ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຈີນ ພັດທະນາ ອຸດສາຫະກໍາຍົນໂດຣນ ຢ່າງໃຫຍ່ (ວີດິໂອຮຽນພາສາອັງກິດ)


ຍົນ Drone ຫຍີ່ຫໍ້ Yilong ແລະ Xianglong ຂອງຈີນ.
ຍົນ Drone ຫຍີ່ຫໍ້ Yilong ແລະ Xianglong ຂອງຈີນ.
ວັນເສົາມື້ນີ້ ເຮົາຂໍສະເໜີ ສາລະຄະດີເທັກໂນໂລຈີຂອງພະ
ແນກພາສາອັງກິດພິເສດແທນການແພດ ຊຶ່ງມື້ນີ້ ຈະແມ່ນ
ເລື້ອງກ່ຽວກັບການພັດທະນາອຸດສາຫະກໍາ ເຮືອບິນບໍ່ມີຄົນ
ຂັບ ຫລືຍົນ Droneຂອງຈີນ ຄືເມື່ອໄວໆມານີ້ ຈີນໄດ້ເປີດ
ເຜີຍໃຫ້ຮູ້ວ່າ ຕົນໄດ້ພິຈາລະນາວ່າ ຈະໃຊ້ເຮືອບິນບໍ່ມີຄົນ
ຂັບ ໂຈມຕີທ້າວໜໍ່ຄໍາ ພໍ່ຄ້າຢາເສບຕິດໃຫຍ່ ຢູ່ໃນມຽນມາ
ຊຶ່ງຜູ້ກ່ຽວຖືກຈີນຕາມລ່າໂຕ ໃນຂໍ້ຫາໂຈມຕີເຮືອສິນຄ້າຂອງ
ຈີນ ຢູ່ເຂດສາມຫລ່ຽມຄໍາ ທີ່ເຮັດໃຫ້ລູກເຮືອຊາວຈີນ ເສຍ
ຊີວິດຫລາຍຄົນນັ້ນ. ທ້າວໜໍ່ຄ້າໄດ້ຖືກຈັບຢູ່ໃນລາວເມື່ອປີ
ກາຍນີ້ ແລະຖືກປະຫານຊີວິດຢູ່ຈີນ ເມື່ອບໍ່ດົນມານີ້ ບົວສະ
ຫວັນ ມີລາຍງານມາສະເໜີທ່ານ.


ເບິ່ງວີດິໂອຂ່າວນີ້ ແລະຮຽນພາສາອັງກິດໄປພ້ອມ:



ຈີນເວົ້າໃນອາທິດແລ້ວນີ້ວ່າ ຕົນໄດ້ພິຈາລະນາຈະສົ່ງເຮືອບິນ ບໍ່ມີຄົນຂັບ ໄປໂຈມຕີ ພໍ່ຄ້າຢາເສບຕິດໃຫຍ່ຂອງມຽນມາ ທີ່ຈີນຕ້ອງ ການຕົວ ຍ້ອນໄດ້ສັງຫານລູກເຮືອຈີນ 13 ຄົນ.

ເຈົ້າໜ້າທີ່ຂັ້ນສູງສຸດຝ່າຍຢາເສບຕິດຂອງຈີນ ທ່ານ Liu Yuejin ເວົ້າວ່າ ແຜນການກໍແມ່ນ
ຖິ້ມລະເບີດໃສ່ບ່ອນລີ້ຊ່ອນຂອງລາຊາຢາເສບຕິດຄົນນັ້ນ ຢູ່ທາງພາກຕາເວັນອອກສຽງເໜືອ
ຂອງມຽນມາ ໂດຍໃຊ້ເຮືອບິນບໍ່ມີຄົນຂັບ.

ເຈົ້າໜ້າທີ່ດັ່ງກ່າວເວົ້າວ່າ ຄວາມຄິດໃນການໃຊ້ເຮືອບິນບໍ່ມີຄົນຂັບທໍາການໂຈມຕີ ໄດ້ຖືກ
ປະຖິ້ມໃນບັ້ນສຸດທ້າຍ ເພື່ອຈັບເປັນທ້າວໜໍ່ຄໍາ. ຜູ້ກ່ຽວຖືກຈັບໄດ້ໃນເດືອນເມສາ ປີກາຍ
ນີ້ ໃນການປະຕິບັດງານຮ່ວມກັນກັບລາວ.

ຄໍາເຫັນຂອງເຈົ້າໜ້າທີ່ທ່ານນີ້ ແມ່ນເປັນຮ່ອງຮອຍບອກໃຫ້ຮູ້ວ່າ ຈີນມີການພັດທະນາເທັກ
ໂນໂລຈີການບິນທີ່ບໍ່ໃຊ້ຄົນຂັບຫລາຍຂຶ້ນເລື້ອຍໆ. ຄໍາເຫັນ ດັ່ງກ່າວຍັງເປັນການສະເໜີ
ແນະໃຫ້ຮູ້ວ່າ ຈີນກໍາລັງພິຈາລະນາຢ່າງຈິງຈັງ ໃນການໃຊ້ການໂຈມຕີດ້ວຍເຮືອບິນ ບໍ່ມີ
ຄົນຂັບ ຢູ່ນອກເຂດຊາຍແດນຂອງຕົນ.

ທ່ານ Peter Dutton ທີ່ວິທະຍາຄານທະຫານເຮືອສະຫະລັດ ເວົ້າວ່າ ຈີນກໍາລັງກ້າວໜີ
ໄປຈາກນະໂຍບາຍຂອງຕົນໃນເມື່ອກ່ອນ ທີ່ບໍ່ແຊກແຊງເຂົ້າໃນກິດຈະການຂອງສາກົນ.

ທ່ານ Dutton ເວົ້າວ່າ: “ນີ້ແມ່ນເປັນການປ່ຽນແປງໃໝ່. ນີ້ແມ່ນປະເທດຈີນທີ່ມີ
ການປະພຶດຢ່າງຫ້າວຫັນຂຶ້ນໃນເວທີສາກົນ ຫລາຍກວ່າທີ່ເຄີຍມີມາໃນເມື່ອ
ກ່ອນ ເພື່ອປົກປ້ອງຜົນປະໂຫຍດຂອງຕົນຢູ່ນອກເໜືອເຂດຊາຍແດນຂອງຕົນ.”


ເປັນເວລາຫລາຍປີມາແລ້ວ ທີ່ສະຫະລັດເປັນຜູ້ນໍາໜ້າໃນຕະຫລາດເຮືອບິນ ບໍ່ມີຄົນຂັບ
ຂອງໂລກ. ເປັນທີ່ຮູ້ກັນວ່າ ສະຫະລັດເຄີຍໃຊ້ ຍານອາກາດທີ່ບໍ່ມີຄົນຂັບ ຫລື UAV ທໍາ
ການໂຈມຕີ ຕໍ່ເປົ້າໝາຍຕ່າງປະເທດ.

ໃນຊຸມປີໝໍ່ມານີ້ໆ ຈີນໄດ້ປັບປຸງເທັກໂນໂລຈີເຮືອບິນບໍ່ມີຄົນຂັບຂອງຕົນຢ່າງຫລວງຫລາຍ
ແລະໄດ້ອວດອ້າງສະແດງເຮືອບິນບໍ່ມີຄົນຂັບລຸ້ນໃໝ່ໆ ຂອງຕົນຫລາຍອັນ ຢູ່ໃນງານ
ວາງສະແດງຍານອາກາດ ຢູ່ໃນປະເທດ ເມື່ອໄວໆມານີ້. ເຮືອບິນບໍ່ມີຄົນຂັບລໍານຶ່ງ ໃນ
ຫລາຍໆລໍານັ້ນ ສາມາດໄປ ໄກໄດ້ ເຖິງ 3.200 ກິໂລແມັດ.

ນອກນັ້ນ ຈີນຍັງກໍາລັງປັບປຸງລະບົບນໍາທາງໃນໂລກ ຫລື global navigation system
ຂອງຕົນໃຫ້ທັນສະໄໝຂຶ້ນ ເພື່ອໃຫ້ສາມາດແຂ່ງຂັນໄດ້ກັບລະບົບຂອງສະຫະລັດ, ຣັດເຊຍ ແລະ ຢູໂຣບ.

ສະຫະລັດໄດ້ໃຫ້ເຫດຜົນໃນການໂຈມຕີດ້ວຍການໃຊ້ເຮືອບິນບໍ່ມີຄົນຂັບ ຢູ່ໃນປາກິສຖານ,
ເຢແມນ ແລະໂຊມາເລຍວ່າ ລັດຖະບານຂອງປະ ເທດເຫລົ່ານັ້ນບໍ່ເຕັມໃຈ ຫລືບໍ່ ກໍບໍ່ມີຄວາມ
ສາມາດທີ່ຈະລະງັບໄພຂົ່ມຂູ່ ຈາກພວກບຸກຄົນ ທີ່ຕົກເປັນເປົ້າໝາຍນັ້ນ.

ທ່ານ Stephen Vladeck ອາຈານສອນວິຊາກົດໝາຍ ທີ່ມະຫາວິທະຍາໄລ ອາເມຣິກັນ
ຢູ່ນະຄອນຫລວງວໍຊິງຕັນ ເວົ້າວ່າ ລັດຖະບານວໍຊິງຕັນ ຈະຕ້ອງບອກໃຫ້ຮູ້ຢ່າງລະອຽດ
ເຈາະຈົງຫລາຍຂຶ້ນ ກ່ຽວກັບເງື່ອນໄຂຂອງຕົນ ໃນການໃຊ້ຍານອາກາດບໍ່ມີຄົນຂັບ ທີ່ຕິດ
ອາວຸດຂອງຕົນ.

ອາຈານ Stephen Vladeck ເວົ້າວ່າ: “ສ່ວນນຶ່ງຂອງບັນຫາກໍຄື ຍ້ອນວ່າລັດຖະ
ບານສະຫະລັດ ມີການພົວພັນກັບສິ່ງທີ່ປະກົດວ່າ ເປັນການໂຈມຕີດ້ວຍເຮືອບິນ
ບໍ່ມີຄົນຂັບໃນຈໍານວນຫລວງຫລາຍ, ແລະບໍ່ໄດ້ເວົ້າອອກມາຢ່າງໂຈ່ງແຈ້ງກ່ຽວ
ກັບຫລັກເກນໃນການໃຊ້ເຮືອບິນປະເພດດັ່ງກ່າວ ສະນັ້ນ ມັນກໍເປັນໄປໄດ້ທີ່ປະ
ເທດອື່ນໆ ເຊັ່ນຈີນ ທີ່ຈະຊີ້ໃສ່ຕົວຢ່າງຂອງສະຫະລັດ ແລະເວົ້າວ່າ ຖ້າພວກ
ເຂົາເຈົ້າເຮັດຈັ່ງຊັ້ນໄດ້ ເຮົາກໍເຮັດໄດ້ຄືກັນ.”


ສະຫະລັດສົ່ງອອກເຮືອບິນບໍ່ມີຄົນຂັບ ໃຫ້ແຕ່ພັນທະມິດທີ່ໃກ້ຊິດທີ່ສຸດຂອງຕົນ ພຽງບໍ່
ເທົ່າໃດປະເທດເທົ່ານັ້ນ. ດຽວນີ້ ມີການເບິ່ງເຫັນຈີນວ່າ ເປັນຜູ້ສະໜອງສິນຄ້າປະເພດ ນີ້ທີ່
ກາງຕໍ່ນໍາໄດ້ຫລາຍຂຶ້ນເລື້ອຍໆ ແລະກໍມີລາຄາຖືກ. ມີຫລາຍປະເທດທີ່ຊື້ ຫລືບໍ່ກໍສ້າງເຮືອ
ບິນບໍ່ມີຄົນຂັບເອົາເອງ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນເພື່ອໃຊ້ໄວ້ບິນລາດຕະເວນ. ອາຈານ ເຫັນ
ວ່າການເຮັດແບບນີ້ ແມ່ນສິ່ງທີ່ ໜ້າເປັນຫ່ວງ.

ອາຈານ Vladeck ອະທິບາຍວ່າ: “ບັນຫາກໍຄືວ່າ ເທັກໂນໂລຈີດ້ານນີ້ ໄດ້ກາຍ
ມາເປັນ ສິ່ງທີ່ມີກັນຢ່າງແຜ່ຫລາຍຂຶ້ນ ແລະກໍລາຄາຖືກຫລາຍ ຈົນຂ້າພະເຈົ້າ
ຄິດວ່າ ມັນເລື້ອງຂອງເວລາເທົ່ານັ້ນ ຄືບໍ່ໄວກໍຊ້າ ທີ່ບັນດາປະເທດທີ່ມີກໍາລັງ
ທະຫານໃນຂະໜາດນ້ອຍໆທີ່ສຸດ ປະເທດທີ່ມີລະບອບການປົກຄອງທີ່ມີຄວາມ
ຮັບຜິດຊອບໜ້ອຍທີ່ສຸດ ຈະກ້າວຂຶ້ນມາຢູ່ໃນຖານະທີ່ວ່າ ເຂົາເຈົ້າກໍຢາກຈະໃຊ້
ເທັກໂນໂລຈີເຫລົ່ານີ້ເຊັ່ນກັນ.”
XS
SM
MD
LG