ດ້ວຍການມີຫ້ອງສະໝຸດຢູ່ທີ່ນີ້, ໂຮງໄຟຟ້າຢູ່ທີ່ນັ້ນ, ຈີນນໍາໃຊ້ການຊ່ວຍເຫຼືອ ແລະການລົງທຶນເພື່ອເພີ້ມການມີໜ້າຂອງຕົນເອງຢູ່ໃນອາເມຣິກາກາງ, ເຊິ່ງຖືເປັນການທ້າທາຍຕໍ່ການມີອໍານາດທາງການທູດ ທີ່ມີອາຍຸສອງສັດຕະວັດຢູ່ໃນຂົງເຂດແຫ່ງນີ້ຂອງສະຫະລັດ.
ການຊຸກຍູ້ສ່ວນນຶ່ງ ໃນດ້ານຜົນປະໂຫຍດຂອງຈີນນັ້ນ ແມ່ນການແຂ່ງຂັນກ່ຽວກັບການຮັບຮູ້ທາງການທູດກັບໄຕ້ຫວັນ ເຊິ່ງເປັນປະເທດເກາະດອນທີ່ປົກຄອງຕົນເອງ ໂດຍອ້າງວ່າ ເປັນລັດຖະບານ ທີ່ຖືກຕ້ອງຕາມກົດໝາຍຂອງຈີນ ນັບຕັ້ງແຕ່ພັກຄອມມູນິສໄດ້ຮັບໄຊຊະນະຢູ່ໃນແຜ່ນດິນໃຫຍ່ໃນປີ 1949. ແຕ່ ປັກກິ່ງຍັງຄົງມີຄວາມຕ້ອງການ ທີ່ຈະເຂົ້າມາແທນທີ່ສະຫະລັດ ໂດຍການເປັນປະ ເທດມະຫາອໍານາດຂອງໂລກ.
ໂດຍການດໍາເນີນງານທາງການທູດກ່ຽວກັບການເງິນຂອງລັດຖະບານປັກກິ່ງນັ້ນ ທັງສາມປະເທດທີ່ຢູ່ໃນອາເມຣິກາກາງເຊັ່ນ ປານາມາ, ແອລຊາລວາດໍ ແລະນິກາຣາກົວ ໄດ້ຫັນປ່ຽນການຮັບຮູ້ທາງການທູດຈາກ ໄຕ້ຫວັນ ມາຫາ ຈີນ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ. ເຊັ່ນດຽວກັບປະເທດໝູ່ເກາະໃນທະເລຄາຣິບບຽນທີ່ຢູ່ໃກ້ຄຽງຄື ສາທາລະນະລັດໂດມີນິກັນ.
ຄອສຕາຣິກາ, ຮອນດູຣັສ, ກົວເຕມາລາ ແລະເບລິສ ປະເທດອ້ອມຮອບບໍລິ ເວນບ່ອນຕິດຕໍ່ກັນລະຫວ່າງ ອາເມຣິກາເໜືອ ແລະໃຕ້, ເຊິ່ງເປັນຂົງເຂດທໍາອິດ ທີ່ໄດ້ຖືກຮັບຮູ້ວ່າ ເປັນສ່ວນນຶ່ງໃນຂອບເຂດອິທິພົນຂອງສະຫະລັດ ດ້ວຍການປະກາດຖະແຫຼງການໂດຍ ລັດທິມອນໂຣ (Monroe Doctrine) ໃນປີ 1823.
ທ່ານຫຼຸຍສ ຈີ. ໂຊລິສ (Luis G. Solis), ຜູ້ອໍານວຍການຊົ່ວຄາວແຫ່ງສູນກາງຄິມເບີລີ ກຣີນ ລາຕິນ ອາເມຣິກາ ແລະຄາລິບບຽນ ປະຈໍາມະຫາວິທະ ຍາໄລນານາຊາດ ຟລໍລິດາ ກ່າວກັບ VOA ພາກພາສາແມນດາຣິນວ່າ ສະ ຫະລັດ ຍັງຄົງມີຄວາມພູມໃຈໃນການໄດ້ປຽບທາງດ້ານການທະຫານ, ເສດຖະ ກິດ, ການຄ້າ ແລະດ້ານວັດທະນະທໍາ ຢູ່ໃນພູມີພາກແຫ່ງນີ້.
“ຖ້າການໄດ້ປຽບເຫຼົ່ານີ້ ໄດ້ຮັບການຈັດການຜ່ານການເລີ້ມຕົ້ນທາງການທູດ ແລະວາລະຂອງການພັດທະນາທີ່ໝັ້ນຄົງ ພື້ນທີ່ສໍາລັບຈີນນັ້ນຈະຫຼຸດລົງຢ່າງຫຼວງຫຼາຍ,” ທ່ານໄດ້ກ່າວ. “ແຕ່ ສິ່ງນີ້ໄດ້ກໍ່ໃຫ້ເກີດຄວາມຄິດລິເລີ້ມທີ່ມີສີສັນ, ການລົງທຶນ, ຄວາມປາດຖະໜາທີ່ດີ, ການເຈລະຈາທີ່ມີປະສິດທິຜົນ ແລະຖາວອນ ກ່ຽວກັບບັນຫາທີ່ມີຄວາມລະອຽດອ່ອນເຊັ່ນ ການຍົກຍ້າຍຖິ່ນຖານ, ການສໍ້ລາດບັງຫຼວງ ແລະອົງກອນອາດຊະຍາກໍາຂ້າມຊາດ.”
ການລົງທຶນຂອງຈີນສ່ວນຫຼາຍນັ້ນ ແມ່ນຢູ່ໃນປະເທດ ແອລຊາລວາດໍ ເຊິ່ງປະ ທານາທິບໍດີ ນາຢິບ ບູເກເລ (Nayib Bukele) ໄດ້ກ່າວຂອບໃຈຕໍ່ ຈີນ ທີ່ໃຫ້ເງິນທຶນສໍາລັບຫໍສະໝຸດແຫ່ງຊາດແຫ່ງໃໝ່ຂອງປະເທດ ທີ່ໄດ້ເລີ້ມຕົ້ນກໍ່ສ້າງໄປເມື່ອວັນທີ 6 ກຸມພາທີ່ຜ່ານມານີ້.