ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານແຄລລີ ກ່າວວ່າ ເຈົ້າໜ້າທີ່ ຫຼາຍສິບຄົນ ຢູ່ທຳນຽບຂາວ ບໍ່ຈຳເປັນ ຕ້ອງມີ ການກວດປະຫວັດ ທີ່​ລັບສຸດ​ຍອດ


ຫົວໜ້​າຄະນະ​ຄະນະທີ່ປຶກສາປະຈຳທຳນຽບຂາວ ທ່ານຈອນ ແຄລລີ.
ຫົວໜ້​າຄະນະ​ຄະນະທີ່ປຶກສາປະຈຳທຳນຽບຂາວ ທ່ານຈອນ ແຄລລີ.

ຫົວໜ້​າຄະນະ​ຄະນະທີ່ປຶກສາປະຈຳທຳນຽບຂາວ ​ໄດ້​ເປີດເຜີຍ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​
ສຸກ​ວານ​ນີ້​ວ່າ ​ໄດ້​ມີການຕັດສິນໃຈມາ​ຫຼາຍ​ແລ້ວ​ວ່າ​ ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່ພວກ​ເຈົ້າ​ໜ້າ​
ທີ່​ຫລາຍ​ສິບ​ຄົນ ຈະ​ຕ້ອງຜ່ານ​ການ​ກວດປະຫວັດ ໃນລະດັບທີ່​ລັບສຸດ​ຍອດ.

ທ່ານ​ແຄລລີ​ ​ກ່າວວ່າ ທ່ານໄດ້​ເຮັດ “ການ​ປ່ຽນ​ແປງໃນ​ທັນທີ” ຫລັງ​ຈາກ​ໄດ້ມາ​ຮັບ​ໜ້າ
​ທີ່ ເປັນ​ຫົວໜ້າ​ຄະນະທີ່ປຶກສາ ​ເວລາ​ທ່ານສັງເກດ​ເຫັນ​ ​ໃນ​ກໍລະນີ​ການ​ຮັບ​ມື​ກັບ​ເອກ​
ກະສາ​ນລັບນັ້ນ ທຳນຽບຂາວແມ່ນ​ຍັງ​ “ບໍ່​ໄດ້​ມາດຕະຖານທີ່​ຂ້າພະ​ເຈົ້າໄດ້​ນຳໃຊ້ຢູ່ໃນ
​ການ​ປົກຄອງ ກະຊວງ​ປ້ອງ​ກັນ​ປະ​ເທດ.”

​ເວລາ​ນັ້ນ ທ່ານ​ແຄລ​ລີ ​ໄດ້​ກ່າວ​ຕໍ່​ກຸ່​ມພວກ​ນັກ​ຂ່າວ ​ຢູ່ທີ່​ຫ້ອງການ​ຂອງ​ທ່ານ​ ​ໃນ​ວັນ​ສຸກ
​ວານ​ນີ້​ວ່າ ​ເວລາ​ທ່ານ​ຮູ້ສຶກ​ວ່າອັດຕາ​ເປີ​ເຊັນ​ຂອງ​ພວກ​ທີ່​ໄດ້ຮັບການກວດປະຫວັດເປັນ
ການຊົ່ວຄາວນັ້ນ ​ຍັງ​ “ມີ​ຫລາຍ” ຮວມແລ້ວ​ “ຍັງ​ມີຊື່ຫລາຍ​ກວ່າສອງໃບ " ທ່ານ​ໄດ້​ຮຽກ
​ຮອ້ງ​ໃຫ້​ ອົງການສັນຕິ​ບານບານ​ກາງຫລື FBI ໃຫ້ເລັ່ງລັດໃນການ​ດຳ​ເນີນການໂດຍ​ສະ​
ເພາະ​ຢ່າງ​ຍິ່ງ ພວກ​ເຈົ້າໜ້າ​ທີ່​ຂັ້ນສູງ.

ທ່ານ​ແຄ​ລີ​ຍັງ​ໄດ້​ຕັດສິນ​ວ່າ “ບໍ່​ແມ່ນ​ທຸກ​ຄົນ​ຈຳ​ເປັນ​ຕ້ອງ​ມີ​ການ​ກວດ​ປະຫວັດ​ຂັ້ນລັບ
ສຸດຍອດ” ​ແລະ​ໄດ້ມີການ​ພິຈາລະນາ​ວ່່າ "ປະມານ 35 ຫາ 40 ຄົນຄວາມ​ຈິງ​ແລ້ວ ​ບໍ່
​ຈຳ​ເປັນຕ້ອງ​ມີ​ການ​ສືບສວນ​ປະຫວັດແລະ​ເຂົາ​ເຈົ້າ​ຜ່ານ​ໄປ​ໄດ້​ໂດຍ​ບໍ່​ມີ​ການ​ສືບສວນ
​ປະຫວັດ​ ​ແລະ​ນັ້ນກໍ​ບໍ່​ເປັນ​ຫຍັງ.”

ເລຂານຸການຂອງ​ທຳນຽບຂາວ ທ່ານຣອບ ພອດ​ເ​ຕີ (ຊ້າຍ) ແລະຫົວໜ້​າຄະນະທີ່ປຶກສາປະຈຳ ທຳນຽບຂາວ ທ່ານຈອນ ແຄລລີ.
ເລຂານຸການຂອງ​ທຳນຽບຂາວ ທ່ານຣອບ ພອດ​ເ​ຕີ (ຊ້າຍ) ແລະຫົວໜ້​າຄະນະທີ່ປຶກສາປະຈຳ ທຳນຽບຂາວ ທ່ານຈອນ ແຄລລີ.

ທ່າມກາງ​ບັນຫາ ​ກໍລະນີທີ່​ລໍຖ້າ ທ່າ​ນກ່າວ​ວ່າ “ຍິງສາວ​ຜູ້ນຶ່ງໄດ້​ມີ​ໜີ້​ສິນ​ບັດ​ສິນ​ເຊື່ອ​ສູງ.
ນາງ​ໄດ້​ໃຊ້​ຈ່າ​ຍໝົດ. ນັບ​ແຕ່​ນັ້ນ​ ນາງກໍ​ຜ່ານ​ພົ້ນ​ໄປ. ​ແລະ​ທ່ານ​ທຸກ​ຄົນຮູ້​ວ່າ ການ​ເງິນ​
ເປັນ​ເລື່ອງ​ສຳຄັນ​ກ່ອນ​ເລື່ອງ​ອື່ນໆ​ ເປັນ​ຫຍັງ​ຄົນ​ຈຶ່ງ​ລະເມີດ ລະບຽບດ້ານຄວາມ​ປອດ​
ໄພ ​ແລະ ​ໃນບາງ​ກໍລະນີ ໄດ້ກາຍ​ເປັນເລື່ອງສອດ​ແນມ.”

ທ່ານຈອນ ໂປແດັສຕາ ເວລານັ້ນເປັນ ຫົວໜ້າໂຄສະນາຫາສຽງ ປະທານາທິບບໍດີ ໃຫ້ແ່ກ່ ທ່ານນາງຮີລລາຣີ ຄລິນຕັນ.
ທ່ານຈອນ ໂປແດັສຕາ ເວລານັ້ນເປັນ ຫົວໜ້າໂຄສະນາຫາສຽງ ປະທານາທິບບໍດີ ໃຫ້ແ່ກ່ ທ່ານນາງຮີລລາຣີ ຄລິນຕັນ.

ແຕ່​ໂດຍ​ສະ​ເພາະ​ຊື່​ຄົນຜູ້​ນຶ່ງ ​ອີງ​ຕາມ​ພວກ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ທີ່​ບໍ່ໄດ້ເປັນ​ໂຕ​ເດັ່ນ
​ອອກ​ມາ​ແກ່​ທ່ານ​ແຄລ​ລີ ຫຼື​ຄົນ​ອື່ນໆ ​ໃນ​ເວລາ​ນັ້ນ ຊຶ່ງ​ໃນ​ທີ່​ສຸດ ​ໄດ້​ກາຍ​ມາ​ເປັນ​ເລື່ອງ​
ເກີດ​ຂຶ້ນ. ທີ່​ໄດ້​ເປັນ​ກໍລະນີ​ຂອງ​ເລຂານຸການຂອງ​ທຳນຽບຂາວ ທ່ານຣອບ ພອດ​ເ​ຕີ.

ທ່ານ​ແຄລ​ລີ ​ໃນ​ວັນ​ສຸກ​ວານນີ້ ​ໄດ້ກ່າວ​ປ້ອງ​ກັນ​ວ່າ ທ່ານ​ພອດ​ເຕີ​ ໄດ້​ຖືກຈັດການ​ຢ່າງ​
ໃດ​ໃນ​ການລາອອກໃນ​ຕົ້ນ​ເດືອນ​ແລ້ວ​. ທ່ານ​ພອດ​ເຕີ​ໄດ້​ລາອອກ​ຈາກ​ຕຳແໜ່​ງທ່າມ
ກາງການ​ກ່າວ​ຫາ ​ໂດຍ​ອະດີດ​ພັນ​ລະ​ຍາ​ສອງ​ຄົນ ທີ່​ທ່ານ​ໄດ້​ທຳຮ້າຍພວກ​ເຂົາ​ເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG