ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສວດມົນຂ້າມ ທະວີບຂອງ ພີ່ນ້ອງລາວ ຢູ່ ສຫລ, ລາວ, ການາດາ ແລະຝຣັ່ງ ເປັນຄືແນວໃດ?


ດຣ. ກາບແກ້ວ ສຸວັນລາສີ ຍ້ອນພະຍາດ ໂຄວິດ-19 ຢູ່ໃນນະຄອນປາຣີ ທີ່ພີ່ນ້ອງ ແລະຄູບາ ທໍາພິທີສວດມົນຂ້າມທະວີບໃຫ້ (ພາບຖ່າຍໃນປີ 2018)
ດຣ. ກາບແກ້ວ ສຸວັນລາສີ ຍ້ອນພະຍາດ ໂຄວິດ-19 ຢູ່ໃນນະຄອນປາຣີ ທີ່ພີ່ນ້ອງ ແລະຄູບາ ທໍາພິທີສວດມົນຂ້າມທະວີບໃຫ້ (ພາບຖ່າຍໃນປີ 2018)

ຂະນະທີ່ການລະບາດຂອງໄວຣັສໂຄໂຣນາຢ່າງຮຸນແຮງໃນທົ່ວໂລກດັ່ງທີ່ເຫັນຢູ່ໃນປັດ
ຈຸບັນນີ້ ຄ້າຍໆກັບຂົງເຂດວຽກງານອື່ນໆ ກິດຈະກໍາທາງສາສະໜາກໍຕ້ອງໄດ້ປັບປ່ຽນ
ໄປຢ່າງຫລວງຫລາຍເຊັ່ນກັນ. ນຶ່ງໃນເຫດການສໍາຄັນ ທີ່ສະແດງໃຫ້ເຫັນປັບປ່ຽນຢ່າງຫລວງຫລາຍທາງດ້ານນີ້ ກໍຄືການສວດມົນຕາມປະເພະນີຂ້າມສາມທະວີບເພື່ອສົ່ງດວງ
ວິນຍານຂອງ ດຣ. ກາບແກ້ວ ສຸວັນລາສີ ທີ່ເສຍຊີວິດຢູ່ໃນນະຄອນປາຣີໃນວັນສຸກຜ່ານ
ມາໄປສູ່ສຸຂະຕິ. ສ່ວນການໃຫ້ພອນແກ່ອອກຕົນຍາດໂຍມທີ່ໄປຖວາຍອາຫານ ແລະປັດ
ໄຈຕ່າງໆ ໃຫ້ແກ່ ວັດວາຫລາຍແຫ່ງ ຢູ່ສະຫະລັດໃນໄລຍະປິດເມືອງຢູ່ນີ້ກໍໄດ້ເຮັດຜ່ານ
ທາງອອນລາຍເຊັ່ນກັນ. ລາຍລະອຽດຈະເປັນແນວໃດນັ້ນ ຂໍເຊີນບັນດາທ່ານໄປຟັງຈາກບົວສະຫວັນໄດ້ເລີຍ.

ໃນຂະນະທີ່ການລະບາດຂອງໄວຣັສໂຄໂຣນາຢ່າງຮຸນແຮງໃນທົ່ວໂລກ ລວມທັງສະຫະລັດ ແລະຝຣັ່ງຢູ່ນັ້ນ ຫລາຍກິດຈະກໍາ ບໍ່ພຽງແຕ່ໃນຂົງເຂດເສດຖະ ກິດ ແລະການສຶກສາເທົ່ານັ້ນ ໃນທາງສາສະໜາກໍຍັງຕ້ອງໄດ້ປັບປ່ຽນໄປ ຢ່າງ ຫລວງຫລາຍເຊັ່ນກັນ. ນຶ່ງໃນເຫດການສໍາຄັນທີ່ສະແດງໃຫ້ເຫັນການຫັນປ່ຽນ ທາງດ້ານນີ້ ກໍຄືການສວດມົນຕາມປະເພນີຂອງສາສະໜາພຸດຂ້າມທະວີບໃນ ໄລຍະທີ່ມີການເສຍຊີວິດຂອງ ດຣ. ກາບແກ້ວ ສຸວັນລາສີ ຍ້ອນພະຍາດ ໂຄວິດ-19 ຢູ່ໃນນະຄອນປາຣີ. ເນື່ອງຈາກທ່ານໝໍເຊື້ອສາຍລາວ ທ່ານນີ້ມີຊື່ ສຽງ ແລະ ຄຸນງາມຄວາມດີຫລາຍຢ່າງໃນການຊ່ວຍເຫລືອສັງຄົມລາວຕະຫຼອດ ທັງຕໍ່ຄູບາ ອາຈານໃນວັດຕ່າງໆໃນຂົງເຂດທີ່ເພິ່ນຢູ່ແລະເຂດໃກ້ຄຽງກັນນັ້ນ ຈຶ່ງມີການສວດ ມົນ ຕາມປະເພນີຂອງສາສະໜາພຸດ ນັບຕັ້ງແຕ່ມື້ເພິ່ນເສຍຊີວິດໄປ ຢູ່ໃນໂຮງໝໍ ແຫ່ງນຶ່ງໃນນະຄອນປາຣີ ໃນວັນທີ 17 ເມສາ ເປັນຕົ້ນມາ ດັ່ງທີ່ຍາປ້າ ມະໄລວົງ ສຸວັນລາສີ, ເອື້ອຍຂອງເພິ່ນ ທີ່ອາໄສຢູ່ໃກ້ກັນກັບເພິ່ນນັ້ນ ເລົ່າສູ່ວີໂອ ເອຟັງໃນວັນອາທິດຜ່ານມານີ້ວ່າ:

ບໍ່ພຽງແຕ່ເທົ່ານັ້ນ ຄູບາອາຈານໃນວັດຕ່າງໆ ຢູ່ເກືອບທົ່ວທຸກມຸມໂລກ ຊຶ່ງລວມ ມີ ຢູ່ລາວ, ສະຫະລັດ, ຝຣັ່ງ ແລະການາ ກໍໄດ້ເຮັດພິທີທາງສາສະໜາພຸດໂດຍ ການ ສວດມົນ ຜ່ານທາງສະໄກພ໌ ຫລືຜ່ານທາງອອນລາຍແບບອື່ນໆ ເພື່ອໃຫ້ຍາດພີ່ ນ້ອງ, ລູກຫລານຂອງເພິ່ນທັງໃກ້ແລະໄກ, ທັງຢູ່ລາວ ແລະຕ່າງປະເທດໄດ້ເຂົ້າ ຮ່ວມຟັງນໍາ ແຕ່ວ່າ ເປັນການປະຕິບັດຢູ່ໃນເຮືອນຂອງໃຜລາວ ຢູ່ຄົນລະທິດ ແລະ ທາງແຕ່ສົ່ງຈິດໃຈ ແລະຄວາມຫ່ວງໃຍໄປຫາກັນ ໂດຍທາງອອນລາຍເອົາ ຊຶ່ງ ຍາປ້າ ມະໄລວົງ ເລົ່າຟັງສູ່ຟັງອີກວ່າ:

ຄົນນຶ່ງໃນຈໍານວນພີ່ນ້ອງຫລາຍສິບຄົນຢູ່ໃນສະຫະລັດຂອງ ດຣ. ກາບແກ້ວ ກໍຄື ຍາປ້າສຸກ ກະເສີມ ຊາພັກດີ ຢູ່ໃນເມືອງແຊັງພອລ, ລັດມິນເນໂຊຕາ ກໍເວົ້າສູ່ອີໂອເອຟັງ ໃນວັນອາທິດຜ່ານ ຊຶ່ງເປັນການສວດມົນຂ້າມທະວີບ ມື້ທີ 3 ນັ້ນວ່າ:

ທ່ານ ສຸເທບ ທິແກ້ວ, ປະທານວັດລາວໃນເມືອງມີລວອກກີ, ລັດວິສຄອນຊິນ ແລະ ພັນລະຍາຂອງເພິ່ນ
ທ່ານ ສຸເທບ ທິແກ້ວ, ປະທານວັດລາວໃນເມືອງມີລວອກກີ, ລັດວິສຄອນຊິນ ແລະ ພັນລະຍາຂອງເພິ່ນ

ເມື່ອເວົ້າເຖິງການປະຕິບັດກິດຈະວັດທາງສາສະໜາໂດຍຜ່ານໂທລະສັບແບບໃຊ້ວີດິໂອ ທີ່ສົ່ງທາງອອນລາຍ ເຊັ່ນສະໄກພ໌ ແລະ Line ນີ້ ກໍໄດ້ນໍາໃຊ້ກັນ ຢ່າງກວ້າງຂວາງຢູ່ໃນວັດຕ່າງໆ ໃນສະຫະລັດ ຢູ່ໃນໄລຍະທີ່ປິດເມືອງຢູ່ນີ້, ອີງ ຕາມການບອກເລົ່າຂອງຍາປ້າ ສຸກກະເສີມ ທີ່ລັດເມນິໂຊຕາ ແລະທ່ານສຸເທບ ທິແກ້ວ, ປະທານວັດລາວປະທຸມມາ ພຸດທະຣາມ ໃນເມືອງມີລວອກກີ, ລັດວິສ ຄອນຊິນ. ເພື່ອຄວາມປອດໄພທັງຂອງຄູບາ ແລະຜູ້ມີໃຈໃສສັດທາ ຄູບາ ກໍໃຫ້ ພອນແກ່ອອກຕົນຍາດໂຍມ ພາຍຫລັງທີ່ເຂົາເຈົ້າ ເອົາອາຫານ ແລະປັດໄຈອື່ນໆ ໄປຖວາຍແກ່ຄູບາແລ້ວ ແຕ່ທັງການຖວາຍ ແລະການໃຫ້ພອນບໍ່ໄດ້ເຮັດແບບ ເຊິ່ງໜ້າກັນ ດັ່ງທີ່ທ່ານສຸເທບເລົ່າສູ່ວີໂອເອຟັງໃນວັນຈັນຜ່ານມານີ້ວ່າ:

ສະຫລຸບແລ້ວ ການລະບາດໃນລະດັບໂລກຂອງພະຍາດໂຄວິດ-19 ທີ່ສົ່ງຜົນ ກະທົບແກ່ຄົນໝົດໂລກນີ້ ໄດ້ເຮັດໃຫ້ການດໍາເນີນຊີວິດປະຈໍາວັນຂອງຄົນປ່ຽນ ແປງໄປຢ່າງຫລວງຫລາຍ ນັບທັງການປະຕິບັດພິທີທາງສາສະໜາຕາມປະເພນີ ທັງໃນສ່ວນຂອງຄູບາ ແລະພຸດທະສາຊະນິກະຊົນ ທີ່ກ່ຽວຂ້ອງ ຊຶ່ງຕ້ອງໄດ້ປັບປ່ຽນ ຢ່າງຫລວງຫລາຍໄປຕາມກັນອີກດ້ວຍ.

ອ່ານສະຫລຸບຫຍໍ້ກ່ຽວກັບລາຍງານນີ້

Tele-religious Ceremonies for Prayers Across Three Continents Amid Covid-19 Pandemic

As the country lock-downs in Europe, Asia and North America Amid Covid-19 pandemic has prevented them from traveling to organize religious ceremonies together for the Lao-French prominent doctor Kabkeo Souvanlasy who passed away on April 17, his families and monks in France, Laos, the United States and Canada organized cross-continental Buddhist traditional ceremonies. Starting from the first day upon his death, monks each temple involved in Laos, U.S. and France would send their chants via video call, while approximately a hundred families of relatives in four countries participated the wordship remotely in their own homes, said his sister in France on the third day of ceremonies.

XS
SM
MD
LG