ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນຄົບຮອບ 30 ປີ ໃນເຫດລະເບີດ ຢູ່ທີ່ ໂຮງໄຟຟ້ານິວເຄລຍ Chernobyl


Containing Chernobyl Radiation Continues 30 Years After Explosion
please wait

No media source currently available

0:00 0:03:31 0:00

ໃນວັນອັງຄານ​ມື້​ນີ້ ​ເປັນ​ຂີດ​ໝາຍ​ຂອງ​ວັນ​ຄົບ​ຮອບ 30 ປີ ກ່ຽວ​ກັບ​ໄ​ພພິບັດນິວ​ເຄລຍ ທີ່ Chernobyl ບ່ອນ​ທີ່​ໄດ້​ເກີດ​ການລະ​ເບີດ​ຂຶ້ນ​ທີ່​ໂຮງ​ໄຟຟ້າ ​ໃກ້ໆ​ກັບເມືອງ​ ​ໄດ້​ມີ​ກະທົບ​ຕໍ່ຂົງ​ເຂດ​ຢ່າງ​ກວ້າງ​ແ​ຂວງ ​ແລະ​ມັນ​ໄດ້​ສົ່ງຄວັນ​ກຳ​ມັນ​ລັງສີຂຶ້ນ​ສູ່​ທ້ອງ​ຟ້າກຸ້ມ​ໄປ​ໃນ​ທົ່ວ​ໂລກ.

ທ່າມກາງ​ທີ່​ເກີດ​ໄພພິບັດ​ດັ່ງກ່າວ ມີ​ສອງ​ຄົນ ​ໄດ້​ເສຍ​ຊີວິດ​ໃນ​ທັນທີ​ທັນ​ໄດ ​ໃນ​ຂະນະ​ທີ່ ມີ​ອີກ 29 ຄົນ ຕື່ມ​ອີກ ​ໄດ້​ເສຍ​ຊີວິ​ດລົງ​ພາຍ​ໃນ​ບໍ່​ເທົ່າ​ໃດສັບປະດາ​ຕໍ່​ມາ. ​ມີ​ການ​ສັນນິຖານ​ທີ່​ວ່າໄດ້​ມີ​ຜູ້​ຄົນ​ອີກ​ຫຼາຍ​ພັນ​ຄົນ ​ໄດ້​ເສຍ​ຊີວິດ​ລົງ​ຈາກ​ການ​ເປັນ​ໂຮ​ກມະ​ເຮັງ ​ແລະ​ການ​ເຈັບ​ປ່ວຍ​ຢ່າງ​ອື່ນ​ທີ່​ຕິດຕາມ​ມາ​ໃນ​ຫຼາຍໆ​ປີ​ຈາກ​ນັ້ນ.

ຍັງ​ມີ​ທາດ​ຢູ​ເຮ​ນຽມ​ທີ່​ຍັງ​ຫຼົງ​ເຫຼືອ​ຢູ່​ຂ້າງ​ໃນ​ໂຮງໄຟຟ້າ​ນັ້ນ ຊຶ່ງ​ຍັງ​ເຮັດ​ໃຫ້​ມີ​ຄວາມ​ຢ້ານ​ກົວ​ວ່າ ຜົນ​ກະທົບ​ຈາກກຳ​ມັນ​ຕະພາບ​ລັງສີ ຮົ່ວ​ໄຫຼ​ອອກ​ມາສູ່​ຂົງ​ເຂດ ຊຶ່ງ​ເປັນ​ບ່ອນ​ທີ່​ມີ​ຄວາມ​ສ່ຽງ​ແລະ​ບໍ່​ປອດໄພ ​ຢ່າງ​ນ້ອຍ ​ໃນ​ອີກນຶ່ງ​ສັດຕະວັດ​ຕໍ່​ໜ້າ​ພຸ້ນ.

ບັນດາ​ຜູ້​ອຸບປະຖຳ​ນາໆ​ຊາດ ​ໄດ້​ປະຕິຍານ​ຕົນ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຈະ​ໃຫ້​ເງິນ​ຊ່ອຍ​ເຫຼືອ​ຈຳນວນ 99 ລ້ານ​ໂດ​ລ່າ ​ເພື່ອ​ໃຫ້ການ​ຄຸ້ມ​ກັນ ປົກ​ປ້ອງສະຖານ​ທີ່​ຕ່າງໆ​ໃນ​ເຂດ Chernobyl ​ໃຫ້ປອດ​ໄພ​ກວ່າ​ເກົ່າ.

Chernobyl Anniversary
please wait
Embed

No media source currently available

0:00 0:01:18 0:00



ເຕົາ​ແຍກ​ຂອງ​ໂຮງ​ໄຟຟ້າ ​ໄດ້​ກາຍ​ມາ​ເປັນ​ບ່ອນ​ທີ່​ທຳ​ການ​ສ້າງສາຄືນ​ໃໝ່ ມີ​ອຸບປະກອນ ​ເຄື່ອງ​ຍົກຢູ່​ເທິງໂຮງ​ໄຟຟ້າ ທີ່​ຍັງ​ຫຼົງ​ເຫຼືອ​ຢູ່​ນັ້ນ. ລະດັບກຳ​ມັນ​ຕະພາບ​ລັງສີຍັງ​ສາມາດ​ທີ່​ຈະ​ສົ່ງ​ສັນຍານ​ທີ່​ເປັນ​ອັນຕະລາຍ​ໃນ​ 3 ທົດ​ສະ​ວັດ ຫຼັງ​ຈາກ​ການລະ​ເບີດ​ຂຶ້ນ​ແລ້ວ​ນັ້ນ. ມີ​ພວກ​ຄົນ​ງານປະມານ 7 ພັນ​ຄົນ ​ເຮັດ​ວຽກ​ເພື່ອມ້ຽນ​ມັດ​ສະຖານ​ທີ່​ດັ່ງກ່າວ​. ພວກ​ພະນັກງານ​ນັ້ນ​ແມ່ນ​ມີ​ຫຼວງ​ຫຼາຍ ​ເພາະພວກ​ພະນັກງານ​ທັງຫຼາຍ ​ແມ່ນຈະມີ​ຂີດ​ຈຳກັດໃນ​ການ​ຖືກເຜີຍ​ແບ ​ໃສ່​ກຳ​ມັນ​ຕະພາບ​ລັງສີທີ່​ວ່າ​ນີ້.

ທ່ານ Volodymyr Yeger ນັກ​ຊ່ຽວຊານ​ດ້ານ​ຄວາມ​ປອດ​ໄພ ຈາກ​ສະ​ຖາ​ບັນ​ວິທະຍາ​ສາດ​ແຫ່ງ​ຊາດຢູເຄຣນ ​ແລະ ​ຮັບເປັນຜູ້ນຳ​ທ່ຽວ​ໃຫ້ VOA ​ໃນ​ສະຖານ​ທີ່​ດັ່ງກ່າ​ວ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ອັນຕະລາຍ.

ທ່ານ Yeger ​ໄດ້ກ່າວ​ວ່າ “ຖ້າ​ຫາກ​ທ່ານ​ໄດ້​ປະຕິບັດ​ຕາມ​ກົດ​ລະບຽບ​ການ​ຂອງ​ຄວາມ​ປອດ​ໄພ​ແລ້ວ ນັ້ນ​ແມ່ນ​ປອດ​ໄພ​ທີ່​ສຸດ ຢ່າງ​ແນ່ນອນ ລະດັບ​ຂອງກຳ​ມັນ​ຕະພາບ​ລັງສີ ທີ່​ຜູ້​ໃດ​ຜູ້​ນຶ່ງ​ສາມາດ​ຮັບ​ ​ໃນ​ສະຖານ​ທີ່​ນີ້​ນັ້ນ ​ແມ່ນ​ສູງ​ໜ້ອຍ​ນຶ່ງ ກວ່າ ​ໃນ​ນະຄອນ​ Kyiv ​ເປັນ​ຕົ້ນ.”

ເບິ່ງ: Chernobyl ບ່ອນທີ່ມີມົນລະພິດທີ່ຮ້າຍແຮງທີ່ສຸດໃນໂລກ

World's Most Exotic Tourism Destination? Chernobyl
please wait

No media source currently available

0:00 0:02:29 0:00

ກະລຸນາອ່ານຂ່າວໃນພາສາອັງກິດເພີ້ມຕື່ມກ່ຽວກັບເລື້ອງນີ້

XS
SM
MD
LG