ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຈີນ ປ້ອງກັນ ປະຫວັດ ​ການ​ເຄົາລົບ​ນັບຖື ສິດທິມະນຸດ ຂອງຕົນ (ວີດີໂອ)


China Acknowledges Human Rights Shortcomings
please wait

No media source currently available

0:00 0:03:16 0:00
ລິງໂດຍກົງ
ບັນດາ​ເຈົ້າ​ໜ້າ​ທີ່ຈີນ ​ໄດ້​ປາກົດ​ໂຕ​ຕໍ່ໜ້າ ຄະນະ​ກໍາມະການ
ສະຫະ​ປະຊາ​ຊາດ ​ເພື່ອ​ປ້ອງ​ກັນ​ປະຫວັດ​ການ​ເຄົາລົບ​ນັບຖື
ສິດທິມະນຸດ ຂອງປະ​ເທດ​ເຂົາ​ເຈົ້າ ທີ່ ຫລາຍ​ຄົນ​ກ່າວ​ວ່າ ມີ
​ຮອຍ​ດ່າງ​ເປື້ອນ ຍ້ອນ​ການ​ປາບ​ປາມ ພວກຄັດຄ້ານລັດຖະ
ບານ ທີ່​ພວມ​ທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນນັບມື້.

ການປາກົດ​ໂຕທີ່​ນະຄອນ​ເຈ​ນີວາ ໃນ​ວັນ​ອັງຄານມື້ນີ້ ຈະ​ເປັນ
​ເທື່ອ​ທີສອງ ທີ່​ກຸງ​ປັກ​ກິ່​ງ​ ໄດ້​ລາຍ​ງານ​ຕໍ່ສະພາ​ສິດທິ​ມະນຸດ
ຂອງ​ອົງການ​ສະຫະປະຊາ​ຊາດ ​ເພື່ອ​ທົບ​ທວນ​ເບິ່ງ​ປະຫວັດ
​ການ​ເຄົາລົບ​ນັບຖື​ສິດທິ​ມະ​ນຸດຂອງ​ແຕ່ລະ​ປະ​ເທດ ໃນທຸກໆ
ສີ່​ປີ.

ຜູ້ຕາງໜ້າ​ຈີນ ​ໄດ້​ນໍາພາ​ໂດຍທ່ານ Wu Hailong ທີ່​ໄດ້​ກ່າວ​ຕໍ່ສະພາ​ສິດທິ​ມະ ນຸດວ່າ ປະ​
ເທດ​ຂອງ​ທ່ານ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ໄດ້​ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ ທີ່​ຕົນ​ໄດ້ໃຫ້​ໄວ້ ​ໃນ
ລະຫວ່າງການ​ທົບ​ທວນ ​ປີ 2009 ຮວມ​ທັງປະຕິ​ຮູບລະບົບ ຍຸຕິ​ທຳ ຫລຸດຜ່ອນ​ຄວາມທຸກ​
ຍາກ ​ແລະ​ປັບປຸງການ​ໃຫ້​ຄວາມ​ປົກ​ປ້ອງ​ຄຸ້ມ​ຄອງ​ບັນດາ​ຊົນ​ກຸ່ມ​ນ້ອຍຕ່າງໆ.

ກ່ອນ​ໜ້າການ​ຮັບ​ຟັງ​ຄຳ​ໃຫ້ການ​ບໍ່​ດົນ ​ໃນ​ວັນ​ອັງຄານວານ​ນີ້ ນັກ​ເຄື່ອ​ນ​ໄຫວ​ກຸ່ມ​ນຶ່ງ ​ໄດ້​ປີນ​
ຂື້ນ​ໄປ​ຫ້ອຍປ້າຍ ຢູ່​ທີ່​ຕຶກສະຫະ​ປະຊາ​ຊາດ ຮ​ຽກຮ້ອງ​ໃຫ້ສະຫະ​ປະ ຊາ​ຊາດ ຈົ່ງ​ລຸກ​ຂື້ນ​ປົກ​
ປ້ອງສິດທິຂອງຊາວ​ທິ​ເບ​ດ. ​ຢ່າງ​ໜ້ອຍ ພວກ​ປະ​ທ້ວງ​ສີ່ ຄົນ​ໄດ້​ຖືກ​ຈັບ​ໂດຍເຈົ້າ​ໜ້າ​ທີ່​ຮັກ
ສາ​ຄວາມ​ປອດ​ໄພ ອົງການ​ສະຫະ​ປະຊາ​ຊາດ.

ການ​ຮັບ​ຟັງ​ຄຳ​ໃຫ້ການ​ດັ່ງກ່າວ ​ມີຂຶ້ນ​ທ່າມກາງການ​ຈັບ​ກຸມ​ບັນດາ​ນັກ​ເຄື່ອນ​ໄຫວດ້ານ​ສິດທິ​
ມະ​ນຸດຈີນທີ່​ມີຂຶ້ນ​ເປັນ​ລຳດັບ​ມາ ຮວມ​ທັງບາງ​ຄົນທີ່​ພະຍາຍາ​ມ ປະກອບສ່ວນ​ເຂົ້າ​ຮ່ວມ ໃນ
ການ​ລາຍ​ງານ​ຂອງ​ລັດຖະບານ ຕໍ່ອັນ​ທີ່​ຮ້ອງກັນ​ວ່າ ກົນ​ໄກ​ການ​ທົບ​ທວນເປັນໄລຍະໆ​ຂອງ​
ສະພາ​ສິດທິມະນຸດ.

XS
SM
MD
LG