ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ວາງຂໍ້ຫ້າມ ໄວຣັສໂຄໂຣນາ ໃໝ່ ເພື່ອຄວບຄຸມ ການລະບາດຄັ້ງໃໝ່


ປະຊາຊົນໃສ່ໜ້າກາກ ເພື່ອຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາ, ນະຄອນຫຼວງ ປັກກິ່ງ. 17 ມິຖຸນາ, 2020.
ປະຊາຊົນໃສ່ໜ້າກາກ ເພື່ອຫຼຸດຜ່ອນການແຜ່ລາມຂອງໄວຣັສໂຄໂຣນາ, ນະຄອນຫຼວງ ປັກກິ່ງ. 17 ມິຖຸນາ, 2020.

ນະຄອນຫຼວງຂອງ ຈີນ ໄດ້ກຳນົດການຫ້າມໄວຣັສໂຄໂຣນາຄັ້ງໃໝ່ໃນວັນພຸດມື້ນີ້ ເພື່ອພະຍາຍາມຄວບຄຸມການແຜ່ລະບາດ, ໃນຂະນະທີ່ປະເທດ ບຣາຊິລ ໄດ້ລາຍງານການເພີ່ມຂຶ້ນຫຼາຍເປັນປະ ຫວັດການຂອງກໍລະນີໃໝ່ທີ່ໄດ້ຮັບການຢືນຢັນ ແລະ ຈຳນວນຜູ້ເສຍຊີວິດໃນ ສະຫະລັດ ໄດ້ກາຍຕົວເລກຜູ້ເສຍຊິວິດຈາກສົງຄາມໂລກຄັ້ງທີນຶ່ງໃນປະເທດ.

ໃນບາດກ້າວຕ່າງໆທີ່ຖືກນຳໃຊ້ໃນ ປັກກິ່ງ ແມ່ນການຍົກເລີກຫຼາຍສິບຖ້ຽວບິນ, ຮຽກຮ້ອງການປະ ຕິບັດໃຊ້ມາດຕະການຢູ່ຫ່າງກັນໃນສັງຄົມທີ່ເຄັ່ງຄັດຂຶ້ນພ້ອມກັບທຳການກວດກາອຸນຫະພູມ ແລະ ລົງທະບຽນຕໍ່ຜູ້ທີ່ເຂົ້າໄປໃນເຂດທີ່ພັກອາໄສ.

ມັນມີຢ່າງໜ້ອຍ 137 ກໍລະນີໃໝ່ໃນ ປັກກິ່ງ ນັບຕັ້ງແຕ່ສັບປະດາແລ້ວນີ້ ທີ່ເຊື່ອມໂຍງກັບສູນກາງຂາຍເຄື່ອງສົ່ງ.

ບັນດາເຈົ້າໜ້າທີ່ສາທາລະນະສຸກ ບຣາຊິລ ໄດ້ລາຍງານການຢືນຢັນ 34,918 ກໍລະນີໃໝ່ໃນລະ ຫວ່າງ ໄລຍະເວລາ 24 ຊົ່ວໂມງເມື່ອວັນອັງຄານວານນີ້. ປະເທດດັ່ງກ່າວຕອນນີ້ມີທັງໝົດຫຼາຍກວ່າ 90,000 ກໍລະນີ, ຕາມຫຼັງພຽງ ສະຫະລັດ ເທົ່ານັ້ນ.

ປະທານາທິບໍດີ ບຣາຊິລ ທ່ານ ຈາແອ ໂບລໂຊນາໂຣ ໄດ້ປະຕິເສດຄວາມຮຸນແຮງຂອງໄວຣັສໂຄໂຣນາ ໃນຂະນະດຽວກັນ ໄດ້ຮຽກຮ້ອງໃຫ້ທຸລະກິດເປີດບໍລິການຄືນ. ທີ່ປຶກສາຂອງທ່ານ, ທ່ານ ວາລເທີ ບຣາກາ ໄດ້ກ່າວໃນວັນອັງຄານວານນີ້ວ່າ “ມັນມີວິກິດການ, ພວກເຮົາເສຍໃຈກັບບັນດາຄອບຄົວທີ່ສູນເສຍສະມາຊິກຂອງເຂົາເຈົ້າ, ແຕ່ມັນໄດ້ຖືກຄວບຄຸມແລ້ວ.”

ຜູ້ອຳນວຍການອົງການສາທາລະນະສຸກລວມອາເມຣິກາ ຫຼື Pan American Health Organization ທ່ານນາງ ຄາຣິສຊາ ເອຕຽນ ໄດ້ກ່າວໃນກອງປະຊຸມລາຍງານໃນວັນອັງຄານວານນີ້ວ່າ “ບຣາຊິລ ມີ 23 ເປີເຊັນຂອງກໍລະນີທັງໝົດ ແລະ 21 ເປີເຊັນຂອງຜູ້ເສຍຊີວິດທັງໝົດໃນພາກພື້ນ, ແລະ ພວກເຮົາກໍບໍ່ເຫັນການຕິດໄວຣັສຊ້າລົງ. ເຊິ່ງນັ້ນແມ່ນກໍລະນີຂອງເກືອບທຸກປະເທດໃນ ອາເມຣິກາ ລາຕິນ ແລະ ບາງປະເທດໃນທະເລ ຄາຣີບຽນ ແມ່ນກຳລັງເພີ່ມຂຶ້ນ.”

ປະເທດ ເປຣູ ກໍໄດ້ຮັບຜົນກະທົບໜັກຈາກໄວຣັສໂຄໂຣນາ, ເຊິ່ງໄດ້ລາຍງານຈຳນວນຜູ້ເສຍຊີວິດສູງສຸດຂອງເຂົາເຈົ້າກາຍ 7,000 ຄົນໃນວັນອັງຄານວານນີ້.

ແລະໃນປະເທດ ຮອນດູຣາສ, ປະທານາທິບໍດີ ຮວນ ອໍແລນໂດ ເຮີນານເດສ ໄດ້ປະກາດໃນແລງວັນອັງຄານວານນີ້ວ່າ ທ່ານຖືກກວດພົບ ໂຄວິດ-19.

ສະຫະລັດ ມີຫຼາຍກວ່າ ສອງລ້ານນຶ່ງແສນກໍລະນີທີ່ໄດ້ຮັບການຢືນຢັນ ແລະ ປະມານ 117,000 ຄົນເສຍຊີວິດ, ອີງຕາມສະຖິຕິຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

China’s capital imposed new coronavirus restrictions Wednesday to try to control a new outbreak, while Brazil reported a record daily increase in confirmed cases and the number of deaths in the United States surpassed those the country suffered in World War One.

Among the steps taken in Beijing were canceling dozens of domestic flights, requiring stricter social distancing efforts and making those entering some residential areas undergo temperature checks and registration.

There have been at least 137 new cases in Beijing since late last week linked to a wholesale food center.

Brazilian health officials reported Tuesday 34,918 new confirmed cases during a 24-hour period. The country now has more than 900,000 total cases, trailing only the United States.

Brazilian President Jair Bolsonaro has dismissed the severity of the virus while urging businesses to reopen. His Chief of Staff Walter Braga Netto said Tuesday, “There is a crisis, we sympathize with bereaved families, but it is managed.”

“Brazil has 23% of all cases and 21% of all deaths in our region, and we are not seeing transmission slowing down,” Pan American Health Organization Director Carissa Etienne said in a briefing Tuesday. “That is, the cases in almost all countries in Latin America, and a few in the Caribbean, are rising”

Peru has also been hit hard by the coronavirus, reporting Tuesday its death toll had surpassed 7,000 people.

And in Honduras, President Juan Orlando Hernandez announced late Tuesday that he has been diagnosed with COVID-19.

The United States has more than 2.1 million confirmed cases and about 117,000 deaths, according to Johns Hopkins University statistics.

XS
SM
MD
LG