ນັກວິທະຍາສາດ ແລະນັກເສດຖະສາດເວົ້າວ່າ ການແຜ່ລະ
ບາດຂອງໄຂ້ຫວັດສັດປີກ ສາຍພັນ H7N9 ຢູ່ໃນຈີນ ໄດ້ເຮັດ
ໃຫ້ຂະແໜງອຸດສາຫະກໍາຜະລິດສັດປີກ ຂອງປະເທດດັ່ງກ່າວ
ຕ້ອງເສຍເງິນໄປ 6 ພັນ 500 ລ້ານໂດລາ ຍ້ອນວ່າພວກບໍລິ
ໂພກພາກັນຫລີກລ້ຽງໃນການກິນໄກ່ ແລະພວກເຈົ້າໜ້າທີ່ສາ
ທາລະນະສຸກ ພວມປະສົບກັບຄວາມກ້າວໜ້າ ໃນການຄວບ
ຄຸມເຊື້ອໄວຣັສ ທີ່ເປັນອັນຕະລາຍຮ້າຍແຮງນີ້.
ຂໍ້ມູນໃນການໃຊ້ຈ່າຍ ທີ່ສະໜອງໃຫ້ໂດຍກະຊວງກະສິກໍາຂອງ
ຈີນ ໄດ້ມີການລາຍງານຕໍ່ສະພາສາທາລະນະສຸກຂອງໂລກ ທີ່
ກຸງເຈນີວາ ໃນວັນອັງຄານວານນີ້.
ທີ່ກອງປະຊຸມນັ້ນ ພວກນັກຊ່ຽວຊານຂອງສະຫະປະຊາຊາດໄດ້ເຕືອນພວກເຈົ້າໜ້າ
ທີ່ສາທາລະນະສຸກໃນທົ່ວໂລກໃຫ້ພາກັນເຝົ້າລະວັງເບິ່ງເຊື້ອໄວຣັສດັ່ງກ່າວຊຶ່ງຮູ້ກັນ
ວ່າ ໄດ້ເຮັດໃຫ້ 130 ຄົນໃນຈີນໄດ້ຮັບການຕິດເຊື້ອນີ້ແລ້ວ ນັບແຕ່ມັນ ໄດ້ປະກົດຕົວ
ຂຶ້ນມາໃນເດືອນມີນາທີ່ຜ່ານມາ. ເຈົ້າໜ້າທີ່ຈີນເວົ້າວ່າ ມີຜູ້ເຄາະຮ້າຍ 36 ແລ້ວທີ່ ເສຍຊີວິດໄປ.
ທ່ານ Keiji Fukuda ຫົວໜ້າອົງການອະນາໄມໂລກ ໄດ້ກ່າວຕໍ່ກອງປະຊຸມວ່າການ
ລະບາດໃນທັນທີນັ້ນ ສາມາດຄວບຄຸມໄດ້ແລ້ວ ແຕ່ຍັງບໍ່ມີທ່າທີວ່າເຊື້ອໄວຣັສດັ່ງ
ກ່າວຈະຫາຍໄປຢ່າງງ່າຍດາຍ. ທ່ານໄດ້ກ່າວຢໍ້າວ່າ ການຄົ້ນພົບໄດ້ສະແດງໃຫ້
ເຫັນວ່າ ເຊື້ອໄວຣັສຢູ່ໃນຮູບແບບທີ່ເປັນຢູ່ໃນປັດຈຸບັນ ແມ່ນມາຈາກ ພວກສັດປີກ ມາຕິດໃສ່ຄົນ ຢູ່ທີ່ຕະຫລາດຂາຍສັດເປັນຢູ່ຈີນ ບ່ອນທີ່ມີການຂ້າໄກ່ ແລະສັດປີກຊະ
ໜິດອື່ນໆ ແລ້ວກໍນຳໄປຂາຍຢູ່ທີ່ນັ້ນ.
ພວກເຈົ້າໜ້າທີ່ເວົ້າວ່າ ຍັງບໍ່ມີຫລັກຖານເທື່ອວ່າມີການຕິດເຊື້ອແຕ່ຄົນໆ ນຶ່ງໄປຫາອີກ
ຄົນນຶ່ງ ຢູ່ໃນການລະບາດດັ່ງກ່າວນີ້.
ອົງການຂ່າວຊິນຫົວຂອງຈີນເວົ້າວ່າ ມາດຕະການຄວບຄຸມເຊື້ອໄວຣັສແບບສຸກເສີນ
ໄດ້ເລີກໃຊ້ໃນອາທິດແລ້ວນີ້ຢູ່ໃນບັນດາແຂວງ ແລະຫົວເມືອງໃຫຍ່ຕ່າງໆ ຢູ່ໃນພາກ
ຕາເວັນອອກຂອງປະເທດ ລວມທັງນະຄອນ Shanghai, Jaingsu ແລະ Shandong ບ່ອນທີ່ມີການແຜ່ລະບາດຫຼາຍທີ່ສຸດນັ້ນ.
ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້: