ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮ​ວາ​ເວ, ​ບໍ​ລິ​ສັດ​ຍັ​ກ​ໃຫຍ່ ດ້ານ​ເທັກ​ໂນ​ໂລ​ຈີ ຂອງ​ຈີນ ມີ​ການ​ ປະ​ທະ​ກັນ​ກັບ ສະ​ຫະ​ລັດ


ພະ​ນັກ​ງານ​ຂາຍ​ໂທ​ລະ​ສັບ​ສະ​ຫລ​າດ ຫລື smartphone ຢູ່​ຮ້ານ​ຂາຍ​ໂທ​ລະ​ສັບ Huawei ​ຢູ່​ເຂດ​ຫ້າງ​ຂາຍ​ສິນ​ຄ້າ​ໃຫຍ່​ແຫ່ງ​ນຶ່ງ​ໃນ​ນ​ພ​ຄອນ​ປັກ​ກິ່ງ (ພາບ​ຖ່າຍ​ໃນ​ວັນ​ທີ 4 ກໍ​ລະ​ກົດ, 2018)
ພະ​ນັກ​ງານ​ຂາຍ​ໂທ​ລະ​ສັບ​ສະ​ຫລ​າດ ຫລື smartphone ຢູ່​ຮ້ານ​ຂາຍ​ໂທ​ລະ​ສັບ Huawei ​ຢູ່​ເຂດ​ຫ້າງ​ຂາຍ​ສິນ​ຄ້າ​ໃຫຍ່​ແຫ່ງ​ນຶ່ງ​ໃນ​ນ​ພ​ຄອນ​ປັກ​ກິ່ງ (ພາບ​ຖ່າຍ​ໃນ​ວັນ​ທີ 4 ກໍ​ລະ​ກົດ, 2018)

ການ​ຈັບ​ກຸມ​ຫົວ​ໜ້າ​ບໍ​ລິ​ຫານ​ຂັ້ນ​ສູງ​ຄົນ​ນຶ່ງ​ຂອງ​ບໍ​ລິ​ສັດ​ຮ​ວາ​ເວ ເມື່ອມໍ່ໆ​ມານີ້ ຢູ່​ກາ​ນາ
​ດາ ເຮັດ​ໃຫ້ມີ​ຄວາມ​ສົນ​ໃຈ​ເລັງ​ໄປ​ໃສ່ບໍ​ລິ​ສັດໂທ​ລະ​ຄົມ​ມະ​ນາ​ຄົມ​ຍັກ​ໃຫຍ່ຂອງ​ຈີນ
ອີກ​ເທື່ອ​ນຶ່ງ.

​ຮ​ວາ​ເວ (Huawei) ບໍ່​ເປັນ​ທີ່​ຮູ້​ກັນ​ຫລາຍ​ຢູ່​ພາຍໃນ​ສະ​ຫະ​ລັດ ນອກຈາກເປັນ​ທີ່ຮູ້​ກັນ
ວ່າ ມັນເປັນເປົ້າ​ໝາຍ​ຂອງ​ອົງ​ການ​ດ້ານຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດ. ບໍ່​ພຽງ​ແຕ່​ເທົ່າ​
ນັ້ນ ບໍ​ລິ​ສັດໂທ​ລະ​ຄົມ​ມະ​ນາ​ຄົມຂອງ​ຈີນ​ດັ່ງ​ກ່າວນີ້ ​ຍັງ​ລ້ຳ​ໜ້າ​ບໍ​ລິ​ສັດ ແອບ​ໂປ
(Apple) ກາຍ​ເປັນບໍ​ລິ​ສັດ​ທີ່​ຂາຍ​ໂທ​ລະ​ສັບຫລາຍ​ອັນ​ດັບ 2 ​ຢູ່​ທົ່ວ​ໂລກ ຮອງ​ຈາກ​ບໍ
​ລິ​ສັດ Samsung ແລະ​ກຳ​ລັງ​ແຂ່ງ​ຂັນ​ກັບບໍ​ລິ​ສັດໂທ​ລະ​ຄົມ​ມະ​ນາ​ຄົມອື່ນໆ ໃນ​ການ
​ສ້າງ​ເຄືອ​ຂ່າຍ​ໂທ​ລະ​ສັບ​ບໍ່​ມີ​ສາຍ​ຍຸກ​ໃໝ່ ທີ່​ຮູ້​ກັນ​ວ່າລະ​ບົບ 5G.

ບໍ​ລິ​ສັດຮ​ວາ​ເວ (Huawei) ທີ່​ຕັ້ງ​ຢູ່​ໃນເຊນ​ເຊນ (Shenzhen) ຂອງ​ຈີນ ເປັນ​ບໍ​ລິ​ສັດ
ຜະ​ລິດອຸ​ປະ​ກອນ​ທາງໂທ​ລະ​ຄົມ​ມະ​ນາ​ຄົມ ແລະ​ເຄື່ອງ​ຄອມ​ພີວ​ເຕີຂອງ​ຈີນ, ຊຶ່ງສະ
​ໜອງ​ອຸ​ປະ​ກອນ​ທາງ​ດ້ານ​ເຄືອ​ຂ່າຍໂທ​ລະ​ສັບ​ ທີ່​ໃຊ້​ໂດຍບໍ​ລິ​ສັດໂທ​ລະ​ຄົມ​ມະ​ນາ​ຄົມ
ອື່ນໆ. ບໍ​ລິ​ສັດ​ນີ້​ ມີ​ພະ​ນັກ​ງານ​ຫລາຍກວ່າ 150,000 ຄົນ ແລະ​ເປັນ​ບໍ​ລິ​ສັດ​ທີ່​ໂດດ​ເດັ່ນ​
ຕ່າງ​ຈາກບໍ​ລິ​ສັດ​ດ້ານ​ເທັກ​ໂນ​ໂລ​ຈີ​ຂອງ​ຈີນ​ອື່ນໆ ຍ້ອນ​ວ່າ​ມັນເປັນ​ທີ່​ຮູ້​ກັນ​ຢູ່ນອກ​ປະ
​ເທດ​ຈີນ​ຢ່າງ​ຫລວງ​ຫລາຍ.

ນອກ​ຈາກ​ການ​ຂາຍ​ຄອມ​ພີວເຕີນ້ອຍ​ແບບແລບ​ທັອບ (laptop) ແລະ​ໂທ​ລະ​ທັດ​ແລ້ວ
ບໍ​ລິ​ສັດດັ່ງ​ກ່າວ​ຍັງ​ເປັນ​ຜູ້​ຜະ​ລິດ​ໂທ​ລະ​ສັບ​ສະ​ຫລາດ ຫລື smartphone ທີ່​ນຳ​ໜ້າ​ໝູ່
​ຢູ່​ໃນ​ປະ​ເທດ​ຂອງ​ຕົນ ແລະ​ນັບ​ມື້ ນັບ​ຂາຍ​ໂທ​ລະ​ສັບ​ທີ່​ທັນ​ສະ​ໄໝ​ ລ​າ​ຄາ​ແພງປະ​ມານ
600 ຫາ 800 ໂດ​ລາ​ໃນ​ປະ​ເທດ​ຕ່າງໆ ຢູ່​ທົ່ວ​ທະ​ວີບ​ອາ​ຟ​ຣິ​ກາ ແລະ​ເອ​ຊຍ. ແຕ່​ວ່າ​ມັນ​
ຖືກ​ກັນ​ໄວ້​ເກືອບ​ໝົດ​ຢູ່​ໃນ​ຕະ​ຫລາດ​ຂອງ​ສະ​ຫະ​ລັດ.

ນັບ​ແຕ່​ປີ 2012 ເປັນ​ຕົ້ນ​ມາ ລັດ​ຖະ​ບານ​ສະ​ຫະ​ລັດມີ​ຄວາມ​ຮູ້​ສຶກສະ​ດຸ້ງ​ຂຶ້ນ ກ່ຽວ​ກັບ
​ຄວາມ​ສົງ​ໄສວ່າ ເຄື່ອງ​ອຸ​ປະ​ກອນ​ຂອງ​ຮ​ວາ​ເວ ອາດ​ຈະ​ມີ​ປ​ຕູ​ທາງ​ເທັກ ໂນ​ໂລ​ຈີ​ຢູ່​ເບື້ອງ
​ຫລັງ ທີ່ລັດ​ຖະ​ບານ​ຈີນອາດ​ຈະ​ໃຊ້ເພື່ອ​ເກັບ​ກຳ​ເອົາ​ຂໍ້​ມູນ​ລັບ. ຄວາມ​ເປັນ​ຫ່ວງ​ອັນ​ນີ້
ມີ​ແຕ່​ເພີ້ມ​ຢູ່​ໃນ​ການ​ແຂ່ງ​ຂັນລະ​ຫວ່າງ​ສອງ​ປະ​ເທດ ໃນ​ການ​ສ້າງ​ເຄືອ​ຂ່າຍ 5G ທີ່​ຈະ
​ສະ​ໜອງເທັກ​ໂນ​ໂລ​ຈີ​ທາງ​ອິນ​ເຕີ​ແນັດທີ່​ໄວ​ຂຶ້ນກວ່າ​ເກົ່າ.

ທາງ​ດ້ານ ຮ​ວາ​ເວ ປະ​ຕິ​ເສດ​ວ່າຜະ​ລິດ​ຕະ​ພັນ​ຂອງ​ຕົນບໍ່​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ທາງ​ດ້ານ
​ຄວາມ​ໝັ້ນ​ຄົງ​ແຕ່​ຢ່າງ​ໃດ ແລະ​ເວົ້າ​ວ່າ ມັນ​ເປັນ​ບໍ​ລິ​ສັດ​ຂອງ​ເອ​ກະ​ຊົນ.

ໃນ​ອາ​ທິດນີ້​ເຈົ້າ​ໜ້າ​ທີ່​ກາ​ນາ​ດາ ໂດຍ​ໄດ້ຮັບ​ການ​ຮ້ອງຂໍ​ຈາກ​ສະ​ຫະ​ລັດ ໄດ້​ຈັບ​ກຸມຫົວ​
ໜ້າເຈົ້າ​ໜ້າ​ທີ່ດ້ານ​ການ​ເງິນ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວພາຍ​ໃຕ້​ຂໍ້​ກ່າວ​ຫາວ່າ​ບໍ​ລິ​ສັດ​ນັ້ນ ເຮັດ
​ທຸ​ລະ​ກິດ​ກັບ​ອີ​ຣ່ານ ຊຶ່ງ​ເປັນ​ການ​ລະ​ເມີດ​ຕໍ່ມາດ​ຕະ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG