ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີເດັກນ້ອຍລາວ ຫຼາຍຮ້ອຍຄົນ ຢູ່ເຂດນ້ຳຖ້ວມ ຂາດສານອາຫານ ຢ່າງຮຸນແຮງ


ປະຊາຊົນຜູ້ເຄາະຮ້າຍ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໄດ້ຮັບການກວດສຸຂະພາບ ໂດຍນາຍແພດ ຂອງທາງການ ສາທາລະນະສຸກ.
ປະຊາຊົນຜູ້ເຄາະຮ້າຍ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໄດ້ຮັບການກວດສຸຂະພາບ ໂດຍນາຍແພດ ຂອງທາງການ ສາທາລະນະສຸກ.

ນັກໂພຊະນາການຂອງອົງການສະຫະປະຊາຊາດ ຢືນຢັນວ່າ ມີເດັກນ້ອຍລາວ ອາຍຸ
ລະຫວ່າງ 6 ເດືອນ ຫາ 1 ປີ ຫຼາຍຮ້ອຍຄົນ ຢູ່ເຂດນ້ຳຖ້ວມທີ່ ເມືອງສະໜາມໄຊ ກຳລັງ
ປະເຊີນກັບການຂາດສານອາຫານ ຢ່າງຮຸນແຮງ.

ທ່ານນາງ ຄູນເພັດ ມົງຄົນຄຳ ນັກໂພຊະນາການສຳລັບເດັກຂອງອົງການສະຫະປະຊາ
ຊາດ ປະຈຳລາວ ຢືນຢັນວ່າ ບັນຫາສຸຂະພາບອະນາໄມ ຂອງເດັກທີ່ກວດພົບຫຼາຍທີ່ສຸດ
ຢູ່ສູນພັກອາໄສຊົ່ວຄາວເທດສະບານເມືອງສະໜາມໄຊ ແຂວງອັດຕະປື ຊຶ່ງໄດ້ຮັບຜົນ
ກະທົບ ຈາກໄພນ້ຳຖ້ວມຄັ້ງໃຫຍ່ ທີ່ເກີດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ນັບແຕ່
ວັນທີ 23 ກໍລະກົດ 2018 ເປັນຕົ້ນມາ ກໍຄືບັນຫາການຂາດສານອາຫານ ຢ່າງຮຸນແຮງ
ຂອງເດັກອາຍຸ ລະຫວ່າງ 6 ເດືອນ ຫາ 1 ປີ ໂດຍຈາກການກວດສຸຂະພາບຂອງເດັກ
ສະເພາະຢູ່ທີ່ສູນພັກອາໄສຊົ່ວຄາວ ເທດສະບານເມືອງໜາມໄຊ ພົບວ່າ ມີເດັກໃນຊ່ວງ
ອາຍຸ ດັ່ງກ່າວ ເຖິງ 275 ຄົນ ທີ່ຂາດສານອາຫານຢ່າງຮຸນແຮງ.

ເດັກນ້ອຍລາວ ອາຍຸ ລະຫວ່າງ 6 ເດືອນ ຫາ 1 ປີ ຫຼາຍຮ້ອຍຄົນ ຢູ່ເຂດນ້ຳຖ້ວມທີ່ ເມືອງສະໜາມໄຊ ກຳລັງ ປະເຊີນກັບການຂາດສານອາຫານ ຢ່າງຮຸນແຮງ.
ເດັກນ້ອຍລາວ ອາຍຸ ລະຫວ່າງ 6 ເດືອນ ຫາ 1 ປີ ຫຼາຍຮ້ອຍຄົນ ຢູ່ເຂດນ້ຳຖ້ວມທີ່ ເມືອງສະໜາມໄຊ ກຳລັງ ປະເຊີນກັບການຂາດສານອາຫານ ຢ່າງຮຸນແຮງ.

ທ່ານນາງ ຄູນເພັດ ຢືນຢັນວ່າ ຍັງມີເດັກໃນໄວດຽວກັນນີ້ ອີກຈຳນວນບໍ່ໜ້ອຍ ທີ່ກຳລັງ
ປະເຊີນບັນຫາດຽວກັນນີ້ ເພາະວ່າ ຍັງບໍ່ທັນໄດ້ດຳເນີນການກວດສຸຂະພາບອະນາໄມ
ຂອງເດັກ ທີ່ຢູ່ໃນສູນທີ່ພັກອາໄສຊົ່ວຄາວອື່ນໆ ຊຶ່ງຈະດຳເນີນການໃຫ້ເປັນປະຈຳ ໃນ
ແຕ່ລະສັບປະດາ ດັ່ງທີ່ ທ່ານນາງ ຄູນເພັດ ຢືນຢັນວ່າ:

“ການກັ່ນຕອງເດັກຂາດສານອາຫານຂອງພວກເຮົານີ້ ແມ່ນຈະເຮັດທຸກອາທິດ
ອາທິດນຶ່ງ ເທື່ອນຶ່ງ ແລ້ວເຮົາຈະໄປໝົດທຸກ ແຄັ້ມ (Camp) ເລີຍ ເຮົາແລ້ວແຄັ້ມນີ້
ເຮົາກໍຈະຍ້າຍໄປແຄັ້ມໜ້າຕະຫຼອດ ພາຍໃນອາທິດນີ້ ແມ່ນໄດ້ເຮັດການກັ່ນຕອງ
ຢູ່ໃນແຄັ້ມທີ່ພວກເຮົາເຂົ້າເຖິງແຄ້ມ ທີ່ພວກເຮົາບໍ່ທັນໄດ້ໄປ ກໍຄືແຄັ້ມຕອມຍອດ
ແລະປີນດົງເນາະ ສະນັ້ນ ບໍ່ທັນໄດ້ໄປຮອດເທື່ອ ເພາະວ່າ ອາທິດແລ້ວ ໄດ້ເຮັດ
ແລ້ວ ແຕ່ພາຍໃນອາທິດນີ້ ບໍ່ທັນໄດ້ໄປຮອດ ສະນັ້ນໃນແຄັ້ມທີ່ວ່າ ເຮົາເຂົ້າເຖິງນີ້
ໄດ້ເຮັດມາຕັ້ງແຕ່ມື້ວັນອາທິດ.”

ນອກຈາກບັນຫາການຂາດສານອາຫານ ຂອງເດັກດັ່ງກ່າວແລ້ວ ກໍຍັງກວດພົບບັນຫາ
ພະຍາດກ່ຽວກັບ ລະບົບການຫາຍໃຈ ແລະພະຍາດຖອກທ້ອງ ທັງໃນເດັກ ແລະຜູ້ໃຫຍ່
ໂດຍສະເພາະການກວດສຸຂະພາບອະນາໄມ ຂອງຜູ້ໃຫຍ່ ຈຳນວນ 700 ກວ່າຄົນນັ້ນ
ພົບວ່າ ມີເຖິງ 79 ຄົນ ທີ່ເປັນພະຍາດວັນນະໂຣກ ທີ່ບໍ່ແມ່ນຜົນກະທົບຈາກໄພນ້ຳຖ້ວມ
ຄັ້ງນີ້ ຫາກແຕ່ເປັນບັນຫາສຸຂະພາບຂອງປະຊາຊົນ ທີ່ມີມາກ່ອນໜ້ານີ້ແລ້ວ.

ທາງດ້ານ ທ່ານ ບັນດິດ ເດືອນວິໄລ ຜູ້ຊ່ຽວຊານດ້ານນ້ຳສະອາດຂອງອົງການ UNICEF
ປະຈຳລາວ ຢືນຢັນວ່າ ການຂາດນ້ຳດື່ມ ແລະນ້ຳໃຊ້ທີ່ສະອາດນັ້ນ ຖືເປັນບັນຫາທີ່ສຳຄັນ
ທີ່ຈະຕ້ອງດຳເນີນການແກ້ໄຂ ດ້ວຍການຈັດຫາແຫລ່ງນ້ຳສະອາດ ເພື່ອຕອບສະໜອງ
ໃຫ້ກັບປະຊາຊົນ ທີ່ປະສົບໄພຢ່າງຮີບດ່ວນທີ່ສຸດ ຊຶ່ງຮວມເຖິງການສ້າງວິດຖ່າຍ ແລະ
ການປ້ອງກັນພະຍາດຕ່າງໆດ້ວຍ ດັ່ງທີ່ ທ່ານບັນດິດ ໃຫ້ການຢືນຢັນວ່າ:

“ພວກເຮົາກະໄດ້ຮ່ວມກັບທາງເບື້ອງນ້ຳສະອາດ ແຂວງອັດຕະປື-ສາລະວັນ ລົງມາ
ຊ່ອຍຕອບໂຕ້ໄພພິບັດນີ້ ໂດຍສະເພາະແມ່ນເນັ້ນໃສ່ວຽງຈັດຫານ້ຳສະອາດ ຢູ່ໃນ
ແຄັ້ມ ແລ້ວກະວຽກອະນາໄມ ທຽບໃສ່ຜ່ານມານີ້ ເຂົາເຈົ້າໃຊ້ນ້ຳຢູ່ຄອງຊົນລະປະທານ
ຊຶ່ງວ່າ ມັນເປັນນ້ຳທີ່ບໍ່ສະອາດ ຫລັງຈາກນັ້ນ ພວກເຮົາກະໄດ້ຊ່ອຍເຫຼືອ ໃນການສ້າງ
ວິດຖ່າຍ ໃຫ້ແຕ່ລະຈຸດ ຊຶ່ງວ່າອັນນີ້ ເປັນອັນນຶ່ງທີ່ບໍ່ໃຫ້ປະຊາຊົນ ໄປແລ່ນເຂົ້າປ່າ
ຫຼືວ່າ ໄປຖ່າຍຊະຊາຍ ຕໍ່ໄປນີ້ພວກເຮົາກະສິໄດ້ຊ່ອຍເຫຼືອ ໃນການຕອບໂຕ້
ໃນຂັ້ນກາງ.”

ທາງດ້ານ ທ່ານອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ລາຍງານວ່າ ເມືອງ
ສະໜາມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ທີ່ເກີດຈາກກໍລະນີ ເຂື່ອນເຊປຽນ-
ເຊນ້ຳນ້ອຍແຕກ ໃນຄັ້ງນີ້ ເປັນເມືອງນຶ່ງທີ່ທຸກຍາກ ທີ່ມີ 40 ບ້ານ 6,771 ຄອບຄົວ
ມີພົນລະເມືອງ 36,000 ກວ່າຄົນ ໃນນີ້ມີບ້ານທີ່ຖືກກະທົບ ຈາກໄພນ້ຳຖ້ວມ 13 ບ້ານ
ມີ 2,717 ຄອບຄົວ ຫຼື 13,067 ຄົນ ໂດຍທີ່ໄດ້ຮັບຜົນກະທົບ ທັງ 100 ເປີເຊັນ ນັ້ນ ມີ
6 ບ້ານ ຄືບ້ານຫີນລາດ ບ້ານສະໜອງໃຕ້ ບ້ານທ່າຫີນ ບ້ານໃໝ່ ບ້ານທ່າແສງຈັນ ແລະ
ບ້ານໃຫຍ່ແທ ທີ່ມີປະຊາກອນລວມກັນ 1,611 ຄອບຄົວ ຫຼື 7,095 ຄົນ ໄດ້ຍົກຍ້າຍມາ
ຢູ່ເຂດ ທີ່ປອດໄພ 6 ຈຸດ ຄື ເທດສະບານ ເມືອງສະໜາມໄຊ ບ້ານຕອມຍອດ
ບ້ານດອນບົກ ບ້ານປີນດົງ ບ້ານດອນທົດ ແລະ ໂຮງຮຽນມັດທະຍົມສົມບູນຈັນທາ.

ສ່ວນກ່ຽວກັບການກໍ່ສ້າງທີ່ພັກອາໄສຊົ່ວຄາວ ແລະການຈັດສັນທີ່ຢູ່ອາໄສຖາວອນ ໃຫ້
ຜູ້ປະສົບໄພນັ້ນ ທາງການແຂວງອັດຕະປື ໄດ້ເລືອກເອົາບ້ານໜອງບົກ ບ້ານຕອມຍອດ
ແລະ ບ້ານດົງບາກ ເປັນເຂດປຸກສ້າງທີ່ພັກອາໄສຊົ່ວຄາວໃນເນື້ອທີ່ 20.6 ເຮັກຕາ ຊຶ່ງ
ການດຳເນີນງານໄດ້ຄືບໜ້າແລ້ວ ເກີນກວ່າ 60 ເປີເຊັນ ສ່ວນການປຸກສ້າງທີ່ຢູ່ອາໄສ
ຖາວອນໃສ່ເນື້ອທີ່ 135 ເຮັກຕານັ້ນ ກໍຈະຈັດສັນ ແລະສ້າງເຮືອນ ທີ່ມີຂະໜາດກວ້າງ
20 ແມັດ ຍາວ 40 ແມັດ ໃຫ້ແຕ່ລະຄອບຄົວທີ່ປະສົບໄພດັ່ງກ່າວ ຊຶ່ງຖືເປັນຄວາມຮັບ
ຜິດຊອບຂອງກຸ່ມບໍລິສັດ ທີ່ຮ່ວມລົງທຶນໃນໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ
ເປັນສຳຄັນ.

XS
SM
MD
LG