເລື້ອງນີ້.

ບັນດານັກຂ່າວໃນທົ່ວໂລກ ຢູ່ໃນຄວາມສ່ຽງເພີ້ມຂຶ້ນນັບມື້ ໃນການຖືກຈັບກຸມ ໂດຍມີ ຈີນ, ອິສຣາແອລ ແລະມຽນມາ, ເຊິ່ງປະເທດເຫຼົ່ານີ້ໄດ້ຖືກລະບຸຊື່ວ່າ ເປັນປະເທດທີ່ຄຸມຂັງນັກຂ່າວຢູ່ໃນລະດັບຕົ້ນໆ, ອີງຕາມຂໍ້ມູນຫຼ້າສຸດຈາກຄະນະກຳມະການເພື່ອປົກປ້ອງບັນດານັກຂ່າວ ຫຼື CPJ.

ມາຮອດວັນທີ 1 ທັນວາ 2024, ນັກຂ່າວໃນທົ່ວໂລກຈໍານວນ 361 ຄົນ ໄດ້ຖືກກັກຂັງຍ້ອນເຮັດວຽກຂອງພວກເຂົາເຈົ້າ. ແຕ່ຄະນະກຳມະການ CPJ ກ່າວວ່າ ຂໍ້ມູນດັ່ງກ່າວນີ້ ເປັນພຽງສ່ວນນຶ່ງຂອງຈຳນວນທີ່ຖືກຈັບກຸມໃນລະຫວ່າງ 12 ເດືອນທີ່ຜ່ານມາ.

ທ່ານນາງ ໂຈດີ ກິນສ໌ເບີກ (Jodie Ginsberg), ຜູ້ບໍລິຫານໃຫຍ່ຂອງ CPJ ກ່າວຜ່ານ Zoom ວ່າ:

“ຈໍານວນຂອງນັກຂ່າວທີ່ຖືກຈັບສູງເຫຼົ່ານັ້ນ ຈະຕ້ອງຜ່ານວົງຈອນລະບົບກົດໝາຍ ໃນທິດທາງໃດນຶ່ງໝົດປີ. ແລະນັ້ນ ຄວນລະມັດລະວັງ. ການກະທໍາທີ່ບັນດານັກຂ່າວຖືກດໍາເນີນຄະດີທາງອາຍາເພີ້ມຂຶ້ນນັ້ນ ເປັນຍຸດທະວິທີຂອງລັດຖະບານທີ່ຕ້ອງການບໍ່ໃຫ້ບັນດານັກຂ່າວມີປາກສຽງ.”

ຫຼາຍປະເທດເຊັ່ນ ເບລາຣຸສ, ຣັດເຊຍ, ຫວຽດນາມ, ອີຣ່ານ ແລະ ເອຣິເທຣຍ ກໍກັກຂັງບັນດານັກຂ່າວເປັນຈໍານວນຫຼາຍ.

ໃນອິສຣາແອລ, ຈໍານວນນັກຂ່າວທີ່ຖືກັກຂັງ ຫຼາຍກວ່າສອງເທົ່າ. CPJ ກ່າວວ່າ ນີ້ແມ່ນແບບແຜນຂອງການກວດກາໂດຍລັດຖະບານ ເພື່ອຫ້າມບໍ່ໃຫ້ມີການເຜີຍແຜ່ ຫຼື censorship.

ທ່ານນາງ ກິນສ໌ເບີກ ກ່າວຜ່ານ Zoom ວ່າ:

“ໃນນັ້ນລວມມີ ການສັງຫານບັນດານັກຂ່າວ, ການກັກຂັງ, ການປິດລະບົບສື່ສານ, ການແນເປົ້າໝາຍໃສ່ສະຖານທີ່ສື່ມວນຊົນຕ່າງໆ, ການຖອນທຶນລັດຖະບານຈາກໜັງສືພິມຂອງ ອິສຣາແອລ ເຊັ່ນ ໜັງສືພິມ ຮາອາເຣຕສ໌ (Haaretz).”

ອິສຣາແອລ, ບໍ່ໄດ້ຕອບເມື່ອຂໍຮ້ອງໃຫ້ມີຄວາມເຫັນ. ແຕ່ຕົນກໍໄດ້ປະຕິເສດໃນກ່ອນໜ້ານີ້ວ່າ ບັນດານັກຂ່າວບໍ່ໄດ້ເປັນເປົ້າໝາຍ.

ຈີນ, ຍັງຄົງເປັນປະເທດທີ່ຄຸມຂັງນັກຂ່າວຫຼາຍທີ່ສຸດ ໂດຍມີຫຼາຍກວ່າ 50 ຄົນທີ່ຖືກຂັງຄຸກ. ພາຍໃນຈຳນວນນັ້ນ ແມ່ນເຈົ້າຂອງສຳນັກພິມທີ່ສະໜັບສະໜູນປະຊາທິປະໄຕ ທ່ານຈິມມີ ລາຍ, ເຊິ່ງຖືກກັກຂັງ ແລະຖືກດຳເນີນຄະດີຢູ່ໃນ ຮົງກົງ. ທ່ານ ລາຍ, ຜູ້ທີ່ມີອາຍຸສູງທ່ານນີ້ ກຳລັງປະເຊີນກັບຂໍ້ຫາດ້ານຄວາມໝັ້ນຄົງແຫ່ງຊາດ ໃນຄະດີທີ່ຖືກມອງເຫັນຢ່າງກວ້າງຂວາງວ່າ ມີແຮງຈູງໃຈທາງດ້ານການເມືອງ.

ທີມນັກກົດໝາຍລະຫວ່າງປະເທດຂອງທ່ານກ່າວວ່າ ຄະດີນີ້ສະແດງໃຫ້ເຫັນເຖິງການນໍາໃຊ້ກົດໝາຍຕໍ່ບັນດານັກຂ່າວ.

ທ່ານ ໂຄເອລຟ໌ຮິນ ກາລລາເກີ (Coailfhionn Gallagher), ທະນາຍຄວາມທາງດ້ານສິດທິມະນຸດ ກ່າວວ່າ:

“ຍ້ອນສິ່ງທີ່ພວກເຮົາເຫັນຢູ່ເປັນປະຈຳໃນປັດຈຸບັນນີ້ຄື ແທນທີ່ເຈົ້າໜ້າທີ່ຈະນໍາໃຊ້ເອົາກົດໝາຍແບບດັ້ງເດີມເຊັ່ນ ການໝິ່ນປະໝາດທາງອາຍາ ຫຼືແມ່ນແຕ່ກົດໝາຍຕໍ່ຕ້ານການກໍ່ການຮ້າຍ, ພວກເຂົາຍັງພະຍາຍາມທີ່ຈະໃຊ້ກົດໝາຍອື່ນໆທີ່ເຮັດໃຫ້ບັນດານັກຂ່າວເສຍຊື່ສຽງນໍາອີກດ້ວຍ.”

ຈີນ, ໄດ້ປົກປ້ອງລາຍງານໃນເສລີພາບດ້ານການຂ່າວຂອງຕົນ ທາງອີເມລທີ່ສົ່ງໃຫ້ ວີໂອເອ. ແລະ ຮົງກົງ ກໍໄດ້ປະຕິເສດຊ້ຳແລ້ວຊ້ຳອີກວ່າ ຄະດີຂອງ ທ່ານລາຍ ມີແຮງຈູງໃຈທາງການເມືອງ.

ໃນ ຣັດເຊຍ, ບັນດານັກຂ່າວຂອງອາເມຣິກາ ເຊັ່ນ ທ່ານນາງ ອາລຊູ ຄູຣມາເຊວາ (Alsu Kurmasheva) ແລະ ທ່ານເອວານ ເກີຈໂກວິຈ (Evan Gershkovich) ໄດ້ຮັບການປ່ອຍໂຕຈາກຄຸກ. ແຕ່ປະເທດແຫ່ງນີ້ ຍັງຄົງຖືກຈັດຢູ່ໃນອັນດັບທີຫ້າ ຂອງປະເທດທີ່ຮ້າຍແຮງທີ່ສຸດໃນການຂັງນັກຂ່າວ, ໂດຍມີນັກຂ່າວ 30 ຄົນທີ່ຍັງຄົງຖືກຂັງຄຸກຢູ່.

ໃນຈຳນວນຜູ້ທີ່ຖືກຂັງຄຸກຢູ່ທົ່ວໂລກ ແມ່ນນັກຂ່າວ ພ້ອມທັງເປັນຜູ້ປະສານງານຈາກວີໂອເອ ແລະອົງການທີ່ເປັນເຄືອຂ່າຍຂອງອົງການຂ່າວດັ່ງກ່າວ. ພວກເຂົາເຈົ້າຖືກກັກຂັງຢູ່ໃນ ມຽນມາ, ເບລາຣຸສ, ຣັດເຊຍ, ຫວຽດນາມ ແລະ ອາເຈີບາຍຈານ. ທັງໝົດນີ້, ໄດ້ຖືກຈັດອັນດັບທີ 10 ຂຶ້ນໄປ ຂອງບັນດາປະເທດທີ່ຮ້າຍແຮງທີ່ສຸດໃນການຄຸມຂັງນັກຂ່າວ.

ອ່ານລາຍງານໃນພາສາອັງກິດ

Journalists globally are at increased risk of arrest, with China, Israel and Myanmar named the top jailers, according to the latest data from the Committee to Protect Journalists, or CPJ.

Globally, 361 journalists were detained for their work as of December 1, 2024. But, CPJ says the data is only a snapshot of the numbers arrested during the last 12 months.

((Jodie Ginsberg, Committee to Protect Journalists)) ((Mandatory: Zoom))

“A higher number of that would have cycled through the legal system in some way during the course of the year. And that's deliberate. That increased criminalization that we're seeing of journalists is a deliberate tactic by governments to silence journalists.”

Several countries, including Belarus, Russia, Vietnam, Iran and Eritrea are holding high numbers of journalists.

In Israel, the number held has more than doubled. CPJ says it is a pattern of censorship.

((Jodie Ginsberg, Committee to Protect Journalists)) ((Mandatory: Zoom))

“That includes the killing of journalists, that includes the detention of journalists, that includes communication blackouts, the targeting of media facilities, the withdrawal of government funding from Israeli newspapers like Haaretz.”

Israel did not respond to a request for comment. But it has previously denied that journalists are targeted.

China remains the worst jailer of journalists, with more 50 behind bars. Among them is pro-democracy publisher Jimmy Lai, who is in custody and on trial in Hong Kong. The elderly Lai is facing national security charges in a case widely viewed as politically motivated.

His international legal team says the case shows how laws are used against journalists.

((Caoilfhionn Gallagher, Human Rights Lawyer))

“Because what we're routinely now seeing is authorities, instead of using traditional legal weapons like criminal defamation, for example, or even the counter-terrorism laws, they also try to use other laws which discredit the journalist.”

China defended its press freedom record in an email to VOA. And Hong Kong has repeatedly denied that Lai’s case is politically motivated.

In Russia, American journalists Alsu Kurmasheva and Evan Gershkovich were released from prison. But the country still ranks as the fifth worst jailer, with 30 journalists behind bars.

Included in the numbers jailed globally are reporters and contributors from VOA and its sister outlets. They are being held in Myanmar, Belarus, Russia, Vietnam and Azerbaijan, all of which rank among the top 10 worst jailers of journalists

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG