ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຫ້າມຫາປາ ຂອງຈີນ ຢູ່ທະເລຈີນໃຕ້ ຈະເຮັດໃຫ້ເກີດ ຄວາມໂກດແຄ້ນ


ພວກເຮືອຫາປາ ຈອດຢູ່ທ່າເຮືອ Tho Quang ເມຶຶອງ Danang ປະເທດຫວຽດນາມ.
ພວກເຮືອຫາປາ ຈອດຢູ່ທ່າເຮືອ Tho Quang ເມຶຶອງ Danang ປະເທດຫວຽດນາມ.

ຈີນ​ມີແຜນ​ທີ່​ຈະ​ປະກາດ ຫ້າມການຫາ​ປາ​ຢ່າງ​ເຄັ່ງຄັດແບບຜິດ​ປົກກະຕິ ຢູ່​ໃນ​ເຂດ​ທີ່​
ມີ​ການ​ຂັດແຍ້​ງກັນ​ໃນ​ທະ​ເລ​ຈີນ​ໃຕ້​ ​ປີ​ນີ້ ​ໂດຍຂົ່ມຂູ່​ວ່າ ຈະສ້າງ​ບັນຫາ​ຕໍ່ຄວາມ​ສຳພັນ
​ກັບ​ບັນດາ​ປະ​ເທດ​ເພື່ອນບ້ານ ​ເຖິງ​ແມ່ນ​ໄດ້​ມີ​ ການ​ສົນ​ທະ​ນາ​ກັນຫາລື​ກັນ ໃນ​ໄລຍະ​
ສອງ​ສາມ​ເດືອນ​ ຜ່ານ​ມາ​ນີ້ ແລະ​ອາດ​ຈະເປັນ​ການລະ​ເມີດ ​ຕໍ່​ການ​ຕັດສິນ ຂອງສານ​
ໂລກ ​ໃນ​ປີ 2016 ນັ້ນຄື​ຄຳ​ເວົ້າຂອງ​ບັນດາ​ຜູ້​ຊ່ຽວຊານ​.

ກະຊວງ​ກະ​ສິກຳ​ຂອງ​ຈີນກ່າວໃນ​ເ​ດືອນກຸມພາ​ຜ່ານ​ມານີ້​ວ່າ ຕົນ​ຈະ​ວາງ​ມາດຕະການ
​ຫ້າມ ​ຢ່າງເຄັ່ງ​ຄັດ​ທີ່ສຸດ ​ທີ່​ບໍ່ເຄີຍມີ​ມາ​ກ່ອນ​ ກ່ຽວ​ກັບ​ການຫາ​ປາ ​ໃນ​ເດືອນ​ພຶດ​ສະພາ​
ຈະ​ມາ​ເຖິງ​ນີ້​ເພື່ອຄຸ້ມ​ຄອງ​ພວກ​ປາທີ່​ມີ​ຢູ່​ນັ້ນ. ການ​ຫ້າມດັ່ງກ່າວ ນີ້​ຈະ​ກວມເອົາ​ທະ​ເລ​
ຈີນ​ໃຕ້ ​ໄປ​ຫາ​ເສັ້ນ​ຂະໜານທີ 12 ​ຊຶ່ງ​ຈະ​ຕັດ​ເຂດນ່ານນໍ້າ​ ທີ່​ອ້າງ​ເອົາກຳມະສິດ ​ໂດຍ​
ໄຕ້​ຫວັນ ຫວຽດນາມ ​ແລະ​ຟິລິບ​ປີນ.

ແຜນທີ່ ອ້າງເອົາກຳມະສິດ ຢູ່ທະເລຈີນໃຕ້
ແຜນທີ່ ອ້າງເອົາກຳມະສິດ ຢູ່ທະເລຈີນໃຕ້

ປັກ​ກິ່ງ​ໄດ້​ປະກາດ​ຫ້າມ​ການ​ຫາ​ປາ ​ໃນ​ທະ​ເລ​ຈີນ​ໃຕ້​ມາ​ແລ້ວ ​ເທື່ອ​ທຳ​ອິດໄດ້​ປະກາດ​
ໃນ​ປີ 1995 ​ໂດຍ​ການ​ຍຶດ​ເອົາ ​ເຮືອ​ຫາ​ປາ. ຖ້າ​ຫາກ​ເກີດ​ຂຶ້ນ​ອີກ ມັນ​ຈະ​ສ່ຽງ​ຕໍ່​ການ​
ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່​ຄວາມ​ສຳພັນ​ ທີ່​ໄດ້​ຮັບ​ການ​ປັບປຸງກັບ​ຫວຽດນາມ ​ແລະ
​ຟິລິບ​ປີນ ນັ້ນຄື​ຄວາມ​ເຫັນ​ຂອງບັນດາ​ນັກວິ​ເຄາະ​.

ເຮືອຍາມຝັ່ງຈີນ ກຳລັງເຂົ້າມາຫາ ເຮືອຫາປາຫວຽດນາມ.
ເຮືອຍາມຝັ່ງຈີນ ກຳລັງເຂົ້າມາຫາ ເຮືອຫາປາຫວຽດນາມ.

ຕາມ​ປົກກະຕິ​ແລ້ວ​ໄຕ້ຫວັນມັກ​ຢູ່​ຢ່າງງຽບໆ​ໃນ​ການ​ໂຕ້​ຖຽງ ​ແຕ່​ຫວຽດນາມ ​ແລະ​ຟິ
ລິ​ບປີນ ພາກັນ​ມີ​ປາກ​ມີ​ສຽງ​ຫລາຍ​ກ່ອນ ​ກ່ຽວ​ກັບການ​ຂະ​ຫຍາຍ​ເຂດນ່ານນໍ້າຂອງ
ຈີນ ຮວມທັງ​ການ​ຖົມເກາະດອນ​ ​ແລະ​ການຕັ້ງ​ຄ້າຍທະຫານ​ຢູ່​ຕາມ​ໝູ່ເກາະຕ່າງໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG