ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໓ ມີນາ ໒໐໒໓

ໂຄງການ ສ້າງທາງລົດໄຟ ທີ່ຈີນ ສະໜັບສະໜຸນ ຢູ່ມຽນມາ ຕົກຢູ່ໃນສະພາບ ບໍ່ໄປບໍ່ມາ


ພາບລົດໄຟຄວາມໄວສູງ ຂອງຈີນ ທີ່ມຸ່ງໜ້າໄປຍັງເມືອງ ກວາງໂຈ ກຳລັງແລ່ນຢູ່ເທິງຂົວ Yongdinghe ໃນນະຄອນຫຼວງ ປັກກິ່ງ, ວັນທີ 26 ທັນວາ 2012.

ເມື່ອ 3 ປີກ່ອນນີ້ ຈີນ​ແລະ​ມຽນມາ ​ໄດ້​ລົງ​ນາມໃນ​ຂໍ້​ຕົກລົງ​ ​ສະບັບ
​ນຶ່ງ ​ເພື່ອ​ກໍ່ສ້າງ​ຕາໜ່າງທາງ​ລົດ​ໄຟຄວາມ​ໄວ​ສູງ ທີ່​ເຊື່ອມ​ໂຍງ​
ແຂວງ​ຢຸນນານ​ຂອງ​ຈີນ​ ໄປ​ຫາ​ອ່າວ​ Bengal. ​ແຕ່​ໃນ​ເດືອນ​ແລ້ວ
​ນີ້ ບັນທຶກ​ຄວາມ​ເຂົ້າໃຈ​ກັນ ​ໄດ້​ໝົດ​ອາຍຸ​ໄປ ​ເຮັດ​ໃຫ້​ອະນາຄົດ​
ຂອງ​ແຜນການ​ດັ່ງກ່າວ ຕົກ​ຢູ່​ໃນ​ສະພາບ​ບໍ່​ແນ່ນອນ. ລັດຖະມົນ
ຕີກະຊວງ​ລົດ​ໄຟ​ມຽນມາກ່າວ​ວ່າ ໂຄງການ​ດັ່ງກ່າວໄດ້​ຖືກປະ
ຖິ້ມ​ໄປ​ແລ້ວ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ຈີນຍັງ​ບໍ່​ຍອມ​ປະລະ​ໂຄງການ
​ນີ້​ໄປ​ເທື່ອ. Gabrielle Paluch ນັກ​ຂ່າວ​ວີ​ໂອ​ເອ ລາຍ​ງານມາ
​ຈາກບາງກອກ ທີ່​ສິງ​ຈະ​ນຳ​ມາສະ​ເໜີ​ທ່ານ.

ບັນດາ​ເຈົ້າ​ໜ້າ​ທີ່​ມຽນມາ ກ່າວ​ວ່າ ​ແຜນການ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງໃນ​ວົງ​ເງິນ
20 ພັນ​ລ້ານ​ດອນ​ລາ ທີ່​ຈະ​ເຊື່ອມ​ໂຍງ​ທ່າ​ກຳ​ປັ່ນ​ເດີນທະ​ເລ​ທີ່​ມິດ​ງຽບ ​ໃນ​ນຶ່ງ​ຂອງ​ພວກ​
ລັດ​ທີ່​ທຸກ​ຈົນ​ທີ່​ສຸດ​ຂອງ​ມຽນມາ​ ໄປ​ຫາ​ເມື​ອງຄຸນ​ໝິງ ນະຄອນຫຼວງແຂວງ​ຢຸນນານ​ຂອງ
ຈີນນັ້ນ ບໍ່ເຄີຍ​ຄຶດ​ວ່າ​ ຈະ​ເປັນຄວາມ​ຈິງ​ຂຶ້ນ​ມາ​ຈັກ​ເທື່ອ ​ແລະ​ການ​ກໍ່ສ້າງ​ໃດໆກໍ​ຍັງ​ບໍ່​ທັນ
ໄດ້​ເລີ້ມ​ຂຶ້ນ​ເທື່ອ. ທາງລົດ​ໄຟ​ສາຍນີ້ ຈະສ້າງຄຽງຄູ່ໄປກັບທໍ່​ລຳລຽງ​ແກ​ສທຳ​ມະ​ຊາດ
Shwe ທີ່ຈີນ ໄດ້​ສ້າງ​ສຳ​ເລັດ​ໄປແລ້ວ​ນັ້ນ. ​ ​ທາງ​ເສັ້ນ​ນຶ່ງ ​ກໍມີ​ກຳນົດວ່າ ​ຈະ​ສ້າງ​ຂຶ້ນ​ໄປ
ພ້ອມເຊັ່ນ​ດຽວ​ກັນ.

ທ່ານ Myint Wai ຫົວໜ້າ​ຫ້ອງການກະຊວງ​ລົດ​ໄຟມຽນມາ ກ່າວ​ເມື່ອ​ເດືອນ​ແລ້ວ​ນີ້​ວ່າ
ໂຄງກນດັ່ງກ່າວ​ໄດ້​ຖືກ​ລົບ​ລ້າງ​ໄປ ​ເພາະວ່າມັນ​ເປັນ​ການ​ຕັດສິນ​ໃຈ​ ຂອງ​ປະຊາຊົນ
ມຽນມາ. ທ່ານ​ກ່າວ​ຕື່ມ​ວ່າ ບໍ່​ມີ “​ແຜນ ການ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ນີ້​ແລະ​ຂໍ້​ຕົກລົງ​
ໄດ້​ໝົດ​ອາຍຸ​ໄປ​ແລ້ວ ດັ່ງ​ນັ້ນ​ພວກ​ເຮົາ ​ຈະ​ບໍ່​ດຳ​ເນີນ​ໂຄງການ​ນີ້​ຕໍ່​ໄປ ອີງ​ຕາມ​ຄຳ
ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ.”

ພວກ​ໂຄງການ​ວິສາຫະກິດຮ່ວມ​ຂະໜາດ​ໃຫຍ່ຕ່າງໆ​ ຄ້າຍຄື​ກັນ​ນີ້ ລະຫວ່າງ​ຈີນ​ແລະ​ມຽນມາ ​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ການ​ຄັດຄ້ານ​ຈາກ​ປະຊາ​ຊົນ ສ່ວນ​ຫຼາຍ​ແມ່ນ​ຈາກ​ປະຊາຊົນ
​ໃນ​ທ້ອງ​ຖິ່ນ ທີ່​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງ​ນີ້. ພວກ​ໂຄງການ​ຕ່າງໆ​ເຫຼົ່າ​ນີ້ ​ແມ່ນ
ຮວມ​ທັງ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ພະລັງນ້ຳ​ຂະໜາດໃຫຍ່ ​ໃສ່​ແມ່​ນ້ຳ Myitsone ​ໃນ​ລັດ Kachin ທີ່​ປາກົດ​ວ່າ ​ໄດ້ງົດ​ໄປ​ແລ້ວຢ່າງ​ແນ່ນອນ ​ແລະ​ບໍ່​ທອງ​ແດງ Latpedaung ທີ່​
ຈີນ​ເປັນ​ຜູ້​ບໍລິຫານ ໃນ​ພາກ​ເໜືອ​ຂອງ​ມຽນມາ​ນັ້ນ.

ທ່ານ Wong Aung ນັກ​ເຄື່ອນ​ໄຫວ​ ຈາກ​ຂະ​ບວນການຕໍ່ຕ້ານການສ້າງທໍ່ສົ່ງ​ແກ​ສ Shwe ກ່າວ​ວ່າ ການ​ຍົກເລີກໂຄງ​ລ່າງ​ພື້ນຖານ​ລາຍ​ໃຫຍ່ໆກັບຈີນ ​ແມ່ນ​ຊ່ອງ​ທາງ​ນຶ່ງຂອງ​ລັດ
ຖະບານ​ພົນລະ​ເຮືອນ​ແຕ່ໃນນ​ນາມ​ຊື່ໆ​ ເພື່ອທຳການ​ປ່ຽນ​ແປງ​ຢ່າງ​ກະທັນຫັນ ​ຊຶ່ງແຕກ
ຕ່າງໄປຈາກອະດີດ​ລັດຖະບານ​ທະຫານ.

ທ່ານ Wong Aung ກ່າວ​ວ່າ “​ເວລາ​ພວກ​ເຂົາ​ເຈົ້າ​ເລີ້ມ​ສ້າງ​ທໍ່​ລຳລຽງ​ແກັສທຳ​ມະ​
ຊາດ ​ໃນ​ເວລາ​ນັ້ນ ​ໄດ້​ມີ​ການ​ປະຕິບັດ​ງານ​ທາງ​ທະຫານ​ຫຼາຍ ​ແລະ​ປະຊາຊົນ​
ຫຼາຍ​ຄົນ​ ກໍ​ໄດ້​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ພາຍ​ໃຕ້​ການ​ປົກຄອງ​ຂອງ​ພວກ​ທະຫານ. ມາ​
ບັດ​ນີ້ ພວກ​ເຮົາ​ຖື​ວ່າ ອັນນີ້​ມັນ​ເປັນ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ​ອັນ​
ນຶ່ງ ​ພາຍ​ໃຕ້​ອັນ​ທີ່​ເອີ້ນ​ວ່າ ລັດຖະບານ​ພົນລະ​ເຮືອນ ພາຍ​ໃຕ້​ການ​ນຳພາ​ຂອງ​
ປະທານາທິບໍດີ Thein Sein. ປະທານາທິບໍດີ​ມັກ​ກ່າວ​ຂຶ້ນ​ມາ​ເລື້ອຍໆ​ ກ່ຽວ​ກັບ
ການປະກອບສ່ວນ​ຂອງ​ປະຊາຊົນ ​ແລະ​ລະບອບ​ປະຊາທິປະ​ໄຕ ທີ່​ສາມາດ​
ສ້າງ​ຕັ້ງ​ເວທີ​ແບບ​ນຶ່ງ​ຂຶ້ນ​ສຳລັບ​ປະຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນໃຫ້ເຂົ້າ​ຄວບ​ຄຸມ
​ແລະ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ຂອງ​ເຂົາ​ເຈົ້າ​ອອກ​ມາໄດ້.

ທ່ານ Yang Houlan ​ເອກ​ອັກຄະ​ລັດຖະທູດ​ຈີນ​ກ່າວ​ວ່າ ຈີນ​ຍັງ​ບໍ່​ໄດ້​ປະລະ​ແຜນການ​ດັ່ງກ່າວ​ເທື່ອ. ​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ທີ່​ສົ່ງ​ໄປ​ຍັງ ວີ​ໂອ​ເອ ທ່ານ Yang Houlan
ກ່າວ​ວ່າ “ຈີນ​ແລະ​ມຽນມາ​ ໄດ້​ປະຕິບັດ​ການ​ອອກ​ແບບ​ຮ່ວມ​ກັນ​ຂອງ​ໂຄງການ​ດັ່ງ
ກ່າວນີ້ແລ້ວ” ​
ແລະ ”ທາງຝ່າຍ​ຈີນກໍຕຽມ​ພ້ອມ​ທີ່​ຈະ​ສືບ​ຕໍ່​ດຳ​ເນີນ​ງານ​ຮ່ວມ​ກັນ​ກ່ຽວ
​ກັບ​ໂຄງການ​ດັ່ງກ່າວ.”

ທ່ານ Yang Houlan ກ່າ​ວວ່າ ​ໂຄງການ​ດັ່ງກ່າວ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຕາໜ່າງທາງ​ລົດ​ໄຟ​ຂ້າມ​ຊາດ​ໃນ​ເອ​ເຊຍ ຫຼື Trans-Asian Railway network ທີ່​ຈະ​ເຊື່ອມ​ໂຍງ​ໝົດ​ທຸກ​ປະ​ເທດ ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ແຕ່​ສິງກະ​ໂປ ໄປຫາ​ຈີນ ໂດຍ​ໃຊ້​ລາງ​ລົດ​ໄຟ​ຄວາມ​ໄວ​ສູງ​ ທີ່​ຈີນ​ສ້າງ​ໃຫ້ ຕາມ​ຂໍ້​ຕົກລົງ​ ທີ່​ໄດ້​ລົງ​ນາມ​ກັນ​ໃນ​ປີ 2009 ນັ້ນ. ​ໂຄງການ​ດັ່ງກ່າວ ​ໄດ້​ຖືກຂະໜານ​ນາມ​ວ່າ “Iron Silk Road” ຫຼືເສັ້ນທາງ​ເຫຼັກ​ສາຍ​ໄໝ ​ໂດຍ​ລັດ
ຖະບານ​ຈີນ ​ແລະ​ມີ​ເຈດ​ຕະນາ​ເພື່ອ​ນຳ​ມາ​ແຫ່ງ​ການ​ພັດທະນາ​ທາງ​ດ້ານ​ເສດຖະກິດ​ຕໍ່​ພວກ​ປະ​ເທດ​ທີ່​ອຸດົມຮັ່ງມີ​ດ້ານ​ແຫຼ່ງຊັບພະຍາກອນ​ທີ່​ຕິດ​ກັບ​ຈີນ ​ແລະ​ອຳນວຍ ໃຫ້​ຈີນ
​ເຂົ້າ​ຫາ​ທ່າ​ກຳ​ປັ່ນ​ໄດ້​ຫຼາຍ​ແຫ່ງ​ຂຶ້ນ. ມີ​ພຽງ​ບໍ່​ເທົ່າ​ໃດ​ປະ​ເທດ​ທີ່​ຮ່ວມ​ໃນ​ການ​ລົງ​ນາມ​ ​ໄດ້​
ທຳ​ການ​ເຄື່ອນ​ໄຫວ​ທີ່​ແທ້​ຈິງຕາມ​ສັນຍາ​ສະ​ບັນ​ດັ່ງກ່າວ.

​ເຖິງ​ຢ່າງ​ໃດ​ກໍ​ດີ ຄວາມ​ຮູ້ສຶກ​ຕໍ່ຕ້ານ​ຈີນ ​ແມ່ນ​ແຂງ​ແຮງ​ຢູ່​ໃນ​ມຽນມາ ມາເປັນ​ເວລາ​ຫຼາຍ
​ທົດ​ສະ​ວັດ ​ໃນ​ລະຫວ່າງ​ຍຸກ​ສະໄໝ​ການ​ປົກຄອງ ແບບ​ສັງຄົມ​ນິຍົມທີ່​ມີ​ການກໍ່​ຄວາມ​ວຸ້ນວາຍ​ຕໍ່ຕ້ານ​ຈີນທີ່ຢ່າງຮ້າຍແຮງ ສະ​ເໝີ​ມາ ​ແລະ​ໃນ​ຂະນະ​ດຽວກັນລັດ Rakhine ຂອງ​ມຽນມາ​ຕ້ອງການ​ການ​ພັດທະນາ​ຫຼາຍ​ທີ່​ສຸດ ​ເຂດ​ເສດຖະກິດ​ພິ​ເສດ ແລະ​ທ່າ​ເຮືອ
​ນ້ຳ​ເລິກ​ທີ່​ວາງ​ແຜນ​ໄວ້ ທີ່​ເມືອງ Kyaukpyu ກໍ​ຍັງ​ບໍ່​ທັນໄດ້​ດຳ​ເນີນ​ການ​ແບບ​ໂຄງ​ສ້າງ​ພື້ນຖານ ​ແລະ​ການ​ບໍລິການ​ຕ່າງໆທີ່​ປະຊາຊົນ​ໃນ​ລັດ Rakhine ຫຼາຍ​ຄົນ​ຕ້ອງການ​ນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG