ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ​ອະ​ນຸ​ມັດ​ໃຫ້ເຮືອ​ບິນ​ໂບ​ອິງ 737 MAX ກັບຄືນ​ມາບິນ​ໄດ້​ອີກ​ ຫລັງ​ຈາກ​ຖືກ​ໂຈະໄວ້ ເປັນ​ເວ​ລາ​ດົນ​ນານ ຍ້ອນມີ​ເຫດ​ການເຮືອ​ບິນ​​ຕົກ


ເຮືອ​ບິນ Boeing 737 MAX ຈອດ​ຢູ່ໂຮງ​ງານ Boeing​ ໃນ​ເມືອງ Renton ຂອງ​ລັດ​ວໍ​ຊິງ​ຕັນ (ພາບ​ຖ່າຍ​ໃນ​ວັນ​ທີ 18 ພະ​ຈິກ, 2020)
ເຮືອ​ບິນ Boeing 737 MAX ຈອດ​ຢູ່ໂຮງ​ງານ Boeing​ ໃນ​ເມືອງ Renton ຂອງ​ລັດ​ວໍ​ຊິງ​ຕັນ (ພາບ​ຖ່າຍ​ໃນ​ວັນ​ທີ 18 ພະ​ຈິກ, 2020)

ເຈົ້າ​ໜ້າທີ່​ຈີນ​ໄດ້​ອະນຸມັດ​ ໃຫ້​ເຮືອບິນໂບ​ອິງ (Boeing) 737 MAX ​ເປີດ​ບໍລິ​ການ​ຄືນ​ໃໝ່ ຫຼັງ​ຈາກ​ໄດ້​ດັດ​ແປງ​ດ້ານ​ຄວາມ​ປອດ​ໄພຫລາຍ​ຄັ້ງ, ຊຶ່ງ​ໄດ້ລົບ​ລ້າງ​ຄວາມ​ບໍ່​ແນ່​ນອນ​ອັນ​ໃຫຍ່​ຫລວງ​ທີ່​ກ່ຽວ​ຂ້ອງ​ກັບການ​ກັບ​ມາ​ໃຫ້​ບໍ​ລິ​ການ​ຂອງບໍລິສັດ​ການບິນ​ຍັກ​ໃຫຍ່​ຂອງ​ອາ​ເມ​ຣິກາ ​ຫຼັງຈາກ​ໄດ້​ຕົກ​ວູບ​ລົງ​ເປັນ​ເວລາ​ດົນ​ນານ, ອີງ​ຕາມ​ອົງ​ການ​ຂ່າວເອ​ເອັ​ຟ​ພີ (AFP).

ຄໍາສັ່ງຈາກອົງການການບິນພົນລະເຮືອນຂອງຈີນ ຫລື CAAC ທີ່ຖືວ່າຕົວແບບ "ໄດ້​ມາດ​ຕະ​ຖານດ້ານ​ຄວາມ​ປອດ​ໄພໃນການບິນ" ອັນ​ເປັນ​ເງື່ອນ​ໄຂສໍາລັບເຮືອບິນອາຍ​ພົ່ນ​ທີ່ວ່ານັ້ນ​ ໃຫ້ໄດ້ກັບຄືນມາສູ່ຕາຕະລາງການບິນໃນປະເທດໃນປີຫນ້ານີ້ໄດ້, ຫຼັງຈາກການເຈລະຈາເປັນ​ເວ​ລາຫຼາຍເດືອນລະຫວ່າງປັກກິ່ງ ແລະ Boeing.

ຮຸ້ນຂອງບໍລິ​ສັດໂບອິງໄດ້ພຸ້ງ​ສູງຂຶ້ນຫຼັງຈາກມີການຕັດສິນໃຈດັ່ງກ່າວ, ເຊິ່ງເປັນການເປີດທາງໃຫ້ບໍລິ​ສັດຈັດສົ່ງເຮືອບິນລຸ້ນ MAX ຫຼາຍກວ່າ 100 ລຳ ໃຫ້ແກ່ບໍລິ​ສັດສາຍ​ການ​ບິນຂອງຈີນ ທີ່ຖືກຜະລິ​ດໃນໄລຍະ​ນານກວ່າ 2 ປີ ໃນ​ຕອນທີ່ເຮືອ​ບິນໄດ້ຈອດໃນຈີນຫຼັງຈາກເກີດອຸບັດເຫດເຮືອ​ບິນ​ຕົກທີ່ເຮັດ​ໃຫ້​ຄົນ​ເສຍ​ຊີ​ວິດສອງຄັ້ງ.

ອົງການ CAAC ກ່າວໃນຖະແຫຼງການສະບັບນຶ່ງໃນວັນສຸກມື້ນີ້ວ່າ ຕົນຄາດວ່າ "ການດຳເນີນງານດ້ານການຄ້າຂອງກຸ່ມການ​ບິນພາຍໃນປະເທດທີ່ມີຢູ່ນັ້ນ ຈະຖືກຟື້ນຟູຢ່າງເປັນກ້າວໆໄປ ໃນທ້າຍປີນີ້ ຫຼື ຕົ້ນປີໜ້າ."

ຂ່າວ​ຂອງ​ການ​ຕັດສິນ​ໃຈ​ດັ່ງກ່າວເບື້ອງ​ຕົ້ນໄດ້​ມີ​ຂຶ້ນໃນ​ວັນ​ພະຫັດວານນີ້, ​ເມື່ອ ອົງ​ການ​ຂ່າວ AFP ​ໄດ້​ເຫັນ​ຄຳ​ສັ່ງ​ຂອງ​ລັດຖະບານ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າຈີນ​ກຳລັງ​ໃຫ້​ໄຟ​ຂຽວ​ແກ່​ເຮືອ​ບິນໂດຍສານ 737 MAX ຫຼັງ​ຈາກໄດ້ “​ດຳ​ເນີນ​ການ​ແກ້​ໄຂ.” ຖະແຫຼງການຂອງ CAAC ໃນວັນສຸກມື້ນີ້ ໄດ້ຢືນຢັນການຕັດສິນໃຈ ດັ່ງ​ກ່າວ.

ການ​ເຄື່ອນ​ໄຫວ​ຂອງ CAAC ຍັງ​ໄດ້​ຢືນຢັນ ​ການ​ມີ​ບ່ອນ​ສຳ​ລັບບໍລິ​ສັດ​ຜະລິ​ດ​ເຮືອບິນ​ຂອງ​ສະຫະລັດ ​ໃນ​ປະ​ເທດດັ່ງ​ກ່າວ ​ເຊິ່ງ​ເປັນ​ຕະຫຼາດທີ່​ມີ​ການ​ເຕີບ​ໂຕ​ອັນ​ສຳຄັນ​ໃນ​ດ້ານ​ການບິນ ​ເຖິງ​ແມ່ນ​ວ່າ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ ​ແລະ​ການ​ເມືອງ​ລະຫວ່າງ​ວໍ​ຊິງ​ຕັນ​ກັບ​ປັກ​ກິ່ງ ​ຍັງ​ມີຢູ່​ຕໍ່​ໄປ​ກໍ​ຕາມ.

"ນີ້ຈະເຮັດໃຫ້ Boeing ມີ​ການຮັບປະກັນທີ່ຈະໄດ້ເລີ້ມຕົ້ນເລັ່ງການຜະລິ​ດເຮືອ​ບິນຄືນອີກ", ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານໄມ​ໂຄ ເມີ​ລູ​ໂຊວ (Michel Merluzeau), ນັກວິເຄາະຂອງບໍລິ​ສັດທີ່ປຶກສາ AIR ໂດຍ​ກ່າວເພີ່ມອີກວ່າ ການເຄື່ອ​ນ​ໄຫວ ນັ້ນເທົ່າກັນກັບ "ແສງສະຫວ່າງ ຢູ່ໃນສົ້ນຂອງອຸໂມງ" ສຳລັບເຮືອ​ບິນ MAX.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG