ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງຄາມການຄ້າ ລະຫວ່າງ ຈີນ ກັບ ອອສເຕຣເລຍ ໃກ້ຈະເກີດຂຶ້ນ ຍ້ອນການສືບສວນ COVID-19


ຊີ້ນແຊ່ແຂງຈາກ ອອສເຕຣເລຍ, ສະຫະລັດ ແລະ ການາດາ ວາງຂາຍຢູ່ຮ້ານຊັບພະສິນຄ້າໃນ ປັກກິ່ງ, ຈີນ. 14 ພຶດສະພາ, 2019.
ຊີ້ນແຊ່ແຂງຈາກ ອອສເຕຣເລຍ, ສະຫະລັດ ແລະ ການາດາ ວາງຂາຍຢູ່ຮ້ານຊັບພະສິນຄ້າໃນ ປັກກິ່ງ, ຈີນ. 14 ພຶດສະພາ, 2019.

ການຕັດສິນໃຈຢ່າງກະທັນຫັນຂອງ ຈີນ ເພື່ອຫ້າມນໍາເຂົ້າຊີ້ນ ອອສເຕຣເລຍ ຈາກຜູ້ຈຳໜ່າຍລາຍໃຫຍ່ 4 ແຫ່ງແມ່ນໄດ້ຖືກພິຈາລະນາກັນວ່າເປັນການແກ້ແຄ້ນຕໍ່ການຜັກດັນຂອງລັດຖະບານ ແຄນເບີຣາ ໃນການສືບສວນ ສອບສວນທົ່ວໂລກ ກ່ຽວກັບ ຕົ້ນກຳເນີດຂອງໂຣກລະບາດ COVID-19 ທີ່ຄິດກັນວ່າ ໄດ້ເລີ່ມມາຈາກຕະຫຼາດຂາຍສັດແຫ່ງນຶ່ງໃນເມືອງ ວູຮານ ຂອງ ຈີນ ໃນທ້າຍ ປີກາຍນີ້. ນັກຂ່າວວີໂອເອ ຟິລ ເມີເຊີ ລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຈີນ ໄດ້ລະບຸວ່າເຂົາເຈົ້າຈະເກັບພາສີ 80 ເປີເຊັນຕໍ່ການສົ່ງອອກເຂົ້າ ບາເລ ຂອງ ອອສເຕຣເລຍ. ເຂົາເຈົ້າຍັງໄດ້ຫ້າມຊື້ຊີ້ນແດງ ຈາກຜູ້ຈຳໜ່າຍ ອອສເຕຣເລຍ ທີ່ຄວບຄຸມຫຼາຍກວ່ານຶ່ງສ່ວນສາມ ໃນການສົ່ງອອກຂອງປະເທດໄປ ຈີນ.

ບັນດານັກການເມືອງຝ່າຍຄ້ານ ແລະ ນັກວິຊາການເຊື່ອວ່າ ການເຄື່ອນໄຫວດັ່ງກ່າວແມ່ນເປັນ ການແກ້ແຄ້ນຕໍ່ການຮຽກຮ້ອງຂອງ ອອສເຕຣເລຍ ເພື່ອການສອບສວນສາກົນ ກ່ຽວກັບ ວິກິດ ການ COVID-19. ໃນເດືອນທີ່ຜ່ານມາ, ສະຖານທູດ ຈີນ ປະຈຳ ອອສເຕຣເລຍ ໄດ້ຂົ່ມຂູ່ເພື່ອຕອບໂຕ້ຢ່າງຮຸນແຮງຕໍ່ການສົ່ງອອກຂອງ ອອສເຕຣເລຍ ຍ້ອນຄວາມພະຍາຍາມຂອງລັດຖະ ບານ ແຄນເບີຣາ ທີ່ຈະຫາການສະໜັບສະໜູນຈາກທົ່ວໂລກ ສຳລັບການສອບສວນ ກ່ຽວກັບ ຕົ້ນກຳເນີດຂອງ ໄວຣັສໂຄໂຣນາສາຍພັນໃໝ່.

ແຕ່ບັນດາເຈົ້າໜ້າທີ່ໃນ ປັກກິ່ງ ໃນອາທິດນີ້ໄດ້ຢືນຢັດວ່າ ບັນດາຜູ້ສົ່ງອອກດ້ານກະສິກຳຂອງ ອອສເຕຣເລຍ ໄດ້ລ່ວງລະເມີດ ກົດລະບຽບການກັກຕົວກວດໂຣກ, ພ້ອມກັບບັນຫາສຸຂະພາບ ແລະ ການຈັດໝວດໝູ່ອື່ນໆ.

ລັດຖະມົນຕີກະຊວງການຄ້າຂອງ ອອສເຕຣເລຍ ທ່ານ ໄຊມັອນ ເບີມິງແຮມ ຍັງເຊື່ອວ່າການຫ້າມສົ່ງອອກຊີ້ນນັ້ນ ແມ່ນບໍ່ໄດ້ເຊື່ອມໂຍງ ກັບການຮຽກຮ້ອງ ສືບສວນ COVID-19.

ທ່ານ ເບີມິງແຮມ ກ່າວວ່າ “ບັນດາເຈົ້າໜ້າທີ່ ຈີນ ໄດ້ຢືນຢັດຢ່າງເດັດດ່ຽວ ທັງຕໍ່ສາທາລະນະ ແລະ ສ່ວນຕົວວ່າ ນີ້ແມ່ນບໍ່ໄດ້ເຊື່ອມໂຍງກັນ ແລະ ສະ ນັ້ນມັນແມ່ນຜົນປະໂຫຍດຂອງຊາວນາ ແລະ ຜູ້ສົ່ງອອກຂອງພວກເຮົາ ທີ່ ພວກເຮົາຈະປະຕິບັດຕໍ່ບັນຫາທັງໝົດທີ່ວ່ານີ້ ຕາມຄຸນຄວາມດີຂອງເຂົາເຈົ້າ ແລະ ແນ່ນອນຈາກທັດສະນະຄະຕິນະໂຍບາຍຂອງພວກເຮົາ ທີ່ວ່ານີ້ບໍ່ແມ່ນ ບັນຫາທີ່ເຊື່ອມໂຍງກັນ. ຂ້ອນຂ້າງເຫັນໄດ້ຊັດວ່າ ການສືບສວນສອບສວນ ກ່ຽວກັບ ການຮັບມືກັບ COVID-19 ແມ່ນບໍ່ມີສາຍພົວພັນກັນເລີຍ ຕໍ່ການ ສົ່ງອອກຊີ້ນງົວ ແລະ ເຂົ້າ ບາເລ ຂອງ ອອສເຕຣເລຍ.

ໃນຂະນະທີ່ໃຫ້ການສະໜັບສະໜູນສຳລັບການສືບສວນ COVID-19 ນັ້ນ, ບັນດານັກການເມືອງຝ່າຍຄ້ານໃນ ອອສເຕຣເລຍ ເຊື່ອວ່າ ລັດຖະບານໄດ້ ຈັດການກັບສາຍພົວພັນຂອງເຂົາເຈົ້າກັບ ຈີນ ຢ່າງບໍ່ຖືກຕ້ອງ, ເຊິ່ງແມ່ນຄູ່ ຮ່ວມການຄ້າທີ່ໃຫຍ່ທີ່ສຸດຂອງເຂົາເຈົ້າ. ມັນມີຄວາມຮູ້ສຶກວ່າ ລັດຖະບານ ແຄນເບີຣາ ຄວນພະຍາຍາມໜູນຫຼັງການສືບສວນທົ່ວໂລກທຸກຢ່າງແບບມິດງຽບ ແທນທີ່ຈະເປັນປໍລະປັກກັບ ຈີນ ດ້ວຍການປະກາດຕໍ່ສາທາລະນະ. ອຸດສາຫະກຳຫຼັກສາມຂະ ແໜງຂອງ ອອສເຕຣເລຍ ລວມມີ ການຂຸດຄົ້ນບໍ່ແຮ່, ການທ່ອງ ທ່ຽວ ແລະ ການສຶກສາ ແມ່ນໄດ້ຖືກຄອບງຳໂດຍ ຈີນ.

ປັກກິ່ງ ໄດ້ຕຳໜິວິຈານ ອອສເຕຣເລຍ ສຳລັບການຫ້າມທຸກຖ້ຽວບິນຈາກ ຈີນ ແຜ່ນດິນໃຫຍ່ ໃນຕົ້ນເດືອນກຸມພາ ເພື່ອຕອບໂຕ້ກັບໄພຂົ່ມຂູ່ໄວຣັສໂຄໂຣນາ ທີ່ເພີ່ມຂຶ້ນ. ສາຍພົວພັນສອງຝ່າຍຂອງເຂົາເຈົ້າແມ່ນໄດ້ຢຸດຊະງັກມາກ່ອນໜ້າ ນັ້ນແລ້ວ ຍ້ອນການກ່າວຫາວ່າ ຈີນ ແຊກແຊງ ໃນການເມືອງພາຍໃນປະເທດ ຂອງ ອອສເຕຣເລຍ ແລະ ກ່າວອ້າງ ກ່ຽວກັບ ການສອດແນມ ທາງຄອມພິວເຕີ ແລະ ລັກຂໍ້ມູນ.

ມັນມີຄວາມຢ້ານກົວວ່າ ສົງຄາມການຄ້າ ກ່ຽວກັບ ຕົ້ນກຳເນີດຂອງ COVID-19 ອາດສ້າງຄວາມເສຍຫາຍຕໍ່ກະສິກຳ ອອສເຕຣເລຍ ໃນເວລາທີ່ ຫຼາຍພາກ ສ່ວນຂອງເສດຖະກິດ ໄດ້ພັງລົງຍ້ອນໂຣກລະບາດນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG