ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຈີນ ແມ່ນໄພຂົ່ມຂູ່ທາງທະຫານຕໍ່ ອອສເຕຣເລຍ ອີງຕາມການສຳຫຼວດຄວາມຄິດເຫັນໃໝ່


ລົດຄັນນຶ່ງທີ່ໄດ້ຮັບການສະໜັບສະໜູນໂດຍກຸ່ມວິ້ງເຕັ້ນຫົວອະນຸລັກນິຍົມ Advance Australia ສະແດງໃຫ້ເຫັນພາບຂອງປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ປ່ອນບັດຄະແນນສຽງສຳລັບພັກແຮງງານ ເຊິ່ງເປັນພັກຝ່າຍຄ້ານຂອງ ອອສເຕຣເລຍ ຢູ່ຖະໜົນໃນທ້ອງຖິ່ນ, 9 ເມສາ, 2022.
ລົດຄັນນຶ່ງທີ່ໄດ້ຮັບການສະໜັບສະໜູນໂດຍກຸ່ມວິ້ງເຕັ້ນຫົວອະນຸລັກນິຍົມ Advance Australia ສະແດງໃຫ້ເຫັນພາບຂອງປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ປ່ອນບັດຄະແນນສຽງສຳລັບພັກແຮງງານ ເຊິ່ງເປັນພັກຝ່າຍຄ້ານຂອງ ອອສເຕຣເລຍ ຢູ່ຖະໜົນໃນທ້ອງຖິ່ນ, 9 ເມສາ, 2022.

ປະ​ຊາ​ຊົນ ອອ​ສ​ເຕ​ຣເລຍ ຈຳ​ນວນຫຼວງຫຼາຍ ​ໃນ​ປັດ​ຈຸ​ບັນ​ນີ້ ມອງ​ເຫັນ ຈີນວ່າ ເປັນໄພ​ຂົ່ມ​ຂູ່​ທາງ​ທະ​ຫານ​ຕໍ່​ປະ​ເທດ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ອົງ​ການ​ຄົ້ນ​ຄວ້າ​ທີ່​ໄດ້​ຮັບ​ຄວາມ​ເຄົາ​ລົບ​ໃນ​ນະ​ຄອນ ຊິດ​ນີ. ສົງ​ຄາມ ຣັດ​ເຊຍ ໃນ​ປະ​ເທດ ຢູ​ເຄ​ຣນ ກໍ​ຖືກ​ລະ​ບຸ​ວ່າ ແມ່ນ​ຄວາມ​ເປັນ​ຫ່ວງ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ສຳ​ຄັນ ໃນ​ການ​ສຳຫຼວດ​ທີ່​ຖືກ​ເປີດ​ເຜີ​ຍ​ເມື່ອບໍ່​ດົນ​ມານີ້​ໂດ​ຍ​ສະ​ຖາ​ບັນໂລ​ວີ. ນັກ​ຂ່າວ​ວີ​ໂອ​ເອ ຟິ​ລ ເມີ​ເຊີ ມີ​ລາຍ​ງານ​ຈາກ​ນະ​ຄອນ ຊິດ​ນີ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ສຳຫຼວດ​ປະ​ຈຳ​ປີ​ຂອງ​ສະ​ຖາ​ບັນ ໂລ​ວີ ລາຍ​ງານ​ວ່າປະ​ຊາ​ຊົນ ອອ​ສ​ເຕ​ຣ​ເລຍ ແມ່ນ​ເປັນ​ຫ່ວງ ກ່ຽວ​ກັບ ການ​ບຸກ​ລຸກ ຢູ​ເຣນ ຂອງ ຣັດ​ເຊຍ ແລະ ຄວາມ​ເປັນ​ໄປ​ໄດ້​ສຳ​ລັບ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ຈີນ ແລະ ໄຕ້​ຫວັນ.

ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ໂດຍ​ອົງ​ການ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນ ຊິດ​ນີ ດັ່ງ​ກ່າວ ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຄວາມ​ເຊື່ອ​ຖື​ໃນ ຈີນ ແລະ ຄວາມ​ໝັ້ນ​ໃຈ​ໃນ​ປະ​ທານ​ປະ​ເທດ ສີ ຈິ່ນ​ຜິງ ຂອງ​ເຂົາ​ເຈົ້າ, ແມ່​ນ​ຕ່ຳ​ເປັນ​ປະ​ຫວັດ​ການ​ໃນ ອອ​ສ​ເຕ​ຣ​ເລຍ.

ທ່າ​ນນາງ ນາ​ຕາ​ຊາ ຄາ​ສ​ຊາມ ແມ່ນ​ຜູ້​ອຳ​ນວຍ​ການ ຫ້ອງ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ຂອງ ສະ​ຖາ​ບັນ ໂລ​ວີ . ທ່ານ​ນາງ​ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ດັ່ງ​ກ່າວ​ ສະ​ທ້ອນ​ເຖິງ​ຄວາ​ມ​ສົງ​ໄສ​ຍິ່ງ​ຂຶ້ນ ​ໃນ ອອ​ສ​ເຕ​ຣ​ເລຍ.

ທ່ານ​ນາງ ຄາ​ສ​ຊາມ ກ່າວ​ວ່າ “ໃນ​ປີ 2022, ປະ​ຊາ​ຊົນ ອອ​ສ​ເຕ​ຣ​ເລຍ ແມ່ນ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວ​ກັບ ຈີນ ແລະ ຄວາມ​ເປັນ​ໄປ​ໄດ້ ​ຂອງ​ສົງ​ຄາມ ກ່ຽວ​ກັບ ໄຕ້​ຫວັນ ລະ​ຫວ່າງ ສະ​ຫະ​ລັດ ກັບ ຈີນ. ນີ້​ແມ່ນ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ສຳ​ຄັນຫຼາຍ​ສຳ​ລັບ​ຊາວ ອອ​ສ​ເຕ​ຣ​ເລຍ ຫຼັງ​ຈາກ​ການ​ບຸກ​ລຸກ ຢູ​ເຄ​ຣນ ຂອງ ຣັດ​ເຊຍ, ເຊິ່ງ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ເປັນ​ຄຳ​ເຕືອນ​ສຳ​ລັບ​ຊາວ ອອ​ສ​ເຕ​ຣ​ເລຍ ສ່ວນຫຼາຍວ່າ​ເຂົາ​ເຈົ້າ​ບໍ່​ຄວນ​ສັນ​ນິດ​ຖານ ກ່ຽວ​ກັບ ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ເຂົາ​ເຈົ້າ.”

ອອ​ສ​ເຕ​ຣ​ເລຍ ແມ່ນ​ໄດ້​ມີ​ຄວາມ​ຂັດ​ແຍ້ງ​ກັບ ຈີນ ໃນ​ສອງ​ສາມ​ປີ​ທີ່​ຜ່ານ​ມາ ກ່ຽວ​ກັບ ບັນ​ຫາ​ດ້ານ​ພູມ​ສາດກ​ານ​ເມືອງ​ທີ່​ສຳ​ຄັນ, ລວມ​ທັງ​ຄວາມ​ທະ​ເຍີ​ທະ​ຍານ​ດ້ານ​ເຂດ​ແດນ​ຂອງ ປັກ​ກິ່ງ​ ໃນ​ທະ​ເລ​ຈີນ​ໃຕ້ ແລະ ໂຣກ​ລະ​ບາດ ໂຄວິດ-19. ກາ​ນ​ຮຽກ​ຮ້ອງ​ຂອງ ອອ​ສ​ເຕ​ຣ​ເລຍ ສຳ​ລັບ​ການ​ສືບ​ສວນ​ສອບ​ສວນ ກ່ຽວ​ກັບ ຕົ້ນ​ກຳ​ເນີດ​ຂອງ ໂຄວິດ-19 ໄດ້​ກາຍ​ເປັນ​ແຫຼ່ງ​ທີ່​ມາ​ຂອງ​ຄວາມ​ຂັດ​ແຍ້ງ​ທີ່​ຮຸ​ນ​ແຮງ​ຂຶ້ນ.

ມັນ​ໄດ້​ຖືກກວດ​ພົບ​ຄັ້ງ​ທຳ​ອິດ​ໃນ​ ຈີນ, ແຕ່ ປັກ​ກິ່ງ ພິ​ຈາ​ລະ​ນາ​ການ​ຮຽກ​ຮ້ອງ​ຂອງ ອອ​ສ​ເຕ​ຣ​ເລຍ ສຳ​ລັບ​ການ​ສືບ​ສວນ​ຂອງ​ໂລກນັ້ນ​ ເປັນ​ການ​ຕິ​ໜິ​ຕິ​ຕຽນ ກ່ຽວ​ກັບ​ ການ​ຮັບ​ມື​ກັບ​ໄວ​ຣັ​ສ​ຂອງ​ເຂົາ​ເຈົ້າ. ໃນ​ສິ່ງ​ທີ່​ປາ​ກົດ​ວ່າ ​ເປັນ​ການ​ແກ້​ແຄ້ນ​ນັ້ນ, ຈີນ ໄດ້​ວາງ​ມາດ​ຕະ​ການ​ຫ້າມ​ຕໍ່​ການ​ນຳ​ເຂົ້າ​ສິນ​ຄ້າ​ຂອງ ອອ​ສ​ເຕ​ຣ​ເລຍ ຫຼາຍ​ຢ່າງ, ລວມ​ມີ​ການ​ຫ້າມ​ຕໍ່​ຖ່ານ​ຫີນ ແລະ ເຫຼົ້າ​ໄວ​ນ໌.

ທ່ານ​ນາງ ຄາ​ສ​ຊາມ ກ່າວ​ວ່າ​ ປະ​ຊາ​ຊົນ​ ອອ​ສ​ເຕ​ຣ​ເລຍ ຫຼາຍ​ຄົນ​ເປັນ​ຫ່ວງ ກ່ຽວ​ກັບສິ່ງ​ທີ່ ຈີນ ອາດ​ເຮັດ​ໃນ​ອ​ະ​ນາ​ຄົດ.

ທ່ານ​ນາງ ຄາ​ສ​ຊາມ ເວົ້າ​ວ່າ “ປະ​ຊາ​ຊົນ​ ອອ​ສ​ເຕ​ຣ​ເລຍ ຈຳ​ນວນ​ສາມ​ສ່ວນ​ສີ່​ເວົ້າ​ວ່າ ຈີນ ອາດ​ທຳ​ການ​ຂົ່ມ​ຂູ່​ທາງ​ດ້ານ​ທະ​ຫານ ​ຕໍ່ ອອ​ສ​ເຕ​ຣ​ເລຍ ໃນ​ສອງ​ທົດ​ສະ​ວັດ​ຂ້າງ​ໜ້າ. ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ແທ້ໆ​ວ່າ ໃນ​ຂະ​ນະ​ທີ່​ຊາວ ອອ​ສ​ເຕ​ຣ​ເລຍ ໄດ້​ເພັ່ງ​ເລັງ​ໃສ່​ຄວາມ​ເປັນ​ໄປ​ໄດ້​ສຳ​ລັບ​ຄວາມ​ຂັດ​ແຍ້ງ​ໃນ​ພາກ​ພື້ນ​ ບໍ່​ວ່າ​ຈະ​ເປັນ​ໃນ ໄຕ້​ຫວັນ ຫຼື ເຂດ​ຄວາມ​ຂັດ​ແຍ້ງ​ອື່ນໆ​ນັ້ນ, ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງຫຼາຍ ກ່ຽວ​ກັບ ວິ​ທີ​ທີ່ ຈີນ ໄດ້​ປະ​ຕິ​ບັດ​ຕໍ່ ອອ​ສ​ເຕ​ຣ​ເລຍ.”

ລັດ​ຖະ​ບານ ແຄນ​ເບີ​ຣາ ທີ່​ຫາ​ກໍ່​ຖືກ​ເລືອກ​ເມື່ອບໍ່​ດົນ​ມ​ານີ້​ແມ່ນ​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ກັບ ຈີນ, ເຊິ່ງ​ແມ່ນ​ຄູ່​ຮ່ວມ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ ອອ​ສ​ເຕ​ຣ​ເລຍ.

ແຕ່​ບັນ​ດາ​ນັກ​ວິ​ເຄາະ​ໄດ້​ກ່າວ​ວ່າ ຄວາມ​ເຄັ່ງ​ຕຶງ​ຄັ້ງ​ໃໝ່​ໄດ້​ເກີດ​ຂຶ້ນ​ມາ​ເມື່ອບໍ່​ດົນ​ມານີ້ ໃນ​ຂະ​ນະ​ທີ່ ປັກ​ກິ່ງ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຂະ​ຫຍາຍ​ການ​ມີ​ໜ້າ​ດ້ານ​ຄວາມ​ປອດ​ໄພ ແລະ ການ​ຄ້າ​ໃນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ, ເຊິ່ງ​ແມ່ນ​ເຂດ​ທີ່ ອອ​ສ​ເຕ​ຣ​ເລຍ ຖືວ່າ​ເປັນເຂດ​ອິດ​ທິ​ພົນ​ດັ້ງ​ເດີມ​ຂອງ​ເຂົາ​ເຈົ້າ.

ການ​ສຳຫຼວດ​ຂອງ​ສະ​ຖາ​ບັນ ໂລ​ວີ ໄດ້​ລະ​ບຸ​ເ​ຖິງ​ການ​ສະ​ໜັບ​ສະ​ໜູນ​ທີ່​ແຂງ​ແກ່ນ​ສຳ​ລັບ​ການ​ເປັນ​ພັນ​ທະ​ມິດ​ລະ​ຫວ່າງ ອອ​ສ​ເຕ​ຣ​ເລຍ ກັບ ສະ​ຫະ​ລັດ ທີ່​ຢ້ອ​ນ​ກັບ​ຄືນ​ໄປ​ຕົ້ນ​ຊຸມ​ປີ 1950.

ຜູ້​ຕອບ​ຄຳ​ຖາມ 87 ເປີ​ເຊັນ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ພິ​ຈາ​ລະ​ນາ​ພັນ​ທະ​ມິດ​ນັ້ນ ​ສຳ​ຄັນ “ຫຼາຍ” ຫຼື ຂ້ອນ​ຂ້າງ “ສຳ​ຄັນ”, ເຊິ່ງ​ແມ່ນ​ການ​ເພີ່ມ​ຂຶ້ນ 9 ເປີ​ເຊັນ​ຈາກ​ປີ​ກາຍນີ້.

ແນວ​ໃດ​ກໍ່​ຕາມ, ການ​ສຳ​ຫຼວດ​ດັ່ງ​ກ່າວ​ໄດ້​ລະ​ບຸ​ວ່າ ໃນ​ຂະ​ນະ​ທີ່​ສາຍ​ພົວ​ພັນ​ທາງ​ທະ​ຫານ ກັບ ສະ​ຫະ​ລັດ ແມ່ນ​ຮາກ​ຖານ​ດ້ານ​ຄວາ​ມ​ປອດ​ໄພ​ແຫ່ງ​ຊາດ​ຂອງ ອອ​ສ​ເຕ​ຣ​ເລຍ ນັ້ນ, ມັນ​ໄດ້​ຖືກ​ພິ​ຈາ​ລະ​ນາ​ເປັນ​ທັງ​ຄວາມແຂງແກ່ນ ແລະ ຈຸດ​ອ່ອນ​ທີ່​ອາດ​ເປັນ​ໄປ​ໄດ້ ເພາະ​ວ່າ​ເຂົາ​ເຈົ້າ​ອາດ “ແກ່” ອອ​ສ​ເຕ​ຣ​ເລຍ ເຂົ້າ​ໃນ​ສົງ​ຄາມ​ໃນ ເອ​ເຊຍ.

ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ຂອງ​ສະ​ຖາ​ບັນ ໂລ​ວີ ໄດ້​ເອົາ​ຕົວ​ຢ່າງ​ທັດ​ສະ​ນະ​ຄະ​ຕິ​ຂອງ​ປະ​ຊາ​ຊົນ ​ປະ​ມານ 2,000 ຄົນ. ການ​ສຳຫຼວດ​ປະ​ຈຳ​ປີ​ດັ່ງ​ກ່າວ​ໄດ້​ເລີ່ມ​ຂຶ້ນ​ໃນ​ປີ 2005.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG