ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຫ້າມນຳເຂົ້າຊາ ຈາກຕ່າງປະເທດ ຂອງລັດຖະບານ ຈີນ ສົ່ງຜົນກະທົບ ຕໍ່ກະສິກອນ ລາວ ຢ່າງໜັກ


ກຳມະກອນຄົນນຶ່ງກໍາລັງເກັບໃບຊາເຂົ້າກະຕ່າ, ວັນທີ 27 ກໍລະກົດ, 2020
ກຳມະກອນຄົນນຶ່ງກໍາລັງເກັບໃບຊາເຂົ້າກະຕ່າ, ວັນທີ 27 ກໍລະກົດ, 2020

ມາດຕະການຫ້າມນຳເຂົ້າຊາຈາກຕ່າງປະເທດຂອງລັດຖະບານ ຈີນ ໄດ້ສົ່ງຜົນກະທົບຕໍ່ກະສິກອນ ລາວ ຢ່າງໜັກໜ່ວງ ໂດຍສະເພາະແມ່ນກະເສດຕະກອນ ລາວ ທີ່ປູກຊາບູຮານ 400 ປີໃນແຂວງຜົ້ງສາລີນັ້ນ.

ທ່ານ ທອງສະຫວັນ ທຳມະວົງ ປະທານແນວລາວສ້າງຊາດແຂວງຜົ້ງສາລີ ເປີດເຜີຍວ່າ ກະເສດຕະກອນ ລາວ ທີ່ປູກຊາໃນແຂວງຜົ້ງສາລີ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກມາດຕະການຫ້າມນຳເຂົ້າຊາຈາກຕ່າງປະເທດຂອງລັດຖະບານ ຈີນ ໃນປັດຈຸບັນເພາະມາດຕະການດັ່ງກ່າວຂອງ ຈີນ ເຮັດໃຫ້ກະເສດຕະກອນ ລາວ ບໍ່ສາມາດສົ່ງຜົນຜະລິດຊາຂຽວ ແລະ ຊາບູຮານ 400 ປີໄປຂາຍໃຫ້ກັບບັນດາພໍ່ຄ້າ ຈີນ ໄດ້ເລີຍ ທັງຍັງບໍ່ມີພໍ່ຄ້າ ຈີນ ເຂົ້າມາເກັບຊື້ຈາກກະເສດຕະກອນ ລາວ ອີກດ້ວຍ.

ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ກະເສດຕະກອນ ລາວ ໃນແຂວງຜົ້ງສາລີ ບໍ່ມີລາຍໄດ້ສຳລັບນຳໃຊ້ໃນການພັດທະນາເພື່ອຍົກລະດັບຄຸນນະພາບຜົນຜະລິດ ທັງຍັງຕ້ອງດີ້ນຮົນດ້ວຍການລັກລອບຂົນສົ່ງຊາເຂົ້າໄປໃນ ຈີນ ແລະ ຖືກກົດລາຄາຮັບຊື້ຈາກພໍ່ຄ້າ ຈີນ ອີກດ້ວຍ ດັ່ງທີ່ທ່ານ ທອງສະຫວັນ ໄດ້ຢືນຢັນວ່າ

“ສະມັດຕະພາບການຜະລິດໃບຊາດິບຍັງຕໍ່າຫຼາຍ ພາໃຫ້ລາຍຮັບຂອງຊາວສວນຊາສ່ວນໃຫຍ່ບໍ່ສາມາດພົ້ນທຸກໄດ້ ຍ້ອນການກຽມດິນກ່ອນປູກບໍ່ຖືກເທັກນິກ ຕະຫຼາດຊາຍັງຈຳກັດຫຼາຍ ສົ່ງອອກ ເຢຍຣະມັນ ແຕ່ລະປີກະປະມານ 30 ໂຕນ, ສົ່ງອອກ ສປ. ຈີນ ກະປະມານ 200 ໂຕນ ແບບການຄ້າຊາຍແດນ ແລ້ວກະລັກສົ່ງອອກເປັນສ່ວນໃຫຍ່ເພາະວ່າຢູ່ ຈີນ ເຂົາບໍ່ມີໂຄຕ້າໃຫ້ ພ້ອມນັ້ນລາຄາກໍຂຶ້ນ-ລົງບໍ່ປົກກະຕິ ບາງປີກໍບໍ່ມີຮອດຜູ້ເກັບຊື້.”

ນອກນັ້ນກະສິກອນລາວ ຍັງໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ຢ່າງໜັກໜ່ວງ ເພາະວ່າບໍ່ສາມາດສົ່ງຜົນຜະລິດກະສິກຳໄປຈີນ ໄດ້ຕາມປົກກະຕິ ແລະ ບັນດາພໍ່ຄ້າ ຈີນ ກະບໍ່ໄດ້ເດີນທາງມາຮັບຊື້ຜົນຜະລິດກະສິກຳໃນລາວ ນັບຕັ້ງແຕ່ເດືອນມັງກອນ 2020 ເປັນຕົ້ນມາແລ້ວ ຈຶ່ງເຮັດໃຫ້ກະເສດຕະກອນ ລາວ ບໍ່ມີລາຍໄດ້ຈາກການຂາຍຜົນຜະລິດ ທັງກໍຍັງປາ ກົດດ້ວຍວ່າ ມີຜົນຜະລິດຕົກຄ້າງຢູ່ໃນ ລາວ ຈຳນວນຫຼາຍ ໂດຍສະເພາະກ້ວຍຫອມນັ້ນກໍນັບເປັນຜົນຜະລິດທີ່ຕົກຄ້າງຫຼາຍທີ່ສຸດ ດັ່ງທີ່ທ່ານ ອ່ອນແກ້ວ ອຸ່ນອາລຸນ ຫົວໜ້າຜະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ຢືນຢັນວ່າ

“ຖືວ່າມາຮອດປັດຈຸບັນນີ້ຢູ່ແຂວງອຸດົມໄຊຂອງພວກເຮົາ ສິນຄ້າຍັງຄ້າງທີ່ບໍ່ໄດ້ຂາຍອອກໄປສູ່ປະເທດ ຈີນ ນີ້ກະມີໝາກຖົ່ວແຂກ 1,000 ກວ່າໂຕນ, ມັນດ້າງ​ 1,700 ກວ່າໂຕນ, ໝາກກ້ວຍຫອມນີ້ແມ່ນ 115,800 ກວ່າໂຕນ, ຕໍ່ມານີ້ແມ່ນໝາກອຶ 3,267 ໂຕນ ແລະ ອ້ອຍນີ້ 1,500 ໂຕນ ຊຶ່ງວ່າສິນຄ້າເຫຼົ່ານີ້ນີ່ ຍັງຄ້າງຢູ່ແຂວງອຸດົມໄຊຂອງພວກເຮົາໃນໄລຍະປັດຈຸບັນີ້ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ພີ່ນ້ອງກະສິກອນແຂວງອຸດົມໄຊເຮົາເປັນຈຳນວນຫຼວງຫຼາຍພໍສົມຄວນ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າຍອມຮັບວ່າ ການລະບາດຂອງເຊື້ອໄວຣັສ Covid-19 ຍັງສົ່ງຜົນກະທົບຕໍ່ການສົ່ງອອກຜົນຜະລິດກະສິກຳທີ່ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ ຈີນ ອີກດ້ວຍເປັນຕົ້ນແມ່ນຜົນຜະລິດເຂົ້າທີ່ລັດຖະບານ ຈີນ ໄດ້ອະນຸຍາດໃຫ້ຮັບຊື້ຈາກ ລາວ ໃນປະລິມານລວມ 50,000 ໂຕນໃນປີ 2020​ ນີ້ ແຕ່ກໍປາກົດວ່າກະເສດຕະກອນ ລາວ ສາມາດສົ່ງເຂົ້າໄປ ຈີນ ໄດ້ພຽງ 1,350 ໂຕນ ຄິດເປັນ 2.5 ເປີເຊັນເທົ່ານັ້ນຂອງໂຄຕ້າທັງໝົດທີ່ໄດ້ຮັບຈາກ ຈີນ ໃນປີນີ້ ເພາະວ່າເກີດບັນຫາຫຍຸ້ງຍາກໃນການຂົນສົ່ງສິນຄ້າໄປ ຈີນ ເນື່ອງຈາກການລະບາດຂອງໄວຣັສ Covid-19 ດັ່ງກ່າວ.

ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ຖະແຫຼງວ່າ ລັດຖະບານ ຈີນ ຕົກລົງໃຫ້ສິດທິພິເສດທາງການຄ້າ ສຳລັບສິນຄ້າກະສິກຳຂອງ ລາວ ເພີ່ມຂຶ້ນອີກ 24 ລາຍການ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາການຜະລິດດ້ານກະສິກຳ ເພື່ອທົດແທນການປູກຝິ່ນໃນແຂວງພາກເໜືອຂອງ ລາວ ໂດຍໃນ 24​ ລາຍການສິນຄ້າກະສິກຳດັ່ງກ່າວໄດ້ມີການຂຶ້ນບັນຊີສິນຄ້າທີ່ອະນຸຍາດໃຫ້ນຳເຂົ້າໄປ ຈີນ ໄດ້ແລ້ວ 16 ລາຍການຈຶ່ງເຊື່ອວ່າທາງການ ຈີນ ຈະຂຶ້ນບັນຊີຢ່າງຄົບຖ້ວນໃນມໍ່ໆນີ້ ອັນຈະເຮັດໃຫ້ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ ຈີນ ທັງໝົດໃນ 32 ລາຍການຊຶ່ງໃນນີ້ລວມເຖິງເຂົ້າ 5 ໝື່ນໂຕນ, ງົວ 5 ແສນໂຕ, ກ້ວຍ, ສາລີ ແລະ ຢາງພາລາດ້ວຍ ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ.

XS
SM
MD
LG