ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຫານຈານເດັດ ໄກ່ທີ່ຍັດເຂົ້າພາຍໃນເປັດທີ່ຍັດເຂົ້າພາຍໃນໄກ່ງວງ ທີ່ເອີ້ນວ່າ 'turducken' ສຳລັບວັນຄອບຄຸນພະເຈົ້າ


ແຟ້ມພາບ - ພໍ່ຄົວ ເກລນ ມິສຕິດຈ໌ (Glenn Mistich) ໂຮຍເຄື່ອງປຸງໃສ່ ເທີດດັກເກັນ (turducken), ຊຶ່ງເປັນການຄົວກິນແບບພິເສດທີ່ນິຍົມຫຼາຍທີ່ສຸດ ຂອງລັດຫລຸຍເຊຍນາ, ຢູ່ທີ່ຮ້ານ Gourmet Butcher Block ໃນເມືອງເກຣັຕນາ (Gretna) ຂອງລັດຫລຸຍເຊຍນາ, ວັນທີ 20 ພະຈິກ, 2005.
ແຟ້ມພາບ - ພໍ່ຄົວ ເກລນ ມິສຕິດຈ໌ (Glenn Mistich) ໂຮຍເຄື່ອງປຸງໃສ່ ເທີດດັກເກັນ (turducken), ຊຶ່ງເປັນການຄົວກິນແບບພິເສດທີ່ນິຍົມຫຼາຍທີ່ສຸດ ຂອງລັດຫລຸຍເຊຍນາ, ຢູ່ທີ່ຮ້ານ Gourmet Butcher Block ໃນເມືອງເກຣັຕນາ (Gretna) ຂອງລັດຫລຸຍເຊຍນາ, ວັນທີ 20 ພະຈິກ, 2005.

ຢູ່ໃນສະຫະລັດໂດຍສ່ວນໃຫຍ່ແລ້ວ ເດືອນພະຈິກ ແລະ ເດືອນທັນວາ ເປັນຊ່ວງເວລາທີ່ສຳຄັນຍິ່ງ ສຳລັບພວກຄົນທີ່ມັກໄກ່ງວງຫຼາຍ. ສະມາຄົມສັດປີກແລະໄຂ່ຂອງສະຫະລັດກ່າວວ່າ ໄກ່ງວງ 46 ລ້ານໂຕຈະຖືກກິນໃນວັນຂອບ ຄຸນພະເຈົ້າ ຫຼື Thanksgiving ແລະອີກ 22 ລ້ານໂຕ ກໍຈະຖືກບໍລິໂພກໃນວັນ ຄຣິສມັສ ເຊັ່ນກັນ.

ແຕ່ຢູ່ໃນລັດຫລຸຍເຊຍນາທາງພາກໃຕ້ຂອງສະຫະລັດ ທີ່ຮູ້ຈັກກັນດີ ສຳລັບການສະແຫວງຫາຄວາມເພິ່ງພໍໃຈ ແລະຄວາມຄິດທີ່ສ້າງສັນໃນການຄົວກິນຂອງຕົນ, ໄກ່ງວງກໍມີຄູ່ແຂ່ງ. ສຳລັບພວກຄົນຢູ່ໃນ ແລະອ້ອມແອ້ມເມືອງຕ່າງໆ ລວມມີ ນິວອໍລີນສ໌, ບາ​ຕົງ ຣູຈ ແລະລາ​ຟາ​ແຢັຕ ມັນເປັນວັນທີ່ເອີ້ນວ່າ ເທີດດັກເກັນ (Turducken) ທີ່ເປັນເລື້ອງສົນທະນາກັນທົ່ວເມືອງ.

“Turducken ເປັນໄກ່ ທີ່ຍັດເຂົ້າພາຍໃນເປັດທີ່ຍັດເຂົ້າພາຍໃນໄກ່ງວງ” ທ່ານແອລລິສ ລານອກສ໌ ຜູ້ບໍລິຫານໃຫຍ່ ຂອງຮ້ານຂາຍເຄື່ອງ ແລງເກັນສໄຕນ໌ (Langenstein) ທີ່ເກົ່າແກ່ທີ່ສຸດໃນນິວອໍລີນສ໌ ຊຶ່ງເປີດບໍລິການ​ມາ ຕັ້ງແຕ່ປີ 1922.

“ມັນເປັນສ່ວນນຶ່ງຂອງວັດທະນະທຳໃນການຄົວກິນທີ່ເປັນເອກະລັກ ທີ່ພວກເຮົາມີຢູ່ທີ່ນີ້” ທ່ານລານອກສ໌ ໄດ້ກ່າວຕໍ່ວີໂອເອ. ທ່ານກ່າວຕໍ່ໄປອີກວ່າ “ບໍ່ມີຫຍັງທີ່ຄ້າຍຄືອາຫານຂອງພວກເຮົາຢູ່ແຫ່ງຫົນໃດໃນອາເມຣິກາ ແລະທ່ານເຫັນຄວາມເປັນເອກະລັກຢູ່ເທິງໂຕະໃນວັນຄອບຄຸນພະເຈົ້າຂອງພວກເຮົາ. ນອກຈາກນັ້ນ ແລ້ວ ເຄື່ອງຢູ່ເຄື່ອງກິນທີ່ເປັນຫລັກເຊັ່ນ ມັນຝຣັ່ງບົດ ແລະຖົ່ວຂຽວທັງຫຼາຍ ທ່ານຍັງພົບເຫັນອາຫານຈານຕ່າງໆທີ່ມີຣົດຊາດ ເຄຈຸນ (Cajun) ເຊັ່ນ ປີ້ງຫອຍນາງລົມ, ຫອຍນາງລົມຊົງເຄື່ອງ, ຂະໜົມສາລີ ແລະກຸ້ງນ້ຳຈືດ ຫຼືວ່າກັ້ງຍັດເຄື່ອງ, ອົບແຄສເຊີຣອລ ເມຍລີຕັນ ແລະຖ້າຫາກເຈົ້າໂຊກດີ - ຈານເທີດດັກເກັນ.”

ນອກເໜືອຈາກ ນົກສາມປະເພດແລ້ວ ເຄື່ອງຍັດໄສ້ ແມ່ນປະສົມໃສ່ລະຫວ່າງແຕ່ລະຊັ້ນ. ອາຫານເທີດດັກເກັນບາງຢ່າງ ພວກຜູ້ສ້າງມັນຂຶ້ນມາ ຂໍໃຫ້ພວກທີ່ມາຊື້ເຄື່ອງກິນ ເລືອກເອົາເຄື່ອງຍັດໄສ້ອັນນຶ່ງ ໂດຍມີ ຫອຍນາງລົມຊົງເຄື່ອງ ແລະຂະໜົມສາລີ ແລະ ກຸ້ງນ້ຳຈືດຊົງເຄື່ອງ ພາຍໃນສິ່ງທີ່ມີຄວາມນິຍົມຫຼາຍທີ່ສຸດ.

In most of the United States, November and December are prime time for turkey lovers. The U.S. Poultry and Egg Association says 46 million turkeys are eaten on Thanksgiving, with another 22 million consumed on Christmas.

But in the Southern state of Louisiana, known for its decadence and creative cuisine, turkey has a competitor. For people in and around cities including New Orleans, Baton Rouge, and Lafayette, it’s turducken that is the talk of the town.

“Turducken is a chicken stuffed inside a duck stuffed inside a turkey,” says Ellis Lanaux, CEO of Langenstein’s, the oldest full-service grocery store in New Orleans, open since 1922.

“It’s part of this unique culinary culture we have down here,” Lanaux told VOA. “There’s nothing like our food elsewhere in America, and you see that uniqueness on our Thanksgiving table. In addition to mainstream staples like mashed potatoes and green beans, you also find Cajun dishes like chargrilled oysters, oyster dressing, cornbread and crawfish stuffing, mirliton casserole, and — if you’re lucky — a turducken.”

In addition to the trio of birds, dressing (a term in the American South often used interchangeably with “stuffing”) is added between each layer. Some turducken creators ask shoppers to choose a single dressing, with oyster dressing and cornbread and crawfish dressing among the most popular.

XS
SM
MD
LG